PSU ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


31 มกราคม 2560

PSU ແມ່ນຫຍັງ

 


   Power Supply Unit ຫຼື ເອີ້ນສັ້ນໆວ່າ: PSU ເປັນອຸປະກອນຈ່າຍໄຟຟ້າມາດຕະຖານໃຫ້ແກ່ລະບົບຄອມພິວເຕີສວນບຸກຄົນ ເຊິ່ງລະບົບຄອມພິວເຕີແຕ່ລະຫນ່ວຍຈະມີ PSU ນຶ່ງຫນ່ວຍຕິດຕັ້ງຢູ່ໃນ Case.Power Supply ມີຫນ້າທີ່ຫລັກ ປ່ຽນແຮງດັນກະແສໄຟຟ້າສະລັບ(AC) ຈາກໄຟຟ້າຕາມເຮືອນທີ່ມີແຮງດັນສູງ 220v (ບາງປະເທດ 110v) ທີ່ອາດຈະຂຶ້ນລົງບໍ່ແນ່ນອນແລະມີຫລາຍແຮງດັນ ໃຫ້ກາຍເປັນແຮງດັນກະແສໄຟຟ້າກົງ(DC)ທີ່ມີແຮງດັນຕ່ຳ ເພື່ອໃຫ້ລະບົບຄອມພິວເຕີສາມາດຮອງຮັບໄດ້ (ອຸປະກອນເຄື່ອງໃຊ້ເອເລັກໂຕຣນິກສ່ວນຫລາຍໃຊ້ກະແສໄຟຟ້າແບບກົງທີ່ມີແຮງດັນຕ່ຳ) ໂດຍກະແສໄຟທີ່ຖືກ PSUປ່ຽນແລ້ວນັ້ນ ຈະເຫລືອພຽງແຕ່ 3.3V, 5Vແລະ 12V ເພື່ອຈ່າຍໃຫ້ກັບອຸປະກອນຕ່າງໆ ບໍ່ວ່າຈະເປັນMainboard, CPU, HDD, Optical Drive, ກາດຈໍ ໄປຈົນຮອດພັດລົມຢູ່ໃນຄອມ.