ອິດ​ທິ​ບາດ​ 4 - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


7 กุมภาพันธ์ 2560

ອິດ​ທິ​ບາດ​ 4




       ຄຳ​ວ່າ​ ອິດ​ທິ​ບາດ​ ແປວ່າ:​ ບາດ​ຖານ​ແຫ່ງ​ຄວາມ​ສຳ​ເລັດ​ ໝາຍ​ເຖິງ​ ສິ່ງ​ຊຶ່ງ​ມີ​ຄຸນ​ນະ​ທັມ​ ເຄື່ອງ​ໃຫ້​ບັນລຸ​ເຖິງ​ຄວາມ​ສຳ​ເ​ລັດ​ຕາມ​ທີ່ຕົນ​ປະ​ສົງ​ ​ ຜູ້​ຫວັງ​ຄວາມ​ສຳ​ເລັດ​ໃນ​ສິ່ງ​ໃດ​ ຕ້ອງ​ເຮັດ​ຕົນ​ໃຫ້​ສົມບູນ​ ດ້ວຍ​ສິ່ງ​ທີ່​ເອີ້ນ​ວ່າ:​ ອິດ​ທິ​ບາດ​ ຊຶ່ງ​ຈຳ​ແນກ​ໄວ້​ເປັນ​ 4 ປະ​ການຄື:
     1.​ ສັນ​ທະ  ຄື​ ຄວາມ​ພໍ​ໃຈ​ຮັກ​ໃຄຣ່​ໃນ​ສິ່ງ​ນັ້ນ​
     2.​ ວິ​ຣິ​ຍະ​  ຄືຄວາມ​ພາກ​ພຽນ​ໃນ​ສິ່ງ​ນັ້ນ​
     3.​ ຈິດ​ຕະ​  ຄືຄວາມ​ເອົາ​ໃຈ​ໃສ່​ຝັກ​ໃຝ່​ໃນ​ສິ່ງ​ນັ້ນ​
     4.​ ວິ​ມັງ​ສາ​ ຄືຄວາມ​ໝັ່ນ​ສອດ​ສ່ອງ​ໃນ​ເຫດຜົນ​ຂອງ​ສິ່ງ​ນັ້ນ​

ບົດ​ອະ​ທິ​ບາຍ:

1.   ສັນ​ທະ​ ຄື: ​ຄວາມ​ພໍ​ໃຈ​ໃນ​ຖານະ ​ເປັນ​ສິ່ງ​ທີ່​ຕົນ​ຖື​ວ່າ​ດີ​ທີ່ສຸດ​ ທີ່​ມະນຸດ​ເຮົາ​ຄວນ​ຈະ​ໄດ້​ ຂໍ້​ນີ້​ເປັນ​ກຳ​ລັງ​ໃຈ​ອັນທຳ​ອິດ ທີ່​ເຮັດໃຫ້​ເກີດ​ຄຸນ​ນະທັມ ຂໍ້​ຕໍ່ໄປ​ທຸກ​ຂໍ້​

2.   ວິ​ຣິ​ະ​ ຄື: ​ຄວາມ​ພາກ​ພຽນ​ ໝາຍ​ເຖິງ​ ການ​ກະ​ທຳ​ທີ່​ຕິດ​ຕໍ່​ ບໍ່​ຂາດ​ຕອນ​ ເປັນ​​ໄລ​ຍະ​ຍາວ​ ຈົນ​ປະ​ສົບ​ ຄວາມ​ສຳ​ເລັດ​ ຄຳ​ນີ້​ ມີ​ຄວາມຫມາຍ​ຂອງຄຳ​ວ່າ:​ ຄວາມ​​ກ້າ​ຫາ

3.   ຈິດ​ຕະ​ ຄື: ຄວາມ​ບໍ່​ທອດ​ຖິ້ມ​ ສິ່ງ​ນັ້ນ​ ໄປ​ຈາກ​ຄວາມ​ຮູ້ສຶກ​ ຂອງ​ຕົວ​ ເຮັດ​ສິ່ງ​ຊຶ່ງ​ເປັນ​ ວັດ​ຖຸ​ປະ​ສົງ​ ນັ້ນ​ໃຫ້​ເດັ່ນ​ແຈ້ງ​ ຢູ່ໃນ​ໃຈ​ສະເໝີ​ ຄຳ​ນີ້​ ທັງຫມົດ​ຄວາມຫມາຍ​ ຂອງ​ຄຳ​ວ່າ​: ສ​ມາ​ທິ​


4.   ວິ​ມັງ​ສາ​ ຄື: ຄວາມ​ສອດ​ສ່ອງ​ໃນ​ ເຫດ ​ແລະ​ ຜົນ​ ແຫ່ງ​ຄວາມ​ສຳ​ເລັດ​ ກ່ຽວກັບ​ເລື່ອງ​ນັ້ນ​ໆ​ ໃຫ້​ເລິກ​ເຊິ່ງຢິ່ງ​ໆ​ ຂຶ້ນ​ໄປ​ຕະຫລອດ​ເວລາ​ ຄຳ​ນີ້​ ທັງຫມົດ​ຄວາມຫມາຍ​ ຂອງ​ຄຳ​ວ່າ​: ປັນຍາ​