ສັງຄະຫະວັດຖຸ ແປວ່າ: ທຳທີ່ເປັນທີ່ຕັ້ງແຫ່ງການສົງເຄາະກັນ, ທຳເປັນເຄື່ອງຍຶດໜ່ຽວນ້ຳໃຈກັນ ໝາຍເຖິງ ຫຼັກການຄອງໃຈຄົນ, ຫຼັກຍຶດໜ່ຽວໃຈກັນໄວ້, ວິທີເຮັດໃຫ້ຄົນຮັກ, ຫຼັກສັງຄົມສົງເຄາະ ຊຶ່ງເປັນເຄື່ອງປະສານໃຈ ແລະ ໜ່ຽວໃຈຄົນໃຫ້ເປັນອັນໜຶ່ງອັນດຽວກັນໄດ້ ແລະ ເຮັດໃຫ້ຢູ່ກັນດ້ວຍຄວາມຮັກຄວາມປາຖະຫນາດີຕໍ່ກັນ ມີຢູ່ 4 ປະການ ໄດ້ແກ່:
1. ທານ ຄື: ການໃຫ້ ການເສຍສະຫລະ ຫລື ການເອື້ອເຟື້ອເພື່ອແຜ່ແບ່ງປັນຂອງໆຕົນເພື່ອປະໂຫຍດແກ່ບຸກຄົນອື່ນ ບໍ່ຂີ້ຖີ່ຖີ່ໜຽວ
ບໍ່ເປັນຄົນເຫັນແກ່ໄດ້ຝ່າຍດຽວ ຄຸນນະທັມຂໍ້ນີ້ ຈະຊ່ວຍໃຫ້ບໍ່ເປັນຄົນໂລບມາກ ບໍ່ເຫັນແກ່ຕັວ ເຮົາຄວນຄຳນຶງຢູ່ສະເໝີວ່າ ຊັບສິ່ງຂອງທີ່ເຮົາຫາມາໄດ້
ບໍ່ແມ່ນສິ່ງຈີລັງຢັ່ງຢືນ
ເມື່ອເຮົາສິ້ນຊີວິດໄປແລ້ວກໍບໍ່ສາມາດຈະນຳຕິດຕັວເອົາໄປໄດ້
2. ປິຍວາຈາ ຄື: ການເວົ້າຈາດ້ວຍຖ້ອຍຄຳທີ່ມ່ວນອ່ອນຫວານ
ເວົ້າດ້ວຍຄວາມຈິງໃຈ ບໍ່ເວົ້າຫຍາບຄາຍ
ເວົ້າໃນສິ່ງທີ່ເປັນປະໂຫຍດເໝາະສຳລັບການເທສະ ພະພຸດທະເຈົ້າຊົງໃຫ້ຄວາມສຳຄັນກັບການເວົ້າເປັນຢ່າງຍິ່ງ ເພາະການເວົ້າເປັນບັນໄດຂັ້ນທຳອິດທີ່ຈະສ້າງມະນຸດສຳພັນອັນດີໃຫ້ເກີດຂຶ້ນ ວິທີການທີ່ຈະເວົ້າໃຫ້ເປັນປິຍະວາຈານັ້ນ ຈະຕ້ອງເວົ້າໂດຍຍິດຖືຫຼັກເກນດັ່ງຕໍ່ໄປນີ້:
⟢ ເວັ້ນຈາກການເວົ້າເທັດ
⟢ ເວັ້ນຈາກການເວົ້າສໍ່ສຽດ
⟢ ເວັ້ນຈາກການເວົ້າຄຳຫຍາບ
⟢ ເວັ້ນຈາກການເວົ້າເພີ້ເຈີ້
⟢ ເວັ້ນຈາກການເວົ້າສໍ່ສຽດ
⟢ ເວັ້ນຈາກການເວົ້າຄຳຫຍາບ
⟢ ເວັ້ນຈາກການເວົ້າເພີ້ເຈີ້
3. ອັຕຖະຈະຣິຍາ ຄື:
ການສົງເຄາະທຸກຊະນິດ ຫລື ການປະພຶດໃນສິ່ງທີ່ເປັນປະໂຫຍດແກ່ຜູ້ອື່ນ
4. ສມານັດຕາ ຄື: ການເປັນຜູ້ມີຄວາມສມ່ຳສະເໝີ ຫລື ມີຄວາມປະພຶດສະເໝີຕົ້ນສະເໝີປາຍ ຄຸນນະທັມຂໍ້ນີ້ ຈະຊ່ວຍໃຫ້ເຮົາເປັນຄົນມີຈິດໃຈໜັກແໜ້ນບໍ່ໂລເລ
ທັງຫມົດທັງຍັງເປັນການສ້າງຄວາມນິຍົມ ແລະ ໄວ້ເນື້ອເຊື່ອໃຈໃຫ້ແກ່ຜູ້ອື່ນ.