Mouse ແມ່ນຫັຍງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


31 มกราคม 2560

Mouse ແມ່ນຫັຍງ


     


    ເມົາ​ສ໌​ (Mouse) ເປັນ​ອຸປະກອນ​ທີ່​ມີ​ລັກສະນະ​ຄ້າຍຄື​ກັບ​ໜູ​​  ຄື​ ມີ​ຫົວ​ ແລະ ​ ຫາງ​ຊຶ່ງ​ເປັນ​ສາຍ​ຕໍ່ໄປ​ຍັງ​ຄອມພິວເຕີ​ທາງ​ດ້ານ​ Mainboard ຂອງ​ເຮົາ ​ໃຊ້​ໃນ​ການ​ຄວບ​ຄຸມ​ ແລະ  ​ບອກ​ຕຳ​ແໜ່ງ​ຂອງ​ຄຳ​ສັ່ງ​ຕ່າງ​ໆ​  ບໍ່​ວ່າ​ຈະ​ເປັນ​ການ​ເລືອກ​ຈາກ​ໄອ​ຄອນ​ ຫຼື ​ເມ​ນູ​ຕ່າງ​ໆ​  ດ້ວຍ​ການ​ຄຣິກ​ທີ່ເບື້ອງໃດໜຶ່ງຂອງເມົາສ໌ ພ້ອມ​ກັນ​ນັ້ນ​ ຍັງ​ໃຊ້​ໃນ​ການ​ເລື່ອນ​ເບິ່ງ​ການ​ສະແດງ​ຜົນ​ໃຫ້​ເຄື່ອນ​ຍ້າຍ​ຕ່າງ​ໆ​ໄດ້ ເ​ຊຶ່ງ​ແລ້ວ​ແຕ່​ວັດ​ຖຸ​ປະສົງ ​ແລະ ​ການ​ເຮັດ​ວຽກງານ​ຂອງ​ໂປ​ແກຣມ​ນັ້ນ​ໆ.


         Mouse ເປັນອີກອຸປະກອນໜຶ່ງ ທີ່ມີຄວາມສຳຄັນຫລາຍໃນການນຳໃຊ້ລະບົບຄອມພິວເຕີ ເພາະມັນເປັນຄື “ມື” ຂອງລະບົບຄອມພິວເຕີ ທີ່ໃຊ້ເພື່ອສັ່ງໂປຣແກຣມຕ່າງໆ ປັດຈຸບັນ Mouse ທີ່ວາງຈຳໜ່າຍໃນທ້ອງຕະຫຼາດນັ້ນ ມີຢູ່ 3 ແບບ ຄື: 

 1.1. ແບບ​ກົນໄກ​ (Mechanical)


     ເມົາ​ສ໌​ ຈະ​ມີ​ລໍ້​ຢາງ​ເປັນ​ລູກ​ກິ້ງ​ຢູ່​ເບື້ອງ​ລຸ່ມ​ ເມື່ອ​ຜູ້​ໃຊ້​ເມົາ​ສ໌​ເລື່ອນ​ເມົາ​ສ໌​ໄປ​ເທິງ​ແຜ່ນ​ຮອງ​ເມົາ​ສ໌​ (Mouse pad) ຫຼື ​ພື້ນ​ໂຕະ​ ຈະ​ເຮັດໃຫ້​ລູກ​ກິ້ງ​ເບື້ອງລຸ່ມ​ໝຸນ ​ແລະ ​ເຮັດໃຫ້​ແກນ​ພາຍ​ໃນ​ຂອງ​ເມົາ​ສ໌​ໝຸນ​ ກໍ​ຈະ​ສົ່ງ​ສັນຍາ​ນເພື່ອ​ບອກ​ໃນ​ການ​ເລື່ອນ​ຕຳແໜ່ງ​ຊີ້​ (Mouse Pointer) ຂອງ​ເມົາ​ສ໌​ໄປ​ຢັງ​ຕຳແໜ່ງ​ທີ່​ຕ້ອງ​ການ​ເທິງ​ຈໍ​ພາບ​ ເມື່ອ​ຕ້ອງ​ການ​ເລືອກ​ສິ່ງ​ຕ່າງ​ໆ​ ເທິງ​ຈໍ​ພາບ​ ເຮັດ​ໄດ້​ໂດຍ​ການ​ກົດປຸ່ມເບື້ອງ​ຊ້າຍ​ ຫຼື ຂວາ​ 1 ເທື່ອ​ (Click) ຫຼື​ 2 ເທື່ອ​ (Double Click) ການ​ເຮັດ​ວຽກງານ​ຂອງ​ເມົາ​ສ໌​ນີ້​ຈະ​ຕ້ອງ​ຄວບ​ຄຸມ​ດ້ວຍ​ໂປຣ​ແກຣມ​ທີ່ເອີ້ນວ່າ:​ Mouse Driver 

1.2. ແບບ​ໃຊ້​ແສງ​ (Optical mouse)


   ເມົາສ໌ແບບໃຊ້ແສງ (Optical) ເປັນແບບທີ່ໃຊ້ແສງສ່ອງລົງໄປທີ່ພື້ນ ແລ້ວສະທ້ອນກັບມາທີ່ຕົວຮັບ ເພື່ອວັດການເລື່ອນຕໍາແໜ່ງ ຖ້າເປັນລຸ້ນໃຫມ່ຈະສາມາດໃຊ້ກັບພື້ນຜິດໄດ້.
 
1.3. ແບບ​ບໍ່ມີ​ສາຍ​ (Wireless Mouse)



    ເປັນ​ Mouse ທີ່​ມີ​ການ​ເຮັດ​ວຽກງານ​ຄືກັບ​ Mouse ທົ່ວ​ໄປ​ພຽງ​ແຕ່​ບໍ່​ມີ​ການ​ໃຊ້​ສາຍ​ໄຟ​ຕໍ່​ອອກ​ມາ​ຈາກ​ຕົວ​ Mouse ເຊຶ່ງ​ Mouse ຊະນິດ​ນີ້​ຈະ​ມີ​ຕົວ​ຮັບ​ ແລະ ​ຕົວ​ສົ່ງ​ສັນຍາ​ນ ເ​ຊຶ່ງ​ທາງ​ດ້ານ​ຕົວ​ຮັບ​ສັນຍາ​ນ​ອາດຈະ​ເປັນ​ຫົວ​ຕໍ່​ແບບ​ PS/ຫຼື​ ແບບ​ USB ທີ່ເອີ້ນວ່າ:​ Thumb USB receiver ເຊຶ່ງ​ໃຊ້​ຄວາມ​ຖີ່​ວິທະຍຸ ​ທີ່​ 27MHz ແລະ​ ປະຈຸບັນ​ໃຊ້​ແບບ​ Nano receiver ຊຶ່ງ​ໃຊ້​ຄວາມ​ຖີ່ວິທະຍຸ ​​ທີ່​ 2.4 GHz.