ອາ​ຊຽນ​ +3 ແລະ​ ອາ​ຊຽນ ​+6 - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


2 กุมภาพันธ์ 2560

ອາ​ຊຽນ​ +3 ແລະ​ ອາ​ຊຽນ ​+6


      ອາ​ຊຽນ​ +3 ຄື​ກຸ່ມ​ປະເທດ​ໃນ​ພູມພາກ​ອາ​ຊີເວັນ​ອອກ​ສຽງ​ໃຕ້​ຊຶ່ງ​ເປັນ​ສະມາຊິກ​ໃນ​ອາ​ຊຽນ​ 10 ປະເທດ​  ແລະ ​ປະເທດ​ເພີ່ມ​ມາ​ 3 ປະເທດ​ ໄດ້​ແກ່:​ ຈີນ​ ຍີ່​ປຸ່ນ​ ເກົາ​ຫຼີ​ໃຕ້​ 



      ເພື່ອ​ສົ່ງ​ເສີມ​ຄວາມ​ຮ່ວມ​ມື​ໃນ​ລະ​ດັບ​ອ​ະນຸພູມພາກ​ອາຊີ​ຕະເວັນ​ອອກ​ ດ້ານ​ການ​ເມືອງ ​ແລະ ​ຄວາມຫມັ້ນຄົງ​ ດ້ານ​ຄວາມ​ຮ່ວມ​ມື​ທາງ​ເສດຖະກິດ ​ແລະ ​ການ​ເງີນ​  ດ້ານ​ພະລັງ​ງານ​ ສິ່ງ​ແວດ​ລ້ອມ​ ການ​ປ່ຽນ​ແປລງ​ຂອງ​ສະພາ​ວະ​ອາ​ກາດ​ໂລກ​  ດ້ານ​ສັງຄົມ​ ແລະ ​ວັດທະນະທຳ​.



      ອາ​ຊຽນ​ +6 (ASEAN +6) ຫລື​ FTA ASEAN PLUS 6  ຄື​ກຸ່ມ​ປະເທດ​ໃນ​ພູມພາກ​ອາຊີ​ຕະເວັນ​ອອກ​ສຽງ​ໃຕ້​ຊຶ່ງ​ເປັນ​ສະມາຊິກ​ໃນ​ອາ​ຊຽນ​ 10 ປະເທດ​ ແລະ ​ເພື່ອນ​ບ້ານ​ໃນ​ອາຊີ ​ແລະ ​ໂອ​ເຊອາເນ​ອີກ​ 6 ປະເທດ​ ໄດ້​ແກ່​ ປະເທດ​ຈີນ​ ປະເທດ​ເກົາ​ຫຼີ​ໃຕ້​ ປະເທດ​ຍີ່​ປຸ່ນ​ ປະເທດອົດສ​ເຕ​ເລຍ​ ປະເທດ​ອິນ​ເດຍ​ ແລະ​ ປະເທດ​ນິວ​ຊີ​ແລນ​.

      ເພື່ອ​ຄວາມ​ຮ່ວມ​ມື​ທາງ​ເສດຖະກິດ​ ພັດທະນາຊັບພະຍາກອນມະນຸດ ເພີ່ມ​ຂີດ​ຄວາມ​ສາມາດ​ຂອງ​ກຸ່ມ​ໃນ​ການ​ລົງ​ທຶນ​ ການເຮັດ​ການ​ຄ້າ​ ແລະ ​ອື່ນ​ໆ​  ເພື່ອ​ໃຫ້​ມີ​ສັກກະຍະ​ພາບ​ໃນ​ການ​ແຂ່ງ​ຂັນ​ກັບ​ພູມພາກ​ອື່ນ​ +6 ຄື​ ຈີນ​ ເກົາ​ຫຼີ​ໃຕ້​ ຍີ່​ປຸ່ນ​ ອົດສ​ເຕນເລຍ​ ນິວ​ຊີ​ແລນ​ດ໌​ ອິນ​ເດຍ​.