▂▃▅▇█▓▒░۞ເລື່ອງ: ພຸດທະປະຫວັດ “ສະບັບຫຍໍ້”۞░▒▓█▇▅▃▂
●▬▬▬▬๑۩۩๑▬▬▬▬▬●
1. ປະຫວັດພຣະພຸດທະເຈົ້າ:
ພຣະນາມເດີມ ໂຄຕວົງ ແລະ ບ້ານເກີດ.
ພະພຸດທເຈົ້າມີພະນາມເດີມວ່າ "ສິດທັດຖະ" ໝາຍເຖິງ ຜູ້ທີ່ສຳເລັດຄວາມມຸ້ງໝາຍແລ້ວ ຫລື ຜູ້ປາດຖະຫນາສິ່ງໃດ
ຄວນໄດ້ສິ່ງນັ້ນ ເປັນພະຣາຊະໂອລົດຂອງ ພະເຈົ້າສຸດໂທທະນະ
ກະສັດຜູ້ຄອງກຸງກະບິນດະພັດ ແຄວ້ນສັກກະ ຊຶ່ງປະຈຸບັນຕັ້ງຢູ່ທາງພາກໃຕ້ຂອງປະເທດເນປານ
ພະຣາຊະມານດາ ຊົງພະນາມວ່າ "ພະນາງສິຣິມະຫາມາຍາ" ຊຶ່ງເປັນພະຣາຊະທິດາຂອງກະສັດຣາຊະສະກຸນໂກລິຍະວົງແຫ່ງກຸງເທວະທະຫະ
ແຄວ້ນໂກລິຍະ.
ເຈົ້າຊາຍສິດທັດຖະຣາຊະກຸມມາຣ ປະສູຕ ເມື່ອ ວັນເພັງ ເດືອນ 6 ກ່ອນ ພ.ສ 80 ປີ ທີ່ສວນອຸທະຍານ ສວນລຸມພິນີວັນ ພາຍໄຕ້ກ້ອງຮົ່ມໄມ້ຮັງ ລະຫວ່າງເມືອງກະບິລະພັດ ກັບ ເມືອງເທວະທະຫະຊາຍແດນຕິດຕໍ່ກັນ (ປະຈຸບັນຄື ເມືອງ ຣຸມມິນເດ ປະເທດເນປານ).
ຊົງດໍາເນີນດ້ວຍພະບາດ
7 ກ້າວ ແລະ ມີດອກບົວເກີດຂື້ນເພື່ອຮອງຮັບພຣະບາດ ພ້ອມເປ່ງພະວາຈາວ່າ: "ເຮົາເປັນເລີດທີ່ສຸດໃນໂລກ ປະເສີດທີ່ສຸດໃນໂລກ
ການເກີດເທື່ອນີ້ ເປັນເທື່ອສຸດທ້າຍຂອງເຮົາ"
●▬▬▬▬๑۩۩๑▬▬▬▬▬●
●▬▬▬▬๑۩۩๑▬▬▬▬▬●
ໄດ້ມີພຣາມທັງ 8 ໄດ້ທຳນາຍວ່າ: ເຈົ້າຊາຍສິດທັດຖະມີລັກສະນະເປັນມະຫາບຸຣຸສ ຄື ຖ້າດໍາລົງຕົນຢູ່ໃນຄອງຄາຣະວາດຈະໄດ້ເປັນຈັກກະພັດ ຖ້າອອກບວດຈະໄດ້ເປັນສາສະດາເອກຂອງໂລກ ແຕ່ໂກນຖັນຍະພຣາມຜູ້ມີອາຍຸນ້ອຍທີ່ສຸດ ໃນຈຳນວນນັ້ນຢືນຢັນໜັກແໜ້ນວ່າ: ພະຣາຊະກຸມມານສິດທັດຖະຈະສະເດັດອອກບວດ ແລະ ຈະໄດ້ຕັສສະຮູ້ເປັນພະພຸດທະເຈົ້າຢ່າງແນ່ນອນ.
●▬▬▬▬๑۩۩๑▬▬▬▬▬●
ຫຼັງຈາກທີ່ປະສູດໄດ້
7
ວັນ ພະນາງສິຣິມະຫາມາຍາກໍໄດ້ສິ້ນພະຊົນ
ຈຶ່ງຊົງຢູ່ໃນຄວາມເບິ່ງແຍງຂອງພະນາງປະຊາບໍດີໂຄຕະມີ ເປັນພະລາຊະທິດາຂອງພຣະເຈົ້າອັນຊະນາທິປະຣາຊ ແຫ່ງກຸງເທວະທະຫະ
ແຄວ້ນໂກລິຍະ ແລະ ເປັນນ້ອງສາວຂອງພຣະນາງສີຣິມະຫາມາຍາ.
ເຈົ້າຊາຍສິທັດຖະຣາຊະກຸມາຣ ເປັນມະຫາບຸຣຸສທີ່ປະເສີດ ມີຄວາມປະເສີດຢູ່ກັບພຣະອົງມາກ່ອນແລ້ວ ແລະ ຄວາມຮູ້ຂອງພະອົງກໍ່ປະເສີດກວ່າຄົນອື່ນທັງປວງ ພຣະອົງຄ໌ ຊົງມີພຣະອາຈາຣຍ໌ຫຼາຍທ່ານ ແລະ ພຣະອາຈາຣຍ໌ ທີ່ຮັບຜິດຊອບປະຈຳພຣະອົງຄ໌ນັ້ນ ຊື່ວ່າ: ພຣະອາຈາຣຍ໌ວິສະວາມິຕ ພຣະອົງຄ໌ຈົບວິຊາກາຣຕ່າງໆ ຕັ້ງແຕ່ອາຍຸ 16 ພັນສາ (ປີ) ເຊິ່ງຍາກຈະຫາບຸຄຄົລໃດສະເຫມີເໝືອນ ພຣະອາຈາຣຍ໌ຂອງພຣະອົງຄ໌ທຸກຄົນ ກໍຍອມຮັບວ່າພຣະອົງຄ໌ ເປັນເລີດກວ່າພຣະອາຈາຣຍ໌ແຕ່ລະຄົນ, ໃນໄລຍະ 16 ພຣະພັນສານັ້ນ ພຣະອົງຄ໌ສຳເລັດ ວິຊາການທາງໂລກ 18 ສາດ ໃນສຳນັກຄູວິສາວາມິດ ໃນນັ້ນລວມທັງຄໍາພີໄຕເວທ ຫຼື ໄຕຣເພທອັນເປັນຄໍາພີຂອງສາສນາ ພຣາມດ້ວຍ.
ພະຜູ້ເປັນພໍ່ບໍ່ປະສົງຈະໃຫ້ເຈົ້າຊາຍສິດທັດຖະອອກບວດ ຈຶ່ງພະຍາຍາມໃຫ້ເຈົ້າຊາຍສິດທັດຖະພົບເຫັນແຕ່ຄວາມສຸກທາງໂລກ ເຊັ່ນ: ສ້າງຜາສາດ 3 ລະດູ ແລະ ເມື່ອອາຍຸ ເມື່ອພຣະຊົນອາຍຸໄດ້ 16 ພັນສາແລ້ວ ພຣະບິດາ ພຣະມາຣດາ ແລະ ພຣະຍາຕວົງໄດ້ເລືອກຄູ່ຄອງໃຫ້ພຣະອົງຄ໌ ໄດ້ອະພິເສກສົມຣົສ ກັບ ພະນາງຍະໂສທະຣາ (ພິມພາ) ຜູ້ເປັນພະທິດາຂອງພະເຈົ້າກຸງເທວະທະຫະ ຊຶ່ງເປັນພະຍາດຝ່າຍພະມານດາ ເມື່ອມີພະຊົນອາຍຸໄດ້ 29 ປີ ພະນາງພິມພາກໍໃຫ້ປະສູດ ຣາຫຸນຣາຊະກຸມມາຣ (ບ່ວງ)
ມື້ໜຶ່ງ ເຈົ້າຊາຍສິດທັດຖະ
ຈຶ່ງຊວນສານຖີຊົງລົດມ້າບະພາດອຸທິຍານເທື່ອນັ້ນ ໄດ້ທອດພະເນດເຫັນຄົນແກ່,
ຄົນເຈັບ, ຄົນຕາຍ ແລະ ນັກບວດ ເອີ້ນວ່າ: ເທວະທູດທັງ 4 (ທູດສະຫວັນ)
ທີ່ແປງກາຍມາ ພະອົງຈຶ່ງຊົງຄິດໄດ້ວ່າ ນີ້ເປັນທຳມະດາຂອງໂລກ
ຊີວິດຂອງທຸກຄົນຕ້ອງຕົກຢູ່ໃນສະພາບເຊັ່ນນັ້ນ ບໍ່ມີໃຜສາມາດຫຼີກລ້ຽງຄວາມເກີດ,
ແກ່, ເຈັບ, ຕາຍໄດ້ ຈຶ່ງຊົງເຫັນວ່າ ຄວາມສຸກທາງໂລກເປັນພຽງພາບມາຍາເທົ່ານັ້ນ
ແລະ ວິທີທີ່ຈະພົ້ນຈາກຄວາມທຸກ ຄື ຕ້ອງຄອງເຮືອນເປັນສະມະນະ ດັ່ງນັ້ນ ພະອົງຈຶ່ງໃຄຣ່ຈະສະເດັດອອກບັນພະຊາ
(ອອກບວດ) ໃນຂະນະທີ່ມີພະຊົນອາຍຸໄດ້ 29 ພັນສາ.
●▬▬▬▬๑۩۩๑▬▬▬▬▬●
●▬▬▬▬๑۩۩๑▬▬▬▬▬●
ຄັ້ງນັ້ນ, ພະອົງຈຶ່ງສະເດັດອອກຈາກພຣະຣາຊະວັງ ອອກຊົງຜະນວຊ ໄປພ້ອມກັບນາຍສັນນະ ສາຣະຖີ ຊຶ່ງຕຽມມ້າພະທີ່ນັ່ງ ນາມວ່າ: ມ້າກັນຖະກະ ເດີນທາງໄປຍັງແມ່ນ້ຳອະໂນມານທີ ກ່ອນຈະປະທັບນັ່ງເທິງກອງຊາຍ ຊົງຕັດພະເມົາລີ (ຜົມທີ່ມີຈຸກ) ດ້ວຍພະຂັນ ແລະ ປ່ຽນຊຸດຜ້າກາສາວະພັດ (ຜ້າຍ້ອມດ້ວຍຣົສຝາດແຫ່ງຕົ້ນໄມ້) ແລະ ໃຫ້ນາຍສັນນະ ນຳເຄື່ອງຊົງກັບພະນະຄອນ ດ້ວຍອະທິຖານຕົນບວດ ເພື່ອສະແຫວງຫາໂມກຂະທັມ (ທາງພົ້ນທຸກ) ສືບຕໍ່ໄປ.
●▬▬▬▬๑۩۩๑▬▬▬▬▬●
ພຣະສິດທັດຖະຣາຊະກຸມມາຣ ພາຍຫຼັງທີ່ໄດ້ອະທິຖານຜະນວຊແລ້ວ ພຣະອົງກໍໄດ້ໄປຮໍ່າຮຽນນໍາພຣະຣືສີມີຊື່ວ່າ: ອາຣະຣາດາບົສ ກາລາມະໂຄຕ ແລະ ອຸທະກະດາບົສ ຣາມະບຸຕ ຈົນຈົບວິຊາໄຕຣເພທ (ເວທຍ໌) ຂອງສາສນາພຣາມ ຈົນໄດ້ຍານສະມາບັຕ ອັນເປັນຄວາມຮູ້ສຸດຍອດຂອງສາສນາພຣາມແລ້ວ ພຣະອົງຄ໌ຊົງມາພິຈາຣະນາວ່າ ຄວາມຮູ້ນີ້ຍັງບໍ່ທັນ ເປັນສິ່ງທີ່ພົ້ນທຸກຂ໌ໄດ້ ຈຶ່ງປ່ຽນວິທີການໃໝ່ ຈຶ່ງໄດ້ທຳການເດີນທາງມຸ້ງໜ້າໄປເຖິງ ແມ່ນໍ້າ ເນຣັນຊະຣາ ບ້ານ ອຸຣຸເວຣາເສນານິຄົມ ຕາແສງ ອຸຣຸເວຣາເສນານິຄົມ (ລັດພິຫານ ແຂວງ ຄະຍາ ປະເທດອິນເດຍ) ຈຶ່ງເລີ່ມຄົ້ນຄວ້າ ແລະ ສຶກສາທັມດ້ວຍຕົນເອງ ຈົນເຖິງ ເດືອນ 6 ເພັງ.
ພຣະມະຫາບຸຣຸສ ເມື່ອພຣະອົງຄ໌ຕັ້ງພຣະທັຍບໍາເພັງພຽນແລ້ວ ພຣະອົງຄ໌ກໍ່ໄດ້ທໍາຈິຕຂອງຕົນ ໃຫ້ສະອາດດີແລ້ວ ທໍາຄວາມປາຖະນາໃຫ້ເຖິງພ້ອມ ຈົນມາເຖິງ ວັນ ເພັງ ເດືອນ 6 ຫຼັງຈາກພຣະອົງຄ໌ຮັບ ເຂົ້າມະທຸປາຍາດ ພ້ອມຖາດທອງຄຳ ຈາກນາງສຸຊາດາ ແລ້ວ ຫຼັງຈາກທີ່ພຣະອົງສັນເຂົ້າມະທຸປາຍາດສໍາເລັດແລ້ວ ກໍ່ໄດ້ເອົາຖາດທອງຄຳນັ້ນ ລົງໄປທີ່ແຄມແມ່ນໍ້າ ເນຣັນຊະຣາ ພຣະອົງຄ໌ກໍ່ໄດ້ໄຫຼຖາດທອງຄຳລົງສູ່ແມ່ນໍ້າ ຫລັງຈາກນັ້ນ ພຣະອົງກໍ່ໄດ້ຕັ້ງຈິດອະທິດຖານວ່າ: ຫາກພຣະອົງຄ໌ຈະຕັສຮູ້ໃນຄໍ່າຄືນວັນນີ້ ຂໍໃຫ້ຖາດຄຳນີ້ ຂໍຈົ່ງລອຍຂຶ້ນທວນກະແສນໍ້າ ແລະ ແລ້ວຖາດນັ້ນກໍລອຍທວນກະແສນໍ້າຂຶ້ນໄປດັ່ງຄວາມປາຖນາ ຕາມຄວາມປະສົງຂອງພຣະອົງຄ໌ ແລະ ມີຄວາມຕັ້ງໃຈວ່າ: ຈະປະຕິບັຕຕົນຈົນສຳເລັດທັມໃນຄໍ່າຄືນນີ້ ຫຼັງຈາກນັ້ນ ພຣະອົງຄ໌ກໍໄດ້ຮັບການຖວາຍຫຍ້າຄາ 8 ກຳຈາກໂສຕຖີຍະພຣາມ ພຣະອົງຄ໌ກໍໄດ້ເອົາຫ້ຍາຄານັ້ນ ມາປູລວດເປັນບັນລັງ ໃນຮົ່ມຕົ້ນໄມ້ປ່າແປ້ງ (ຕົ້ນໂພທິ) ແຄມ ນໍ້າແມ່ ເນຣັນຊະຣາ (ເອີ້ນວ່າ: ພຸທທະຄະຍາ).
ຄັ້ງນັ້ນ,
ພະອົງຊົງປະທັບນັ່ງຂັດສມາທິ ໃຕ້ຕົ້ນພະສະຣີມະຫາໂພທິ ທີ່ ອຸຣຸເວລາເສນານິຄົມ
ເມືອງພາຣານສີ ຫັນໜ້າໄປທາງທິດຕະເວັນອອກ ແລະ ຕັ້ງຈິດອະທິຖານດ້ວຍຄວາມແນ່ວແນ່ວ່າ:
“ເມື່ອໃດທີ່ຍັງບໍ່ບັນລຸສັມມາສັມໂພທິຍານ
ກໍຈະບໍ່ລຸກຂຶ້ນຈາກສະມາທິບັນລັງ” ຈົນເວລາຜ່ານໄປໃນທີ່ສຸດ ພະອົງຊົງບັນລຸຮູບຊານ ຄື:
⇨ ຍາມຕົ້ນ ຫລື ປະຖົມມະຍາມ ຊົງບັນລຸປຸພເພນິວາສານຸສະຕິຍານ ຄື: ສາມາດລະນຶກຊາດໄດ້
⇨ ຍາມສອງ ທາງບັນລຸຈຸຕູປະປາຕະຍານ (ທິບປະຈັກຂຸຍານ) ຄື: ຮູ້ເລື່ອງການເກີດການຕາຍຂອງສັດທັງຫຼາຍວ່າ ເປັນໄປຕາມກຳທີ່ກຳນົດໄວ້
⇨ ຍາມສາມ ຊົງບັນລຸອາສະວັກຂະຍະຍານ ຄື: ຄວາມຮູ້ທີ່ເຮັດໃຫ້ສິ້ນອາດວະ ຫລື ກິເລດ ດ້ວຍອຣິຍສັດ 4 ໄດ້ແກ່: ທຸກຂ໌, ສມຸທັຍ, ນິໂຣທ, ມັກ ແລະ ໄດ້ຕັສສະຮູ້ດ້ວຍພະອົງເອງ ເປັນພະສັມມາສັມພຸດທເຈົ້າ ແລະ ເປັນສາສະດາເອກຂອງໂລກ ວັນທີພະສັມມາສັມພຸດທເຈົ້າຕັສສະຮູ້ນັ້ນ ກົງກັບ ວັນເພັງ ເດືອນ 6 ຂະນະທີ່ມີພະຊົນອາຍຸໄດ້ 35 ພັນສາ.
8. ປະຫວັດພຣະພຸດທະເຈົ້າ: ປະຖົມມະເທສນາ
●▬▬▬▬๑۩۩๑▬▬▬▬▬●
⇨ ຍາມຕົ້ນ ຫລື ປະຖົມມະຍາມ ຊົງບັນລຸປຸພເພນິວາສານຸສະຕິຍານ ຄື: ສາມາດລະນຶກຊາດໄດ້
⇨ ຍາມສອງ ທາງບັນລຸຈຸຕູປະປາຕະຍານ (ທິບປະຈັກຂຸຍານ) ຄື: ຮູ້ເລື່ອງການເກີດການຕາຍຂອງສັດທັງຫຼາຍວ່າ ເປັນໄປຕາມກຳທີ່ກຳນົດໄວ້
⇨ ຍາມສາມ ຊົງບັນລຸອາສະວັກຂະຍະຍານ ຄື: ຄວາມຮູ້ທີ່ເຮັດໃຫ້ສິ້ນອາດວະ ຫລື ກິເລດ ດ້ວຍອຣິຍສັດ 4 ໄດ້ແກ່: ທຸກຂ໌, ສມຸທັຍ, ນິໂຣທ, ມັກ ແລະ ໄດ້ຕັສສະຮູ້ດ້ວຍພະອົງເອງ ເປັນພະສັມມາສັມພຸດທເຈົ້າ ແລະ ເປັນສາສະດາເອກຂອງໂລກ ວັນທີພະສັມມາສັມພຸດທເຈົ້າຕັສສະຮູ້ນັ້ນ ກົງກັບ ວັນເພັງ ເດືອນ 6 ຂະນະທີ່ມີພະຊົນອາຍຸໄດ້ 35 ພັນສາ.
8. ປະຫວັດພຣະພຸດທະເຈົ້າ: ປະຖົມມະເທສນາ
●▬▬▬▬๑۩۩๑▬▬▬▬▬●
ຫຼັງຈາກພະສັມມາສັມພຸດທເຈົ້າຕັສສະຮູ້ແລ້ວ ຊົງພິຈາລະນາທັມທີ່ພະອົງຕັສສະຮູ້ມາເປັນເວລາ 7 ອາທິດ ແລະ ຊົງເຫັນວ່າ: ພຣະທັມນັ້ນ ຍາກຕໍ່ບຸກຄົນທົ່ວໄປທີ່ຈະເຂົ້າໃຈ ແລະ ປະຕິບັດໄດ້ ພະອົງຈຶ່ງຊົງພິຈາລະນາວ່າ: ບຸກຄົນໃນໂລກນີ້ມີຫຼາຍຈຳພວກ ປຽບສະເຫມືອນດ່ັງບົວ 4 ເຫຼົ່າທີ່ມີທັງຜູ້ທີ່ສອນໄດ້ງ່າຍ ແລະ ຜູ້ທີ່ສອນໄດ້ຍາກ ພະອົງຈຶ່ງຊົງລະເລິກເຖິງ ອາລາລະດາບົສ ແລະ ອຸທະກະດາບົສ ຜູ້ເປັນພະອາຈານ ຈຶ່ງຫວັງສະເດັດໄປໂປດ ແຕ່ທັງສອງທ່ານເສຍຊີວິດແລ້ວ ພະອົງຈຶ່ງຊົງລະນຶກເຖິງປັັນຈະວັກຄີ ທັງ 5 ທີ່ເຄີຍມາເຝົ້າຮັບໃຊ້ ຈຶ່ງໄດ້ສະເດັດໄປໂປດປັນຈະວັກຄີ ທີ່ ປ່າອິສິປະຕະນະມະຖະຄະທາຍະວັນ
ໃນກາລນີ້ ພະໂກນຖັນຍະໄດ້ທຳຈັກສຸ ຄື ດວງຕາເຫັນທັມເປັນຄົນທໍາອິດ ພະພຸດທະອົງຄ໌ຈຶ່ງຊົງເປ່ງວາຈາວ່າ: "ອັນຍາສິ ວະຕະໂກຍະທັນໂຍ" ແປວ່າ: ໂກນຖັນຍະໄດ້ຮູ້ແລ້ວ ທ່ານໂກນທັນຍະ ຈຶ່ງໄດ້ສາຍາວ່າ: ອັນຍາໂກນທັນຍະ ແລະ ໄດ້ຮັບການບວດເປັນພະສົງຄ໌ອົງຄ໌ທໍາອິດ ໃນພະພຸດທະສາດສະຫນາ ໂດຍເອີ້ນການບວດທີ່ພະພຸດທເຈົ້າບວດໃຫ້ວ່າ: "ເອຫິພິກຂຸອຸບສັມປທາ"
ທັມມະເທສນາກັນທໍາອິດທີ່ພະອົງຊົງສະແດງທັມຄື:
"ທັມມະຈັກກັປປະວັຕຕະນະສູຕ" ແປວ່າ: ສູຕຂອງການໝຸນວົງລໍ້ແຫ່ງພະທັມໃຫ້ເປັນໄປ ຊຶ່ງຖືເປັນການສະແດງພະທຳເທດນາເທື່ອແຮກ ໃນວັນເພັງ
ຂຶ້ນ 15 ຄ່ຳ ເດືອນ 8 ກົງກັບ ວັນອາສາຣະຫະບູຊາ
10. ປະຫວັດພຣະພຸດທະເຈົ້າ: ກໍ່ຕັ້ງສາສນາ
ໃນປີຕໍາອິດ ພຣະຣາຊາຊື່ວ່າ: ພຣະເຈົ້າພິມພິສານ
ຜູ້ເປັນພຣະເຈົ້າແຜ່ນດິນ ເມືອງມະຄົດ ເວລານີ້ເອີ້ນວ່າ: ປະຕະນະ ໄດ້ຖວາຍສວນໄມ້ໄຜ່ແກ່ພຣະອົງຄ໌ໃຫ້ເປັນອາຮາມ
ເພື່ອທຳເປັນວັດ ສຳລັບຢູ່ຂອງພຣະອົງຄ໌ພອ້ມດ້ວຍພຣະສົງຄ໌ ມີຊື່ວ່າ: ວັດເວຣຸວັນ
(ຄືສວນໄມ້ໄຜ່) ເປັນວັດທໍາອິດໃນພຣະພຸດທະສາສນາ ແລະ
ໃນຕອນທ້າຍນີ້ນັ້ນເອງ ເປັນວັນເພັງ ເດືອນສາມມາຄະບູຊາ ພຣະພຸທອົງຄ໌ໄດ້ວາງຫຼັກສາສນາໄວ້ໂດຍການສະແດງໂອວາທພຣະປະຕິໂມກໃນລະຫວ່າງກາງພຣະອໍຣະຫັນຕ໌
ທັງຫຼາຍ 1,250 ອົງຄ໌ ທີ່ ວັດພຣະເວຣຸຸວັນນັ້ນເອງ.
ທັງຫຼາຍ 1,250 ອົງຄ໌ ທີ່ ວັດພຣະເວຣຸຸວັນນັ້ນເອງ.
ຫຼັກຄໍາສັ່ງສອນຂອງສາສນາມີດັ່ງນີ້:
1.
ລະຄວາມຊົ່ວທັງຫຼາຍທັງປວງ.
2. ກະທໍາຄວາມດີທັງຫຼາຍທັງປວງ.
3. ທຳໃຫ້ຈິຕໃຈຜ່ອງໃສ
2. ກະທໍາຄວາມດີທັງຫຼາຍທັງປວງ.
3. ທຳໃຫ້ຈິຕໃຈຜ່ອງໃສ
ຕໍ່ມາພະພຸດທະເຈົ້າໄດ້ເທສນາທັມໂປຣດແກ່ຍະສະກຸລະບຸດ ລວມທັງເພື່ອນຂອງຍະສະກຸລະບຸດ ຈົນໄດ້ສຳເລັດເປັນພະອໍຣະຫັນຕ໌ທັງໝົດ ທັງຫມົດ 60 ຮູບ
ພະພຸດທເຈົ້າຊົງມີພະຣາຊະປະສົງຈະໃຫ້ມະນຸດໂລກພົ້ນທຸກ
ພົ້ນກິເລສ ຈຶ່ງຕັສຮຽກສາວົກທັງ 60 ຮູບ ມາປະຊຸມກັນ ແລະ ຕັສໃຫ້ພະສາວົກ 60 ຮູບ ຈາຣິກແຍກຍ້າຍກັນເດິນທາງໄປປະກາດສາດສະຫນາ 60 ແຫ່ງ ໂດຍລຳພັງ ໃນເສັ້ນທາງທີ່ບໍ່ຊ້ຳກັນ ເພື່ອໃຫ້ສາມາດເຜຍແຜ່ພະພຸດທະສາດສະຫນາໄດ້ໃນຫຼາຍພື້ນທີ່ຢ່າງຄອບຄຸມ
ສ່ວນພະອົງເອງໄດ້ສະເດັດໄປສະແດງທັມ ທີ່ ຕາແສງອຸຣຸເວລາ ເສນານິຄົມ
ຕະຫຼອດໄລຍະເວລາ
45 ປີ ພຣະພຸທອົງຄ໌ໄດ້ປະກາດຄວາມຈິງຄື: ທັມມະ ທີ່ພົ້ນຈາກຄວາມທຸກໃຫ້ແກ່ຊາວໂລກຢ່າງກວ້າງຂວາງ
ພ້ອມທັງໄດ້ປະກາດກົດແຫ່ງການກະທຳ ຄວາມດີ, ຄວາມຊົ່ວ ແລະ
ທຳໃຫ້ຈິດໃຈຜ່ອງໃສອັນເປັນຫຼັກຊີວິດທຸກໆຄົນ ແລະ ໄດ້ປະກາດລົບລ້າງຄວາມບໍ່ຮູ້ເທົ່າເຖິງການ
ອັນຈັກນຳສັພພະສັຕວ໌ໃຫ້ຕົກທຸກໄດ້ຍາກ ແລ້ວພຣະອົງກໍໄດ້ຈູດໂຄມໄຟ ອັນເປັນແສງສະຫວ່າງທີ່ຈະນຳສັພພະສັດໃຫ້ພົ້ນຈາກທຸກໄດ້
ພ້ອມທັງເກີດຄວາມຮົ່ມເຢັນເປັນສຸກຈາກວັນນັ້ນ ຢູ່ຕລອດມາ ຈົນເຖິງ ທຸກວັນນີ້.
ພຣະສັມມາສັມພຸດທະເຈົ້າໄດ້ສະເດັສໂປຣດສັດ
ແລະ ສະແດງພຣະທັມເທສນາ ຕະຫລອດໄລຍະເວລາ 45 ພັນສາ ຊົງສະດັບວ່າ:
ອີກ 3 ເດືອນຂ້າງໜ້າຈະປຣິນິພພານ
ຈຶ່ງໄດ້ຊົງປົງອາຍຸສັງຂານ ຂະນະນັ້ນ ພະອົງໄດ້ປະທັບຈຳພັນສາ ທີ່ ເວລຸຄາມ
ໃກ້ເມືອງເວລາສີ ແຄວ້ນວັດຊີ ໂດຍກ່ອນສະເດັຈດັບຂັນປະຣິນິພພານ 1 ວັນ ພະອົງໄດ້ສະເຫວີຍສຸກມັດທະວະ
ທີ່ອຸບາສົກຈຸນທະເຮັດຖວາຍ ແຕ່ເກີດອາພາດລົງ ພະອົງຕັສວ່າ: “ບິນທະບາດທີ່ມີອານິສົງຄ໌ທີ່ສຸດ ມີ 2 ປະການ ຄື: ເມື່ອຕະຖາຄົທ
(ພຸດທະອົງຄ໌) ສະເຫວີຍບິນທະບາດແລ້ວຕັສຮູ້ ແລະ ປະຣິນິພພານ” ແລະ ມີພະດຳລັດວ່າ: "ໂຢ ໂວ ອານົນທ໌ ທັມມະ ຈະວິນໂຍ ມະຍາ ເທສິໂຕ ປັນຍະຕະໂຕ ໂສ ໂວ ມະມັຈຈະເຍນະ ສະຕະຖາ" ແປວ່າ: "ເບິ່ງກ່ອນອານົນທ໌ ທຳ ແລະ ວິນັຍອັນທີ່ເຮົາສະແດງແລ້ວ ບັນຍັດແລ້ວແກ່ນາງທັງຫຼາຍ ທຳວິນັຍນັ້ນ ຈັກເປັນສາດດາຂອງທ່ານທັງຫຼາຍ ເມື່ອເຮົາລ່ວງລັບໄປແລ້ວ"
●▬▬▬▬๑۩۩๑▬▬▬▬▬●
______________ແຫລ່ງອ້າງອິງຈາກ:
http://buddhahistory.blogspot.com/2011/09/blog-post.html
●▬▬▬▬๑۩۩๑▬▬▬▬▬●
______________ແຫລ່ງອ້າງອິງຈາກ:
http://buddhahistory.blogspot.com/2011/09/blog-post.html
ไม่มีความคิดเห็น:
แสดงความคิดเห็น