Case ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


31 มกราคม 2560

Case ແມ່ນຫຍັງ

Case ແມ່ນຫຍັງ
   

Computer Case (Chassis) ຫຼື ເອີ້ນວ່າ: Case ເປັນຫນ່ວຍບັນຈຸອຸປະກອນຕ່າງໆ ຂອງລະບົບຄອມພິວເຕີເອົາໄວ້ທາງໃນ ເພື່ອຮັກສາອາຍຸການໃຊ້ງານຂອງອຸປະກອນ Hardware ຕ່າງໆ, ເພື່ອປ້ອງກັນບໍ່ໃຫ້ຊິ້ນສ່ວນອຸປະກອນຂອງລະບົບເສຍຫາຍ, ເຮັດໃຫ້ສາມາດເຄື່ອນຍ້າຍໄດ້ສະດວກສະບາຍ ແລະ ທີ່ສຳຄັນ ປ້ອງກັນບໍ່ໃຫ້ໄຟຟ້າຊ໋ອດຜູ້ໃຊ້ຄອມນຳອີກ ສະຫຼຸບແລ້ວ Computer Case ແມ່ນເຮືອນ ຫຼື ຮ່າງຂອງຄອມພິວເຕີນັ້ນເອງ.


II. ປະເພດຂອງ ຄອມພິວເຕີ ເຄສ
Computer Case ໂດຍຫລັກໆແລ້ວຖືກແບ່ງອອກເປັນ 2 ປະເພດຄື: ແບບ Tower ເຊິ່ງຈະເປັນປະເພດແນວຕັ້ງ ແລະ ແບບ Desktop ເຊິ່ງເປັນປະເພດແນວນອນ ໂດຍທີ່ນິຍົມສ່ວນຫລາຍແມ່ນຈະເປັນແບບແນວຕັ້ງ Tower ເພາະມີຫລາຍຂະຫນາດໃຫ້ເລືອກທີ່ແຕກຕ່າງກັນ ແລະ ສະດວກສະບາຍໃນການປະກອບ ພ້ອມທັງສາມາດນຳມາດັດແປງ ແລະແຕ່ງເສີມເພີ່ມເຕີມໄດ້, ສ່ວນແບບແນວນອນ Desktop ນັ້ນບໍ່ຄ່ອຍເປັນທີ່ນິຍົມກັນຫຼາຍ ເພາະສ່ວນຫຼາຍຈະໃຊ້ກັບຄອມພິວເຕີແບບສັ່ງຊື້ຍົກຊຸດຕາມຫ້ອງການຕ່າງໆ ບໍ່ສາມາດນຳມາດັດແປງແຕ່ງເສີມໄດ້ ເນື່ອງຈາກມີຂະຫນາດນ້ອຍ ແລະ ອອກແບບມາເພື່ອໃຫ້ປະຢັດພື້ນທີ່ໃນໂຕະວາງຄອມ.

1.1. ປະເພດແນວຕັ້ງ Tower
    Computer Case ປະເພດແນວຕັ້ງນີ້ໄດ້ຖືກແບ່ງອອກເປັນ 3 ຊະນິດ ຄື:
   ຊະນິດນ້ອຍ Mini Tower

ເນື່ອງຈາກມີຂະໜາດທີ່ນ້ອຍບໍ່ກິນເນື້ອທີ່ຫຼາຍ ເຮັດໃຫ້ສະດວກໃນການຈັດວາງບໍ່ວ່າຈະວາງໄວ້ເທິງຫນ້າໂຕະ ຫຼື ກ້ອງໂຕະ, ສາມາດເຄື່ອນຍ້າຍໄດ້ຢ່າງສະດວກສະບາຍ. ແຕ່ມີຂໍ້ຈຳກັດຄື ສາມາດໃສ່ອຸປະກອນຄອມພິວເຕີໄດ້ໜ້ອຍ ເນື່ອງຈາກພື້ນທີ່ທາງໃນແຄບ, ອາດຈະໃສ່ HDD ແລະ Optical Drive ໄດ້ພຽງອັນດຽວ ອີກທັງບໍ່ສາມາດລະບາຍຄວາມຮ້ອນໄດ້ດີ ເພາະອາດຈະໃສ່ພັດລົມລະບາຍຄວາມຮ້ອນໄດ້ພຽງອັນດຽວ. Case ຄອມພິວເຕີປະເພດນີ້ມັກຈະໄດ້ຮັບຄວາມນິຍົມໃນສຳນັກງານຫ້ອງການຕ່າງໆເພາະປະຢັດພື້ນທີ່ ພ້ອມດຽວກັນນັ້ນ, ວຽກງານໃນຫ້ອງການສ່ວນຫລາຍຈະເປັນແນວພິມດີດ, ບໍ່ຈຳເປັນຕ້ອງໃຊ້ຄວາມສາມາດຂອງຄອມພິວເຕີສູງ.

 ຊະນິດປານກາງ Mid Tower


ເປັນຊະນິດທີ່ໄດ້ຮັບຄວາມນິຍົມສູງ ເນື່ອງຈາກມີຂະຫນາດທີ່ບໍ່ນ້ອຍຫຼາຍ ເຮັດໃຫ້ມີພື້ນທີ່ໃນການເພີ່ມອຸປະກອນຕ່າງໆເຂົ້າໄປໄດ້ຫຼາຍ ແລະ ຍ້ອນມີຂະຫນາດທີ່ບໍ່ໃຫຍ່ຈົນເກີນໄປເຮັດໃຫ້ສາມາດວາງໄວ້ເທິງໂຕະເຮັດວຽກໄດ້, Case ຊະນິດນີ້ມັກເປັນທີ່ນິຍົມຫຼາຍ ນັບຕັ້ງແຕ່ຜູ້ໃຊ້ພາຍໃນສຳນັກງານຫ້ອງການ, ຜູ່ໃຊ້ທົ່ວໄປທີ່ມັກປະກອບຄອມດ້ວຍໂຕເອງໄປຈົນເຖິງໃນອົງກອນຕ່າງໆ.

    ➼ ຊະນິດໃຫຍ່  Full Tower



ເປັນ Case ທີ່ມີຂະໜາດໃຫຍ່ທີ່ສຸດໃນກຸ່ມ ເຊິ່ງອາດເວົ້າໄດ້ວ່າເປັນ Case ສະເພາະ ກຸ່ມຄົນທີ່ຫຼົງໄຫຼໃນຄອມພິວເຕີ ເພາະມັນສາມາດໃສ່ອຸປະກອນໄດ້ຫຼາຍຢ່າງ ພ້ອມທັງຍັງສາມາດລະບາຍຄວາມຮ້ອນໄດ້ດີສາມາດແຕ່ງເສີມໄດ້ຫຼາກຫຼາຍ ແຕ່ຕ້ອງຊື້ມາດ້ວຍລາຄາທີ່ສູງ.  ເນື່ອງຈາກມີຂະຫນາດທີ່ໃຫຍ່ ແລະ ມີນ້ຳໜັກຫຼາຍ ເຮັດໃຫ້ບໍ່ເຫມາະສົມທີ່ຈະວາງໄວ້ເທິງໂຕະ ເພາະອາດຈະເຮັດໃຫ້ໂຕະເຮັດວຽກຂອງທ່ານເສຍຮູບຊົງໄດ້ ຫຼື ເຖິງຂັ້ນເປ່ເພໄດ້.