ອະ​ຣິຍ​ະສັດ​ 4 - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


10 กุมภาพันธ์ 2560

ອະ​ຣິຍ​ະສັດ​ 4

ອ​ະຣິຍ​ະສັດ​




     ອ​ະຣິຍ​ະສັດ​ ຫລື ​ຈະ​ຕຸ​ຣາ​ຣິຍະ​ສັດ​ ຫລື​ ອະ​ຣິຍ​ະສັດ​ 4 ເປັນ​ຫຼັກ​ຄຳ​ສອນ​ໜຶ່ງ​ ຂອງ​ພຣະໂຄດົມພຣະພຸດທະເຈົ້າປວ່າ​ ຄວາມ​ຈິງ​ອັນ​ປະ​ເສີດ​ ຄວາມ​ຈິງ​ຂອງ​ພຣະອະຣິຍະບຸກຄົນ ຫລື ຄວາມ​ຈິງ​ທີ່​ເຮັດໃຫ້​ຜູ້​ເຂົ້າ​ເຖິງ ​ກາຍ​ເປັນພ​ຣະ​ອະ​ຣິ​ຍະ​ ມີ​ຢູ່​ 4 ປະະ​ການ​ ຄື:​

1. ທຸກຂ໌ ຄື​: ສະພາບ​ທີ່ທົນ​ໄດ້​ຍາກ​ ພາ​ວະ​ທີ່ທົນຢູ່​ໃນ​ສະພາບ​ເດີມ​ບໍ່​ໄດ້​ ສະພາບ​ທີ່​ບີບ​ຄັ້ນ​ ໄດ້​ແກ່​ ຊາດ​ (ການ​ເກີດ​) ຊະລາ​ (ການ​ແກ່​ ການ​ເກົ່າ​) ມໍລະນະ​ (ການ​ຕາຍ​ ການ​ສະ​ຫລາຍ​ໄປ​ ການ​ສູນ​ສິ້ນ​) ການ​ປະ​ສົບ​ກັບ​ສິ່ງ​ອັນ​ບໍ່​ເປັນ​ທີ່​ຮັກ​ ການ​ພັດພາກ​ຈາກ​ສິ່ງ​ອັນ​ເປັນ​ທີ່​ຮັກ​ ການ​ປາດຖະຫນາ​ສິ່ງ​ໃດ​ແລ້ວ​ບໍ່​ສົມ​ຫວັງ​ໃນ​ສິ່ງ​ນັ້ນ​ ກ່າວ​ໂດຍ​ຫຍໍ້​ ທຸກ​ກໍ​ຄື ອຸປາທານຂັນທ໌ ຫຼື ຂັນທ໌ 5.


ໃນພຣະທັມມະຈັກກັບປະວັດຕະນະສູດໄດ້ແຈກທຸກໄວ້ 11 ຊະນິດມີດັ່ງນີ້ຄື:



1. ຊາຕິ ຄື ຄວາມເກີດ
2. ຊະຣາ ຄື ຄວາມແກ່
3. ມໍຣະນະ ຄື ຄວາມຕາຍ
4. ໂສກະ ຄື ຄວາມແຫ້ງໃຈ ຄວາມເສົ້າໃຈ
5. ປະຣິເທວະ ຄື ຄວາມລະທົມ ຄວາມຮ້ອງໄຫ້ລຳພັນ
6. ທຸກ ຄື ຄວາມບໍ່ສະບາຍກາຍ ບໍ່ສະບາຍໃຈ
7. ໂທມະນັດ ຄື ຄວາມບໍ່ສະບາຍກາຍ ຄວາມບໍ່ນ້ອຍໃຈ
8. ອຸປະຍາສະ ຄື ຄວາມຄັບແຄ້ນໃຈ ຄວາມຕອມໃຈ
9. ອັບປິຍະສັມປະໂຍຄະ ຄື ການເຫັນສິ່ງທີ່ບໍ່ຮັກໃຄ່
10. ປິຍະວິບປະໂຍຄະ ຄື ການພັດພາກຈາກສິ່ງທີີ່ຮັກໃຄ່
11. ອິດສິຕາລະພາ ຄື ຄວາມປາຖະໜາສິ່ງໃດບໍ່ໄດ້ສິ່ງນັ້ນ


ທຸກທັ້ງ 11 ຊະນິດນີ້ສາມາດຈັດແບ່ງອອກເປັນປະເພດໃຫຍ່ໆ 2 ປະເພດຄື:



ສະພາວະທຸກ ຫຼື ທຸກປະຈຳ ຄື:
   ທຸກອັນເປັນສະພາບທໍາມະຊາດຂອງສັດທັ້ງຫຼາຍ ທີ່ບໍ່ມີໃຜສາມາດຫຼີກຫຼ່ຽງໄດ້ ໄດ້ແກ່ຊາຕິ, ຊະຣາ ແລະ ມໍຣະນະ.

ປະກິນນະທຸກ ຫຼື ທຸກຂະຈອນ ຄື: 
  ທຸກທີ່ເກີດເປັນຄັ້ງຄາວຂື້ນຢູ່ກັບເຫດການປັດໄຈປຸງແຕ່ງໃຫ້ເກີດຂື້ນໄດ້ແກ່ໂສກະ, ປະຣິເທວະ, ທຸກຂະໂທມະນັດ, ອຸປະຍາສະ, ອັບປິຍະສຳປະໂຍໂຄ ປິຍະວິບປະໂຍໂຄ ແລະ ອິດສິຕາລາພະ.
 
2. ສະມຸທັຍ ຄື:​ ສາ​ເຫດ​ທີ່​ເຮັດໃຫ້​ເກີດ​ທຸກ​ ໄດ້​ແກ່​ ຕັນຫາ 3 ຄື: ກາມ​ຕັນ​ຫາ​ ຄວາມ​ທະ​ຍານ​ຢາກ​ໃນ​ກາມ​ ຄວາມ​ຢາກ​ໄດ້​ທາງ​ກາ​ມມະຄຸນ​, ພະວະ​ຕັນ​ຫາ​ ຄວາມ​ທະ​ຍານ​ຢາກ​ໃນ​ພົບ​ ຄວາມ​ຢາກ​ເປັນ​ຢ່າງນັ້ນ ຢາກ​ເປັນ​ຢ່າງນີ້​ ຄວາມ​ຢາກ​ທີ່​ປະກອບ​ດ້ວຍພະວະທິຕຖິ ຫລື​ ສັສສະຕະທິຕຖິ ແລະ​ ວິພາວະຕັນ​ຫາ​ ຄວາມ​ທະ​ນານ​ຢາກ​ໃນ​ຄວາມ​ປາດສະຈາກ​ພົບ​ ຄວາມ​ຢາກ​ບໍ່​ເປັນ​ຢ່າງນັ້ນ ບໍ່ຢາກ​ເປັນຢ່າງ​ນີ້​ ຄວາມ​ຢາກ​ທີ່​ປະກອບ​ດ້ວຍ ວິພະວະທິຕຖິ ຫລື ອຸຈເສທະທິຕຖິ

3. ນິໂຣທ ຄື:​ ຄວາມ​ດັບ​ທຸກ​ ໄດ້​ແກ່​ ດັບ​ສາ​ເຫດ​ທີ່​ເຮັດໃຫ້​ເກີດ​ທຸກ​ ກ່າວ​ຄື​ ດັບ​ຕັນ​ຫາ​ທັງ​ 3 ໄດ້​ຢ່າງ​ສິ້ນ​ເຊີງ​

4. ມັກຄ໌ ຄື: ແນວ​ປະຕິບັດ​ທີ່​ນຳ​ໄປ​ສູ່​ ຫລື ​ນຳ​ໄປ​ເຖິງ​ຄວາມ​ດັບ​ທຸກ​ ມີ​ອົງ​ຄ໌​ປະກອບ​ຢູ່​ແປດ​ປຣະ​ການ​ ຄື:​ 1.ສັມມາທິຕຖີ ຄວາມ​ເຫັນ​ຊອບ​ 2. ສັມມາສັງກັປປະ ຄວາມ​ດຳ​ຣິຊອບ​ 3. ສັມມາວາຈາ ການເວົ້າ​ຈາຊອບ 4. ສັມມາກັມມັນຕະ ການທໍາ​ງານ​ຊອບ 5. ສັມມາອາຊີວະ ການລ້ຽງ​ຊີວິດຊອບ​ 6. ສັມມາວາຍາມະ ຄວາມພະຍາຍາມຊອບ​ 7. ສັມມາສະຕິ ຄວາມລະ​ນຶກ​ມຊອບ​ ແລະ​ 8. ສັມມາສະມາທິ ຄວາມຕັ້ງ​ໃຈຊອບ​ ຊຶ່ງ​ທັງຫມົດ​ນີ້ ເອີ້ນ​ອີກ​ຊື່​ໜຶ່ງ​ໄດ້​ວ່າ​ "ມັດ​ຊິ​ມາ​ປະຕິ​ປະ​ທາ​" ຫລື ​ທາງ​ສາຍ​ກາງນັ້ນເອງ.​


ອະ​ຣິຍ​ະສັດ​ 4 ນີ້​ ເອີ້ນສັ້ນ​ໆ​ ວ່າ​: ທຸກ​, ສ​ມຸ​ທັຍ​, ນິ​ໂຣທ​, ແລະ ​ມັກ​ຄ໌