CPU ແມ່ນ​ຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


31 มกราคม 2560

CPU ແມ່ນ​ຫຍັງ




 

           CPU (Central Processing Unit) ຄື: ໜ່ວຍປະມວນຜົນກາງ ໃນການທໍາງານຂອງຄອມພິວເຕີ ທີ່ເຮັດຫນ້າທີ່ປະມວນຜົນບັນດາຄຳສັ່ງຕ່າງໆສັ່ງການ ແລະ ຄວບຄຸມ ໂປຣແກຣມຕ່າງໆໃນຄອມພິວເຕີ ເຊິ່ງປຽບໄດ້ກັບສະຫມອງຂອງຄົນເຮົາ. ປະຈຸບັນນີ້ ຫຼັກໆແລ້ວມີຢູ່ສອງບໍລິສັດທີ່ຜະລິດ CPU ໃຫ້ແກ່ທ້ອງຕະຫລາດຄອມພິວເຕີ ທັງຄອມພິວເຕີແບບສ່ວນບຸກຄົນ ແລະ ຄອມພິວເຕີໂນ໊ດບຸກນັ້ນ ກໍ່ຄື: ບໍລິສັດ Intel ແລະ AMD (Advance Micro Device).



  1.1. ຫົວດຽວ (Single Core) ສອງຫົວ (Dual Core ) ແລະ ຫຼາຍຫົວ (Multi Core)

 CPU ຫົວດຽວ (Single-Core) ຄື: CPU ທີ່ຖືກນຳໃຊ້ໃນຫ້ອງການເປັນສ່ວນໃຫຍ່ ເພາະມີລາຄາທີ່ຖືກ ແລະ ປະຢັດໄຟສາມາດໃຊ້ງານນຳໂປຣແກຣມພິມດີດເຊັ່ນ Microsoft Office ແຕ່ຈະເຮັດໃຫ້ຄອມຂອງທ່ານຊ້າລົງເຖິງຂັ້ນຄ້າງບໍ່ເໜັງບໍ່ຕີງໄດ້ຫາກມີການເປີດຫລາຍໆໂປຣແກຣມໄປພ້ອມໆກັນເຊັ່ນ: Microsoft Office + Web Browser + Media Player + ໂປຣແກຣມອື່ນໆ. ປະຈຸບັນ CPU ແບບຫົວດຽວນັ້ນໄດ້ສູນພັນໄປຈາກໂລກນີ້ແລ້ວ ໂດຍເຫດຜົນຫລັກໆກໍ່ແມ່ນ ມັນປະມວນຜົນຊ້າເກີນໄປ.

 CPU ຫລາຍຫົວ (Multi-Core) ຄື: CPU ທີ່ມີຄວາມໄວສູງສາມາດປະມວນຜົນໄດ້ໄວ ສາມາດເປີດຫລາຍໂປຣແກຣມໄປພ້ອມໆກັນ ແລະ ມີຫລາກຫລາຍຊະນິດໃຫ້ເລືອກໃຊ້ ບໍ່ວ່າຈະເປັນແບບ ສອງຫົວ (Dual-Core)ສາມຫົວ (Triple-Core)ສີຫົວ (Quad-Core),ແລະລ່າສຸດ ຫົກຫົວ (Six-Core).  ແຕ່ຫລາຍຫົວເທົ່າໃດ ການປະມວນຜົນນັ້ນຍິ່ງໄວຂຶ້ນເທົ່ານັ້ນ ປຽບສະເຫມືອນຫົນທາງສອງເລນ ກັບຫົນທາງສີ່ເລນແນ່ນອນວ່າຫົນທາງສີ່ເລ່ນນັ້ນສາມາດຂົນສົ່ງຂໍ້ມູນໄດ້ຫລາຍກວ່າ. ດ້ວຍເຫດນີ້ CPU ແບບສີຫົວຈິ່ງມີລາຄາແພງກວ່າ CPU ແບບສອງຫົວຫລາຍ.


1.2. ຄວາມໄວຂອງ CPU


   ຄວາມໄວຂອງ CPU ແມ່ນວັດແທກດ້ວຍສັນຍານໂມງ ໂດຍມີຫົວໜ່ວຍເປັນ hertz (Hz) ຄິດໄລ່ເປັນຄັ້ງຕໍ່ວິນາທີ ເຊິ່ງປະຈຸບັນ CPUມີຄວາມໄວໃນລະດັບ Gigahertz (GHz) ແປວ່າມັນຮັບ-ສົ່ງຂໍ້ມູນເຖິງນຶ່ງຕື້ຄັ້ງຕໍ່ວິນາທີ . CPU ທີ່ມີສັນຍານໂມງໄວເທົ່າໃດຢິ່ງດີ ເພາະມັນຈະສາມາດປະມວນຜົນໄດ້ໄວເປັນຜິເສດ ແຕ່ກໍ່ຕ້ອງຄຳນຶ່ງເຖິງເສັ້ນທາງການປະມວນຜົນຂອງມັນນຳ ເພາະຖ້າເປັນ CPU ຫົວດຽວ ເຖິງຈະໄວເທົ່າໃດກໍ່ຍັງບໍສາມາດທຽບໄດ້ກັບ CPU ແບບສອງຫົວໃນທາງດຽວກັນນີ້ CPU ແບບສອງຫົວ ເຖິງຈະມີຄວາມໄວເທົ່າໃດກໍຍັງບໍ່ສາມາດທຽບໄດ້ກັບ CPU ແບບສີ່ຫົວ ຍົກຕົວຢ່າງເຊັ່ນ Intel Core i3 ທີ່ມີຄວາມໄວເຖິງ 3.20 GHz ກໍ່ຍັງບໍ່ສາມາດທຽບໄດ້ກັບIntel Core i7 ທີ່ມີຄວາມໄວພຽງ 1.60 GHz ໄດ້ເລີຍ ເຊິ່ງເຫດຜົນຫລັກໆກໍ່ແມ່ນເສັ້ນທາງການຮັບ-ສົ່ງຂໍ້ມູນຂອງ CPU ແບບສີຫົວນັ້ນ ມີຄວາມກວ້າງ ແລະ ໃຫຍ່ກວ່າ.

 1.3. ໜ່ວຍຄວາມຈຳ Cache

     ເປັນໜ່ວຍຄວາມຈຳນ້ອຍໆທີ່ຢູ່ໃນ CPU ມີຫນ້າທີ່ຈັດເກັບຄຳສັງແລະຂໍ້ມູນຕ່າງໆ ແລ້ວສົ່ງໄປຫາໜ່ວຍປະມວນຜົນກາງ ເຊິ່ງຫນ່ວຍຄວາມຈຳ Cache ຈະເຮັດວຽກຮ່ວມກັບຫນ່ວຍຄວາມຈຳ RAM ເພື່ອເປັນການເຊື່ອມຕໍ່ຂໍ້ມູນລະຫວ່າງສອງອຸປະກອນ ສະນັ້ນ CPUໃດທີ່ມີຫນ່ວຍຄວາມຈຳ Cache ຫລາຍຍິ່ງດີ ແລະດ້ວຍສະຖາປັດຂອງ CPU ໃນປະຈຸບັນ ເຮັດໃຫ້ມີໜ່ວຍຄວາມຈຳ Cache ເຖິງສາມລະດັບຄື:

 ລະດັບທີ່ 1 (L1): ເປັນຫນ່ວຍຄວາມຈຳ Cache ທີ່ນ້ອຍສຸດສາມາດເກັບຂໍ້ມູນໄດ້ພຽງແຕ່ 32 -128 KB ເທົ່ານັ້ນ ແລະຢູ່ໃກ້ກັບຫນ່ວຍປະມວນຜົນກາງທີ່ສຸດ.
 ລະດັບທີ່ 2 (L2): ມີຂະຫນາດໃຫຍ່ຂຶ້ນມາ ເພາະຈະເກັບຂໍ້ມູນຈາກ RAM ເປັນຫລັກ
 ລະດັບທີ່ 3 (L3): ຢູ່ຂັ້ນກາງລະຫວ່າງ RAM ກັບຫນ່ວຍຄວາມຈຳ L2 ສາມາດເກັບຂໍ້ມູນໄດ້ເຖິງ 2-8 MB, ຫນ່ວຍຄວາມຈຳລະດັບສາມນີ້ແມ່ນຈະມີສະເພາະໃນ CPU ຈຳພວກສີຫົວຂຶ້ນໄປ.



 1.4. ຄວາມໄວ Bus



    ປະຈຸບັນຄວາມໄວ Bus ນັ້ນຈະມີສະເພາະໃນ CPU ຕະກູນ Dual Core ເທົ່ານັ້ນ, Bus ຄືຄວາມໄວໃນການສົ່ງຂໍ້ມູນຈາກ CPU ໄປຫາ RAM ໂດຍຈະມີຫົວຫນ່ວຍເປັນ MHz.