ຄຳວ່າ ນິວອນ ແປວ່າ: ເຄື່ອງຫ້າມ ຫລື ເຄື່ອງກັ້ນເຮັດໃຫ້ສະມາທິບໍ່ອາດເກີດຂຶ້ນໄດ້ ໃນທີ່ນີ້ໝາຍເຖິງ ເຄື່ອງກັ້ນຈິດ ບໍ່ໃຫ້ບັນລຸເຖິງທຳ ທີ່ສູງຂຶ້ນໄປ ອະທິບາຍວ່າ ຕາມປົກກະຕິ ຄົນເຮົາ ມັກມີຄວາມຮູ້ສຶກທີ່ເອີ້ນວ່າ ນິວຣ ຢູ່ນຳກັນທຸກຄົນ ບໍ່ຢ່າງໃດ ກໍຢ່າງໜຶ່ງ ຕາມວິສັຍຂອງ ປຸຖຸຊົນ ເພາະສະນັ້ນ ຈຶ່ງເປັນອັນວ່າ ຈິດຂອງ ປຸຖຸຊົນ ຖືກນິວຣນ໌ ເຫຼົ່ານີ້ ກີດກັນໄວ້ ຈາກການ ບັນລຸທຳມະ ທີ່ສູງຂຶ້ນໄປ ຢູ່ທຸກເທື່ອ ທີ່ກິເລດຊັ້ນລະອຽດຖືກປຸງແຕ່ງຟຸ້ງຊ້ານຂຶ້ນເປັນຄວາມຮັດກຸມ ວຸ້ນວາຍ ບໍ່ສະຫງົບມີ 5 ຢ່າງຄື:
1. ກາມຣາຄະ ຄື: ຄວາມຍິນດີ ພໍໃຈ ເພີດເພີນໃນກາມອາລົມ ໄດ້ແກ່: ຄວາມຍິນດີ ພໍໃຈໃນຮູບ ສຽງ ກິ່ນ ຣົດ ໂຜດຖັບພະ (ສິ່ງສັມຜັດທາງກາຍ) ອັນໜ້າຍິນດີ ໜ້າຮັກໃຄຣ່ພໍໃຈ ທັງຫມົດທັງຄວາມຄິດອັນກ່ຽວເນື່ອງດ້ວຍຮູບ
ສຽງ ກິ່ນ ຣົດ ໂຜດຖັບພະນັ້ນ (ຄຳວ່າກາມໃນທາງທຳນັ້ນ ບໍ່ໄດ້ໝາຍເຖິງເລື່ອງເພດເທົ່ານັ້ນ)
2. ພະຍາບາທ ຄື: ຄວາມຄຽດ
ຄວາມພະຍາບາດ ຄວາມບໍ່ພໍໃຈ ຂັດເຄືອງໃຈ
3. ຖີນມິທທະ ແຍກເປັນຖີນະ ຄື: ຄວາມຫົດຫູ່ທໍ້ຖອຍ ແລະ ມິດທະ ຄື
ຄວາມງ່ວງເຫງົາຫາວນອນ ຖີນະ ແລະ ມິດທະນັ້ນມີອາການສະແດງອອກທີ່ຄ້າຍກັນຫລາຍ ຄື ເຮັດໃຫ້ເກີດອາການເຊື່ອງຊຶມຄືກັນ ແຕ່ມີສາເຫດທີ່ຕ່າງກັນຄື ຖີນະເປັນກິເລສຊະນິດໜຶ່ງ ເກີດຈາກການປຸ່ງແຕ່ງຂອງຈິດ ເຮັດໃຫ້ເກີດຄວາມຫຍໍ້ທໍ້ ເບື່ອໜ່າຍ ບໍ່ມີກຳລັງທີ່ຈະເຮັດຄວາມພຽນຕໍ່ໄປ ສ່ວນມິດທະນັ້ນ ເກີດຈາກຄວາມເມື່ອຍລ້າອ່ອນເພຍຂອງຮ່າງກາຍ ຫລື ຈິດໃຈ ເນື່ອງມາຈາກ: ຂາດການພັກຜ່ອນທີ່ພຽງພໍ ຫລື ການຮັບປະທານອາຫານທີ່ຫລາຍເກີນໄປ ມິດທະນີ້ ບໍ່ຈັດເປັນກິເລສ (ພຣະອໍຣະຫັນຕ໌ບໍ່ມີຖີນະແລ້ວ ແຕ່ຍັງມີມິດທະໄດ້ເປັນບາງເທື່ອ)
4. ອຸທທັຈຈກຸກກຸດຈະ ແຍກເປັນອຸທທັຈຈະຄື: ຄວາມຟຸ້ງຊ່ານຂອງຈິດ ແລະ ກຸກກຸດຈະ ຄື ຄວາມລໍາຄານໃຈ
ອຸທທັຈຈະນັ້ນ ຄືການທີ່ຈິດບໍ່ສາມາດຢຶດຢູ່ກັບສິ່ງໃດສິ່ງໜຶ່ງໄດ້ເປັນເວລາດົນ
ຈຶ່ງເກີດອາການຟຸ້ງຊ່ານ ສ່ວນກຸກກຸດຈະນັ້ນ ເກີດຈາກຄວາມກັງວົນໃຈ ຫລື ບໍ່ສະບາຍໃຈເຖິງອະກຸສົລ ທີ່ໄດ້ເຮັດໄປແລ້ວໃນອະດີດ ວ່າບໍ່ໜ້າເຮັດໄປຢ່າງນັ້ນເລຍ ຫລື ບຸນກຸສົລຕ່າງໆ ທີ່ຄວນເຮັດແຕ່ຍັງບໍ່ໄດ້ເຮັດ ວ່າຈະໄດ້ເຮັດຢ່າງນັ້ນຢ່າງນີ້
5. ວິຈິກິຈສາ ຄື: ຄວາມລັງເລສົງໃສ
ບໍ່ແນ່ໃຈ ຫລື ບໍ່ປັກໃຈເຊື່ອວ່າສິ່ງໃດຖືກສິ່ງໃດຜິດ ຫລື ຄວນເຮັດແບບໃດດີ ຈິດຈຶ່ງບໍ່ອາດມຸ້ງຫມັ່ນໃນອາລົມໃດອາລົມໜຶ່ງໄດ້ຢ່າງເຕັມທີ່ ສະມາທິຈຶ່ງບໍ່ເກີດຂຶ້ນ.