Keyboard ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


31 มกราคม 2560

Keyboard ແມ່ນຫຍັງ

Keyboard ຄື: ​ອຸປະກອນ​ແປ້ນ​ພິມ​ທີ່​ໃຊ້​ປ້ອນ​ຂໍ້​ມູນ​ເຂົ້າໄປ​ໃນ​ຄອມພິວເຕີ​ ມີ​ປຸ່ມ​ຄືກັນ​ກັບ​ເຄື່ອງ​ພິມ​ດີດ,​ ເປັນ​ອຸປະກອນ​ທີ່​ມີ​ໃນ​ເຄື່ອງ​ຄອມພິວເຕີ​ທຸກ​ເຄື່ອງ​ ຈຳນວນ​ປຸ່ມ​ 101 ປຸ່ມ​ຂຶ້ນ​ໄປ.

   ຄີ​ບອດ​ 1 ປຸ່ມ​ຈະ​ມີ​ຕົວ​ອັກສອນ​ຢູ່​ຫຼາຍ​ຕັວ​ ໂດຍ​ປົກກະຕິຈະມີ​ພາສາ​ລາວກໍ່​ຈະ​ມີ​ພາສາ​ອັງ​ກິດ​ປົນ​ຢູ່​ນຳ ​ເພາະ​ສະ​ນັ້ນ ​ໃນ​ 1 ປຸ່ມ​ຈະ​ມີ​ 3 ຕົວ​ອັກສອນ ​ແລະ​ 4 ຕັວ​ອັກສອນ​ສຳລັບ​ປຸ່​ທີ່​ມີ​ຕົວ​ເລກ​ປະສົມ​ຢູ່​ ຫຼັກ​ການ​ໃຊ້​ງານ​ ປົກກະຕິ​ຖ້າ​ເຮົາ​ຈະ​ພິມ​ອັກສອນ​ທີ່​ຢູ່​ເບື້ອງ​ລຸ່ມ​ຂອງ​ແປ້ນພິມ​ ເຮົາ​ພຽງ​ແຕ່ພິມ​ໄປທໍາມະດາໂດຍບໍ່ໄດ້ໃຊ້ປຸ່ມຄວບຄຸມ​ ແຕ່​ຖ້າ​ຕ້ອງ​ການ​ພິມ​ອັກສອນ​ທີ່​ຢູ່​ເບື້ອງເທິງ​ຂອງ​ແປ້ນ​ພິມ​ເຮົາ​ຈຳ​ເປັນ​ຈະ​ຕ້ອງ​ກົດ​ປຸ່ມ​ Shift ຄ້າງ​ໄວ້​ກ່ອນຈຶ່ງຈະ​ພິມ​ໄດ້​ ຫຼື ​ຈະ​ໃຊ້​ Shift Lock ແທນ​ການ​ກົດ​ Shift ຄ້າງ​ກໍ​ໄດ້​ເຊັ່ນ​ກັນ.

1.1. ປະ​ເພດ​ຂອງ​ keyboard ມີ​ຢູ່​ 5 ແບບ
 1. desktop keyboard ເປັນ​ຄີ​ຍ໌ບ​ອ​ດ​ມາດຕະຖານ​ ແບບ​ 101 ປຸ່ມ

 2. desktop keyboard with hot key ເປັນ​ຄີ​ຍ໌ບອດ ທີ່​ມີ​ປຸ່ມ​ພິເສດ​ເພີ່ມ​ເຂົ້າ​ມາ​ຫຼາຍກວ່າ​ແບບ​ມາດຕະຖານ​


 3. wireless keyboard ເປັນ​ຄີ​ຍ໌ບອດ ທີ່ບໍ່​​ສາຍ​ເຊື່ອມ​ຕໍ່​ກັບ​ຄອມພິວເຕີ ​ຜ່ານ​ທາງ​ການ​ເຊື່ອມ​ຕໍ່​ບໍ່ມີສາຍ​


 4. security keyboard ເປັນ​ຄີ​ຍ໌ບອດ​ທີ່​ມີ​ລະບົບຮັກສາ​ຄວາມ​ປອດ​ໄພ
 
5. notebook keyboard ເປັນ​ຄີ​ຍ໌ບອດ​ຂະໜາດ​ນ້ອຍ​ ແລະ ​ບາງ



II. ແບ່ງກຸ່ມແປ້ນພິມຄອມພິວເຕີອອກໄດ້ເປັນ 3 ກຸ່ມຄື: 

 1. ກຸ່ມແປ້ນພິມທີ່ໃຊ້ພິມ ຫຼື ເຄື່ອງໝາຍ ມີທັງພາສາລາວ ແລະ ພາສາອັງກິດ ຫຼື ເອີ້ນວ່າ:  ແປ້ນພິມອັກສອນ.
 2. ກຸ່ມແປ້ນພິມທີ່ໃຊ້ສະແດງໜ້າທີ່ພິເສດ ຫຼື ອາດຈະເອີ້ນວ່າ: Function key ມີອັກສອນ F1-F2 ກໍາກັບສໍາລັບ ແທນຂຽນດ້ວຍຄໍາສັ່ງຢ່າງໃດຢ່າງໜື່ງຢູ່ກັບໂປຣແກຣມ.



3.  ກຸ່ມແປ້ນພິມທີ່ໃຊ້ພິມຈໍານວນຕົວເລກ ຫຼື ເອີ້ນວ່າ: Number key (1-0)
Tab: ໃຊ້ກົດເພື່ອເລື່ອນ 1 ຫຍໍ້ໜ້າ
Space bar: ໃຊ້ກົດເພື່ອເວັ້ນວັກ
Alternate: ໃຊ້ກົດຄູ່ກັບແປ້ນພິມອື່ນໆ ເພື່ອທໍາງານຢ່າງໃດຢ່າງໜື່ງເຊັ່ນ: Alt + X ຄືຈົບເກມ, ກົດ Ctrl + Alt + Delete ເພື່ອ Reset ເຄື່ອງໃໝ່
Back Space: ແປ້ນເລື່ອນຖອຍຫຼັງກົດເພື່ອຍ້ອນກັບໄປທາງຊ້າຍສໍາລັບພິມ ແລະ ລົບອັກສອນທາງຊ້າຍ ທີ່ເລື່ອນໄປຄວບຄຸມແປ້ນພິມລູກສອນຊີ້ໄປທາງຊ້າຍຂວາ ເທິງລຸ່ມ ສໍາລັບຄວບຄຸມການເລື່ອນຕໍາແໜ່ງໄປມາເທິງໜ້າຈໍ.
Delete: ກົດເພື່ອລົບຕົວອັກສອນ ເມື່ອລົບແລ້ວຈະດຶງອັກສອນຢູ່ທາງຂວາມາແທນທີ່. 
Enter: ໃຊ້ເພື່ອລົງແຖວໃໝ່
Escape: ກົດເພື່ອຍົກເລີກການທໍາງານເດີມ ຫຼື ລົບການຫຼິ້ນ
Caps Lock: ກົດແຊ່ໄວ້ເພື່ອພິມຕົວອັນສອນໃຫຍ່
Shift: ກົດຄ້າງໄວ້ ແລ້ວພິມ ເພື່ອທີ່ຈະໄດ້ຕົວອັກສອນໃຫຍ່

Ctrl: ແປ້ນຄວບຄຸມກົດຄ້າງໄວ້ແລ້ວກົດຕົວອັກສອນອື່ນເພື່ອໃຫ້ເກີດການທໍາງານຢ່າງໃດຢ່າງໜື່ງເຊັ່ນ: Ctrl + Alt + Delete ກົດເມື່ອຄອມພິວເຕີຄ້າງ.