ໂລກະທັມ 8 - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


7 กุมภาพันธ์ 2560

ໂລກະທັມ 8


      ໂລກກະ​ທັມ​ 8 ໝາຍ​ເຖິງ​ ເລື່ອງ​ຂອງ​ ໂລກ​ມີ​ຢູ່​ປະຈຳ​ກັບ​ຊີວິດ​ ສັງຄົມ ​ແລະ ​ໂລກ​ຂອງ​ມະນຸດ​ເປັນ​ຄວາມ​ຈິງ​ທີ່​ທຸກ​ຄົນ​ຕ້ອງ​ປະ​ສົບ​ນຳກັນ ​ທັງ​ນັ້ນ​ຢ່າງ​ຫຼີກ​ລ້ຽງ​ບໍ່​ໄດ້​ ບໍ່​ວ່າ​ຈະ​ມັກ ​ຫລື ​ບໍ່​ມັກ​ກໍ​ຕາມ​ ຂໍ້​ແຕກ​ຕ່າງ​ຄື​ ໃຜ​ປະ​ສົບ​ຫລາຍ​ ປຣະ​ສົບ​ນ້ອຍ​ ຊ້າ​ ຫລື​ ໄວ​ ໂລກ​ກະທັມ​ແບ່ງ​ອອກ​ເປັນ​ 8 ຊະນິດ​ ຈຳ​ແນກ​ອອກ​ເປັນ​ 2 ຝ່າຍ​ຄອບຄູ່​ກັນ​ ແລະ​ ມີ​ຄວາມຫມາຍ​ກົງກັນຂ້າມ​ກັນ​ ຄື:
   1. ໂລກະ​ທັມ​ຝ່າຍ​ອິດ​ຖາຣົມຄື​ ຝ່າຍ​ທີ່​ມະນຸດ​ພໍ​ໃຈ​ມີ​ 4 ເລື່ອງ​ ຄື​:
     ➩ ໄດ້​ລາບ​ ໝາຍ​ຄວາມ​ວ່າ:​ ໄດ້​ຜົນປະໂຫຍດ ​ ໄດ້​ຊັບ​ສິນ​ເງີນ​ທອງ​ ໄດ້​ບ້ານ​ເຮືອນ​ຫລື​ທີ່ດ​ວົນ​ ໄຮ່​ນາ​
     ໄດ້​ຍົດ​ ໝາຍ​ຄວາມ​ວ່າ:​ ໄດ້ຮັບ​ແຕ່ງ​ຕັ້ງ​ໃຫ້​ມີ​ຖາ​ນັນ​ດົນ​ສູງ​ຂຶ້ນ​ ໄດ້​ຕຳແໜ່ງ​ ໄດ້​ອຳນາດ​ເປັນ​ໃຫຍ່​ເປັນ​ໃຫຍ່​ 
     ➩ ໄດ້ຮັບ​ສັນລະເສີນ​ ຄື:​ ໄດ້ຍິນ ໄດ້​ຟັງ​ ຄຳ​ສັນ​ສັນລະເສີນ​ ຄຳ​ຍ້ອງຍໍ
     ➩ ໄດ້​ສຸກ​ ຄື​: ໄດ້​ຄວາມ​ສະບາຍ​ກາຍ​ ສະບາຍ​ໃຈ​ ໄດ້​ຄວາມ​ເບີກ​ບານ​​ ໄດ້​ຄວາມ​ບັນ​ເທີງ​ໃຈ​

   2. ໂລກ​ະທັມຝ່າຍ​ອະ​ນິດ​ຖານ​ມ​ນ໌​ ຄື​ ຝ່າຍ​ທີ່​ມະນຸດ​ບໍ່​ພໍ​ໃຈ​ມີ​ 4 ເລື່ອງ​ ຄື​:
     ➩ ເສຍ​ລາບ​ ໝາຍ​ຄວາມ​ວ່າ​ ລາບ​ທີ່​ໄດ້​ມາ​ແລ້ວ​ເສຍ​ໄປ​
     ➩ ເສື່ອມ​ຍົດ​ ໝາຍ​ເຖິງ​ ຖືກ​ລົດ​ຄວາມ​ເປັນ​ໃຫຍ່​ ຖືກ​ຖອດ​ອອກຈາກ​ຕຳແໜ່ງ​ ຖືກ​ຖອດ​ອຳນາດ​
     ➩ ຖືກ​ນິນ​ທາ​ ໝາຍ​ເຖິງ​ ຖືກ​ຕຳ​ໜິ​ຕິ​ຕຽນ​ວ່າ​ບໍ່​ດີ​ ມີ​ໃຜ​ເວົ້າ​ເຖິງ​ ຄວາມ​ບໍ່​ດີ​ຂອງ​ເຮົາ​ໃນ​ທີ່​ລັບ​ຫຼັງ​ເອີ້ນວ່າ:​ຖືກ​ນິນ​ທາ​
     ➩ ຕົກ​ທຸກ​ ຄື:​ ໄດ້ຮັບ​ຄວາມ​ທຸກທໍລະມານ​ກາຍ​ທໍລະມານ​ໃຈ​