RAM ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


31 มกราคม 2560

RAM ແມ່ນຫຍັງ

 
     ແຣມ (RAM) ຫຍໍ້ມາຈາກ (Random Access Memory) ແຣມ ຄື​ຫນ່ວຍ​ຄວາມ​ຈຳ​ຫຼັກ​ຂອງ​ຄອມພິວເຕີ (ເປັນ​ຫນ່ວຍ​ຄວາມ​ຈຳ​ແບບ​ຊົ່ວ​ຄາວ​ ຊຶ່ງ​ໝາຍ​ເຖິງ​ຈະ​ສາມາດ​ເຮັດວຽກ​ໄດ້​ກໍຕໍ່ເມື່ອ​ມີກ​ະ​ແສ​ໄຟ​ຟ້າ​ມາ​ຫຼໍ່​ລ້ຽງ​ເທົ່ານັ້ນ ເມື່ອ​ມີ​ການ​ຕັດ​ກະ​ແສ​ໄຟ​ຟ້າ ​ຫລື ​ປິດ​ເຄື່ອງ​ຄອມພິວເຕີ​ ຂໍ້​ມູນ​ໃນ​ RAM ກໍ​ຈະ​ຫາຍ​ໄປ​) RAM ເປັນ​ອົງ​​ປະກອບ​ທີ່​ມີ​ຄວາມ​ສຳຄັນ​ຢ່າງ​ຍິ່ງ​ຕໍ່ປະສິດ​ທິ​ພາບ​ການ​ເຮັດ​ວຽກງານ​ໂດຍ​ທັງຫມົດ​ ທັງຫມົດ​ເຖິງ​ຄວາມ​ໄວ​ໃນ​ການ​ເຮັດ​ວຽກງານ​ຂອງ​ລະບົບ​ຄອມພິວເຕີ​


1. ປະເພດຂອງ RAM:RAM

ປະເພດຂອງ RAM ຈະຖືກຈຳກັດດ້ວຍ Mainboard ທີ່ເຮົາໃຊ້ ໂດຍສາມາດກວດເບິ່ງໄດ້ຈາກຊະນິດຂອງ Chipset ໃນ Mainboard.ໃນປະຈຸບັນ RAM ທີ່ມີໃນທ້ອງຕະຫລາດມີຢູ່ 2 ປະເພດຄື: DDR-SDRAM2 ( Double Data Rate Synchronous Dynamic Random Access Memory 2) ເອີ້ນຫຍໍ້ໆວ່າ  DDR2 RAM ແລະ DDR-SDRAM3 ເອີ້ນຫຍໍ້ໆວ່າ DDR3 RAM ໂດຍ RAM ທັງສອງຊະນິດນີ້ຈະມີຄວາມໄວທີ່ແຕກຕ່າງກັນພໍສົມຄວນ.


⇢ DDR2 ປັດຈຸບັນຍັງມີການນຳໃຊ້ຢູ່ ແຕ່ກໍໃກ້ຈະຫາຍສາບສູນຈາກທ້ອງຕະຫລາດແລ້ວເນື່ອງຈາກການເຂົ້າມາແທນທີ່ຂອງ RAMແບບ DDR3. ຖ້າໃຜຈະຊື້ RAM ປະເພດນີ້ຄົງຕ້ອງພິຈາລະນາດີໆກ່ອນ ເພາະປັດຈຸບັນ RAM ປະເພດນີ້ໄດ້ມີລາຄາທີ່ສູງຂຶ້ນ ເນື່ອງຈາກບໍ່ຄ່ອຍມີການນຳອອກມາຂາຍແລ້ວ ແຕ່ກໍຄືກັບທີ່ໄດ້ກ່າວມາຂ້າງເທິງວ່າ RAM ໄດ້ຖືກຈຳກັດດ້ວຍ Mainboard, ຖ້າຫາກMainboard ຂອງທ່ານຮອງຮັບພຽງແຕ່ RAM ປະເພດນີ້ ກໍບໍ່ຈຳເປັນຕ້ອງໄປເລືອກRAMປະເພດອື່ນອີກ. RAM ປະເພດນີ້ມີຄວາມໄວເລີ້ມຕັ້ງແຕ່ 400 MHz ໄປຈົນເຖິງ 1066 MHz ໃຊ້ແຮງດັນໄຟ 1.8 V.
 DDR3 ເປັນ RAM ທີ່ມີຄວາມນິຍົມສູງໃນປະຈຸບັນເນື່ອງຈາກມີ   ຄວາມໄວສູງ ໂດຍມີຄວາມໄວເລີ່ມແຕ່ 1066Mhz ໄປຈົນ       ເຖິງ 2133MHz ແຖມຍັງໃຊ້ແຮງດັນໄຟພຽງແຕ່ 1.5 V ເທົ່ານັ້ນ.  RAM ປະເພດນີ້ ປັດຈຸບັນມີລາຄາທີ່ນັບວ່າຖືກ ເພາະມີການຜະລິດອອກມາຂາຍເປັນຈໍານວນຫລາຍ ພ້ອມກັນນັ້ນ Mainboard ຫລາຍຊະນິດສ່ວນໃຫຍ່ຕ່າງກໍຮອງຮັບ RAM ປະເພດນີ້ຫມົດແລ້ວ ແຕ່ຖ້າເປັນMainboard ຊະນິດເກົ່າກໍຄົງຈຳໃຈຕ້ອງໄດ້ຫາຊື້ RAM ແບບ DDR2 ຫຼື ແບບທີ່ Mainboard ຮອງຮັບມາໃສ່      ແທນ.  ທີ່ສຳຄັນ RAM ແບບ DDR2 ແລະDDR3 ນັ້ນມີຂາສຽບທີ່ແຕກຕ່າງກັນ 

2. ຂະຫນາດຂອງຫນ່ວຍຄວາມຈຳ. 

ມາດຕະຖານຂະຫນາດຂອງ RAM ໃນປະຈຸບັນທີ່ຕ່ຳສຸດແມ່ນ 1GB ໄປຈົນເຖິງ 4GB ຕໍ່ RAM ຫນຶ່ງອັນ ເນື່ອງຈາກໂປຣແກຣມໃນລະບົບປະຕິບັດການສະໄຫມນີ້ມີຄວາມຕ້ອງການໃນການໃຊ້ຫນ່ວຍຄວາມຈຳທີ່ສູງ. ລະບົບປະຕິບັດການ Windows ຂອງ Microsoft ປະຈຸບັນໄດ້ຖືກແບ່ງອອກເປັນສອງປະເພດຄື ແບບ 32-bit ແລະ 64-bit ເຊິ່ງທີ່ເປັນທີ່ນິຍົມໃຊ້ໃນປະຈຸບັນແມ່ນປະເພດ 32-bit. ລະບົບປະຕິບັດການແບບ 32-bit ນັ້ນຮອງຮັບຂະຫນາດ RAM ສູງສຸດພຽງແຕ່ 4GB ເທົ່ານັ້ນ ດັ່ງນັ້ນຖ້າຫາກທ່ານໃຊ້ລະບົບປະຕິບັດການແບບນີ້ຢູ່ ກໍບໍ່ຈຳເປັນຕ້ອງຊື້ RAM ທີ່ມີຂະຫນາດເກີນ 4GB ມາໃສ່ເພາະບໍ່ມີທາງທີ່ມັນຈະຖືກນຳໃຊ້ຫມົດ ກາຍເປັນວ່າເປັນການສິ້ນເປືອງງົບປະມານໄປເທົ່ານັ້ນ ໂດຍທາງແກ້ກໍຄືປ່ຽນໄປໃຊ້ລະບົບປະຕິບັດການແບບ 64-bit ແທນ.

➤ ເຫດຜົນທີ່ວ່າ ເປັນຫຍັງລະບົບປະຕິບັດການແບບ 32-bit ຈຶ່ງໃຊ້ RAM ໄດ້ພຽງ 4GB ນັ້ນກໍຍ້ອນວ່າ ລະບົບຄອມພິວເຕີ ເກັບຂໍ້ມູນເປັນເລກຖານ 2 ຄືເລກ 1 ແລະ 0 ດັ່ງນັ້ນ ເມື່ອນຳມາໃຊ້ກັບລະບົບປະຕິບັດການແບບ 32-bit ຈຶ່ງສາມາດປະມວນຜົນໄດ້ພຽງເທື່ອລະ 2^32 (ຍົກກຳລັງ32) ຈໄດ້ 4,294,967,296 Bytes ເມື່ອນຳມາຫານໃຫ້ 1024 (ຫລັກການຄຳນວນທາງຄອມພິວເຕີ) ຈະໄດ້:

4,294,967,296 Bytes/1024 = 4,194,304 KBytes
4,194,304 KBytes/1024 = 4,096 MBytes
4,096 MBytes/1024  = 4 GBytes
1.3. ຄວາມໄວ 
      ຄວາມໄວຂອງ RAM ຍັງຖືກກຳນົດດ້ວຍຄ່າຂອງ Timings ເຊິ່ງເປັນການຈັບເວລາການປະມວນຜົນໂດຍຈະມີຫົວຫນ່ວຍເປັນຮອບສັນຍານໂມງເຊິ່ງຄ່າຂອງTimingsປະກອບດ້ວຍ CL- RCD  RP  RAS (ຍົກຕົວຢ່າງ RAM DDR3 ຄວາມໄວ 1333 MHz ມີຄ່າ Timings 9-9-9-24ຈະໄວກວ່າ RAM DDR3 ຄວາມໄວ 1333 MHz ມີຄ່າ Timings 9-9-9-27) ໃນນີ້ທີ່ສຳຄັນກວ່າຫມູ່ແມ່ນຄ່າ CL (CAS Latency) ໂດຍຄ່າ CLນີ້ໃຊ້ບອກວ່າ RAM ນັ້ນຕ້ອງໃຊ້ສັນຍານໂມງຈັກຮອບຈຶ່ງຈະສາມາດອ່ານຂໍ້ມູນໄດ້ສຳເລັດແລ້ວສົ່ງຕໍ່ໄປໃຫ້ຫນ່ວຍປະມວນຜົນກາງ (CPU)ເຊິ່ງຖ້າຫາກຄ່າ CL ເທົ່າກັບ 9 ກໍຫມາຍຄວາມວ່າຕອ້ງໃຊ້ 9 ຮອບສັນຍານໂມງ ເພາະສະນັ້ນ ຄ່າ CL ແຮງນ້ອຍແຮງດີແຕ່ກໍຕ້ອງຂຶ້ນກັບຄວາມໄວຂອງ RAM ພ້ອມ.


🙆 ເທັກນິກໃນການເບິ່ງຄວາມໄວຂອງ RAM 🙆

DDR = Double Data Rate: ອັດຕາການສົ່ງຂໍ້ມູນ ຄິດໄລ່ໂດຍເອົາຄວາມໃວໂມງມາຄູນ 2, ແລະ ເມື່ອເອົາອັດຕາການສົ່ງຂໍ້ມູນມາຄູນ 8 ຈະເທົ່າກັບປະລິມານຂໍ້ມູນທີ່ຖືກສົ່ງໃນແຕ່ລະວິນາທີ ແລະ ຍັງເປັນຊື່ລະຫັດຂອງ RAM ນັ້ນໆອີກນຳ.