1.ພຣະເຕເມ
(ຊາດທີ່ຍິ່ງດ້ວຍ
ເນກຂັມມະ ປາຣະມີ)
ເປັນເວລາອັນເຫິງນານມາແລ້ວ
ຍັງມີພະລາຊາຜູ້ຍິ່ງໃຫຍ່ອົງໜຶ່ງ ຊື່ວ່າ: ເຈົ້າກາສິກະລາດ
ຜູ້ເປັນເຈົ້າປົກຄອງເມືອງພະລານະສີ ພ້ອມດ້ວຍມະເຫສີຜູ້ມີພະນາມວ່າ
ພຣະນາງຈັນທາເທວີ.
ເຖິງວ່າກະສັດອົງນີ້ຈະມີມະເຫສີທີ່ງາມເລີດພ້ອມດ້ວຍສະໜົມເປັນຈຳນວນຫລາຍກໍຕາມແຕ່ກໍຍັງບໍ່ມີຄວາມສຸກຍ້ອນວ່າບໍ່ມີ
ໂອລົດ ຫລື ທິດາທີ່ຈະມາສືບເຊື້ອແທນແນວ. ມາວັນໜຶ່ງຊາວເມືອງທັງຫລາຍຮີບຮ້ອນໃຈຢ້ານຣາດຊະວົງຈະສູນສິ້ນບໍ່
ມີຜູ້ສືບແທນຕໍ່ໄປຈຶ່ງກາບທູນໃຫ້ພະອົງເຮັດພິທີບວງສວງສັງເວີຍ
ເທບທິດາຟ້າດິນເພື່ອຂໍບຸດໂດຍທົ່ວກັນ.
ແຕ່ປາກົດວ່າບໍ່ມີໃຜຈະໄດ້ສົມປະສົງຈັກຄົນ.
ສ່ວນນາງຈັນທາເທວີ ຜູ້ເປັນອັກຄະມະເຫສີໄດ້ຖືປະຕິສົນທິແຕ່ພຽງຜູ້ດຽວ.ໂດຍແມ່ນເທບພະ
ບຸດຜູ້ທີ່ເຄີຍເປັນເຈົ້າກຸງພະລານະສີມາກ່ອນ. ເມື່ອເຈົ້າກາ
ສິກະລາດຊົງຊາບກໍ່ປື້ມປິຕິຍິນດີເປັນຢ່າງຍິ່ງເມື່ອຄົບ 10 ເດືອນ ນາງກໍໄດ້ປະສູດໂອຣົດອອກມາ ພ້ອມດ້ວຍເມຍຂອງເຫຼົ່າອຳມາດທັງ 500 ຄົນກໍປະສູດບຸດພ້ອມກັບນາງຈັນທາເທວີ, ພະເຈົ້າກາສິກະລາດຈິ່ງເອົາກຸມມານເຫຼົ່ານັ້ນມາເປັນເພື່ອນຂອງໂອລົດ
ຕົນທັງໝົດພ້ອມກັບເອົານາງນົມມາລ້ຽງເຖິງ65ຄົນ.
ຈາກນັ້ນພະອົງກໍໃຫ້ໂຫນຣາຈານທັງ ຫລາຍມາໃສ່ຊື່ໃຫ້ໂອຣົດ.
ໂຫຣາຈານທູນພະຍາກອນວ່າເປັນຜູ້ຊົງບຸນຍາທິການອັນປະເສີດອາດເປັນ
ພະຣາຊາທິລາດເຖິງ 4ທະວີບທັງຈະບໍ່ມີອັນຕະລາຍມາພ້ອງພານດ້ວຍ, ດັ່ງນັ້ນໃນການທີ່ພຣະຣາດຊະກຸມມານປະສູດມີຝົນຕົກທົ່ວລາຊະອານາຈັກ
ໃຫ້ຄວາມຊຸ່ມເຢັນແກ່ຄົນ, ສັດ ແລະ
ພືດຕ່າງໆໂຫຣາຈານຈິ່ງພ້ອມກັນຖວາຍພຣະນາມວ່າ: ພຣະເຕເມ.
ເມື່ອອາຍຸໄດ້ 11ເດືອນ
ພຣະເຕເມພ້ອມດ້ວຍນາງນົມທັງຫຼາຍມາເຂົ້າເຝົ້າພະລາດຊະບິດາ, ເມື່ອນັ້ນພຣະເຕເມເຫັນພໍ່ຂອງຕົນຕັດສັ່ງໃຫ້ລົງໂທດອາຍາແກ່ໂຈນ ທັງ 4, ຈິ່ງນຶກໄດ້ວ່າ: ໂອ!
ພະລາດຊະບິດາຂອງເຮົາຕ້ອງໄປສະເຫວີຍທຸກຢູ່ທີ່ນະຣົກແນ່ນອນ.ຄັນແລ້ວເມື່ອກັບທີ່ຂອງຕົນເອງ
ຈຶ່ງລະລຶກຊາດປາງກ່ອນຂອງຕົນເອງໄດ້ວ່າ
ໃນຊາດອາດີດຕະການຕົນເຄີຍເປັນເຈົ້າຄອງນະຄອນແຫ່ງນີ້ ແລະ
ໄດ້ເຫັນພໍ່ຂອງຕົນຕັດສິນອາຍາແກ່ໂຈນນັ້ນອີກອັນເປັນເຫດໃຫ້ເຮົາ
ໄປຕົກນະຣົກແນ່ນອນ.
ເມື່ອຊົງດຳຣິເຊັ່ນນັ້ນຈິ່ງສະດຸ້ງຕື່ນຢ້ານກວາເປັນຍິ່ງໜັກ
ແລ້ວຈິ່ງຄິດຕໍ່ໄປວ່າເຮັດແນວໃດນໍເຮົາຈິ່ງຈະພົ້ນຈາກລາດຊະ ມົນທຽນແຫ່ງນີ້.
ຄາວໜຶ່ງກໍ່ມີເທບພະທິດາຜູ້ເຄີຍເປັນແມ່ຂອງພະອົງໃນຊາດ
ປາງກ່ອນປະກົດຕົວອອກມາແລ້ວຕັດໃຫ້ຄຳແນະນຳວ່າ:
ໃຫ້ທຳຕົນເປັນຄົນເປ້ຍລ່ອຍງ່ອຍງະບ້າໃບ້
ແລ້ວເຂົາກໍຈະເຂ່ຍອອກລາດສົມບັດໄປດັ່ງປະສົງແທ້ແລ້ວ.ຕໍ່ນັ້ນມາລາດຊະກຸມມານກໍບໍ່ສະແດງອາການໃດໆທັງສິ້ນ
ແມ້ກະທັ້ງຢາກນົມກໍ່ບໍ່ຮ້ອງບໍ່ໄຫ້ ແລະ
ກໍ່ບໍ່ເຄື່ອນໄຫວໃດໆທັງສິ້ນຈົນນາງນົມທັງຫລາຍລົງຄວາມເຫັນວ່າ
ເປັນຄົນເປ້ຍລ່ອຍງ່ອຍໃບ້, ດັ່ງນັ້ນຈິ່ງທົດລອງໃຫ້ສະເຫວີຍນົມທິບເປັນເວລາ
1 ປີກໍຍັງຄົງເຊັ່ນນັ້ນ. 2 ປີ ຕໍ່ມາທົດລອງດ້ວຍການເອົາເຂົ້າໜົມມາອອຍ ກໍຍັງເຊັ່ນເຄີຍ
ບໍ່ມີທ່າທີໃດໆ. 3 ປີທົດລອງດ້ວຍຜົນລະໄມ້. 4 ທົດລອງດ້ວຍຂອງຫລິ້ນ. 5 ປີ
ທົດລອງດ້ວຍດົນຕີມະໂຫລີຕ່າງໆ ແຕ່ກຸມມານກໍຍັງບໍ່ສົນພະໄທ. 6 ປີ ທົດລອງດ້ວຍການເອົາກຸມມານ ແລະ ເດັກທັງ 500 ຄົນໄປໄວ້ເຮືອນໃບລານ ແລ້ວຈູດໄຟຂຶ້ນ, ເດັກນ້ອຍຄົນອື່ນແລ່ນໜີອອກມາໝົດ ແຕ່ກຸມມານຍັງນິ້ງເສີຍ. 7 ປີ ທົດລອງດ້ວຍຊ້າງຕົກມັນ. 8 ປີ
ທົດລອງດ້ວຍໃຫ້ງູກ້ຽວພັນ.
ເຖິງວ່າພະລາຊາຜູ້ເປັນພໍ່ຈະໃຫ້ການທົດລອງດ້ວຍວິທີການຕ່າງໆນາ
ເຊິ່ງອັນເປັນຜົນຮ້າຍໃຫ້ແກ່ກຸມມານແຕ່ກຸມມານກໍຍັງນິ້ງເສີຍ.
ຈົນມາຮອດອາຍຸໄດ້ 14 ປີ ພະລາຊາ
ກໍຍັງບໍ່ລົດລະຄວາມພະຍາຍາມຈິ່ງທົດລອງດ້ວຍໃຫ້ໄປນອນເກືອກ
ກົ້ວອຸດຈະລະ. ອາຍຸ 15 ປີ ໃຫ້ໄປນອນເທິງແທ່ນທີ່ມີຖ່ານໄຟແຕ່ພະກຸມມານກໍຍັງອົດກັ້ນໄດ້.ຈົນລ່ວງເຂົ້າອາຍຸໄດ້ 16 ປີ ຕອນນີ້ພະກຸມມານເປັນໜຸ່ມແລ້ວພະລາຊາຈິ່ງ
ໃຫ້ເອົາສາວທີ່ສວຍທີ່ສຸດຫລາຍຕໍ່ຫລາຍຄົນມາປະເລົ້າປະລົມແຕ່
ສຸດທ້າຍກໍບໍ່ໄດ້ຜົນອີກເຊັ່ນເຄີຍ. ພະເຈົ້າກາສິກະລາດຈິ່ງໄດ້ໃຫ້ໂຫຣາຈານມາທຳນາຍອີກຄັ້ງ
ໂຫຣາຈານຈິ່ງຕັດວ່າ
ຖ້າຂືນລ້ຽງໄວ້ຈະເປັນກາລະກີຈະເກີດອາເພດຂຶ້ນສາມປະການ: ໜຶ່ງ
ຈະເປັນອັນຕະລາຍແກ່ພະຊົນຊີບຂອງພະອົງ ສອງ
ຈະເປັນອັນຕະລາຍແກ່ເສດຕະສັດຂອງພະອົງ ແລະ ສາມ
ແມ່ນອັນຕະລາຍແກ່ມະເຫສີຂອງພະອົງ ເມື່ອເປັນເຊັ່ນນັ້ນພະລາຊາຈິ່ງ
ຕັດສັ່ງຂັບໄລ່ໜີອອກຈາກວັງແຕ່ນາງຈັນທາເທວີຈິ່ງອ້ອນວອນຂໍໄວ້
ຖ້າຈະຂັບໄລ່ໄສສົ່ງກໍຂໍໃຫ້ລູກຂອງຕົນເອງໄດ້ສະເຫວີຍລາດໄດ້7 ປີກ່ອນ. ແຕ່ພະລາຊາບໍ່ຍອມ. ມະເຫສີກໍບໍ່ລົດລະຄວາມພະຍາມ,ດ້ວຍເຫດນັ້ນພະລາຊາຈິ່ງຕັດໃຫ້ສະ ເຫວີຍ ລາດພຽງ 7ວັນ ຕາມຄຳອ້ອນວອນຂອງມະເຫສີ.
ຕໍ່
ມາພະຊາລາຊາກໍໄດ້ທຳພິທີລາຊາພິເສກໃຫ້ແກ່ກຸມມານຂອງຕົນ
ຈົນເຖິງວັນຖ້ວນເຈັດແຫ່ງການຄອງລາດຊະສົມບັດ ແລະ
ເປັນວັນແຫ່ງຄວາມຕາຍຂອງພະເຕເມກໍມາເຖິງ. ນາຍສຸນັນ ສາຣະຖີ
ໄດ້ຮັບລາດຊະອົງການໄປຝັງເສຍທີ່ປ່າຊ້າຜີດິບ
ຕາມຄຳແນະນຳຂອງໂຫຣາຈານແຕ່ເຊົ້າໆ ທ່າມກາງສຽງຮ້ອງໄຫ້ອາໄລອາ ວອນຂອງຜູ້ເປັນແມ່.
ເມື່ອນາຍສາຣະຖີຂັບລົດອອກມາແທນທີ່ຈະໄປທາງທິດຕາເວັນຕົກກັບໄປ
ທາງທິດຕາເວັນອອກ. ເມື່ອຣົດຂອງກຸມມານພົ້ນຈາກປະຕູເມືອງ ກໍປື້ມພະໄທ
ຄວາມປະສົງຂອງເຮົາໄດ້ມາເຖິງທີສຸດແລ້ວ. ຝ່າຍນາຍສາຣະຖີຂັບລົດມາໄກແລ້ວ
ກໍແວະເຂົ້າປ່າຊ້າອີກແຫ່ງໜຶ່ງທີ່ບໍ່ແມ່ນປ່າຊ້າຜີດິບ,ແລ້ວລົງ ຈາກລົດໄປຂຸດຂຸມເພື່ອທີ່ຈະຈັດການຝັງສົບຂອງເຕເມກຸມມານ.
ພະເຕເມກໍທົດລອງເຄື່ອນໄຫວທຸກສ່ວນຂອງຮ່າງກາຍເບິ່ງເມື່ອເຫັນ
ວ່າຍັງໃຊ້ການໄດ້ຢູ່ຈິ່ງໂດດລົງຈາກລົດ ແລ້ວມຸ່ງໜ້າໄປຫານາຍສາຣະຖີ
ແລ້ວຖາມວ່າ : ທ່ານຂຸດຂຸມສີ່ຫຼ່ຽມນີ້ເພື່ອອັນໃດ? ນາຍສາຣະຖີຈິ່ງຕອບວ່າ ຈະຝັງສົບ ພຣະກຸມມານບ້າໃບ້
ພ້ອມທັງແຫງນໜ້າຂຶ້ນເບິ່ງແຕ່ກໍ່ຍັງຈຳບໍ່ໄດ້ແລ້ວຖາມວ່າ
ທ່ານເປັນເທວະດາ ຫລື ວ່າຄົນຫັ້ນ.
ເຮົາກໍເປັນຜູ້ທີ່ທ່ານຈະຝັງນັ້ນແຫລະ.ບໍ່ຕ້ອງສົງໄສດອກທ່ານ
ເຮົາຄືເຕເມຜູ້ທີ່ທ່ານຈະຝັງນັ້ນແຫຼະ
ພະກຸມມານຫົວຂຶ້ນແລ້ວຕັດສັ່ງຕໍ່ໄປວ່າ :
ຄວາມຈິ່ງແລ້ວເຮົາບໍ່ໄດ້ເປັນຄົນເປ້ຍລ່ອຍງ່ອຍໃບ້ດອກ
ເຮົາບໍ່ຢາກຈະເປັນພະເຈົ້າແຜ່ນດິນ
ເພາະກົວຈະຕົກນະຣົກຈິ່ງໄດ້ແກ້ງທຳເພື່ອໃຫ້ລາດຊະບິດາເຂ່ຍອອກ
ຈາກລາດຊະສົມບັດເສຍ ຊຶ່ງທຸກຢ່າງກໍສຳເລັດຕາມຄວາມປະສົງຂອງເຮົາ.
ນາຍສາຣະຖີທັງງົງພ້ອມທັງຫຼຽວໄປເບິ່ງທີ່ລົດເພື່ອຄວາມແນ່ໃຈ.
ເພື່ອຄວາມແນ່ໃຈພະເຕເມຈິ່ງຕັດສັ່ງໃຫ້ນາຍສາຣະຖີໄປສຳຫຼວດ
ເບິ່ງທີ່ລົດ. ຈາກນັ້ນພະເຕເມຈິ່ງໄດ້ດຳລິໃຫ້ນາຍສະຣະຖີ
ເຖິງເລື່ອງການກະທຳຂອງພະເຈົ້າແຜ່ນດິນທີ່ຈະສົ່ງຜົນໄປຕົກນະຣົກ
ໃຫ້ຟັງ.
ຄັນແລ້ວພະເຕເມກໍ່ເວົ້າອີກວ່າ
ເຮົາຈະຂໍບວດດີກວ່າ
ຈະບໍ່ໄດ້ຕົກນະຣົກອີກຕໍ່ໄປເຮົາບໍ່ຢາກເປັນດອກພະເຈົ້າແຜ່ນດິນ ນັ້ນ.
ເມື່ອເປັນເຊັ່ນນັ້ນນາຍສາຣະຖີກໍຂໍບວດຕາມ. ແຕ່ພະເຕເມກໍບໍ່ປະຕິເສດແຕ່ວ່າຕ້ອງໄດ້ໄປບອກບິດາມານດາຂອງ
ເຮົາກ່ອນແລ້ວທ່ານຈິ່ງກັບມາບວດນຳເຮົາ
ເຮົາຈະລໍທ່ານຢູ່ທີ່ນີ້.ເມື່ອນາຍສາຣະຖີກັບໄປແລ້ວ
ພະເຕເມກໍໄດ້ບວດເປັນລືສີ ຢູ່ໃນອາສົມທີ່ພະວິສະນຸ
ໄດ້ສ້າງຖວາຍນັ່ງບຳເພັນພຽນຢູ່.
ນາຍສາຣະຖີໄດ້ເຂົ້າໄປກາບທູນແລ້ວເລົ່າເລື່ອງທີ່ຕົນໄດ້ພົບໃຫ້ພະ ລາຊາ
ແລະ ມະເຫມີຟັງທຸກປະການ ເມື່ອຮູ້ດັ່ງນັ້ນມະເຫສີກໍດີໃຈເປັນທີ່ສຸດ
ຈິ່ງອອກເດີນທາງໄປຫາພະເຕເມກ່ອນໝູ່ ຮວມທັງສະໜົມ 16 000 ນາງ.
ສ່ວນພະລາຊາກໍຕາມຫລັງມາເຊັ່ນກັນ
ແລ້ວພະລາຊາກໍໄດ້ວອນໃຫ້ພະເຕເມກັບໄປສະເຫວີຍລາດຕື່ມ, ແຕ່ພະເຕເມກໍປະຕິເສດແລ້ວຍັງໄດ້ເລົ່າເລື່ອງຜົນແຫ່ງກຳທີ່ຈະ
ເປັນເຫດໃຫ້ໄປຕົກນະຣົກໃຫ້ທຸກຄົນຟັງໃນນະທີ່ນັ້ນ.ເມື່ອ
ທຸກຄົນໄດ້ຟັງແລ້ວກໍສະລົດໃຈ ຈາກນັ້ນກໍພາກັນບວດນຳລືສີເຕເມໝົດທຸກຄົນ
ລວມທັງພະລາຊາ ແລະ ມະເຫສີນຳ
ຈົນເຮັດໃຫ້ພະນະຄອນຈະຫວ່າງເປົ່າໄປດ້ວຍຜູ້ຄົນ. ປະຊາຊົນໃນເມືອງ
ເມື່ອຮຼ້ຂ່າວວ່າ
ພະເຈົ້າແຜ່ນດິນຂອງຕົນອອກບວດກໍ່ຄ້ອຍຕາມໄປບວດນຳກັນໝົດທຸກຄົນ. ນະປ່າແຫ່ງ
ນັ້ນກໍເຕັມໄປດ້ວຍອາສົມລືສີສ່ວນສັດສາວາສິ່ງຕ່າງໆກໍປ່ອຍເຂົ້າປ່າ
ໄປໝົດ. ລືສີທັງໝົດພາຍໃຕ້ການນຳ
ພາຂອງພະເຕເມໄດ້ພາກັນຕັ້ງໃຈບຳເພັນພຽນຈົນໄດ້ຊານສະມາບັດ
ແລ້ວໄດ້ໄປເກີດໃນພົມມະໂລກໃນທີ່ສຸດ.
ໃນ ຊາດນັ້ນພະອົງຊົງເກີດເປັນໂອລົດຂອງພະເຈົ້າ
ອະລິດຖະຊະນົກ ແຫ່ງເມືອງມິຖິລາ, ພະບິດາສະ ຫວັນນະຄົດຕັ້ງແຕ່ພະອົງຍັງຢູ່ໃນພະຄັນ
ເນື່ອງຈາກເຮັດສົງຄາມກັບພະເຈົ້າໂປລະຊະນົກຜູ້ເປັນພະອານຸຊາແລ້ວ
ເສຍໄຊໃນສະໜາມຮົບ,
ພະມານດານຊົງລົບລີ້ໄພແລ້ວເດີນທາງໄປເມືອງ ກາ
ລະຈໍາປາ. ອາຈານທິສາປາໂມກ
ເດີນທາງຜ່ານມາພົບພະນາງແລ້ວເກີດສົງສານເລີຍຮັບເອົາເປັນນ້ອງສາວ
ໃຫ້ດຳລົງຊີວິດຢູ່ກັບຄອບຄົວຂອງຕົນ.
ຕໍ່ມາບໍ່ນານພະນາງກໍ ປະສູດໂອຣົດອອກມາ
ແລ້ວໃສ່ຊື່ໃຫ້ໂອຣົດຊື່ວ່າ ພຣະມະຫາຊະນົກ ກຸມ ມານ
ເມື່ອຈະເລີນເຕີບໂຕຂຶ້ນກໍຊົງມີພວກເດັກນ້ອຍ ໃນ ໝູ່
ບ້ານນັ້ນເປັນເພື່ອນຫລິ້ນ
ແຕ່ເຖິງຄາວອາລະວາດຜິດຖຽງກັນພວກເດັກນ້ອຍກໍເວົ້າໃຫ້ວ່າ ລູກກໍາພ້າ
ພະອົງກໍຖາມພະມານດາຢູ່ຕະຫລອດເຖິງເຫດ ຜົນທີ່ຖືກເອີ້ນວ່າ ລູກກໍາພ້າ
ພະນາງເຫັນທີ່ຈະສຸດທີ່ຫລີກລ້ຽງບໍ່ໄດ້ຈິ່ງຊົງເລົ່າເລື່ອງຄວາມ
ຈິງໃຫ້ຟັງ,
ຕັ້ງແຕ່ນັ້ນມາພະມະຫາຊະນົກຈິ່ງຕັ້ງພະໄທສຶກສາສິລະປະວິທະຍາທີ່
ເກື້ອກຸນຕໍນາມພະອົງໃນພາຍພາກໜ້າຈົນສຳເລັດ.
ວັນ ໜຶ່ງພະມະຫາຊະນົກຕັດສິນພະໄທວ່າ
ຈະສະເດັດໄປຍັງເມືອງມິຖິລາເພື່ອແກ່ແຄ້ນແທນພະລາດຊະບິດາໃຫ້ ໄດ້
ແຕ່ຈະເດີນທາງໂດຍໄວກໍຄືເດີນເຮືອທາງທະເລ
ພະອົງຊົງຄິດເຖິງການຄ້າຂາຍເພື່ອຈະຊ່ວຍໃຫ້ມີທຶນພໍເຕົ້າໂຮມພົນ
ແລະຫາຊື້ອາວຸດໄວ້ໃຊ້ ຂະບວນເຮືອແລ່ນອອກຈາກທ່າໄດ້ 7 ວັນ
ກໍເກີດລົມພະຍຸຮ້າຍພັດຢ່າງແຮງຈົນເຮັດໃຫ້ເຮືອເພພັງ
ພວກພໍ່ຄ້າຕ່າງກໍຕົກໃຈເປັນອັນມາກ
ສ່ວນພະຊະນົກບໍ່ໄດ້ຕົກພະໄທໄປຕາມຄົນອື່ນ ເວລາເຮືອຈົມນ້ຳກໍປີນຂຶ້ນໄປເສົາໃບລົມຂອງເຮືອແລ້ວຫລຽວໄປເບິ່ງ ທິດທາງຂອງເມືອງມິຖິລາແລ້ວກໍໂດດລົງສູ່ແມ່ນ້ຳທະເລ.
ວັນທີເຮືອຂອງພະມະຫາຊະນົກຫລົ້ມຈົມນັ້ນ
ທີ່ເມືອງມິຖິລາພະເຈົ້າໂປລະຊະນົກຊົງສະຫວັນນະຄົດ
ພະມະຫາຊະນົກຊົງລອຍນໍ້າຢູ່ກາງທະເລໄດ້ເຈັດວັນ ພໍເຖິງວັນອຸໂປສົດພໍດີ
ພະອົງກໍຊົງບ້ວນປາກດ້ວຍນ້ຳທະເລແລ້ວຊົງສະມາທານອຸໂປສົດສິນ.
ວັນນັ້ນນາງມະນີເມກຂະຫລາເທບທິດາຜູ້ກວດທອ້ງທະເລ
ໄດ້ບິນມາພົບພະມະຫາຊະນົກຊົງລອຍນ້ຳຢູ່ ຈິ່ງຊົງຖາມພະມະຫາຊະນົກ ພະອົງຈິ່ງຕອບນາງມະນີເມກຂະຫລາວ່າ
ເຊື່ອຫມັ້ນວ່າຄວາມພະຍາຍາມຈະເຮັດໃຫ້ສຳເລັດຜົນພະອົງຈິ່ງເລົ່າ
ຄວາມຈິງໃຫ້ຟັງ
ນາງສົງສານຈິ່ງຊ່ວຍອູ້ມເອົາພະມະຫາຊະນົກໄປສົ່ງທີ່ສວນອຸທິຍານໃນ
ເມືອງມິຖິລາແລ້ວຊົງວາງພະອົງລົງໄວ້ແຜ່ນຫີນແຜ່ນໜຶ່ງ.
ພະ
ເຈົ້າໂປລະຊະນົກມີພະທິດາອົງໜຶ່ງຊື່ ສີວະລີ
ເຈົ້າຍິ່ງອົງນີ້ມີຮູບໂສມງົດງາມ ຊາຍໃດໄດ້ເປັນພະສາມີ
ຈະໄດ້ເປັນກະສັດປົກຄອງລາດຊະສົມບັດສືບຕໍ່ພະເຈົ້າໂປລະຊະນົກ
ທີ່ເມືອງມິຖີລາ ແຕ່ຊາຍທີ່ຈະໄດ້ເປັນພະສາມີຂອງນາງນັ້ນ
ຕ້ອງມີຄຸນສົມບັດຄື 1ເຮັດໃຫ້ເຈົ້າຍິງໂປດປານ 2 ສາມາດຍົກຄັນທະນູຂະໜາດ1000ຄົນຍົກໄດ້ 3 ຮູ້ຈັກຫົວນອນບັນລັງສີ່ຫລ່ຽມ 4 ຊາຍທີ່ຊີ້ຂຸມຊັບ 16ແຫ່ງໄດ້. ແຕ່ບໍ່ມີຊາຍຄົນໃດທຳຕາມເງື່ອນໄຂໄດ້ເລີຍ
ຈົນກະທັ້ງປ່ອຍລາດຊະລົດສ່ຽງທວາຍຄູ່ ລາດຊະລົດກໍແລ່ນໄປຢຸດບົນພະແທ່ນບ່ອນພະມະຫາຊະນົກນອນຢູ່.
ພະມະຫາຊະນົກຈິ່ງໄດ້ອະພິເສກສົມລົດກັບພະນາງສີວະລີ
ຕາມເງື່ອນໄຂທີ່ໄດ້ກຳນົດໄວ້
ດ້ວຍຄວາມປິຕິຍິນດີຂອງຂ້າພະລາດຊະບໍລິພານ ແລະ ຊາວເມືອງເປັນອັນມາກ.
ພະເຈົ້າມະຫາຊະນົກຊົງຄອງລາດສະສົມບັດມານານ
ເລີຍນຶກເຖິງພະລາດຊະມານດາແລະອາຈານທິສາປາໂມກທີເມືອງກາລະຈຳປາ
ວັນໜຶ່ງຈິ່ງຊົງໃຫ້ທະຫານອຳມາດໄປຮັບທັງສອງມາຢູ່ນຳທີ່ເມືອງມິ ຖີລາ.
ຄັ້ງໜຶ່ງພະມານດາປະທານໂອວາດຂໍໃຫ້ພະເຈົ້າມະຫາຊະນົກຊົງປົກຄອງ
ແຜ່ນດິນດວ້ຍສິນທຳ ແລະໃຫ້ສ້າງໂຮງທານຂຶ້ນ 6 ແຫ່ງ
ແລະຕັ້ງພະໄທບຳລຸງບ້ານເມືອງບຳບັດທຸກບຳລຸງສຸກແກ່ປະຊາລາດຊະດອນ
ອີກຍັງນິມົນພະປັດເຈກພຸດທະເຈົ້າມາສັນພັດຕາຫານທີ່ພະລາດຊະວັງ ເລື້ອຍໆ.
ພະເຈົ້າມະຫາຊະນົກຈິ່ງມີພະລາດຊະໂອລົດອົງໜຶ່ງມີພະນາມວ່າ ທີຄາອຸ
ພະອົງຊົງແຕ່ງຕັ້ງໃຫ້ເປັນມະຫາອຸປະລາດ ແລະ
ຊົງໃຫ້ປະຕິບັດລາດຊະການແທນພະອົງຢູ່ສະເໝີໆ.
ວັນໜຶ່ງພະອົງຊົງຄິດປຽບທຽບກັບການເປັນກະສັດແລະການອອກບວດ
ພະອົງຈິ່ງລະລຶກເຖິງພະປັດເຈກພຸດທະເຈົ້າຈິ່ງຕັດສິນພະໄທອອກບວດ ໂດຍມອບໝາຍພະລາດຊະກິດໃຫ້ແກ່ພະໂອລົດ
ແລະ ກ່າວລາພະນາງສີວະລີ
ສະເດັດມຸງໜ້າໄປເຖິງປ່າຫິມມະພານກໍຕັ້ງພະໄທຈະເລີນສິນເປັນເວລາ
ແປດວັນໄດ້ສຳເລັດອະພິນຍາຊະມາບັດ
ແລ້ວກໍຂຶ້ນໄປສະເຫວີຍສຸກໃນພົມມະໂລກຕໍ່ໄປ.
3. ພຣະສຸວັນນະສາມ
(ຊາດທີ່ຍິ່ງດ້ວຍເມຕາປາຣະມີ)
ຄັ້ງອາດີດຕະການ
ເມື່ອພະພຸດທະເຈົ້າເປັນພະໂພທິສັດສະເຫວີຍຊາດເປັນພະສຸວັນນະສາມ
ມີເລື່ອງເລົ່າວ່າຊາຍໜຸ່ມຊື່ ທຸກຸນຣະ ກັບ ຍິງສາວຊື່ ປາຣິກາ
ທັງສອງເປັນລູກຂອງນາຍພານ ແລະ ຖືກບັງຄັບໃຫ້ແຕ່ງງານກັນ ແຕ່ຊາຍໜຸ່ມ ແລະ
ຍິງສາວບໍ່ຕ້ອງການ ເພາະເຫັນວ່າ
ການມີຄູ່ເປັນທຸກແຕ່ບໍ່ສາມາດຫລີກລຽງໄດ້ ເມື່ອແຕ່ງງານແລ້ວ
ຈິ່ງຊວນກັນອອກບວດເປັນຣືສີ ແລະ ຣືສີນີ ໃນປ່າຫິມະພານ ແຕ່ເຂົາທັງສອງກໍ່ບໍ່ເຄີຍຄິດເລີຍທີ່ຈະລ່ວງລະເມີດປະເວນີກັນ.
ພະອິນຢູ່ທີ່ສວງສະຫວັນຊົງເບິ່ງເຫັນວ່າໃນອະນາຄົດຮືສີທັງສອງຈະ
ຕາບອດຊີວິດຈະລຳບາກເພາະບໍ່ມີຄົນເບິ່ງແຍງດູແລ
ຈິ່ງບອກໃຫ້ຮືສີທຸກຸນຣະລູບທ້ອງຂອງຣືສີນີປາຣິກາໃນເວລານາງຈະມີ
ລະດູຄົບຮອບເດືອນ
ໃຫ້ມີລູກທັງສອງເຫັນວ່າບໍ່ໄດ້ປະພຶດພົມມະຈາລີຈິ່ງປະຕິບັດຕາມ
ຕໍ່ມາບໍ່ນານຣືສີນີປາຣິກາຈິ່ງຕັ້ງຄັນ ແລະ ຄອດບຸດອອກມາເປັນຊາຍຊື່ວ່າ
ສຸວັນນະສາມ. ສຸວັນນະສາມເປັນເດັກມີບຸນ ຈິດໃຈດີມີເມດຕາ
ສັດໃນປ່າກໍ່ລ້ວນແຕ່ເປັນມິດຂອງສຸວັນນະສາມໝົດທັງສິ້ນ.
ວັນໜຶ່ງພໍ່ແມ່ຂອງສຸວັນນະສາມອອກໄປຫາເກັບໝາກໄມ້ຄະນະເດີນທາງກັບ
ກໍເກີດມີຝົນຕົກໜັກ
ທັງສອງຈິ່ງລົບຝົນໄປຊົ້ນຢູ່ທີ່ຈອມປວກກ້ອງຫົ່ມໄມ້ແຫ່ງໜຶ່ງ ທັນໃດນັ້ນງູເຫົ່າໄດ້ອອກມາຈາກຈອມປວກແລ້ວກໍພົ່ນພິດໃສ່ເຮັດໃຫ້
ທັງສອງຕາບອດທັນທີ, ສຸວັນນະສາມເປັນຫ່ວງພໍ່ແມ່ຫລາຍຈິ່ງໄດ້ອອກໄປຕາມຊອກຫາພົບວ່າທັງ
ສອງຕາບອດເສຍແລ້ວ.
ສຸວັນນະສາມເສຍໃຈຫລາຍຈິ່ງຮ້ອງໄຫ້ເພາະສົງສານແລ້ວກໍຫົວອອກມາ
ດ້ວຍຄວາມດີໃຈທີ່ຈະໄດ້ລ້ຽງດູພໍ່ແມ່ຢ່າງເຕັມທີ, ຕອນນັ້ນສຸວັນນະສາມມີອາຍຸໄດ້ 16 ປີ . ສຸວັນນະສາມຕັ້ງໃຈເຝົ້າບົວລະ
ບັດຮັບໃຊ້ພໍ່ແມ່ຢ່າງໃກ້ສິດແລະມີຄວາມສຸກຕະຫລອດມາ.
ສຸວັນນະສາມໄດ້ມັດເຊືອກເນັ່ງຈາກສາລາໄປສະຖານທີ່ຕ່າງໆເຊັ່ນ:ບ່ອນ
ຖ່າຍໜັກແລະຖ່າຍເບົາ,ບ່ອນພັກຜ່ອນກາງເວັນແລະບ່ອນພັກ
ຜ່ອນກາງຄືນ,ບ່ອນຍ່າງຈົງກົມເພື່ອເປັນຮາວໃຫ້ແກ່ບິດາມານດາຂອງຕົນ
ໄດ້ຈັບກ້າວເດີນໄປ.
ສຸວັນນະສາມໃຫ້ພໍ່ແມ່ຂອງຕົນໄດ້ແອບຝຶກຈັບຍ່າງໄປຕາມສະຖານທີ່
ຕ່າງໆຈົນຊິນເຄີຍ ແລ້ວບອກໃຫ້ພໍ່ແມ່ສະບາຍໃຈ ແລະ
ໃຫ້ຢູ່ຢ່າງບໍ່ຕ້ອງກັງວົນໃຈ. ບິດາມານດາມີຄວາມຮູ້ສຶກຕື້ນຕັນໃຈ
ແຕ່ໃນຂະນະດຽວກັນຈິ່ງຮູ້ສຶກສົງສານລູກທີ່ຕ້ອງມາຮັບພາລະອັນ
ຍິ່ງໃຫຍ່ຄືລ້ຽງດູບິດາມານດາ.
ວັນໜຶ່ງພະເຈົ້າກະບິນຣະຍັກຣາຊາແຫ່ງເມືອງພະຣານະສີສະເດັດປະພາດອອກໄປ
ລ່າສັດຢູ່ທີ່ປ່າຫິມະພານຕາມລຳພັງຈິ່ງໄດ້ເຫັນສຸວັນ
ນະສາມກຳລັງຕັກນ້ຳໃຫ້ຝູງໝູ່ກວາງທີ່ກຳລັງກິນນ້ຳຢູ່ແລ້ວສົງໄສວ່າ
ເປັນເທວະດາຫລືວ່ານາກ
ຈິ່ງໄດ້ຍິງທະນູໃສ່ຖືກຂ້າງຂອງສຸວັນນະສາມເຮັດໃຫ້ສຸວັນນະສາມ
ລົ້ມລົງເລືອດໄຫລນອງເຕັມພື້ນດິນ ຝູງສັດກໍສະເດີດຕື່ນແລ່ນໜີໄປໝົດ
ພະຣາຊາກະບິນຣະ ຍັກ ອອກມາເບິ່ງແລ້ວແນະນຳຕົນເອງຕໍ່ສຸວັນນະສາມ.
ສ່ວນສຸວັນນະສາມຈິ່ງໄດ້ກາບທູນເຖິງຄວາມເປັນຫ່ວງບິດາມານດາວ່າ
ຖ້າຕົນເອງຕາຍ ແລ້ວບິດາມານດາຈະຕ້ອງທຸກກໍຕ້ອງລຳບາກເພາະບໍ່ມີຄົນເບິ່ງແຍງດູ
ແລ, ສ່ວນພະຣາຊາຮູ້ວ່າຕົນເອງມີຄວາມຜິດຢ່າງຍິ່ງທີ່ໄດ້ກະທຳລົງໄປ
ຈິ່ງໄດ້ໃຫ້ສັດຈະສັນຍາຕໍ່ສຸວັນນະສາມວ່າຈະເບິ່ງແຍງດູແລພໍ່ແມ່່
ໃຫ້ດີທີ່ສຸດ.
ແລ້ວຖາມທາງໄປສາລາ ຈາກນັ້ນສຸວັນນະສາມກໍ່ສະລົບໄປ.
ພະຣາຊາກໍ່ໄດ້ສາລະພາບທີ່ຕົນເອງມີຄວາມຜິດຕໍ່ຣືສີທັງສອງ.
ຣືສີທັງສອງບໍ່ໄດ້ຄິດຄຽດແຄ້ນແຕ່ຢ່າງໃດ, ແຕ່ກໍຮ້ອງໄຫ້ດວ້ຍຄວາມທຸກໂສກແລ້ວຂໍໃຫ້ຊ່ວຍພາໄປຫາສຸວັນນະສາມ
ເມື່ອໄປເຖິງນາງປາຣິກາຣືສີນີລູບຄຳເບິ່ງກໍຮູ້ວ່າສຸວັນນະສາມຍັງ
ບໍ່ຕາຍຈິ່ງຕັ້ງສັດຈະອາທິ
ຖານຂໍໃຫ້ຢາພິດໄດ້ເຫືອດຫາຍໄປຈາກຮ່າງກາຍຂອງລູກຊາຍ,
ໃນຂະນະນັ້ນເທບທິດາສູນທະລີຊຶ່ງເຄີຍເປັນມານດາຂອງສຸວັນນະສາມ
ແຕ່ຊາດອາດີດມາແລ້ວເຖິງເຈັດຊາດ ແລະ ຄອຍຄຸ້ມຄອງຊ່ວຍເຫຼືອສຸວັນນະສາມຢູ່
ກໍກາບຄຳສັດຈະອາທິຖານ ສຸວັນນະສາມຈິ່ງຟື້ນຂຶ້ນ ມາຢ່າງໜ້າອັດສະຈັນ
ອີກຍັງເຮັດໃຫ້ດວງຕາຂອງພໍ່ແລະແມ່ຫາຍເປັນປົກກະຕິ
ທັງສີ່ມີຄວາມດີອົກດີໃຈຫຼາຍແລ້ວກັບໄປທີ່ສາລາ. ສຸວັນ
ນະສາມກາບທູນພະຣາຊາໃຫ້ຕັ້ງຢູ່ໃນສິນກິນໃນທຳ
ພະຣາຊາຈິ່ງນ້ອມຮັບເອົາຄຳເວົ້າຂອງສຸວັນນະສາມໄປປະຕິບັດຕາມ
ແລ້ວຂໍຂະມາສຸວັນນະສາມ
ຈາກນັ້ນກໍອຳລາຣືສີແລະຣືສີນີກັບໄປທີ່ພະນະຄອນຂອງຕົນ
ພະຣາຊາກະບິນຣະຍັກຊົງບຳເພັນກຸສົນຕ່າງໆຕະ ຫລອດຈົນເຖິງພະຊົນຊີບ
ຝ່າຍສຸວັນນະສາມແລະບິດາມານດາກໍຕັ້ງໃຈຈະເລີນບຳເພັນທຳຈົນໄດ້
ຊານຊະມາບັດຢູ່ມາຈົນຄວນແກ່ອາຍຸໄຂແລ້ວໄປເກີດໃນພົມມະໂລກ.
4. ພຣະເນມີຣາດ
(ຊາດທີ່ຍິ່ງດ້ວຍ ອາທິຖານນະປາຣາມີ)
ເມື່ອຄັ້ງອາດີດຍັງ
ຕະການຍັງມີພະເຈົ້າເນມີຣາດເປັນຣາຊາທີ່ສືບເຊື້ອສາຍຮາຊວົງມາ
ແຕ່ພະຣາຊາມະຄະເທວະ ພະອົງສືບຮາດຊະສົມບັດທີເມືອງມິຖິລາແຄວ້ນວິເທຫະ
ເມື່ອຊົງຈະເລີນເຕີບໂຕຂຶ້ນກໍຊົງຍິນດີໃນການບໍລິຈາກທານແລ ະຮັກສາສິນ
ພະຣາຊາເນມີຣາດສັ່ງໃຫ້ສ້າງໂຮງທານຢູ່ທີ່ທ່າມການເມືອງແລະທີ່ປະຕູ
ອ້ອມພະນະຄອນ.
ພະອົງຊົງສະຫລະຣາຊສົມບັດເພື່ອໃຊ້ຈ່າຍໃນການບຳເພັນທານທຸກວັນຊົງ
ຮັກສາສິນຫ້າແລະໂບສົດເລື້ອຍໆມາ
ຊາວເມືອງກໍພາກັນເຮັດບຸນໃຫ້ທານຮັກສາສິນເຊັ່ນກັນ, ຊາວເມືອງເຫລົ່າ
ນັ້ນເມື່ອຕາຍໄປແລ້ວກໍໄປເກີດຢູ່ສະຫວັນຊັ້ນຕ່າງໆ ແລະ
ຕ່າງຄົນກໍເວົ້າຍ້ອງຍໍສັນລະເສີນພະກຽດຕິກຸນຂອງພະເຈົ້າເນມີຣາດ
ໃຫ້ຖວາຍເທບເທວາຟັງ.
ຢູ່ມາວັນໜຶ່ງພະເຈົ້າເນມີຣາດຊົງສົງໄສຢູ່ວ່າຄວາມດີທີ່ພະອົງຊົງ
ບຳເພັນຢູ່ນັ້ນຄືການໃຫ້ທານກັບການຮັກສາສິນຢ່າງໃດມີຜົນຫລາຍ ກວ່າກັນ, ເຖິງເວລາໃກ້ຈະຮຸ່ງຂອງວັນ15ຄໍ່າວັນໜຶ່ງ
ພະອິນໄດ້ສະເດັດມາຫາພະອົງທີຫ້ອງບັນທົມ
ແລ້ວພະເຈົ້າເນມີຣາດຈິ່ງຖາມຂໍ້ສົງໄສ, ພະອິນຊົງຕອບວ່າ: ການຮັກສາສິນມີຜົນຫລາຍກວ່າການໃຫ້ທານ
ການໃຫ້ທານສົ່ງຜົນໄປໃຫ້ເກີດແຕ່ເທິງສະຫວັນ, ແຕ່ການຮັກສາສິນສົ່ງຜົນໃຫ້ໄປເກີດທີ່ພົມມະໂລກ, ແທ້ຈິງແລ້ວການໃຫ້ທານແລະການຮັກສາສິນຕ່າງກໍເປັນການສ້າງຄວາມດີ
ຈິ່ງຄວນເຮັດທັງສອງຢ່າງຄວບຄູ່ກັນໄປ. ເມື່ອພະອິນກັບໄປເຖິງສະຫວັນຊັ້ນດາວະດິງຈິ່ງຕັດເລົ່າເລື່ອງຂອງພະ
ເຈົ້າເນມີຣາດໃຫ້ເທວະດາທັງຫລາຍຟັງ, ເທວະດາທັງຫລາຍຈິ່ງຂໍອັງເຊີນໃຫ້ພະເຈົ້າເນມີຣາດສະ ເດັດຂຶ້ນມາເທິງສະຫັວນ ຊັ້ນດາວະດິງ, ພະອິນກໍຊົງມີບັນຊາໃຫ້ມາຕະລີເທບພະບຸດມາຮັບພະເຈົ້າເນມີຣາດສະ
ເດັດໄປທີ່ສະ ຫວັນຊັ້ນດາວະດິງ.
ພະເຈົ້າເນມີຣາດຊົງຮັບຄຳເຊີນ
ແລະ ກໍໄດ້ອຳລາພະຣາຊບໍຣິພານສະເດັດຂຶ້ນນັ່ງທີ່ເວຊຍັນຣາດຊະຣົດ. ກ່ອນເຖິງສະຫວັນຊັ້ນດາວະດິງມາຕະລີເທບພະບຸດກໍໄດ້ນຳພາພະເຈົ້າເນ
ມີຣາດ ສະເດັດທ່ຽວຊົມນະຣົກກ່ອນ, ມາຕະລີເທບພະບຸດບັນດານໃຫ້ນະຣົກຂຸມຕ່າງໆປະກົດໃຫ້ພະເຈົ້າເນມີຣາດ
ໄດ້ເຫັນໃນເວລາດຽວກັນເນື່ອງຈາກເວລາບໍ່ພໍທີ່ຈະຊົມນະຣົກທັງ 16 ຂຸມ.
ຫລັງຈາກຂັບເວດຊະຍັນຣາຊ
ຣົດນຳພະເຈົ້າເນມີຣາດທ່ຽວຊົມຂຸມນະຣົກແລ້ວ
ມາຕະລີເທບພະບຸດກໍນຳໄປຊົມສະຫວັນໄດ້ພົບວິມານຂອງນາງເທບທິດາອາ
ລຸນີກ່ອນເປັນອັນດັບທຳອິດ ວິມານນັ້ນເປັນແກ້ວມະນີກ້ວາງໃຫຍ່ໄດ້12ສອງໂຍດ ມີຍອດປະດັບດ້ວຍແກ້ວມະນີ
ໃນບໍລິເວນຂອງວິມານນັ້ນມີສວນແລະສັດໂບຄະຣະນີໜ້າຊື່ນຊົມ, ຈາກນັ້ນມາຕະລີເທບພະບຸດກໍຂັບເວຊະຍັນຣາຊຣົດນຳພະເຈົ້າເນມີຣາດໄປ
ທ່ຽວຊົມວິມານອົງອື່ນໆມີເທບພະບຸດແລະເທບທິດາເຈົ້າຂອງວິມານອອກ
ມາຕ້ອນຮັບແລ້ວບອກຜົນບຸນຕ່າງໆທີຕົນເອງໄດ້ກະທຳມາແຕ່ຊາດດີດໃຫ້
ພະເນມີຣາດໄດຮັບຟັງ ມາຕະລີເທບ
ພະບຸດກໍບັນດານໃຫ້ສະຫວັນຊັ້ນຕ່າງຕ່າງປະກົດແລ້ວກໍຟ້າວນຳ
ພະເຈົ້າເນມີຣາດສະເດັດໄປເຝົ້າພະອິນທີ່ສຸທຳມາເທວະສະພາຕາມພະ
ບັນຊາຂອງພະອິນ.
ພະເຈົ້າເນມີຣາດໄດ້ກ່າວທຳໃຫ້ເຫລົ່າເທວະດາທັງຫລາຍໄດ້ຟັງຕິດຕໍ່
ກັນເຖິງເຈັດວັນ ຈາກນັ້ນພະອົງໄດ້ກ່າວສັນລະເສີນພະຄຸນຂອງມາຕະລີເທບພະບຸດທີ່ໄດ້
ພາຕົນເອງຊົມນະຣົກແລະສະຫວັນແລ້ວທູນລາພະອິນກັບໂລກມະນຸດ.
ໝູ່ອຳມາຣາດຊະບໍລິພານແລະຊາວເມືອງຕ່າງກໍທູນຂໍໃຫ້ພະເນມີຣາດ
ເລົ່າສິ່ງທີ່ຕົນເອງເຫັນໃຫ້ພວກເຂົາຟັງ, ພະເຈົ້າເນມີຣາດຊົງເລົ່າໃຫ້ຟັງເມື່ອໄດ້ຟັງເລື່ອງນະຣົກສະຫວັນ
ແລ້ວທຸກຄົນຕ່າງກໍມີຈິດໃຈຍຶດ
ໝັ້ນທຳຄວາມດີຢູ່ໃນບຸນກຸສົນຂອງຕົນຂຶ້ນຫລາຍກວ່າເກົ່າສະເໝີມາ.
ຝ່າຍພະເຈົ້າເນມີ ຣາດຊົງສະເຫວີຍຣາດໂດຍຜາສຸກສືບມາ, ຈົນວັນໜຶ່ງພະອົງຊົງເຫັນເສັ້ນຜົມຂອງຕົນຫງອກຂາວອອກມາ
ເສັ້ນ ໜຶ່ງຈິ່ງເຂົ້າໃຈໃນຄວາມບໍ່ທ່ຽງແທ້ຂອງສັງຂານ, ພະອົງຈິ່ງຊົງອອກບວດຕາມບູຮານຣາຊປະເພນີແລ້ວຈະເລີນ
ພົມ ວິຫານ 4
(ເມດຕາ ກະຣຸນາ ອຸເບກຂາ ແລະ ມຸທິຕາ)
ຈົນສຳເລັດຊານຊະມາບັດຄັນຕໍ່ກາລະນານ
ກໍໄດ້ເຖິງຊີວິດຕັກກະໄສໄປບັງເກີດໃນພົມມະໂລກ.
5. ພຣະມະໂຫສົດ
ໃນກາລະຄັ້ງໜຶ່ງນານມາແລ້ວຢູ່ທີ່ນະໝູ່ບ້ານແຫ່ງໜຶ່ງຊື່
ປາຈີນວະນະມັດຊະຄາມ ແຫ່ງເມືອງມິຖີລາແຄວ້ນວິເທຫະ
ມີເສດຖີທີ່ມີຊື່ວ່າສີຣິວັດທະນະກະ ແລະ ມີພັນລະຍາ ຊື່ ສຸມະນະເທວີ
ທັງສອງມີລູກຊາຍຄົນໜຶ່ງຊື່ວ່າ ມະໂຫສົດ
ທີ່ໄດ້ຊື່ນີ້ກໍເພາະວ່າເວລາຄອດອອກມານັ້ນມະໂຫສົດກຳຢາອອກມານຳ ແລ້ວ
ສົ່ງໃຫ້ມານດາເພື່ອແຈກໃຫ້ຄົນທີ່ເຈັບໄຂ້ໄດ້ພະຍາດຕ່າງໆທຸກຊະນິດ
ເຮັດໃຫ້ຝູງຊົນຕ່າງກໍຫາຍດີຈາກໂຣກຕ່າງໆທີ່ຕົນມີຢູ່.
ຂະນະທີ່ມະໂຫສົດເກີດນັ້ນພະເຈົ້າວິເທຫະຣາດຊຶ່ງເປັນກະສັດຊົງພະສຸ
ບິນນິມິດປະຫລາດ
ແລ້ວນັກປາດຕ່າງກໍພາກັນທຳນາຍວ່າຈະມີນັກປາດຄົນໃໝ່ທີ່ຫາໃຜມາສະ
ເໝີເໝືອນບໍ່ໄດ້ກຳເນີດຂຶ້ນມາ. ເມື່ອມະໂຫສົດອາຍຸໄດ້ 7ຂວບ ໄດ້ອອກແບບສາຣາຫລັງໃຫຍ່ໄວ້ກາງໝູ່ບ້ານມີລັກ
ສະນະແຕກຕ່າງສາຣາທົ່ວໄປແບ່ງເປັນຫ້ອງໆສຳລັບຄົນຍາກຈົນ, ນັກບວດ, ພໍ່ຄ້າ, ແລະຄົນເດີນທາງ ຍິງອານາຖາເກີດລູກ, ອີກຍັງມີສະໜາມກິລາ ແລະ ບ່ອນປະຊຸມ
ມະໂຫສົດຍັງອອກແບບສະນໍ້າສຳລັບຄົນພັກອາໄສໄດ້ລົງອາບ.
ສ່ວນພະເຈົ້າວິເທຫະຣາດຊົງສົ່ງອຳມາດສີ່ຄົນຊອກຫານັກປາດຕາມທີ່
ຕົນໄດ້ສຸບິນນິມິດ. ອຳມາດຄົນໜຶ່ງໄດ້ໄປທີ່ສາລາ
ທີມະໂຫສົດອອກແບບໄວ້ຈິ່ງໄດ້ຮູ້ວ່ານັກປາດຄົນນັ້ນຄືມະ ໂຫສົດກຸມມານ
ແລ້ວຈິ່ງໄປກາບທູນພະເຈົ້າວິເທຫະຣາດ, ພະເຈົ້າວິເທຫະຣາດຈິ່ງສັ່ງໃຫ້ສັງເກດການເບິ່ງກ່ອນ.
ອຳມາດຕັ້ງໃຈສັງເກດການເບິ່ງ
ຈິ່ງໄດ້ເຫັນການແກ້ບັນຫາຫລາຍເລື່ອງດ້ວຍປັນຍາຂອງມະໂຫສົດກຸມມານ
ຈິ່ງແນ່ໃຈວ່າເປັນນັກປາດແນ່ນອນຕົວຢ່າງເຊັ່ນເລື່ອງ: ງົວ
ມີຊາຍຄົນໜຶ່ງຊື້ງົວມາຈາກບ້ານນອກ
ພໍເດີນທາງມາຮອດລະຫວ່າງທາງຈິ່ງພັກຜ່ອນຢູ່ກ້ອງຮົ່ມໄມ້ແຫ່ງໜຶ່ງ
ແລ້ວເຊືອບລັບໄປ, ເມືອຕື່ນຂຶ້ນມາບໍ່ເຫັນງົວຂອງຕົນຈິ່ງໄດ້ແລ່ນໄລ່ຕາມຫາ
ຈົນມາເຫັນໂຈນຄົນໜຶ່ງກຳລັງຈູງງົວຂອງຕົນຍ່າງໄປ
ແຕ່ໂຈນກໍອ້າງວ່າເປັນຂອງຕົນຖຽງກັນໄປຖຽງກັນມາ
ຈົນມາເຖິງສາລາຂອງມະໂຫສົດ.
ມະໂຫສົດຈິ່ງຕັດສິນດ້ວຍການຖາມຊາຍທັງສອງວ່າໃຫ້ງົວກິນຫຍັງ
ເປັນຄັ້ງສຸດທ້າຍໂຈນຕອບວ່າໃຫ້ກິນແປ້ງປົນກັບງາ ແລະ ເຂົ້າໜົມ
ສົດຕ່າງຕ່າງ ສ່ວນອີກຄົນໜຶ່ງໃຫ້ກິນຫຍ້າຢ່າງດຽວ, ມະໂຫສົດຈິ່ງໃຊ້ໃຫ້ຄົນໄປຫາໃບປະຍົງ
ມາເຮັດຢາແລ້ວໃຫ້ງົວກິນປາກົດວ່າງົວຮາກອອກມາເປັນຫຍ້າຄວາມຈິງ
ຈິ່ງປາກົດ. ມະໂຫສົດໄດ້ແກ້ບັນຫາເລື່ອງຍາດລູກ, ຢູ່ມາວັນໜຶ່ງຍິງຄົນໜຶ່ງກຳລັງລົງອາບນ້ຳ
ແລະ ກໍໄດ້ວາງລູກຂອງຕົນໄວ້ແຄມແມ່ນ້ຳ
ຂະນະນັ້ນນາງຍັກສິນິໂຕໜຶ່ງໄດ້ຈຳແລງແປງເພດເປັນຍິງມາຂໍອູ້ມ
ເອົາເດັກແລ້ວກໍຍ່າງລົບຫນີໄປ ແມ່ຂອງເດັກຈິ່ງແລ່ນຕາມ
ເກີດໂຕ້ຖຽງກັນມາເຖິງສາລາຂອງມະໂຫສົດ.
ມະໂຫສົດຈິ່ງຂີດເສັ້ນລົງ
ໃສ່ໜ້າດິນແລ້ວວາງເດັກລົງຂວາງເສັ້ນ
ຈາກນັ້ນໃຫ້ ນາງຍັກສິນິຈັບມືເດັກສ່ວນແມ່ຈັບຂາເດັກແລ້ວໃຫ້ດຶງ
ຖ້າໃຜຍາດແຍ່ງໄດ້ກໍເປັນລູກຂອງຄົນນັ້ນເມື່ອຕ່າງຝ່າຍຕ່າງດຶງ
ຈິ່ງເຮັດໃຫ້ເດັກນ້ອຍເຈັບ
ແລ້ວຮ້ອງໄຫ້ຍິງຄົນທີ່ຈັບຂາກໍຟ້າວປ່ອຍເດັກຄົນນັ້ນແຕ່ອີ
ກຄົນໜຶ່ງບໍ່ຍອມປອ່ຍ
ມະໂຫສົດຈິ່ງຕັດສິນວ່າຄົນທີ່ຟ້າວປອ່ຍແມ່ນແມ່ຄົນທີ່ແທ້ຈິງຂອງ
ເດັກເພາະແມ່ມັກມີຈິດໃຈອ່ອນໂຍນໃນເມື່ອເຫັນລູກຕ້ອງໄດ້ຮັບບາດ ເຈັບ
ສ່ວນອີກຄົນຫນຶ່ງເປັນນາງຍັກສິນິ ມະໂຫສົດຈິ່ງແນະນຳໃຫ້ນາງຍັກສິນີ
ໃຫ້ຕັ້ງໝັ້ນຢູ່ໃນສິນກິນໃນທຳ.
ວັນໜຶ່ງມະໂຫສົດຕ້ອງແກ້ບັນຫາເລື່ອງໄກ່ເພາະພະເຈົ້າວິເທຫະຣາດໄດ້
ຮັບສັ່ງໃຫ້ຊາວບ້ານວ່າໃຫ້ສົ່ງງົວເຜືອກ ທີມີເຂົາຢູ່ຂາມີໜອກທີ່ຫົວ
ຮ້ອງວັນລະ 3ເວລາ ໄປໃຫ້
ຖ້າບໍ່ໄດ້ຈະປັບໃຫມເປັນເງິນພັນຕຳລຶງ, ມະໂຫສົດຈິ່ງບອກໃຫ້ຊາວບ້ານນຳເອົາໄກ່ຂາວໄປຖວາຍເພາະໄກ່ຂາວມີ
ໜອກທີ່ຫົວເປັນຄືໜອກງົວ ແລະ ມີເດືອຢູ່ຂາຄືເຂົາງົວ
ແລ້ວຍັງຂັນວັນລະສາມເວລາ
ເມື່ອຊາວບ້ານນຳໄກ່ຂາວມາຖວາຍພະເຈົ້າວິເທຫະຣາດພະອົງສຸດທີ່ດີ
ພະໄທເປັນອັນມາກເພາະໄດ້ຕາມປະສົງ.
ພະເຈົ້າວິເທຫະຣາດຊົງອອກອຸບາຍລັບສັ່ງໃຫ້ສົ່ງແກ້ວມະນີທີ່ນ້ອຍແລະ
ບອບບາງປະມານແປດຄົດ, ສົ່ງໃຫ້ຊາວບ້ານເອົາດ້າຍເກົ່າທີ່ຮ້ອຍຢູ່ນັ້ນອອກແລ້ວຮ້ອຍໃຫມ່ເສຍ
ຖ້າເຮັດບໍ່ໄດ້ຈະປັບໄຫມເປັນ ເງິນພັນຕຳລຶງ, ມະໂຫສົດກຸມມານຈິ່ງຮັບອາສາ, ຄືເອົາດ້າຍໃຫມ່ຈຸ່ມນ້ຳເຜິ້ງແຍ່ເຂົ້າໄປຮູຂອງແກ້ວມະ
ນີແລ້ວໃຊ້ນໍ້າເຜິ້ງທາແກ້ວມະນີອີກເບື້ອງໜຶ່ງຈາກນັ້ນຈິ່ງໄດ້ນຳ
ໄປໄວ້ໃກ້ກັບຮັງມົກແດງ
ມົດແດງໄດ້ກິນຈິ່ງຄາບດ້າຍເຂົ້າໄປໃນຮູຂອງແກ້ວມະນີ ແລະ
ຄາບດ້າຍເກົ່າອອກດ້າຍໃຫມ່ຈິ່ງຮ້ອຍເຂົ້າໄປແທນດ້າຍເກົ່າ, ຈາກນັ້ນມະໂຫສົດກຸມມານສັ່ງໃຫ້ຄົນນຳໄປຖວາຍພະເຈົ້າວິເທຫະຣາດພະ
ອົງພໍພະໄທມາກ.
ພະເຈົ້າວິເທຫະຣາດຮັບສັ່ງໃຫ້ມະໂຫສົດເຂົ້າເຝົ້າ
ພ້ອມມ້າອັດສະດອນ ມະໂຫສົດເດີນທາງມາພ້ອມບິດາ, ບໍລິວານ ແລະ ລາ, ພະເຈົ້າວິເທຫະຣາດຊົງມີຄວາມເຊື່ອຢູ່ວ່າພໍ່ແມ່ຍ່ອມດີກວ່າລູກ
ສະ ເໝີ
ມະໂຫສົດຄັດຄ້ານວ່າບໍ່ເປັນຢ່າງທີ່ພະອົງຄິດສະເໝີໄປ, ນັກປາດທັງສີ່ບໍ່ພໍໃຈທີ່ມະໂຫສົດຄັດຄ້ານແລະ
ສະຫລາດກວ່າ ມະໂຫສົດຈິ່ງທູນໄປວ່າລາທີ່ນຳມາໂຕລະເທົ່າໃດ ພະເຈົ້າວິເທຫະຣາດຕັດວ່າປະມານແປດຕຳລຶງ
ມະໂຫສົດຈິ່ງຖາມອີກວ່າມ້າອັດສະດອນທີ່ເປັນລູກຂອງລາໂຕນີ້ມີຄ່າ
ເທົ່າໃດພະ ອົງຕັດວ່າ ຫາປະເມີນຄ່າບໍ່ໄດ້ ມະໂຫສົດຈິ່ງກາບທູນວ່າ
ເພາະເຫດນີ້ບິດາຫລືມານດາບໍ່ດີກວ່າບຸດສະ ເໝີໄປ ພະເຈົ້າວິເທຫະຣາດດີພະໄທມາກ
ພະອົງຈິ່ງຂໍມະໂຫສົດໄວ້ເປັນຣາຊບຸດບຸນທຳຈາກສີຣິວັດທະ
ນະກະເສດຖີຜູ້ເປັນບິດາ ແລ້ວໃຫ້ຢູ່ເປັນຂ້າເຝົ້າຮັບຮາຊການຕໍ່ໄປ.
ມະໂຫສົດຮັບຣາຊການຖວາຍພະເຈົ້າວິເທຫະຣາດຈົນມີອິດສະຣິຍາຍົດ
ແລະ ບໍລິວານມາກມາຍ. ເມື່ອມະໂຫສົດອາຍຸໄດ້ 16 ປີ ພະ ນາງອຸທຸມ
ພອນມະເຫສີຂອງພະເຈົ້າວິເທຫະຣາດ
ຈະຈັດຫາຍິງມາໃຫ້ເປັນຄູ່ຂອງມະໂຫສົດແຕ່ມະໂຫສົດຂໍເລືອກເອງ
ຈິ່ງປອມຕົວເປັນຊ່າງຊຸນຜ້າ
ເດີນທາງໄປເຖິງໝູ່ບ້ານອຸດຕະຣະວະຍະມັດສະຄາມ.ໃນລະຫວ່າງທາງນັ້ນເອງ
ມະໂຫສົດໄດ້ສວນທາງກັບນາງອະມອນເຊິ່ງເປັນທິດາຂອງຕະກຸນເສດຖີທຸກ ຍາກ
ກຳລັງນຳເຂົ້າຕົ້ມໄປສົ່ງບິດາ
ຢູ່ທີນາແຕ່ນາງເປັນຄົນທີ່ສະຫລາດປາດເປືອງດ້ວຍປັນຍາເໝາະສົມທີຈະ
ເປັນຄູ່ຄອງຂອງຕົນ, ຕໍ່ມາທັງສອງພະເຈົ້າວິເມຫະລາດກໍໄດ້ຈັດງານແຕ່ງງານໃຫ້ທັງສອງ
ຢ່າງສົມກຽດ. ຕັ້ງແຕ່ນັ້ນມານາງອະມອນ ແລະ
ໂຫສົດກໍຢູ່ດ້ວຍກັນໂດຍຜາສຸກ.
ສ່ວນມະໂຫສົດໄດ້ເປັນເສບໍດີຜູ້ທີ່ທຸກຄົນຮວ່ມທັງພະມະຫາກະສັດກໍ
ນັບຖືເປັນຢ່າງຍິ່ງເຂົາໄດ້ຮັບຣາດຊະການສະໜອງພະເດດພະຄຸນມາຕາບຈົນ
ອາຍຸໄຂຂອງຕົນ.
6. ພຣະພູຣິທັດ
ພຣະທິດາຂອງພະ
ເຈົ້າພົມມະທັດຊຶ່ງມີພະນາມວ່າ ພຣະນາງສະມຸດທະຊາ
ໄດ້ອະພິເສກສົມຣົດກັບພະຍານາກຜູ້ແປງກາຍເປັນມະນຸດ
ຊື່ວ່າພຣະຕະຣົດກະສັດ ແຫ່ງນາກພິພົບມີພຣະໂອຮົດດ້ວຍກັນ 4ພຣະອົງຄື: ສຸທັດສະນະກຸມານ, ພຣະທັດຕະກຸມມານ, ສຸໂພຄະກຸມມານ ແລະ ອະຣິດທະກຸມມານ ເມື່ອພຣະໂອຣົດຈະເລີນເຕີບໂຕ
ພຣະຍານາກຕະຮົດໄດ້ແບ່ງສົມບັດໃນນາກພິພົບໃຫ້ປົກຄອງກັນຄົນລະສ່ວນ ຄື:
ທັດຕະກຸມມານໄປເຝົ້າພະບິດາເດືອນລະສອງຄັ້ງ ສ່ວນພະໂອຣົດອີສາມພະອົງເຝົ້າພຽງເດືອນລະຄັ້ງ
ດ້ວຍສາເຫດທີ່ທັດຕະກຸມມານສະຫຼາດກວ່າຈິ່ງສະໜອງວຽກງານໄດ້ຫຼາຍກວ່າ
ຄັ້ງທ້າວວິຣູປັກ
ພາພວກນາກຂຶ້ນໄປເຝົ້າພະອິນເທິງສະຫັວນຊັ້ນດາວະດຶງທັດຕະກຸມມານກໍ
ຕາມສະເດັດໄປນຳ ໃນເວລານັ້ນເຫຼົ່າເທວະດາແກ້ຂໍ້ສົງໄສຂອງພະອິນບໍ່ໄດ້
ທັດຕະກຸມມານ ຈິ່ງອາສາຂໍສະແດງຄວາມສາ ມາດເຮັດໃຫ້ພະອິນໂປດປານ ແລະ
ປະທານຊື່ໃຫ້ວ່າ: ພູຣິທັດກຸມມານ ແປວ່າກຸມມານຜູ້ມີປັນຍາ ກ້ວາງຂວາງດຸດແຜ່ນດິນ ແລະ ເມື່ອໄດ້ໄປເຫັນສະຫວັນ
ພູຣິທັດມີຄວາມຮູ້ສຶກຢາກເກີດເປັນເທວະດາທີ່ຈະໄດ້ຢູ່ເທິງສະຫວັນ, ເມື່ອເຄີຍໄດ້ຮູ້ວ່າຢາກໄປເກີດເປັນເທວະດາຕ້ອງຮັກສາສິນ
ພູຮິທັດຈິ່ງກາບທູນຂໍອານຸຍາດບິດາມານດາ ແລະ ພະຊາຍາ
ຂຶ້ນມາຮັກສາສິນຢູ່ເທິງໂລກມະນຸດ
ພູຮິທັດກຸມມານຮັກສາສິນໄດ້ຢ່າງເຄັ່ງຄັດ ອາທິຖານຈິດໄວ້ວ່າ: ໜັງ ເອັນ
ກະດູກ ເລືອດຂອງເຮົາ ຫາກໃຜຕ້ອງການກໍຈົ່ງເອົາໄປເຖີດ ເຮົາຈະບໍ່ຫວງ
ບໍ່ປ້ອງກັນ ຍິນດີຍອມສະຫຼະໃຫ້ ພູຣິທັດຈຳສິນຢູ່ທີ່ນັ້ນເປັນເວລາປົກ
ກະຕິສຸກສະເໝີມາ.
ມີນາຍພານສອງພໍ່ລູກມາຈາກເມືອງພະຣານະສີອອກຫາລ່າສັດມາຕາມແຄມ
ແມ່ນ້ຳ ມາເຖິງບ່ອນພະພູຣິທັດຈຳສິນຢູ່ກໍເຫັນຮອຍຕີນສັດນາໆຊະນິດ
ລົງໄປກິນນ້ຳໃນແມ່ນໍ້າຈິ່ງເຝົ້າມອງດູເບິ່ງ
ພານສອງພໍ່ລູກໄດ້ຍິນສຽງເພງບັນເລງຈິ່ງຮູ້ວ່າພວກນາກມາຖວາຍ
ສັກກາຣະແດ່ ພູຣິທັດກຸມມານ ທັງສອງຈິ່ງເຂົ້າໄປຫາພູຮິທັດກຸມມານແລ້ວຖາມເຖິງເລື່ອງລາວ
ພູຣິທັດເລົ່າຄວາມເປັນມາດ້ວຍທ່າທາງທີ່ເປັນມິດຕໍ່ນາຍພານທັງສອງ
ແລ້ວຈິ່ງສົ່ງພານທັງສອງພໍ່ລູກໄປນາກພິພົບທາງສາຍນ້ຳວົນ
ເມື່ອມາເຖິງນາກພິພົບທັງສອງໄດ້ຮັບການຕ້ອນຮັບເປັນຢ່າງດີ
ສ່ວນພູຣິທັດກຸມມານ ກໍສະເດັດກັບໄປຈຳສິນຢູ່ທີ່ເດີມ
ຕໍ່ມາມີພາມຄົນໜຶ່ງ ຊື່ອາລຳພາຍ
ໄດ້ຮຽນເວດມົນການຈັບງູມາຈາກຣືສີຕົນໜຶ່ງ
ອຳນາດມົນຊ່ວຍໃຫ້ໄດ້ແກ້ວວິເສດມາຈາກນາງນາກ ພາມເດີນໃຊ້ເວດມົນມາເລື້ອຍໆ
ຈົນມາພົບພານສອງພໍ່ລູກ ພານພໍ່ເຫັນລູກແກ້ວວິເສດເກີດຢາກໄດ້ຈິ່ງຂໍແກ້ວວິເສດຈາກພາມ
ຄົນນັ້ນ ຝ່າຍພາມກໍຍິນດີແຕ່ຕ້ອງມີຂໍ້ແລກປ່ຽນຄືໃຫ້ບອກທີ່ຢູ່ຂອງພະຍາ
ນາກ ຝ່າຍພານລູກບໍ່ພໍໃຈທີ່ບິດາອະກະຕັນຍູຈິ່ງໄດ້ໜີໄປບວດເປັນຮືສີ
ເມື່ອພາມໄປເຖິງທີ່ຢູ່ຂອງພະຍານາກຕາມຕ້ອງການແລ້ວ ພານພໍ່ກໍໄດ້ແກ້ວວິເສດຈາກພາມ
ແຕ່ແລ້ວແກ້ວວິເສດກໍໄດ້ຫລຸດອອກຈາກມືຂອງເຂົາຈົມຫາຍລົງໄປໃນ
ນາກພິພົບ ພາມອາລຳພາຍ
ທຳພິທີໃຊ້ເວດມົນຈັບພູຣິທັດເຮັດໃຫ້ພະຍານາກພູຣິທັດ
ສະເຫວີຍທຸກຄະເວດທະນາແສນສາຫັດແຕ່ພະຍາຍາຂົ່ມໃຈບໍ່ໂກດເຄືອງ ເພື່ອຮັກສາສິນໄວ້
ພາມຈັບພູຣິທັດໃສ່ຖົງມັດເຖົາວັນແລ້ວເດີນທາງໄປທີ່ຕ່າງໆເພື່ອສະ
ແດງໃຫ້ພະເຈົ້າພະຣານະສີທອດພະເນດຢູ່ທີ່ປະຕູເມືອງ
ຂະນະນັ້ນສຸທັດສະນະກຸມມານຜູ້ເປັນອ້າຍປອມຕົວເປັນຣືສີ ແລະ
ນາງນາກອັດຈະມຸຄີປອມເປັນລູກຂຽດ ສຸທັດສະນະກຸມມານຈິ່ງທ້າທາຍໃຫ້ພາມນຳພູຣິທັດນາກໃຫ້ມາສູ້ກັບຂຽດ
ຂອງຕົນພາມຮັບຄຳທ້າ
ແລ້ວຂຽດກໍຄາຍພິດອອກມາສາມຢົດໃສ່ຝ່າມືຣືສີແປງອາຍພິດໄດ້ຖື
ກຜິວໜັງຂອງພາມເຮັດໃຫ້ກາຍເປັນໂລກເຮື້ອນທັນທີ
ພາມຕົກໃຈຢ້ານກົວຈິ່ງຍອມປອຍພະຍານາກພູຣິທັດນາກ
ເມື່ອພະຍານາກພູຣິທັດໄດ້ຮັບອິດສະຫຼະພາບແລ້ວ
ກໍສະແດງຣິດແປງຮ່າງເປັນມະນຸດມີເຄື່ອງຊົງສວຍງາມດ້ວຍການບຳເພັນ
ສິນບາຣະມີຂັ້ນສູງສຸດເຖິງຈະຖືກທໍລະມານຈົນເກືອບ
ຕາຍກໍບໍ່ທຳຮ້າຍຕໍ່ຜູ້ທີ່ທໍລະມານນັ້ນ ຟ່າຍພະເຈົ້າພະຣານະສີເມື່ອຊົງຊາບວ່າພະຍານາກເປັນພະໂອຣົດຂອງພະນາ
ງສະມຸດທະຊາ ຜູ້ເປັນພະທິນີຂອງພະອົງກໍດີພະໄທ
ຊົງໂອບກອດຫຼານດ້ວຍຄວາມຍິນດີຫລັງຈາກນັ້ນຈິ່ງແຍກຍ້າຍກັບວິຫານ
ສະຖານຂອງຕົນ.ນາງສະມຸດທະຊາຢູ່ໃນເມືອງນາກ ຈົນສິ້ນອາຍຸໄຂ ສວ່ນພູຮິທັດ ແລະບໍຣິວານ ເມືອສິ້ນອາຍຸສັງຂານແລ້ວ
ໄດ້ໄປບັງເກີດໃນສະຫວັນອັນເຕັມໄປດ້ວຍບໍລົມສຸກທຸກຖ້ວນໜ້າ.
7. ພຣະຈັນທະກຸມມານ
ພະເຈົ້າເອກະລາດ
ແຫ່ງເມືອງບຸບພະວະດີ ຊົງມີພະໂອຣົດພະນາມວ່າເຈົ້າຊາຍ ຈັນທະກຸມມານ
ດຳລົງຕຳແໜ່ງ ອຸປະຣາດເຮັດໜ້າທີ່ວ່າຣາຊະການແທນພະເຈົ້າເອກະຣາດ
ມີປຸໂຣຮິດຄົນໜຶ່ງຊື່ ກັນທະຫາລະເຂົາເຮັດວຽກ ແລະ ຊື່ສັດພັກດີໃນທຳອິດ
ແຕ່ຕໍ່ມາເປັນຄົນບໍ່ຊື່ກົງເພາະຮັບສິນບົນ, ວັນຫນຶ່ງເຈົ້າຊາຍຈັນທະກຸມມານ
ຊົງພົບຊາຍຄົນໜຶ່ງຍ່າງມາດ້ວຍຄວາມໂສກເສົ້າເສຍໃຈ ເຈົ້າຊາຍຈິ່ງຕັດຖາມ
ຊາຍຄົນນັ້ນຈິ່ງໄດ້ຮູ້ວ່າເຂົາຄືຜູ້ຊະນະຄະດີແຕ່ຕ້ອງຖືກຕັດສິນ
ໃຫ້ແພ້ ຈິ່ງສະເດັດໄປສາລາວ່າຄວາມແລ້ວຮັບສັ່ງໃຫ້ຮືຟື້ນຄະດີຂຶ້ນມາພິຈາລະ
ນາໃຫມ່ຊົງສອບສວນດ້ວຍພະອົງເອງ ແລະ
ເມື່ອພິຈາລະນາລັກຖານແລ້ວຈິ່ງຕັດສິນໃຫ້ຊາຍຄົນນັ້ນຊະນະຄະດີ
ປະຊາຊົນຈິ່ງໄດ້ຍ້ອງຍໍສັນລະເສີນ
ພະເຈົ້າເອກະຣາດຈິ່ງຊົງຕັ້ງເຈົ້າຊາຍຈັນທະກຸມມານໃຫ້ເປັນຜູ້ພິພາກສາ
ແທນກັນທະຫາລະ,
ກັນທະຫາລະຮູ້ສຶກອັບອາຍແລະໂກດແຄ້ນເຈົ້າຊາຍ
ຈິ່ງຫາທາງແກ້ແຄ້ນຕະຫຼອດເວລາ ຄືນວັນໜຶ່ງພະເຈົ້າເອກະຣາດຊົງສຸບິນ ນິ
ມິດເຖິງສະຫວັນຊັ້ນດາວະດຶງ ພໍຮຸ່ງເຊົ້າ
ກັນທະຫາລະມາເຂົ້າເຝົ້າຈິ່ງຕັດຖາມເຖິງທາງໄປສະຫັວນ ກັນທະຫາລະເຫັນໂອກາດຈະໄດ້ແກ້ແຄ້ນຈິ່ງກາບທູນໃຫ້ທຳພິທີບູຊາຍັນ
ດ້ວຍການຂ້າພະມະເຫສີ,ພະໂອຣົດ ແລະ ພະທິດາຖວາຍໃຫ້ເທບພະເຈົ້າ
ຄວາມຈິງແລ້ວ ກັນທະຫາລະ ມີປະສົງຈະຂ້າເຈົ້າຊາຍຈັນທະກຸມມານພຽງພະອົງດຽວ
ແຕ່ຢ້ານຈະຖືກກ່າວຫາວ່າມີຄວາມແຄ້ນຕໍ່ເຈົ້າຊາຍ
ຈິ່ງເອົາຄົນອື່ນມາກ່ຽວຂ້ອງນຳ ເພື່ອບໍ່ໃຫ້ພະເຈົ້າເອກະຣາດສົງໄສ.
ເຈົ້າຊາຍຈັນທະກຸມມານຊົງຢືນຢູ່ປາກຂຸມບູຊາຍັນ
ແລະ ກາບທູນວິ້ງວອນວ່າ:
ຂ້າແຕ່ພະບິດາພໍ່ແມ່ທັງຫຼາຍໃນໂລກຍ່ອມຢາກໄດ້ລູກແມ້ຈະຍາກພຽງໃດ
ກໍບໍ່ຫວັ່ນ ຖ້າໄດ້ສົມປາຖະໜາແລ້ວກໍຕ້ອງອົບອ້ອມລ້ຽງດູດ້ວຍຄວາມຮັກ
ແຕ່ພະອົງເປັນເຖິງກະສັດຜູ້ທີ່ພຽບພ້ອມດ້ວຍສັກສະລິນຄານ
ເຫດໃດໄດ້ລູກເມຍມາແລ້ວຈະຂ້າຖິ້ມເສຍ.
ຝ່າຍພະເຈົ້າເອກະຣາດຕັດວ່າເມື່ອພວກເຈົ້າເປັນທຸກເພາະຮັກຊີວິດ
ພໍ່ກໍເປັນທຸກເພາະຮັກພວກເຈົ້າ
ແຕ່ພໍ່ຢາກໄປສະຫວັນຍິ່ງໜັກຈິ່ງຈະຂ້າຄົນເລົ່ານນີ້ບູຊາຍັນ
ເຖິງລູກເມຍຂອງເຮົາຕາຍແລ້ວກໍຈະໄດ້ໄປຢູ່ບົນສະຫວັນກັບເຮົາ
ຂະນະທີ່ທຸກຄົນກຳລັງໂສກເສົ້າຢູ່ນັ້ນການທຳພິທີບູຊາຍັນກໍສຳເລັດ ພໍດີ
ອຳມາດຈິ່ງຈັບພະກຸມມານໃຫ້ເຂົ້າໄປປະທັບກົ້ມ
ພະສຽນລໍຄົມດາບຢູ່ທີ່ປາກຂຸມ, ຝ່ານປຸໂຣຫິດກັນທະຫາລະຫຼຽວເບິ່ງເຈົ້າຊາຍດ້ວຍຄວາມແຄ້ນເຂົາກຳ
ດາບໄວ້ແໜ້ນຍ່າງເຂົ້າໄປໃກ້
ຫວັງຈະໝາຍຕັດພະສຽນຂອງເຈົ້າຊາຍໃຫ້ກະເດັນສົມແຄ້ນແລ້ວທັນໃດ ນັ້ນ ດ້ວຍການອະທິຖານຂອງພະ
ນາງຈັນທາພະຊາຍາຂອງເຈົ້າຊາຍຈັນທະກຸມມານກໍມີສຽງລັ່ນອອກມາຈາກ
ເບື້ອງບົນຟ້າ ຢ່າ ຢ່າແຕະຕ້ອງເຈົ້າຊາຍຈັນທະກຸມມານຜູ້ເປັນທີ່ຮັກຂອງຂ້າ
ຖ້າເຈົ້າຝືນຂັດຄຳສັ່ງຂອງຂ້າ ຂ້າຈະຕີຫົວຂອງເຈົ້າໃຫ້ແຫຼກລະອຽດ
ພະອິນຊົງຖືກະບອງເຫຼັກແກ່ວງຢູ່ກາງອາກາດເບິ່ງດູປຸໂຣຫິດດ້ວຍສາຍ
ພະເນດແຂງແຂງ ແລ້ວຕັດກັບພະເຈົ້າເອກະຣາດວ່າ ທ່ານເອງເປັນເຖິງພະຣາຊາ
ແຕ່ກໍຊົ່ວຊ້າໂງ່ງ່າວ
ຫຼົງເຊື່ອຄຳຍຸແຍ່ເຖິງກັບຍອມຂ້າລູກເມຍຕົວເອງ
ດ້ວຍຫວັງວ່າຈະໄດ້ໄປສະຫັວນແຕ່ບໍ່ມີທາງໄດ້ໄປດອກ
ນອກຈາກຈະໄດ້ລົງນະຣົກເທົ່ານັ້ນແຫຼະ
ເມື່ອພະອິນມາຊ່ວຍພວກຊາວບ້ານກໍໄດ້ໂອກາດໂຮມກັນເຂົ້າໄລ່ຕີກັນ
ທະຫາຣະ ເຖິງກັບຕາຍໄປເລີຍ, ຈາກນັ້ນກໍ່ພາກັນລູ່ເຂົ້າມາຫວັງຈະປົງພະຊົນຊີບຂອງເຈົ້າເອກະຣາດ
ເຈົ້າຊາຍຈັນທະກຸມມານເຂົ້າຂັດຂວາງແລະວອນຂໍຊີວິດພະບິດາຂອງຕົນ
ພວກຊາວເມືອງຍອມຍົກໂທດໃຫ້ແຕ່ບໍ່ຍອມຮັບພະເຈົ້າເອກະຣາດເປັນພະ
ເຈົ້າແຜ່ນດິນຂອງຕົນອີກຕໍ່ໄປ, ພວກເຂົາພ້ອມໃຈກັນເນຣະເທດພະອົງໃຫ້ໄປຢູ່ໃນເມືອງຂອງຄົນຈັນທານ
ແລະ ອາພິເສກເຈົ້າຊາຍຈັນທະກຸມມານຂຶ້ນເປັນພະເຈົ້າແຜ່ນດິນແທນ.
ເຈົ້າຊາຍຈັນທະກຸມມານຊົງຈຳໃຈໃຫ້ພະບິດາຖືກເນຣະເທດຕາມະຕິຂອງ
ມະຫາຊົນ ຫລັງຈາກຊົງຈັດການປົກຄອງບ້ານເມືອງຮຽບຮ້ອຍແລ້ວ
ພະອົງກໍສະເດັດອອກໄປຢ້ຽມພະບິດາຢູ່ບໍ່ຂາດ ຮັບສັ່ງໃຫ້ເຈົ້າຫນ້າທີ່ດູແລ
ແລະຈັດຫາສິ່ງທີ່ພະບິດາຕ້ອງການມາໃຫ້
ເມືອງບຸບພະວະດີກັບສູ່ສະພາວະປົກກະຕິອີກຄັ້ງໜຶ່ງຜູ້ຄົນເບີກບານ
ແຈ່ມໃສດຳລົງຊີວິດຢູ່ດ້ວຍກັນຢ່າງມີຄວາມສຸກຕະລອດກາລະນານ.
8. ພຣະນາຣະທະ
ເມື່ອຄັ້ງພະ
ເຈົ້າອັງຄະຕິຣາດສະເຫວີຍຣາຊສົມຢູ່ໃນເມືອງມິຖິລາ
ພະອົງມີພະຣາຊທິດາຊົງພະນາມວ່າ ພຣະນາງ ຣຸຈາຣາດກຸມາຣີ ມີອຳມາດຜູ້ໃຫຍ່ 3 ນາຍ ຄື: ວິໄຊ ສຸນາມ ແລະ ອະລາດ.
ຄັນເຖິງວັນເພັນເດືອນ12
ຊາວເມືອງກໍພາກັນຕົບແຕ່ງພຣະນະຄອນ
ແລ້ວຫລິ້ນມະຫໍຣະສົບຄຶກຄື້ນສະໜຸກສະ ໜານ
ຝ່າຍພຣະເຈົ້າອັງຄະຕິໄດ້ຮຽກປະຊຸມອຳມາດທັງສາມຊົງຕັດປຶກສາວ່າ
ໃນຄືນເດືອນຫງາຍຢ່າງນີ້ເຮົາຄວນທຳຢ່າງໃດຈິ່ງຈະດີ? ອຳມາດທັງສາມຕ່າງຖວາຍຄຳແນະນຳຄົນລະຢ່າງວ່າ ຂໍເດຊະ
ເຮົາຄວນຍົກທັບໄປຕີເອົາບ້ານເມືອງທີ່ຍັງບໍ່ຂຶ້ນແກ່ເຮົາ
ຢ່າງນີ້ຈິ່ງຈະດີ ອະລາດອຳມາດກາບທູນ.
ຂໍເດຊະເຫຼົ່າອະຣິຣາດສັດຕູຕ່າງໆຕ່າງກໍພາກັນພ່າຍແພ້ສວາມີພັກຕໍ່
ພະອົງແລ້ວທັງນັ້ນໃນຣາຕີຢ່າງນີ້ຄວນລ້ຽງດູອວຍໄຊໃຫ້ພອນ ແລະ ມີການຟ້ອນລຳຂັບຮ້ອງໃຫ້ສະໜຸກສະໜານຈະເປັນການດີກວ່າ
ສຸນາມອຳມາດທູນ.
ສ່ວນວິໄຊອຳມາດຄົນສຸດທ້າຍທູນວ່າ
ການລ້ຽງດູອວຍໄຊໃຫ້ພອນ ແລະ ການຟ້ອນລຳບໍ່ຈຳເປັນເລີຍ
ເພາະຫາສາລະບໍ່ໄດ້ ຄວນສະແຫວງຫາສາລະປະໂຫຍດ ດ້ວຍການໄປໄຕ່ຖາມກັບສະມະ
ນະພຣາມຜູ້ມີສິນທັມຈະດີກວ່າ. ເມື່ອພະເຈົ້າອັງຄະຕິໄດ້ຟັງດັ່ງນັ້ນແລ້ວ
ກໍເຫັນດ້ວຍກັບວິໄຊອຳມາດກໍຍົກພົນໂຍທາອອກໄປຍັງມະ ຣຶກຄະທາຍະວັນ
ຕັດຖາມປັນຫາກັບຄຸນາຊີວົກວ່າ ຄົນຄວນປະພຶດຕົນຕໍ່ມານດາບິດາ ຄູອາຈານ
ພັນລະຍາ ຄົນຊະລາ ສະມະນະພຣາມພົນພາຫະນະ ບ້ານເມືອງຢ່າງໃດ? ຄົນປະພຶດເຊັ່ນໃດຈິ່ງຈະໄປສະຫວັນ ແລະ ນະຣົກ
ໄດ້ໂປຣດ ຊີ້ແຈງໃຫ້ຂ້າພະເຈົ້າໄດ້ຊາບດ້ວຍເຖີດ. ຄຸນາຊີວົກ
ໄດ້ຊີແຈງແກ່ພະຣາຊາດ້ວຍ ປາສາຂອງນັກບວດນອກສາສະໜາ ກ່າວຄື
ປະຕິເສດບາບບຸນ ຄຸນໂທດ ຄຸນບິດາມານດາ
ທັງໝົດຊຶ່ງຂໍ້ໄຂຂອງຄຸນາຊີວົກນີ້ໄດ້ຮັບການສະຫນັບສະໜູນ ຈາກອະ
ລາດອຳມາດເປັນຢ່າງດີ.
ຂະນະດຽວກັນບຸຣຸດເຂັນໃຈຜູ້ນັ່ງຢູ່ຂ້າງໆ
ຄົນໜຶ່ງໄດ້ຟັງຄຳຂອງຄຸນາຊີວົກແລະອະລາດອຳມາດແລ້ວ ກໍຮ້ອງໄຫ້
ພະເຈົ້າອັງຄະຕິຈິ່ງຕັດຖາມເຖິງສາເຫດ ເຂົາໄດ້ທູນວ່າ
ເພາະໄດ້ຟັງຄຳຂອງທ່ານທັງສອງນັ້ນເກີດຣະລຶກຊາດຫົນຫລັງໄດ້ແລ້ວນຳ
ເລື່ອງອາດີດມາເລົ່າຟັງວ່າ ໃນອາດີດຂ້າພະເຈົ້າໄດ້ເກີດເປັນເສດຖີ
ຢູ່ໃນເມືອງສາເກດໃຫ້ທານຮັກສາສິນເປັນນິດຄັນຕາຍຈາກຊາດນັ້ນ ແລ້ວໄດ້ມາເກີດເປັນລູກທາສີໃນເມືອງນີ້ໄດ້ຮັບຄວາມຍາກຈົນເລື້ອຍ
ມາຈົນບັດນີ້ ແຕ່ແລ້ວຂ້າພະເຈົ້າກໍທຳຄວາມດີຢູ່ສະເໝີຄວາມດີບໍມີເລີຍ
ຂ້າພະເຈົ້າຮູ້ສຶກເສຍແຮງທີ່ທຳຄວາມດີເປັນອັນມາກຈຶ່ງຮ້ອງໄຫ້.
ເມື່ອພະເຈົ້າອັງຄະຕິໄດ້ສະດັບຟັງຖ້ອຍຄຳຂອງມິດສາທິດຖີບຸກຄົນ
ດັ່ງນັ້ນແລ້ວກໍຊົງມີພະໄທນ້ອມໄປນຳແລ້ວສະເດັດກັບໄປສູ່ວັງ
ຊົງຮັບສັ່ງໃຫ້ບຳເລີພະອົງດ້ວຍເບັນຈະກາມ
ງົດການຊ່ວຍເຫຼືອເກື້ອກຸນໄພຟ້າຂ້າແຜ່ນດິນເສຍ
ບຳລຸງພະອົງໃຫ້ເພີດເພີນຢູ່ໃນຄວາມສຸກເທົ່ານັ້ນ.
ຕໍ່ມາ
ພວກລ້ຽງນາງນົມໄດ້ນຳພຶດຕິກຳຂອງພະເຈົ້າອັງຄະຕິໄປກາບທູນພະນາ
ງຣຸຈາໃຫ້ຊົງຊາບ ພະນາງຊົງສະຣົດພະໄທຈຶ່ງເຂົ້າເຝົ້າກາບທູນແນະນຳດ້ວຍ
ຊົງຫວັງຈະໃຫ້ພະຣາຊບິດາລະມິດສາທິດຖິເສຍ
ແຕ່ເຖິງແມ້ພະນາງຈະທູນແນະນຳດ້ວຍປະການໃດໆພະຣາຊບິດາກໍບໍ່ຊົງລະ
ມິດທິດຖິໄດ້
ພະນາງຈິ່ງຕັ້ງຈິດອາທິຖານຂໍໃຫ້ທ້າວໂລກກະບານມະຫາພົມຊະມະນະພາມ
ຜູ້ຊົງທຳ ແລະ
ເທວະດາມາຊ່ວຍຊີ້ແຈງໃຫ້ພະຣາຊບິດາກັບຕັ້ງຢູ່ໃນສຳມາທິດຖິທີ່ ເຄີຍມາ
ໃນຂະນະນັ້ນນາຣະທະພົມຊາບເຫດການໂດຍຕະຫລອດແລ້ວຈິ່ງເນຣະມິດເພດ
ເປັນຣືສີເຫາະລົງມາສູ່ຈັນທະປະສາດ ຢືນຢູ່ຕົງພະພັກຂອງພະເຈົ້າອັງຄະຕິ ແລະ
ພະນາງຣຸຈາຣາດ ,
ພະນາງຣຸຈາຣາດເຫັນດັ່ງນັ້ນກໍຊົງໂສມານັດຍິນດີ
ແລ້ວຖວາຍນະມັດສະການ
ຝ່າຍພະເຈົ້າອັງຄະຕິຣາດໄດ້ສະເດັດລົງຈາກບັນລັງປະທັບຢືນຢູ່ນະພາ ກພື້ນແລ້ວຕັດຖາມວ່າ
ທ່ານເປັນໃຜ ມາຈາກໃສ?
ນາຣະທະຣືສີຕອບວ່າ ອະຕະມາ ຊື່ນາຣະທະ
ມາຈາກເທວະໂລກເປັນກັດສະປະໂຄດເມື່ອຢູ່ໃນເມືອງມະນຸດ
ພະເຈົ້າອັງຄະຕິຖາມວ່າ ທ່ານນາຣະທະທ່ານເຫາະໄດ້ດ້ວຍເຫດອັນໃດ? ດ້ວຍບຳເພັນທຳ 4 ປະການ ຄື
ສັດຈະ ສຸຈະຣິດ ການຝຶກຝົນກາຍ ແລະ ໃຈ ແລະ ການບໍລິຈາກທານ ນາຣະທະຣືສີຕອບ.
ຈາກນັ້ນນາຣະທະຣືສີໄດ້ສະແດງທັມເພື່ອໃຫ້ພະອົງລະມິສາທິດຖິເສຍ
ແລ້ວສະແດງທຸກຂະໄພໃນນະຣົກມີປະການຕ່າງໆ ແລະ
ສຸກໃນສະຫວັນມາກມາຍໃຫ້ພະອົງສະດັບຟັງ. ເມື່ອພະອົງລະມິດສາທິດຖິ ແລະ
ຕັ້ງຢູ່ໃນສິນແລ້ວທູນແນະນຳໃຫ້ພະອົງລະຖິ້ມຄົນຊົ່ວ ແລະ
ບໍ່ໃຫ້ຊົງປະໝາດອີກຕໍ່ໄປ.
ຄັນແລ້ວນາຣະທະຣືສີກໍກັບເທວະໂລກຕາມເດີມ
ພະເຈົ້າອັງຄະຕິຣາດໄດ້ຕັ້ງຢູ່ໃນໂອ ວາດຂອງນາຣະທະຣືສີ ພະເຈົ້າອັງຄະຕິຣາດ
ໄດ້ບຳເພັນທານເປັນນິດສະເໝີມາ ຄັນແລ້ວສະເດັດສະຫວັນນະຄົດ ກໍໄປສູ່ເທວະໂລກດວ້ຍປະການສະນີ້ເອງ.
9.
ພຣະວິທູນ
ນະມິດຊາຊິນະອຸດທິຍານພະເຈົ້າທະນັນໄຊໂກບໄດ້ພົບຊາຍ
ສາມຄົນ ຄົນທີ່ ໜຶ່ງ ເປັນພະອິນແປງ ຄົນທີ່ສອງເປັນພະຍາຄຸດແປງ ແລະ
ຄົນທີ່ສາມເປັນພະຍານາກແປງ
ທັງສີ່ມາທີ່ອຸດທິຍານແຫ່ງນີ້ກໍເພື່ອຫາທີ່ວິເວດຮັກສາສິນອຸ ໂບສົດ
ແລະ ໄດ້ສົນທະນາກັນວ່າໃຜຈະຮັກສາສິນອຸໂບສົດໄດ້ດີກວ່າກັນ
ພະອິນກ່າວວ່າ ສິນຂອງພະອົງດີກວ່າຜູ້ອື່ນເພາະພະອົງໄດ້ສະລະສົມບັດຢູ່
ສະຫັວນມາຮັກສາສິນ
ສ່ວນພະຍາຄຸດກ່າວວ່າສິລຂອງຕົນດີກວ່າເພາະວ່າບໍ່ຈັບນາກກິນເປັນ ອາຫານ
ແລ້ວພະຍານາກກ່າວວ່າສິນຂອງຕົນດີກວ່າເພາະຕົນບໍ່ເຄີຍໂກດພະຍາຄຸດ
ຜູ້ເປັນສັດຕູ ແລະ ພະເຈົ້າທະນົນໄຊໂກບ
ກ່າວວ່າຕົນຫລີກໜີສິ່ງຍົ້ວເຍົາໃນວັງເພື່ອມາຮັກສາສິນ
ສະນັ້ນສິລຂອງຕົນດີກວ່າແນ່ນອນແຕ່ແລ້ວທັງສີ່ກໍສະຫລຸບບໍ່ໄດ້ວ່າ
ໃຜຮັກສາສິລໄດ້ດີກວ່າກັນ ພະເຈົ້າທະນົນໄຊໂກບ
ຈິ່ງພາມາຫາພະວິທູນບັນດິດ ຊ່ວຍຕັດສິນ ຊຶ່ງວິທູນບັນດິດນັ້ນເປັນບັນດິດປະຈຳຣາດຊະສຳນັກຂອງພະເຈົ້າທະນົນ
ໄຊໂກບ ມີໜ້າທີ່ຖວາຍຄວາມຮູ້ດ້ານຕ່າງໆແກ່ພະຣາຊາເມື່ອວິທູນບັນດິດໄດ້ຟັງ
ເລື່ອງລາວກໍວິໄສວ່າສິ່ງທີ່ພະອົງທັງສີ່ໄດ້ທຳນັ້ນ ລ້ວນ ແຕ່
ເປັນຄວາມດີສະເໝີເໝືອນກັນຫາກທຳໃນຖານະ ແລະ ໂອກາດຕ່າງກັນຫາກມີພ້ອມຢູ່ບຸກຄົນໃດກໍຈະທຳໃຫ້ສະຫງົບລະງັບຈາກ
ສິ່ງຊົ່ວຮ້າຍຕ່າງໆ ຫຼື ບາບກຳໄດ້
ກະສັດທັງສີ່ພໍພະໄທໃນຂໍ້ວິນິໄສຂອງວິທູນບັນດິດມາກ
ເມື່ອພະຍານາກກັບເຖິງນາກພິພົບແລ້ວກໍໄດ້ເລົ່າເລື່ອງໃຫ້ນາງວິ
ມາລາຜູ້ເປັນມະເຫສີແຫ່ງຕົນຟັງ ນາງຈິ່ງເກີດສັດທາຢາກຟັງທຳ
ຈິ່ງວາງແຜນໃຫ້ພະຍານາກໄປນຳວິທູນບັນດິດມານາກພິພົບ
ນາງຈິ່ງທຳເປັນຄົນນອນປ່ວຍບໍ່ໄດ້ອອກໄປເຝົ້າສາມີເໝືອນແຕ່ກ່ອນ
ພະຍານາກສະເດັດມາຢ້ຽມພະນາງຈິ່ງກາບທູນວ່າທີ່ປ່ວຍເຊັ່ນນີ້ເພາະ
ຢາກໄດ້ຫົວໃຈຂອງວິທູນບັນດິດ ພະຍານາກຕັດວ່າ
ຢາກໄດ້ຫົວໃຈຂອງວິທູນບັນດິດ
ກໍປຽບເໝືອນຢາກໄດ້ດວງອາທິດຍາກທີ່ຈະເຂົ້າເຖິງຕົວໄດ້ເມື່ອ ອິຣັນທະດີ
ຜູ້ເປັນທິດາຮູ້ເລື່ອງ ນາງກາບທູນພະນາງວິມາຣາ
ວ່າຈະຂຶ້ນໄປໂລກມະນຸດແລ້ວນຳຫົວໃຈຂອງວິທູນບັນ ດິດມາຖວາຍ
ທີ່ຊາຍຝັ່ງມະຫາສະມຸດໃກ້ປ່າຫິມະພານມີບຸບຜາກາຣະຄີຣີຕັ້ງເປັນຕະງານ
ນາງອິຣັນທະດີ
ຂຶ້ນຈາກນາກພິພົບແລ້ວເຫາະປະກົດຕົວພ້ອມກັບຂັບຮ້ອງເພງວ່າຜູ້ໃດນຳ
ຫົວໃຈຂອງວິທູນບັນດິດມາຖວາຍມານດາຂອງຕົນໄດ້ນາງຍິນດີຈະເປັນ
ເມຍຂອງຜູ້ນັ້ນ ຂະນະນັ້ນ
ປຸນນະຍັກຂີ່ມ້າສິນທົບເຫາະມາພົບນາງກໍເກີດຫລົງຮັກ
ຈິ່ງຮັບອາສານຳຫົວໃຈຂອງວິທູນບັນດິດມາຖວາຍໃຫ້ໄດ້
ນາງອິຣັນທະດີໄດ້ພາປຸນນະຍັກມາເຝົ້າພະບິດາ ແລະ ພະມານດາໃນນາກພິພົບ.
ປຸນນະຍັກເຫາະໄປເອົາແກ້ວມະນີດວງຫນຶ່ງທີ່ພູເຂົາເວປຸນຣະ
ແລ້ວກໍມຸ່ງຫນ້າໄປຍັງເມືອງອິນທະປັດ
ເພື່ອທ້າພະເຈົ້າທະນົນໄຊໂກບຫຼິ້ນຊະກາຖ້າຫາກພະເຈົ້າທະນົນໄຊ ໂກບ
ຊະນະຈະໄດ້ແກ້ວວິເສດແລະມ້າສິນທົບ ແຕ່ຖ້າແພ້
ຈະຕ້ອງໃຫ້ສິ່ງທີ່ຕົນຕ້ອງການເປັນຂໍ້ແລກປ່ຽນຍົກເວັ້ນຕົວພະອົງ ແລະ
ອັກຄະມະເຫສີ ເມື່ອການພະນັນຈົບເປັນວ່າພະເຈົ້າທະນົນໄຊໂກບເປັນຄົນແພ້
ສະນັ້ນປຸນນະຍັກຈິ່ງກ່າວວ່າຕ້ອງການນຳຕົວຂອງວິທູນບັນດິດໄປ
ພະເຈົ້າທະນົນໄຊໂກບຊົງຄັດຄ້ານ
ເພາະພະອົງຖືວ່າວິທູນບັນດິດເປັນຍາດຄົນໜຶ່ງ ເມື່ອທັງສອງຕົກລົງກັນບໍ່ໄດ້ຈິ່ງໄປຫາວິທູນບັນດິດ
ເພື່ອໃຫ້ຊ່ວຍຕັດສິນ
ຟ່າຍວິທູນບັນດິດກ່າວວ່າຕົນເປັນຊັບສົມບັດຂອງພະເຈົ້າທະນົນໄຊໂກບ
ເປັນທາດຮັບໃຊ້ມາຕັ້ງແຕ່ເກີດ ແລະ
ບໍ່ອາດຍົກຕົນສະເໝີພະເຈົ້າທະນົນໄຊໂກບຈິ່ງບໍ່ຍອມຍົກເວັ້ນພະ ເຈົ້າທະນົນໄຊໂກບເສຍພະໄທມາກ
ແຕ່ຕ້ອງຍອມໃຫ້ປຸນນະຍັກເອົາວິທູນບັນດິດໄປ
ປຸນນະຍັກບອກໃຫ້ວິທູນບັນດິດເກາະຫລັງຂີ່ມ້າໄປດ້ວຍກັນ
ມຸ່ງຫນ້າໄປຍັງເຂົາກາຣະຄີຣີທີ່ປ່າຫິມະພານ
ຂະນະທີ່ຂີ່ມ້າໄປນັ້ນປຸນນະຍັກຄິດຂ້າວິທູນບັນດິດຕະຫລອດເວລາ ຈິ່ງສັ່ງມ້າຂອງຕົນ
ເລັດລອດໄປຕາມກິ່ງໄມ້ ແລະ ກ້ອນຫີນຊ່ອງແຄບໆ
ວິທູນບັນດິດຈິ່ງຖາມເຫດຜົນທີ່ຄິດຈະຂ້າຕົນ ປຸນນະຍັກຈິ່ງຕອບວ່າ
ເພື່ອນຳຫົວໃຈໄປໃຫ້ນາງວິມາລາມະເຫສີຂອງພະຍານາກຜູ້ເປັນແມ່ຂອງ
ນາງອິຣັນທະດີ ຫາກທຳໄດ້ສຳເລັດກໍຈະໄດ້ນາງອິຣັນທະດີມາເປັນຄູ່ຄອງ
ວິທູນບັນດິດໄດ້ສະແດງທຳໃຫ້ປຸນນະຍັກຟັງ
ສະຫລຸບໄດ້ວ່າບໍ່ໃຫ້ທຳລາຍມິດບໍ່ໃຫ້ຫລົງໄຫລໃນສະຕຣີ
ຈົນປຸນນະຍັກເຫຼື້ອມໃສແລ້ວຈິ່ງໃຫ້ປຸນນະຍັກພາມາຍັງນາກ
ພິພົບວິທູນບັນດິດໄດ້ແນະນຳພະຍານາກ ໃຫ້ທຳບຸນດ້ວຍການແພ່ເມດຕາຈິດໃຫ້ແກ່ນາກບໍລິວານທັງຫຼາຍ
ຈາກນັ້ນຈິ່ງເຂົ້າພົບນາງວິມາຣາທັນທີທີ່ຮູ້ວ່າຊາຍທີ່ຢືນຢູ່ຂ້າງ
ໜ້າຄືວິທູນບັນດິດ ນາງວິມາຣາກໍດີໃຈເປັນອັນມາກ
ພະຍານາກກັບນາງວິມາຣາເກີດສັດທາວິທູນບັນດິດມາກ
ຈາກນັ້ນຈິ່ງຍົກນາງອິຣັນທະດີໃຫ້ແກ່ປຸນນະຍັກຕາມທີ່ຕົກລົງໄວ້
ຝ່າຍປຸນນະຍັກກໍປຣາບປຣຶ້ມໃຈເປັນທີ່ສຸດໄດ້ກ່າວຍົກຍ້ອງວິທູນ
ບັນດິດວ່າເປັນຜູ້ມີພະຄຸນ
ແລ້ວໄດ້ມອບແກ້ວມະນີດວງທີ່ທ້າພະນັນກັບພະເຈົ້າທະນົນໄຊໂກບ
ຈາກນັ້ນຈິ່ງນຳວິທູນບັນດິດຂຶ້ນຫລັງມ້າມາສົ່ງທີ່ນະຄອນອິນທະປັດ
ວິທູນບັນດິດໄດ້ອວຍພອນໃຫ້ປຸນນະຍັກກັບນາງອິຣັນທະດີຢູ່ດ້ວຍກັນ
ຢ່າງມີຄວາມສຸກແລ້ວທັງສາມກໍລາຈາກກັນ.
ຈາກນັ້ນວິທູນບັນດິດໄດ້ໃຫ້ໂອວາດແກ່ປະຊາຊົນດັ່ງທີ່ເຄີຍມາ
ໄດ້ບຳເພັນບາ ຣາມີມາ ຕາບຈົນສິນອາຍຸສັງຂານແລ້ວໄດ້ໄປເກີດໃນສະຫວັນ.
10. ພຣະເວດສັນດອນ
ຄັ້ງອາດີດຕະການຊ້າ
ນານມາແລ້ວທີ່ພະນະຄອນເຊດຕຸດອນຣາຊທານີ ພຣະເວດສັນດອນຂຶ້ນຄອງ
ຣາຊຕັ້ງແຕ່ອາຍຸໄດ້16ພັນສາ
ອະພິເສກສົມຣົດກັບພະນາງມັດທີເຈົ້າຍິງແຫ່ງແຄ້ວນ ມັກຄະມີພະໂອຮົດ ແລະ
ທິດາຄືເຈົ້າຊາຍຊາລີ ແລະ ເຈົ້າຍິງກັນຫາ
ພະເວດສັນດອນໃຈບຸນມາກສ້າງໂຮງທານໄວ້ບໍລິຈາກທານໃຫ້ແກ່ຄົນ ຍາກຈົນເຖິງ
6ແຫ່ງ, ຕໍ່ມາໄດ້ຊົງທານຊ້າງປັດໃຈນາຄຊຶ່ງເປັນຊ້າງມຸງຄຸນໃຫ້ແກ້ແຄ້ວນ ກະລິງຄະລັດທີສົ່ງທູດມາຂໍ
ເຮັດໃຫ້ຊາວເມືອງສີພີບໍ່ພໍໃຈເຖິງກັບພາກັນໄປກາບທູນພະເຈົ້າສົນ
ໄຊຜູ້ເປັນພະບິດາໃຫ້ເນລະເທດອອກໄປຈາກບ້ານເມືອງ
ພະບິດາຍອມທຳຕາມມະຕິຂອງມະຫາຊົນ ພຣະເວດສັນດອນເອງກໍຍອມຮັບ
ແຕ່ກ່ອນຈະ
ຈາກໄປນັ້ນໄດ້ທູນຂໍໂອກາດບໍລິຈາກທານຄັ້ງຍິ່ງໃຫຍ່ເອີ້ນວ່າສັດຕະ
ຊາດົກມະຫາທານຄືໃຫ້ຂອງຢ່າງລະ700ເປັນທານຊຶ່ງພະບິດາກໍຊົງ ອານຸ ຍາດ
ຝ່າຍພະນາງພຸດສະດີຜູ້ເປັນພະມານດາເສຍພະໄທມາກ
ເຖິງກັບຮ້ອງໄຫ້ພະເຈົ້າສົນໄຊສຸດສົງສານພະ ນາງມັດທີ ແລະ
ພະເຈົ້າຫຼານທັງສອງພະອົງຫຼາຍຈິ່ງຕັດສັ່ງໃຫ້ພະນາງມັດທີ ແລະ
ພະເຈົ້າຫຼານຢູ່ ແຕ່ພະນາງມັດທີ
ບໍ່ຢູ່ແຕ່ຈະຂໍຕາມສະເດັດໄປນຳພະສາມີໄປຢູ່ປ່າດ້ວຍ
ລະຫວ່າງທາງທີ່ຈະໄປເຂົາວົງກົດຕ້ອງຜ່ານເມືອງເຈດຕະຣາດພະເຈົ້າເຈດ
ຕະຣາດຊົງຖວາຍການຕ້ອນຮັບ ແລະ ທູນເຊີນໃຫ້ສະເດັດຄອງ
ຣາຊສົມບັດທີ່ບ້ານເມືອງຂອງພະອົງ ແຕ່ພະເວດສັນດອນຊົງປະຕິເສດ ແລະ
ໃຫ້ເຫດຜົນເຖິງການອອກ
ບວດເປັນຮືສີຢູ່ທີ່ເຂົາວົງກົດພະເຈົ້າເຈດຕະຣາດຈິ່ງຖວາຍຄຳແນະນຳ
ທາງທີ່ຈະໄປ ແລະໃຫ້ພານເຈດຕະບຸດໄປບົວລະບັດຮັກສາລະຫວ່າງທາງ.
ນະໝູ່ບ້ານທູນນະວິດແຄວ້ນກະລິງຄະຣັດມີຄອບຄົວຜົວແກ່ເມຍສາວຢູ່ຄູ່
ໜຶ່ງຜົວແກ່ຊື່ ຊູຊົກ ສ່ວນເມຍສາວຊື່ອະມິດຕະຕາ
ນາງອະມິດຕະຕາບອກຊູຊົກໃຫ້ໄປຂໍສອງກຸມມານຄື ຊາລີ ແລະ ກັນຫາ ມາເປັນຄົນຮັບໃຊ້
ຊູຊົກ ຈິ່ງອອກເດີນທາງໄປທີ່ແຄວ້ນສີພີສອບຖາມເລື່ອງລາວຂອງພະເວດສັນ
ດອນເລື້ອຍໄປ
ຂະນະເດີນທາງໄປນັ້ນເຖົ້າຊູຊົກໄດ້ພັບກັບພານເຈດຕະບຸດຈິ່ງອ້າງຕົນ
ເອງວ່າເປັນທູດທີ່ມາຈາກແຄ້ວນສີພີເພື່ອທູນເຊີນພຣະເວດສັນ ດອນພະນາງມັດທີ
ພະໂອຣົດ ແລະ ພະທິດາ ກັບໄປຍັງແຄວ້ນສີພີ
ຊູຊົກເດີນໄປຕາມທາງທີ່ນາຍພານເຈດຕະບຸດບອກຈົນໄປເຖິງສາຣາຂອງອັດ
ຈຸຕະຣືສີ
ຊູຊົກຖາມເຖິງທາງໄປສາຣາຂອງພະເວດສັນດອນໂດຍຕົວະວ່າມາເພື່ອພົບປະ
ສົນທະນາທັມກັບພະເວດສັນດອນ.
ເມື່ອຊູຊົກມາຮອດສາຣາຂອງພະເວດສັນດອນ
ເວລານັ້ນພະ ນາງມັດທີເຂົ້າປ່າໄປຫາຫມາກໄມ້ຕ່າງໆ
ຊູຊົກຈິ່ງເຂົ້າໄປຂໍພະໂອຣຣົດ ແລະ ພະທິດາ ເວດສັນດອນຈິ່ງເວົ້າເຫດ ແລະ
ຜົນໃຫ້ພະໂອຣົດ ແລະ
ພະທິດາຮູ້ເລື່ອງເຖິງການບຳເພັນໃຫ້ທານຄັ້ງຍິ່ງໃຫຍ່ ແລະ ໄດ້ຕັ້ງລາ
ຄາຄ່າໄຖ່ພົນຈາກຄວາມເປັນທາດຄື ຕ້ອງມີທາດຮ້ອຍໜຶ່ງ ທາສີຮ້ອຍໜຶ່ງ ຊ້າງຮ້ອຍ
ມ້າຮ້ອຍ ງົວອຸສຸພະຣາຊ ຮ້ອຍ ແລະ ທອງຄຳອີກຮ້ອຍເຫຼັ້ມ
ເມື່ອຜູ້ໃດ້ນຳຊັບເຫຼົ່ານີ້ມາຖວາຍໄດ້ແລ້ວຈະພົ້ນຈາກຄວາມເປັນທາດ
ຈຳໄວ້ໃຫ້ດີ.ຈາກນັ້ນພະເວດສັນດອນກໍບໍລິຈາກ ພະໂອຣົດ ແລະ ພະທິດາ
ໃຫ້ແກ່ຊູຊົກໄປເມື່ອພະນາງມັດທີຊົງຊາບກໍເສຍພະໄທມາກ
ພະເວດສັນດອນຈິ່ງຊີ້ແຈງເຖິງການບຳເພັນທານ
ພະນາງມັດທີ່ຈິ່ງອານຸໂມທະນາໃນການບໍລິຈາກຄັ້ງນີ້.
ການບຳເພັນທານບາຣະມີຂອງພະເວດສັນດອນຍັງບໍ່ສົມບູນພະອິນຈິ່ງແປງ
ເພດເປັນພານໄປທູນຂໍພະນາງມັດທີກັບພະເວດສັນດອນ
ເຖິງວ່າພະເວດສັນດອນຈະຮັກນາງມັດທີຫຼາຍແຕ່ເພື່ອການບຳເພັນບາ
ຣາມີສົມບູນຈິ່ງຍອມສະຫຼະພະນາງມັດທີສ່ວນນາງມັດທີເຂົ້າພະໄທດີ
ຈິ່ງອານຸໂມທະນາ ຝ່າຍພະອິນກໍໄດ້ຖວາຍນາງມັດທີຄືນແກ່ພະເວດສັນດອນ
ແລະ ໄດ້ຖວາຍພອນແກ່ພະເວດສັນດອນໄດ້ແກ່
ຫນຶ່ງຂໍໃຫ້ພະເຈົ້າສົນໄຊມາທູນສະເດັດກັບພະນະຄອນເພື່ອຄອງຣາຊ
ສອງຂໍໃຫ້ຊ່ວຍຊາວເມືອງໃຫ້ພົ້ນທຸກ ສາມໃຫ້ຊາວເມືອງຈົ່ງມີຄວາມສຸກທຸກເພດທຸກໄວ
ສີ່ຂໍໃຫ້ຢ່າໄດ້ຕົກຢູ່ໃຕ້ອຳນາດຂອງສະຕຣີ ຫ້າຂໍໃຫ້ໄດ້ພົບພະໂອຣົດ
ແລະ ພະທິດາທີ່ໄດ້ພັດ ພາກຈາກກັນ
ຫົກຂໍໃຫ້ໄດ້ອາຫານທິບທຸກວັນນັບຕັ້ງແຕ່ໄດ້ຄອງຣາຊ
ເຈັດຂໍໃຫ້ມີຈິດໃຈຜ່ອງໃສໃນການໃຫ້ທານ ແປດເມື່ອຈາກໂລກນີ້ຂໍໃຫ້ໄປຢູ່ສະຫວັນ
ແລະ ເມື່ອເກີດມາເປັນມະນຸດອີກຄັ້ງກໍຂໍໃຫ້ໄດ້ຕັດສະຣູ້ເປັນພະພຸດທະ
ເຈົ້າ ພະເວດສັນດອນນ້ອມຮັບຄຳອວຍພອນດ້ວຍຄວາມຍິນດີ.
ຊູຊົກພາພະກັນຫາ
ແລະ ພະຊາລີມາເຖິງທາງແບ່ງສອງທາງ ທາງສາຍໜຶ່ງແຍກໄປທາງອື່ນສ່ວນອີກທາງສາຍໜຶ່ງໄປເມືອງເຊດຕຸດອນ
ຣາຊ ທານີແຕ່ດວ້ຍບຸນຂອງພະສອງກຸມມານ
ຈິ່ງບັນດານໃຫ້ຊູຊົກຕັດສິນໃຈໄປເມືອງເຊດຕຸດອນ
ເພື່ອພາສອງກຸມມານເຂົ້າເຝົ້າພະເຈົ້າສົນໄຊ
ເມື່ອເຫັນຫຼານທັງສອງກໍຈຳໄດ້ພະນາງບຸດສະດີກໍເຊັ່ນກັນທັງສອງ
ພະອົງດີພະໄທມາກ ຮັບສັ່ງໃຫ້ສັບສິນ ແລະ
ສິ່ງຂອງສ່ວນພະອົງມາໄຖ່ເອົາຫຼານຮັກຂອງຕົນ ແລະ
ໃຫ້ຊັບສິນອື່ນໆເປັນຈຳນວນຫຼວງຫລາຍແລ້ວລ້ຽງອາຫານຊູຊົກຢ່າງເຕັມທີ່
ສ່ວນຊູຊົກໂລບມາກກິນອາຫານຫລາຍຈົນເກີນໄປເຮັດອາຫານຍ່ອຍຍາກແລະ
ທ້ອງກໍແຕກຕາຍໄປໃນທີ່ສຸດ
ພະເຈົ້າສົນໄຊຮັບສັ່ງຂະບວນໃຫ້ໄປຮັບເອົາພະເວດສັນດອນ ແລະ
ນາງມັດທີຢູ່ເຂົາວົງກົດ ຂະນະນັ້ນພະເຈົ້າກະລິງຄະຣັດ
ກໍໃຫ້ພາມນຳຊ້າງປັດໃຈນາຄມາຄືນ
ພະເຈົ້າສົນໄຊຈິ່ງນຳຂະບວນດ້ວຍຊ້າງປັດໃຈນາຄ.
ເມື່ອກະສັດທັງ 6 ພະອົງໄດ້ແກ້ ພະເຈົ້າສົນໄຊ ພະນາງບຸດສະດີ
ພະເວດສັນດອນ ພະນາງ ມັດທີ ພະຊາລີກຸມມານ ແລະ ພະກັນຫາກຸມ
ມາຣີໄດ້ພົບກັນກໍດີພະໄທ ຮ້ອງໄຫ້ຈົນສະລົບໄປທຸກ
ພະອົງພະອິນຈິ່ງດົນບັນດານໃຫ້ຝົນຕົກ ເຮັດໃຫ້ກະສັດທັງຫົກຈິ່ງຟື້ນຂຶ້ນມາ
ເມື່ອສະເດັດກັບພະນະຄອນ
ພະເວດສັນດອນຈິ່ງໄດ້ຂຶ້ນຄອງຣາຊສົມອີກຄັ້ງໜຶ່ງດ້ວຍຄວາມສັນຕິສຸກ
ເມື່ອພະເວດສັນດອນສະຫວັນນະຄົດໄປສະຫວີຍສຸກຢູບົນສະຫວັນຊັ້ນດຸສິດ
ສະຫວັນນະທີ່ນັນເປັນເວລາຊ້າງນານຈິ່ງຈຸຕິລົງມາເກີດເປັນ ເຈົ້າຊາຍສິດທັດທະກຸມມານ
ແລະໄດ້ຕັດສະຮູ້ເປັນພະພຸດທະເຈົ້າຂອງເຮົາໃນກາຣະຕໍ່ມາ.
ไม่มีความคิดเห็น:
แสดงความคิดเห็น