ເຮືອນ 3 ນໍ້າ 4 - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


5 กุมภาพันธ์ 2560

ເຮືອນ 3 ນໍ້າ 4



ເຮືອນສາມນ້ຳສີ່ ເປັນຄຳສອນຂອງຊາວລາວ ໄດ້ປະພັນໄວ້ອົບຮົມສັ່ງສອນ ໃຫ້ລູກຫຼານ ໂດຍສະເພາະຜູ້ຍິງ ໄດ້ປະພຶດ ປະຕິບັດເປັນນິໄສ ເປັນກິດຈະວັດ ໃນການຄອງເຮືອນ. ຄຳວ່າ "ເຮືອນ" ມີຄວາມໝາຍດຽວກັບ ເຮືອນ ຫຼື ບ້ານ ແລະ ໃນທີ່ນີ້ຍັງໝາຍເຖິງ ຄອບຄົວອີກດ້ວຍ "ເຮືອນສາມນ້ຳສີ່" ຖືໄດ້ວ່າ ເປັນຫຼັກການ ຄອງຮັກຄອງເຮືອນ ຂອງຄົນລາວ ຫຼື ອາຈຈະເອີ້ນໄດ້ວ່າເປັນ "ຮີດ ຜົວຄອງເມຍ" ຫຼື ຫຼັກການເປັນ ສາມີ-ພັນລະຍາ ທີ່ດີ.
ເຮືອນສາມຄື ຫຼັກກ່ຽວກັບການດູແລເຮືອນຊານບ້ານຊ່ອງ ລວມໄປເຖິງ ການດູແລຮ່າງກາຍ ມີທັງໝົດສາມຂໍ້ ຈຶ່ງເອີ້ນວ່າ: "ເຮືອນສາມ" ສ່ວນນ້ຳສີ່ຄື ຫຼັກກ່ຽວກັບການດູແລເຄືອງອຸປປະໂພກບໍຣິໂພກ ລວມໄປເຖິງເລື່ອງສອນຄວາມມີນ້ຳໃຈ ມີສີ່ຂໍ້ ເອີ້ນວ່າ: "ນ້ຳສີ່"

ສະຫຼຸບຄວາມແລ້ວ ເອີ້ນວ່າ: "ເຮືອນສາມນ້ຳສີ່" ກໍຄື ຫຼັກຄຳສອນ ໃຫ້ຍິງສາວຮູ້ຈັກ ການບ້ານ ການເຮືອນ ມີຄວາມສະອາດສະອ້ານ ສຸກຂະພາບອະນາໄມທີ່ດີ ມີນ້ຳຈິດນ້ຳໃຈ ສົມເປັນກຸນລະສັຕຕຣີ ສົມເປັນແມ່ຍິງທີ່ດີ ຜູ້ໃດນຳໄປປະຕິບັດ ຄອບຄົວກໍຈະຢູ່ເຢັນເປັນສຸກ.
 


ວ່າດ້ວຍຮີດຄອງຂອງແມ່ຍິງລາວອັນປະກອບດ້ວຍ
ເຮືອນ 3 ນໍ້າ 4 ນັ້ນ­ມີດັ່ງ­ນີ້ :
ເຮືອນ 3 ໄດ້ແກ່:



  1. ເຮືອນ­ຄົວ: ແນ່ນອນ ເຮືອນ­ຄົວນັ້ນ­ກໍເປັນບ່ອນ­ທີ່­ມີໄວ້­ສໍາ­ລັບ­ປຸງແຕ່ງ­ອາ­ຫານ, ການ­ກີນ ດັ່ງ­ນັ້ນ ຜູ້ເປັນແມ່ບ້ານ­ຈຶ່ງຕ້ອງ­ມີໜ້າ­ທີ່­ຮັກ­ສາ ທໍາ­ຄວາມສະ­ອາດ­ປັດ­ກ­ວາດໃຫ້­ມັນ­ສະອາດເປົ່າແປນເປັນລະ­ບຽບ ຮຽບຮ້ອຍເພື່ອສຸຂະອະ­ນາໄມທີ່່ດີ
 2. ເຮືອນ­ນອນ: ກໍແມ່ນສະຖານ­ທີ່ ພັກຜ່ອນ ຫລັບ­ນອນ ແລະ­ ເປັນ­ທີ່ສ້າງ­ຄວາມໜ້າ­ຢູ່ ມີຄວາມ­ຮົ່ມເຢັນແກ່­ຜູ່­ທີ່­ມາ­ຂໍພຶ່ງ­ພາອາ­ໄສໃຫ້ເນັ້ນຄວາມເປັນລະ­ບຽບໃນ­ການມ້ຽນມັດເຊັດ­ຖູເກັບມ້ຽນຜ້າແພພັນເຄື່ອງນຸ່ງຫົ່ມໃຫ້ເປັນ­ທີ່ສະ­ອາດ­ຫູສະ­ອາດ­ຕາແກ່­ຜູ້ພົບເຫັນ.
  3.ເຮືອນ­ຜົມ: ສຕຣີລາວໃນ­ຍຸກ­ບູຮານນະ­ການແມ່ນ­ມັກ­ຮັກ­ສາໄວ້­ຜົມ­ຍາວດໍາສະນິດເອົາໄວ້ເກົ້າເປັນ­ມວຍ­ງາມ ສະນັ້ນ ນາງ­ຈຶ່ງຕ້ອງ­ຮູ້­ຈັກ ຮັກສາ­ຜົມ­ທີ່ຍາວດໍາໃຫ້­ມັນສະ­ອາດໃຫ້­ມັນ­ຖືກ­ຫວີຈົບ­ງາມ­ພາໃຫ້ຜູ້ພົບ­ຮູ້­ສຶກສະ­ອອນ­ຕາເມື່ອຫາກໄດ້­ຊົມເບີ່ງເກົ້າ­ຜົມ­ດໍາເປັນເງົາງາມ­ອັນພາໃຫ້ເຊີດ­ຊູບຸກຄະ­ລິກບໍ່ແມ່ນຈະປະ­ປ່ອຍໃຫ້­ມັນ ຫຍູ້ງເຫຍີງ­ຂາດການເອົາໃຈໃສ່.

ນໍ້າ 4 ໄດ້ແກ່ :

  1. ນໍ້າອາບ: ໃນ­ຄໍາ­ສັ່ງ­ສອນ­ຂອງ­ຄົນ­ບູຮານ­ນັ້ນແມ່ນ ນໍ້າອາບ ສົງ­ຄົນໃນບ້ານ ເພາະ­ຕ້ອງ­ຕັກມ້ຽນໄວ້­ບໍ່ໃຫ້­ອຶດ­ຢາກ ເພິ່ນເວົ້າວ່າ : "ຢ່າໃຫ້ ໄຫໃນບ້ານຂາດແຫ້ງຢ່າໃຫ້ແອ່ງ­ຂາດກ້ຽງ ຊາວບ້ານ­ຊິກ່າວຂວັນ ລະ­ເດີ"

  2. ນໍ້າສຳລັບດື່ມກິນ: ແມ່ນ­ໝາຍເຖິງນໍ້າ­ສະ­ອາດ­ບໍລິສຸດເອົາໄວ້­ດື່ມ­ກີນຕັກ­ນໍ້າກີນໃສ່ໄຫໄວ້ໜ້າ­ຂັ້ນໃດເຮືອນເພື່ອຜູ້ໃດຜ່ານ­ມາ ຈະ­ໄດ້ແວະ­ເຊົາ ກີນ­ນໍ້າໃສສະ­ອາດ ໃນ­ໄຫນັ້ນໄດ້ສະດວກ ແລະ­ ກໍແມ່ນເພື່ອ­ສໍາ­ລັບ­ຄົນໃນເຮືອນ­ກໍເຊັ່ນ­ກັນ ດັ່ງ­ນັ້ນ, ບູຮານເພີ່ນ­ຈຶ່ງ­ສັ່ງ­ສອນວ່າ: "ຢ່າໃຫ້ແມງງ່ອງແງ່ງ­ລົງຫລີ້ນ­ນໍ້າແອ່ງ­ກິນ ຢ່າໃຫ້­ມີຂີ້­ໝີ່ນມ້ຽງສະ­ນິມ ໄຄໃຕ້­ກົ້ນແອ່ງ ຢ່າໃຫ້­ນໍ້າ­ຂອດແຫ້ງ ແລງເຊົ້າໃຫ້ເຈົ້າເກື່ອຍ­ຂົນເດີ" ອັນ­ນີ້ກໍແມ່ນ­ອີກວ່າຜູ້ໃດຫີວນໍ້າຍາມໃດ ແມ່ນ­ກີນໄດ້­ທຸກຍາມ.
  3. ນໍ້າເຕົ້າປູນ: ໄດ້ແກ່­ນໍ້າ ທີ່ຄວນໃສ່ໃນເຕົ້າ­ປູນ ຜູ້ໃດເປັນແມ່ເຮືອນ ກໍຕ້ອງຮັກສານໍ້າໃນກະ­ບອກ­ປູນ ຢ່າໃຫ້­ມັນແຫ້ງເລີຍ ເພາະ­ເມື່ອຫາກ­ມີແຂກມາ­ຢ້ຽມ­ຢາມ ກໍແມ່ນວ່າໄດ້ເອົາ­ຂັນ­ໝາກຂັນ­ພູສູ່ແຂກ ຜູ້ມາເຢືອນ­ຖາມຂ່າວຄາວສຸກທຸກ­ຕາມ ອັດທະຍາ­ໄສອັນ­ຈົບ­ງາມ ຂອງ­ຊາວລາວແຕ່­ບູຮານ.

  4. ນໍ້າໃຈ: ອັນ­ນີ້­ໝາຍເຖີງ ນໍ້າ­ຈິດ ນໍ້າໃຈ ຂອງເຈົ້າແມ່ເຮືອນ ໂດຍ­ຄວນເປັນ­ຄົນໃຈກວ້າງ ເພື່ອແຜ່ ແກ່ ຍາ­ຕິພີ່ນ້ອງ ຂອງຝ່າຍ­ສາມີ ແລະ­ ຝ່າຍ­ຕົນ ໃຫ້­ມັນ ສະ­ເຫມີພາບລະ­ຫວ່າງ­ກັນ ເຊັ່ນ: ຢ່າໄດ້ມີຄໍາ­ຂົມ ຕໍ່ໃຜພໍນ້ອຍ ຢ່າໄດ້ຄອຍຫາ­ຂໍ້­ງໍແງຮ້ອຍແງ່ ຄຽດ­ຂໍ້­ລໍ້ ແຂ່ແຫລ້ ແນວນີ້ ມັນ­ບໍ່­ດີນໍ ຂໍໃຫ້ ແມ່ເຮືອນເຈົ້າເຮັດ­ຕາມ­ບູຮານເກົ່າ ຈຶ່ງ­ຊິມີຂື້ນໄດ້ ຄວາມໄຮ້ແມ່ນ ໜີໄກພຸ້ນແລ້ວ"

ທ່ານນັກປຣາດໂບຮານນະຈານ ໄດ້ປະພັນໄວ້ເປັນລັກສະນະ ບົດກອນດັ່ງນີ້:


↪ ເຮືອນໜຶ່ງນັ້ນ ໄດ້ແກ່ເຮືອນຄົວ ຂອງໃນຄົວ ໃຫ້ຮຽບຮ້ອຍ ບາຍມ້ຽນແຈບຈົມ

ຢ່າປະສົມປະເສໄວ້ ບ່ວງຈອງໄຫໝໍ້
ໃຫ້ມີທໍ ເກັບຖ້ວຍ ສວຍດີ ມີຕູ້ໃສ່
ຢ່າຊູເກັບ ໄຂວ່ໄວ້ ເບິ່ງໄດ້ກະບໍ່ງາມ
ຊາມ ຫຼື ໝໍ້ ເກືອໄຫປາແດກ
ໝໍ້ແຫກ ແລະ ບ່ວງຊ້ອນ ບາຍໄດ້ ໃຫ້ໝ່ອນມື
ຢ່າໃຫ້ດຳປື້ໆ ຖ້ວຍບ່ວງ ເປັນກະລຶນ
ເວລາກືນອາຫານ ໂລກສິໄຫຼ ລົງທ້ອງ
ຂອງແນວໃຊ້ ໃນຄົວ ໃຫ້ກ້ຽງໝື່ນ
ຢ່າໃຫ້ປາ ແດກຈື້ນ ແມງວັນສິແຕກວື້ນໆ ມາຂີ້ໃສ່ຄົວ

ຢ່າໃຫ້ໝາໄກ່ກົ້ວ ເຂົ້າຢູ່ເຮືອນໄຟ
ຖືກຫ່າໝາຈັ່ງໄລ ສິຄາບໄຫເລຍຊ້ອນ
ຢ່າໃຫ້ໜອນໄປຄວ້າ ແມງວັນເຂົ້າໄປຄວ່າ
ຮັກສາຄົວໃຫ້ຮຽບຮ້ອຍ ດູລະຫ້ອຍສູ່ທາງ

ຢ່າໃຫ້ມີກະດູກກ້າງ ຄ້າງຢູ່ໃນຄົວ
ຄົນສິຫົວຂວັນນາງ ວ່າບໍ່ເຄີຍບາຍມ້ຽນ
ເຮົາຕ້ອງພຽນປັດແຜ້ວ ເຮືອນຄົວ ຢ່າໃຫ້ເກົ່າ
(ເປັນດັ່ງຄຳເພິ່ນເວົ້າ ເບິ່ງວັດໃຫ້ເບິ່ງຖານ ເບິ່ງບ້ານໃຫ້ເບິ່ງຄົວ)
ຄັນວ່າ ຄົວສະອາດແລ້ວ ໃຜກໍຍ້ອງວ່າດີ

ເຮືອນສອງນັ້ນ ໄດ້ແກ່ເຮືອນນອນ
ທັງແພໝອນ ເສື່ອຕຽງພຽງພື້ນ
ຢ່າໃຫ້ເຮືອນເຮົາຈື້ນ ໝອງມົວກົ້ວຂີ້ຝຸ່ນ
ເຮົາຕ້ອງປຸນກວາດແຜ້ວ ທັງພື້ນນອກໃນ

ໃຫ້ເຈົ້າປັດກວດໄວ້ ກ້ຽງໝື່ນງາມຕາ
ທັງແຈຝາ ນອກໃນ ໃສກ້ຽງ
ຕຽງໝອນມຸ້ງ ສະໜານອນຟູກເສື່ອ
ເສື້ອ ແລະ ຜ້າ ບາຽມ້ຽນໝ່ອນມື

ໃຫ້ເຈົ້າເຮັດສູ່ມື້ ປັດກວດເຮືອນນອນ
ຕອນກາງຄືນ ໃຫ້ແຕ່ງແປງໝອນມຸ້ງ
ຢ່າໃຫ້ຜົວເຮົາຫຍຸ້ງ ຍາມແລງແປງບ່ອນ
ນອນຕື່ນແລ້ວ ບາຍມ້ຽນເຊັດຖູ

ໂຕະຕັ່ງຕູ້ ຢ່າໃຫ້ໄຂວ່ ເກະກະ
ຢ່າໃຫ້ຂອງເຮົາສະ ທົ່ວເຮືອນບຽນດົ້ງ
ໃຫ້ເຈົ້າຈົງໃຈມ້ຽນ ເຮືອນນອນໃຫ້ສະຫງ່າ
ສະອາດຫູສະອາດຕາ ຫາອັນໃດກະໄດ້ງ່າຍ
ເວລາຫາຍກະຮູ້ ຍາມດູກະໂກ້ ເປັນໜ້ານັ່ງນອນ

ຈໍ່ແລແຄ່ງມ້ອນ ຢ່າໃຫ້ກີດຂວາງເຮືອນ
ບຸງບຽນເຂິງ ຕ່າທໍບໍມ້ຽນ
ຢ່າໄດ້ເອົາຍັງສິ້ນ ໄປວາງເທິງຫົວບ່ອນ
ຜົວສິນອນບໍ່ໄດ້ ສິສູນຂື້ນຫຍັ່ງຄືນ

ຂອງຕ່ຳພື້ນ ຢ່າໄປພາດເທິງຫົວ
ມັນສິຜິດຄອງຄູ ບໍ່ແມ່ນແນວຄະລຳເຄົ້າ
ໃຫ້ເຈົ້າເອົາໃຈມ້ຽນ ຈັດເຮືອນນອນໃຫ້ເປັນບ່ອນ
ຈຶ່ງສິນອນຮອດແຈ້ງ ຈັ່ງສິແຝງຊອດເຊົ້າ ຄັນເຈົ້າແຕ່ງດີ

ເຮືອນສາມນັ້ນ ໄດ້ແກ່ເຮືອນກາຍ
ໃຫ້ມີຄວາມລະອາຍ ຢ່າປະຕົນໂຕໄວ້
ຄົນສິເຫັນຜາງຮ້າຍ ເຮືອນກາຍນ້ອງຮົ່ວ
ຮັກສາກາຍໃຫ້ກຸ້ມ ກາຍຫຸ້ມຫໍ່ແພ

ເສື້ອກະຢ່າຊູແກ້ ປະປ່ອຍໄວ້ຫຼາຍ
ໃຫ້ຮັກສາເຮືອນກາຍ ຢ່າໃຫ້ເຮືອນເຮົາຮ້າງ
ໃຫ້ເຈົ້າປຸນປອງລ້າງ ເຮືອນກາຍໃຫ້ສະສວ່າຍ
ໃຫ້ມັນສວຍຢູ່ເລື້ອຍ ດູໄດ້ສູ່ຍາມ

ໃຫ້ເຈົ້າໝັ່ນອາບນ້ຳ ຊຳລະຕົນໂຕ
ຫົວຂອງນາງ ໃຫ້ໝັ່ນສະສົງນ້ຳ
ໃຫ້ມັນງາມເຫຼືອລ້ຳ ດຳດີຢູ່ຄືເກົ່າ
ຜົມໃຫ້ງາມຮອດເຖົ້າ ຫວີເລື້ອຍຢ່າເຊົາ

ຢ່າວ່າເປັນຜູ່ເຖົ້າ ຂາຍຂາດມີຜົວ
ປະໃຫ້ຫົວແດງຫຍອງ ກໍ່ບໍ່ງາມເດເຈົ້າ
ວ່າຕົວມີຜົວແລ້ວ ບໍ່ສະຫົວຈັກເທື່ອ
ເກີດຂີ້ຄ້ານນຸ່ງເສື້ອ ແນວນັ້ນບໍ່ດີ

ຄັນພິຖີພິຖັນໄວ້ ຮັກສາກາຍໃຫ້ໂກ້ຄ່ອງ
ຜົວກໍ່ມອງຢູ່ເລື້ອຍ ເຫັນໜ້າກໍ່ວ່າງາມ
ເຮືອນສາມນີ້ ນາຣີຄວນຮ່ຳ
ທັມມະສາມຂໍ້ນີ້ ຈຳໄວ້ຢ່າຫຼົງ

ນ້ຳສີ່ນັ້ນ ໃຫ້ໝັ່ນພຽນທຳ
ຈຳຄຳສອນ ຮ່ຳຮອນເນີເຈົ້າ

ນ້ຳ 1 ນັ້ນ ແມ່ນນ້ຳອາບສົງສີ
ຢ່າໃຫ້ມີທາງອຶດ ໃຫ້ໝັ່ນຫາມາໄວ້
ເມື່ອເວລາເຮົາໃຊ້ ສະສີລ້າງສວ່າຍ
ຢ່າໃຫ້ມວຍຂາດແຫ້ງ ຢ່າໃຫ້ແອ່ງຂາດກ້ຽງ ເມືອງບ້ານສິກ່າວຂວັນ

ນ້ຳ 2 ນັ້ນ ແມ່ນນ້ຳດື່ມເຮົາກິນ
ຂໍໃຫ້ຍິນດີຫາ ໃສ່ເຕີມເຕັມໄວ້
ຮັກສາໄຫຫຼືໝໍ້ ເຖິງອອມອຸແອ່ງ
ຢ່າໃຫ້ແມງງ້ອງແງ້ງ ລົງຫຼີ້ນແອ່ງກິນ

ຜັດໃຫ້ກ້ຽງ ຢ່າໃຫ້ເກີດມີໄຄ
ເບິ່ງໃຫ້ໃສຊອນແລນ ແອ່ງກິນດູກ້ຽງ
ຢ່າໃຫ້ມີກະລຶນໝ້ຽງ ສນິມໄຄໃຕ້ກົ້ນແອ່ງ
ຢ່າໃຫ້ນ້ຳຂອດແຫ້ງ ແລງເຊົ້າໃຫ້ເກື່ອຽຂົນ

ກົ້ນແອ່ງນ້ຳ ຢ່າໃຫ້ເກີດມີຕົມ
ຢ່າໃຫ້ມີແນວຈົມ ຢູ່ເນົາໃນນ້ຳ
ຢ່າໃຫ້ໃຜເອົາເຂົ້າ ຂອງໄປຫວ່ານໃສ່
ບາດມັນໃຄ່ຟູຂື້ນ ສິປານນ້ຳຮາກຮຸງ

ໃຫ້ຮັກສາອຸ່ງນ້ຳ ຍາມດື່ມຢ່າມີອຶດ
ຄຶດຢາກກິນຍາມໃດ ກໍ່ເລົ່າຕັກກິນໄດ້
ມີແຂກໄປໄທຄ້າ ຄົນມາເຊົາແວ່
ກໍ່ໄດ້ແວະໃສ່ໄດ້ ເອົານ້ຳຮັບຮອງ

ນ້ຳ 3 ນັ້ນ ໄດ້ແກ່ນ້ຳເຕົ້າປູນ
ຜູ່ທີ່ເປັນແມ່ເຮືອນ ໃຫ້ເລົ່າຫາມາພ້ອມ
ໃຫ້ຄອຍອອມເນີຫຼ້າ ຫາປູນໃສ່ກະບອກ
ຢ່າໃຫ້ຊອກຂາດແຫ້ງ ຫາໄວ້ໃສ່ຂັນ

ພັນພູພ້ອມ ພັນຢາໄວ້ຖ້າພີ່
ພັນດີໆໃຫ້ຮຽບຮ້ອຍ ຄອຍຕ້ອນແຂກຄົນ
ນ້ຳ 4 ນັ້ນ ແມ່ນນ້ຳກັ່ນອະມະຣິດ (ນ້ຳທິບ)
ຄືນ້ຳຈິດນ້ຳໃຈ ແຫ່ງນາງຄານນ້ອຍ
ໃຫ້ເຈົ້າຄອຍຫານ້ຳ ໃນໃຈໃສແຈ່ມ
ພຽງດັ່ງນ້ຳເຕົ້າແກ້ວ ໃສແລ້ວບໍ່ຂຸ່ນມົວ

ຢ່າໃຫ້ມີໝອງມົ້ວ ຜົວວ່າຢ່າໂກທາ
ຮັກສານ້ຳໃຈດີ ຢ່າໃຫ້ມີແຂງກະດ້າງ
ຂໍໃຫ້ນາງຄານນ້ອຍ ໃຈດີຢູ່ອ່ອງຕ່ອງ
ຄືດັ່ງນ້ຳໝາກພ້າວ ບໍ່ມີເປື້ອນແປດຕົມ

ຢ່າໄດ້ມີຄຳສົ້ມ ສົມປ່ອງຄາລົມ
ຢ່າໃຫ້ມີຄຳຂົມ ຕໍ່ໃຜພໍນ້ອຍ
ຢ່າໃຫ້ຄອຍຫາຂໍ້ ງໍແງຮ້ອຍແງ່
ຄຽດຂໍ້ຫຼໍ້ແຂ້ແຫຼ້ ແນວນັ້ນບໍ່ດີ

ຄົນເຮັດໄດ້ຈັ່ງຊີ້ ສິມີແຕ່ຄວາມສຸກ
ຜົວກໍ່ສຸກເມຍກໍ່ສຸກ ສຶຄ່ອຍມີເງິນລ້ານ
ຜົວກໍ່ຫວານເມຍກໍ່ອ້ອຍ ອອຍກັນເຂົ້າບ່ອນ
ເມຍກໍ່ນອນຢູ່ໃກ້ ຜົວໄດ້ເພິ່ງພາ

ຂໍໃຫ້ນາງຄານຫຼ້າ ທຳຕາມບູຮານເກົ່າ
ຈັ່ງສິມີຂື້ນໄດ້ ຄວາມໄຮ້ບໍ່ແລ່ນເຖິງ ເຈົ້າເອີຍ.