ພົມວິຫານ 4 - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


10 กุมภาพันธ์ 2560

ພົມວິຫານ 4

ພົມວິຫານ 4

     ພ​ົມ​ວິ​ຫານ ຫລື ພ​ົມ​​ວິ​ຫານ​ທັມ ແປ​ວ່າ: ທັມ​ຂອງ​ພ​ຣົມ ຫຼື ຂອງ​ທ່ານ​ຜູ້​ໃຫຍ່  ເປັນ​ຫຼັກ​ທຳ​ປະຈຳ​ໃຈ​ເພື່ອ​ໃຫ້​ຕົນ​ດຳ​ລົງ​ຊີວິດ​ໄດ້​ຢ່າງ​ປະ​ເສີດ ​ແລະ​ ບໍລິສຸດ​​ ປະກອບ​ດ້ວຍ​ຫຼັກ​ປະຕິບັດ​ 4 ປະ​ການ​ ໄດ້​ແກ່​:
1.
ເມດຕາ​ ໝາຍ​ເຖິງ​ ຄວາມ​ປາຖະຫ​ນາ​ໃຫ້​ຜູ້​ອື່ນ​ໄດ້ຮັບ​ສຸກ
2.
ກະລຸນາ​ ໝາຍ​ເຖິງ​ ຄວາມ​ປາດຖະຫນາ​ໃຫ້​ຜູ້​ອື່ນ​ພົ້ນ​ທຸກ​ ຄວາມ​ທຸກ
3.
ມຸ​ທິ​ຕາ​ ໝາຍ​ເຖິງ​ ຄວາມ​ຍິນດີ​ເມື່ອຜູ້ອື່ນໄດ້ດີ
4. ອຸ​ເປ
ກ​ຂາ​ ໝາຍ​ເຖິງ​ ການ​ຮູ້ຈັກວາງເສີຍ
ບົດ​ອະ​ທິ​ບາຍ:

1. ເມດຕາ​ ຄື: ຄວາມ​ປາຖະຫ​ນາ​ໃຫ້​ຜູ້​ອື່ນ​ໄດ້ຮັບ​ສຸກ ​ ຄວາມ​ສຸກ​ເປັນ​ສິ່ງ​ທີ່​ທຸກ​ຄົນ​ປາດຖະຫນາ​ ຄວາມ​ສຸກ​ເກີດ​ຂຶ້ນ​ໄດ້​ທັງ​ກາຍ​ ແລະ ​ໃຈ​ ເຊັ່ນ​: ຄວາມ​ສຸກ​ເກີດ​ການ​ມີຊັບ, ຄວາມ​ສຸກ​ເກີດ​ຈາກ​ການ​ໃຊ້​ຈ່າຍ​ຊັບ​ເພື່ອ​ການ​ບໍລິ​ໂພກ,​ ຄວາມ​ສຸກ​ເກີດ​ຈາກ​ການ​ບໍ່​ເປັນ​ໜີ້​ ແລະ ​ຄວາມ​ສຸກ​ເກີດ​ຈາກ​ການ​ເຮັດ​ວຽກງານ​ທີ່​ປາດສະຈາກ​ໂທດ​ ເປັນ​ຕົ້ນ​.


ປະ​ເພດ​ຂອງ​ເມດຕາ​
  1.1. ເມດຕາ​ແທ້​ ຄື:​ ຄວາມ​ປາຖະນາ​ທີ່​ຈະໃຫ້​ຜູ້​ອື່ນ​ມີ​ຄວາມ​ສຸກ​ຢ່າງ​ແທ້ຈິງ​ ອັນ​ປະກອບ​ຂຶ້ນ​ຈາກ​ໃຈ​ທີ່​ບໍລິສຸດ​ບໍ່​ແອບ​ແຝງ​ດ້ວຍ​ພຽງ​ຫວັງ​ປະໂຫຍດ​ແກ່ຕົນ

  1.2.
ເມດຕາ​ທຽມ​ ຄື:​ ການ​ແກ້ງ​ເຮັດ​ດ້ວຍ​ຄວາມ​ປາດຖະຫນາ ​ຫລື​ ຄວາມ​ປະສົງ​ທີ່​ຈະໃຫ້​ຜູ້​ອື່ນ​ມີ​ຄວາມ​ສຸກ​ ອັນ​ປະກອບ​ຂຶ້ນ​ຈາກ​ໃຈ​ທີ່​ມຸ້ງ​ຫວັງ​ຫວັງ​ປະໂຫຍດ​ແກ່ຕົນ

2. ກະລຸນາ​ ຄື: ຄວາມ​ປາດຖະຫນາ​ໃຫ້​ຜູ້​ອື່ນ​ພົ້ນ​ທຸກ​ ຄວາມ​ທຸກ​ ຄື​ ສິ່ງ​ທີ່​ເຂົ້າ​ມາ​ບຽດ​ບຽນ​ໃຫ້​ເກີດ​ຄວາມ​ບໍ່​ສະບາຍ​ກາຍ​ ບໍ່​ສະບາຍ​ໃຈ​ ແລະ​ ເກີດ​ຂຶ້ນ​ຈາກ​ປັດ​ຈັຍ​ຫຼາຍ​ປະ​ການ​ນຳກັນ​ ພະ​ພຸດ​ທະ​ອົງ​ຄ໌​ຊົງ​ສະຫລຸບ​ໄວ້​ວ່າ​ຄວາມ​ທຸກ​ມີ​ 2 ກຸ່ມ​ໃຫຍ່​ໆ​ ດັ່ງ​ນີ້​:
   ᗌ ທຸກ​ໂດຍ​ສະພາ​ວະ​ ຫລື ​ເກີດ​ຈາກ​ປ່ຽນ​ແປງ​ຕາມ​ທຳມະຊາດ​ຂອງ​ຮ່າງກາຍ​ ເຊັ່ນ:​ ການ​ເກີດ​, ການ​ເຈັບ​ໄຂ້​, ຄວາມ​ແກ່​ ແລະ ຄວາມ​ຕາຍ ​ສິ່ງ​ມີ​ຊີວິດ​ທັງ​ຫຼາຍ​ທີ່​ເກີດ​ມາ​ໃນ​ໂລກ​ຈະ​ຕ້ອງ​ປະ​ສົບ​ກັບ​ການ​ປ່ຽນ​ແປງ​ທາງ​ຮ່າງກາຍ​ຢ່າງ​ຫຼີກ​ລ້ຽງ​ບໍ່​ໄດ້​ ຊຶ່ງ​ທັງຫມົດເອີ້ນວ່າ:​ ກາ​ຍິກ​ທຸກ​
  ᗌ ທຸກ​ຈົນ​ ຫລື ​ທຸກ​ທາງ​ໃຈ​ ອັນ​ເປັນ​ຄວາມ​ທຸກ​ທີ່​ເກີດ​ຈາກ​ສາ​ເຫດ​ທີ່​ຢູ່​ນອກ​ຕົວ​ເຮົາ​ ເຊັ່ນ​: ເມື່ອ​ປາດຖະຫນາ​ແລ້ວ​ບໍ່​ສົມ​ຫວັງ​ກໍ​ເປັນ​ທຸກ​ ການ​ປະ​ສົບ​ກັບ​ສິ່ງ​ອັນ​ບໍ່​ເປັນ​ທີ່​ຮັກ​ກໍ​ເປັນ​ທຸກ ​ການ​ພັດພາກ​ຈາກ​ສິ່ງ​ອັນ​ເປັນ​ທີ່​ຮັກ​ ກໍ​ເປັນ​ທຸກ​ ທັງຫມົດ​ເອີ້ນ​ວ່າ:​ ເຈສິກ​ທຸກ​
ປະ​ເພດ​ຂອງ​ກະລຸນາ​

  1.1. ກະລຸນາ​ແທ້​ ຄື:​ ການ​ສົງ​ເຄາະ​ຜູ້​ອື່ນ​ໃຫ້​ພົ້ນ​ຈາກ​ທຸກ​ດ້ວຍ​ຄວາມ​ປາຖະນາ​ທີ່​ແທ້ຈິງ​ ອັນ​ປະກອບ​ຂຶ້ນ​ຈາກ​ໃຈ​ທີ່​ບໍລິສຸດ​ ບໍ່​ໄດ້​ພຽງ​ສົງ​ເຄາະ​ຜູ້​ອື່ນ​ເພາະ​ຫວັງ​ໃຫ້​ເຂົາ​ຫຼົງ​ເຊື່ອ​ ຫລື​ ຍັງ​ຊຶ່ງ​ປະໂຫຍດ​ແກ່ຕົນ

  1.2.
ກະລຸນາ​ທຽມ​ ຄື:​ ການ​ແກ້ງ​ເຮັດ​ສົງ​ເຄາະ​ຜູ້​ອື່ນ​ໃຫ້​ພົ້ນ​ຈາກ​ທຸກ ​ດ້ວຍ​ຄວາມ​ທີ່​​ມຸ້ງ​ຫວັງ​ໃຫ້​ເຂົາ​ຫຼົງ​ເຊື່ອ​ຫລື ​ພຽງ​ເພື່ອ​ຫວັງ​ໃນ​ປະໂຫຍດ​ຈາກ​ຜູ້​ອື່ນ​ ຫລື ​ເພື່ອ​ເພີ່ມ​ຄວາມ​ທຸກ​ໃຫ້​ຜູ້​ອື່ນ 

3. ມຸ​ທິ​ຕາ​ ຄື: ຄວາມ​ຍິນ​ດີ​ເມື່ອ​ຜູ້​ອື່ນ​ໄດ້​ດີ​ ຄຳ​ວ່າ​ "ດີ​" ໃນ​ທີ່​ນີ້​ ໝາຍ​ເຖິງ​ ການ​ມີ​ຄວາມ​ສຸກ​ ຫລື ​ມີ​ຄວາມ​ຈະເລີນ​ກ້າວ​ໜ້າ​ ຄວາມ​ຍິນ​ດີ​ເມື່ອ​ຜູ້​ອື່ນ​ໄດ້​ດີ​ ຈຶ່ງ​ໝາຍ​ເຖິງ​ ຄວາມ​ປາຖະຫນາ​ໃຫ້​ຜູ້​ອື່ນ​ມີ​ຄວາມ​ສຸກ​ຄວາມ​ຈະເລີນ​ກ້າວ​ໜ້າ​ຢິ່ງ​ໆ​ຂຶ້ນ​ ບໍ່​ມີ​ຈິດ​ໃຈ​​ຣິ​ສ​ຍາ​ ຄວາມ​ຣິ​ສ​ະຍາ ຄື​ ຄວາມ​ບໍ່​ສະບາຍ​ໃຈ​, ຄວາມ​ຄຽດ,​ ຄວາມ​ຟຸ້ງ​ຊ່ານ ​ຊຶ່ງ​ມັກ​ເກີດ​ຂຶ້ນ​ເມື່ອ​ເຫັນ​ຜູ້​ອື່ນ​ໄດ້​ດີກວ່າ​ຕົນ​.

ປະ​ເພດ​ຂອງ​ມຸ​ທິ​ຕາ​
  1.1.
ມຸ​ທິ​ຕາ​ແທ້​ ຄື:​ ການເຮັດ​ໃຈ​ຍິນ​ດີ​ ແລະ​ ສະແດງ​ອອກ​ເຖິງ​ຄວາມ​ຢິນ​ດີ​ຕໍ່​ຄວາມ​ສຸກ​ ແລະ​ ການ​ພົ້ນ​ຈາກ​ທຸກ​ຂອງ​ຜູ້​ອື່ນ​ດ້ວຍ​ຈິດ​ອັນ​ບໍລິສຸດ​ ບໍ່​ແມ່ນ​ແກ້ງ​ເຮັດ​ເພື່ອ​ຫວັງ​ໃຫ້​ຜູ້​ອື່ນ​ຫຼົງ​ເຊື່ອ​ ເພື່ອ​ຫວັງ​ປະໂຫຍດ​ຈາກ​ເຂົາ

  1.2.
ມຸ​ທິ​ຕາ​ທຽມ​ ຄື​: ການ​ແກ້ງ​ເຮັດ​ໃຈ​ຍິນ​ດີ​ ຫລື ​ແກ້ງ​ສະແດງ​ອອກ​ເຖິງ​ຄວາມ​ຍິນ​ດີ​ຕໍ່​ຄວາມ​ສຸກ​ ແລະ​ການ​ພົ້ນ​ຈາກ​ທຸກ​ຂອງ​ຜູ້​ອື່ນ​ ພຽງ​ເພື່ອ​ຫວັງ​ໃຫ້​ຜູ້​ອື່ນ​ຫຼົງ​ເຊື່ອ​ ເພື່ອຈະ​ໄດ້ຮັບ​ປະໂຫຍດ​ຈາກ​ເຂົາ


4. ອຸ​ເປກ​ຂາ​ ຄື: ການ​ຮູ້​ຈັກ​ວາງ​ເສີຍ​ ໝາຍ​ເຖິງ​ ການ​ວາງ​ໃຈ​ເປັນ​ກາງ ​ເພາະ​ພິຈາລະນາ​ເຫັນ​ວ່າ​  ໃຜ​ເຮັດ​ດີ​ຄວນ​ໄດ້​ດີ​ ໃຜ​ເຮັດ​ຊົ່ວ​ຄວນ​ໄດ້​ຊົ່ວ​ ຕາມ​ກົດ​ແຫ່ງ​ກຳ​ ຄື​ ໃຜ​ເຮັດ​ສິ່ງ​ໃດ​ໄວ້ ​ສິ່ງ​ນັ້ນ​ຄວນ​ຕອບສະຫນອງ​ຄືນ​ບຸກ​ຄົນ​ຜູ້ກ​ະທຳ ​ ເມື່ອ​ເຮົາ​ເຫັນ​ໃຜ​ໄດ້ຮັບ​ຜົນ​ກຳ​ໃນ​ທາງ​ທີ່​ເປັນ​ໂທດ​ເຮົາ​ກໍ​ບໍ່​ຄວນ​ດີ​ໃຈ ​ຫລື ​ ຄິດ​ຊ້ຳ​ເຕີມ​ເຂົາໃນ​ເລື່ອງ​ທີ່ເກິດຂື້ນ​ ເຮົາ​ຄວນ​ມີ​ຄວາມ​ປາຖະນາ​ດີ ​ ຄື​ພະຍາຍາມ​ຊ່ວຍ​ເຫລືອ​ຜູ້​ອື່ນ ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກ​ໃນ​ລັກສະນະ​ທີ່​ຖືກ​ຕ້ອງ​ຕາມ​ທຳນອງ​ຄອງ​ທຳ​.

ປະ​ເພດ​ຂອງ​ອຸ​ເປກ​ຂາ​
  1.1. ອຸ​ເປກ​ຂາ​ແທ້​ ຄື​: ການ​ວາງ​ໃຈ​ເປັນ​ກາງ​ຕໍ່​ຄວາມ​ສຸກ ​ຫລື ​ຄວາມ​ທຸກ​ດ້ວຍ​ຈິດ​ອັນ​ທີ່ຕົນ​ຕັ້ງ​ມັ່ນ​ໂດຍ​ແທ້​ ບໍ່​ແມ່ນ​ພຽງ​ແກ້ງເຮັດ​ເພື່ອ​ໃຫ້​ຜູ້​ອື່ນ​ຫຼົງ​ເຊື່ອ​

  1.2.
ອຸ​ເປກ​ຂາ​ທຽມ​ ຄື​: ການ​ແກ້ງເຮັດ​ໃນ​ການ​ວາງ​ໃຈ​ເປັນ​ກາງ​ຕໍ່​ຄວາມ​ສຸກ ​ຫລື ​ຄວາມ​ທຸກ​ ພຽງ​ເພື່ອ​ຫຼອກ​ໃຫ້​ຜູ້​ອື່ນ​ຫຼົງ​ເຊື່ອ​ໃນ​ຕົນ​