Mainboard ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


31 มกราคม 2560

Mainboard ແມ່ນຫຍັງ


    
     Motherboard ຫລື Mainboard ຄືໜຶ່ງໃນບັນດາອຸປະກອນທ່ີຖືວ່າເປັນຮາກຖານຂອງ ລະບົບການເຮັດວຽກພາຍໃນເຄື່ອງຄອມພິວເຕີ ເປັນແຜງວົງຈອນຫຼັກທີ່ເຮັດຫນ້າທ່ີເຊື່ອມຕ່ໍອຸປະກອນຕ່າງໆເຂົ້າກັນ ເຊັ່ນ: ໜ່ວຍປະມວນຜົນຫຼັກ (CPU)ຫນ່ວຍຄວາມຈຳ (RAM), Hard disk, ເຄື່ອງອ່ານແຜ່ນ CD/DVD… ລ້ວນແລ້ວແຕ່ເຮັດວຽກຜ່ານ Mainboard.




1.1.     ລຸ້ນ​ຂອງ ເມນບອດ
     
     Main board ໄດ້​ຮັບ​ການ​ພັ​ດ​ທະ​ນາ​ມາ​ຢ່າງ​ຕໍ່​ເນື່ອງ ເຊິ່ງ​ໃນ​ປະ​ຈຸ​ບັນ​ໄດ້​ມີ​ຮູບ​ແບບ​ທີ່​ນິ​ຍົມ​ໃຊ້​ງານ​ໃນ​ຄອມ​ພິວ​ເຕີ​ສ່ວນ​ບຸກ​ຄົນ​ກໍ່​ຄື: ATX (Advance Technology Extension) ໂດຍ​ເຮົາ​ສາ​ມາດ​ແຍກ​ລຸ້ນ​ຂອງ​ການ​ພັດ​ທະ​ນາ​ເມນບອດ​ໄດ້​ດັ່ງ​ລຸ່ມນີ້:
     

    ⤇ PC/XT ເປັນ​ລຸ້ນ​ບຸກ​ເບີກ​ສ້າງ​ຂຶ້ນ​ໂດຍ​ບໍລິສັດ​ IBM
 
AT (Advance Technology) ມີ​ຊື່​ໃນ​ຢຸກ​ 386 ແຕ່ດ​ກຣຸ່ນ​ເມື່ອ​ມີ​ລຸ້ນ​ ATX
 
 ATX ເປັນ​ລຸ້ນ​ທີ່​ເປັນ​ທີ່​ນິຍົມ​ໃຊ້​ຫລາຍ​ທີ່ສຸດ​ໃນ​ປະຈຸບັນ​
 
 ETX ໃຊ້​ໃນ​ embedded systems
 
 LPX ອອກ​ແບບ​ໂດຍ​ Western Digital BTX (Balanced Technology 
eXtended) ເປັນ​ແຜງ​ວົງ​ຈົນ​ຫຼັກ​ລຸ້ນ​ໃໝ່​ທີ່​ຖືກ​ນຳ​ສະເໜີ​ໂດຍ​ Intel Mini-ITX (VIA Epia)
ອອກ​ແບບໂດຍ​
 VIA

   WTX (Workstaion Technology eXtended) ເປັນ​ແຜງ​ວົງ​ຈົນ​ຫຼັກ​ສຳລັບ​ລະບົບ​ຄອມພິວເຕີ​ຂະໜາດ​ໃຫຍ່​

1.2. ຊິບເຊັດ (Chipset)    

     ຊິບເຊັດຖືເປັນສ່ວນສຳຄັນຫລັກອີກສ່ວນນ່ຶງຂອງ Mainboard ເພາະວ່າຊິບເຊັດເປັນໂຕກຳນົດການຮອງຮັບອຸປະກອນຕ່າງໆຂອງ Mainboard ເຊັ່ນສາມາດຮອງຮັບ CPU ແບບໃດຮອງຮັບກາດຈໍຊະນິດໃດສາມາດເຮັດ SLI, Crossfire ໄດ້ຫລືບ່ໍຮອງຮັບການເຊື່ອມຕ່ໍເຄືຍຂ່າຍໄດ້ແບບໃດ,ຮວມທັງ ກຳນົດປະເພດຂອງ HDD (Hard disk Drive) ວ່າເປັນ IDE ຫລື SATA ຫລືໄດ້ທັງສອງແບບ ແລະທີ່ສຳຄັນຊິບເຊັດເປັນໂຕກຳນົດວ່າ Mainboard ດັ່ງກ່າວຮັບຄວາມໄວບັສ ໄດ້ສູງເທົ່າໃດ ເຊິ່ງຍິ່ງຮອງຮັບຫລາຍ ກໍຈະເປັນຜົນດີໃນການເຮັດ Over Clock ຕື່ມອີກ ແຕ່ກໍເຊັ່ນກັນຍ່ິງຊິບເຊັດມີປະສິດທິພາບສູງ ລາຄາກໍຍ່ອມສູງໄປນຳ.   





😇😇😇