ອາຊຽນ ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


2 กุมภาพันธ์ 2560

ອາຊຽນ ແມ່ນຫຍັງ

ອາ​ຊ​ຽນ ແມ່ນຫຍັງ



ອາ​ຊ​ຽນ ແມ່ນ​ການ​ລວມ​ຕົວ​ກັນ​ເປັນ​ອົງ​ກອນ​ລະ​ຫວ່າງ​ປະ​ເທດ ລະດັບພາກພື້ນຂອງປະເທດທີ່ຢູ່ໃນພາກພື້ນອາຊີຕາເວັນອອກສຽງ ໃຕ້ ໂດຍລວມຕົວກັນໃນຊື່ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (Association of South East Asian Nations) ໂດຍໃຊ້ຊື່ຫຍໍ້ວ່າ ASEAN ອ່ານອອກສຽງພາສາລາວວ່າ ອາຊຽນ ໂດຍມີຈຸດປະສົງໃນການຈັດຕັ້ງກຸ່ມອາຊຽນກໍ່ເພື່ອສົ່ງເສີມ ແລະ ຮ່ວມມືກັນໃນທຸກດ້ານ ທັງດ້ານສັນຕິພາບດ້ານຄວາມໝັ້ນຄົງດ້ານເສດຖະກິດດ້ານການກະຈາຍອົງກອນຄວາມຮູ້ ແລະ ດ້ານສັງຄົມວັດທະນາທຳ ເທິງພື້ນຖານຄວາມເທົ່າທຽມກັນ ແລະ ຜົນປະໂຫຍດຮ່ວມກັນຂອງປະເທດສະມາຊິກທຸກປະເທດ.
    ອາຊຽນ (ASEAN) ຫຼື ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (Association of Southeast Asian Nation) ສ້າງຕັ້ງເມື່ອວັນທີ 8 ສິງຫາ 1967 ຫຼັງຈາກການລົງນາມຂອງປະເທດສະມາຊິກຜູ້ຮ່ວມກໍ່ຕັ້ງຢູ່ ກຸງເທບ ປະເທດໄທ ໂດຍມີສະມາຊິກຜູ້ຮ່ວມກໍ່ຕັ້ງ 5 ປະເທດຄືື: ໄທ, ສິງກະໂປ, ອິນໂດເນເຊຍ ແລະ ຟິລິບປິນ.

    ປະຈຸບັນ​ສະມາຊິກ​ອາ​ຊຽນ​ມີ​ 10 ປະເທດ ​ ມີ​ເປົ້າ​ໝາຍ​ວ່າ​ ຈະ​ເຂົ້າ​ສູ່​ຄວາມ​ເປັນ​ປະ​ຊາຄົມອາ​ຊຽນ​
8 ສິງ​ຫາ​ ພ.​ສ.​ 2510 : ໄທ​ ອິນ​ໂດ​ນີ​ເຊຍ​ ມາ​ເລ​ເຊຍ​ ຟິ​ລິບ​ປິນ​​ ແລະ​ ສິງ​ກະໂປ​ ຮ່ວມ​ກໍ່​ຕັ້ງ​ອາ​ຊຽນ​

   ປະ​ຊາຄົມ​ອາ​ຊຽນ​ປຽບ​ກັບ​ການ​ເ​ປັ​ນຄອບຄົວດຽວ​ກັນ​ຂອງ​ປະເທດ​ສະມາຊິກອາຊຽນ ກໍ່ຕັ້ງຂຶ້ນ​ຢ່າງ​ເປັນ​ທາງ​ການ​ເມື່ອ​ ເດືອນ ​ຕຸລາ​ ພ.​ສ.​ 2546 ພ້ອມ​ກັບ​ມີ​ການ​ຮ່ວມ​ລົງ​ນາມ​ໃນ​ປະຕິ​ຍານ ໃຫ້ເປັນ​ປະ​ຊາຄົມ​ດຽວ​ກັນ​ໃຫ້​ສຳ​ເລັດ​ພາຍ​ໃນ​  ພ.​ສ.​ 2558 (ຄ.​ສ.​ 2015) ພ້ອມ​ກັບ​ມີ​ການ​ແບ່ງ​ປະ​ຊາຄົມຍ່ອຍ​ອອກ​ເປັນ​  3 ປະ​ຊາຄົມ​ຫຼັກ​ ໄດ້​ແກ່​:

1. ປະ​ຊາຄົມ​ການ​ເມືອງ​ ແລະ ​ຄວາມຫມັ້ນຄົງ​ອາ​ຊຽນ​ (ASEAN Political and Security Community – APSC)
2.
ປະ​ຊາຄົມ​ເສດຖະກິດ​ອາ​ຊຽນ​ (AEAN Economics Community – AEC)
3.
ປະ​ຊາຄົມ​ສັງຄົມ ​ແລະ ​ວັດທະນະທຳ​ອາ​ຊຽນ​ (ASEAN Socio-Cultural Community – ASCC)


ປະ​ຊາຄົມ​ເສດຖະກິດ​ອາ​ຊຽນ​ (ASEAN Economic Community : AEC)

    AEC ຫລື​ ASEAN Economic Community ປະ​ຊາຄົມ​ເສດຖະກິດ​ອາ​ຊຽນ​ ເປັນ​ເປົ້າ​ໝາຍ​ທັງຫມົດ​​ຂອງ​ການລວມຕົວປະເທດ​ສະມາຊິກ​ອາ​ຊຽນ ​ເພື່ອ​ເພີ່ມ​ອຳນາດ​ຕໍ່​ຮອງ​ກັບ​ ຄູ່​ຄ້າ​ ແລະ ​ເພີ່ມ​ຂີດ​ຄວາມ​ສາມາດ​ການ​ແຂ່ງ​ຂັນ​ທາງ​ດ້ານ​ເສດຖະກິດ​ລະ​ດັບ​ໂລກ​ ລວມ​ເຖິງ​ ມີ​ການ​ຍົກ​ເວັ້ນ​ພາ​ສີ​ສິນ​ຄ້າ​ບາງ​ຊະນິດ​ໃຫ້​ກັບ​ປະເທດ​ສະມາຊິກ​ ສົ່ງ​ເສີມ​ໃຫ້​ພູມພາກ​ມີ​ຄວາມ​ຈະເລີນ​ມັ່ງ​ຄັ່ງ​ ຫມັ້ນຄົງ​ ປະຊາຊົນ​ຢູ່​ດີ​ກິນ​ດີ​



    ໂດຍ​ໃນ​ການ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ ASEAN Summit ເທື່ອ​ທີ່​ 8 ເມື່ອ​ 4 ພ​ະຈິກ​ ພ.​ສ.​ 2545 ນະ​ ນະຄອນຫລວງພະນົມເປັນ ປະເທດກໍາປູເຈຍ ທີ່​ໄດ້​ເຫັນ​ດີໃຫ້​ອາ​ຊຽນ​ກຳນົດ​ທິດ​ທາງ​ ໄດ້​ມີ​ການ​ດຳ​ເນີນ​ງານ​ທີ່​ຊັດເຈນ ​ເພື່ອ​ນຳ​ໄປ​ສູ່​ເປົ້າ​ໝາຍ​ທີ່​ຊັດເຈນ​ ໄດ້​ແກ່​ການ​ເປັນ​ປະ​ຊາຄົ​ມ​ເສດຖະກິດ​ອາ​ຊຽນ​ ໂດຍ​ຈະ​ມີຕະຫ​ລາດ ​ແລະ ​ຖານ​ການ​ຜະລິດ​ຮ່ວມ​ກັນ​ ແລະ​ ຈະ​ມີ​ການ​ເຄື່ອນ​ຍ້າຍ​ສິນ​ຄ້າ​ ບໍລິການ​ ການ​ລົງ​ທຶນ​ ເງີນທຶນ​ ແລະ ​ແຮງ​ງານ​ມີ​ຝີ​ມື​ຢ່າງ​ເສ​ລີ ສຳລັບ​ການຕັ້ງ​ປະ​ຊາຄົມ​ເສດຖະກິດ​ອາ​ຊຽນ​ໄດ້​ກຳນົດ​ໃຫ້​ ສຳ​ເລັດ​ພາຍ​ໃນ​ປີ​ ພ.​ສ.​ 2558 (ຄ.​ສ.​ 2015)



ເປົ້າ​ໝາຍ​ສຳຄັນ​ຂອງ​ ປະ​ຊາຄົ​ມ​ເສດຖະກິດ​ອາ​ຊຽນ​ ຫລື​ AEC ມີ​ 4 ດ້ານ​ ຄື​:

1.
ເປັນ​ຕະຫ​ລາດ​ ແລະ ​ຖານ​ການ​ຜະລິດ​ຮ່ວມ​ກັນ​
2.
ສ້າງ​ຂີດ​ຄວາມ​ສາ​ມາດທາງ​ເສດຖະກິດ​
3.
ສ້າງ​ຄວາມ​ເທົ່າ​ທຽມ​ໃນ​ການ​ພັດທະນາ​ທາງ​ເສດຖະກິດ​
4.
ການ​ເຊື່ອມໂຍງການ​ເຂົ້າ​ກັບ​ເສດຖະກິດ​ໂລກ​










ຂໍ້ມູນອື່ນໆ ທີ່ໜ້າສົນໃຈ ກ່ຽວກັບ ASEAN
_____________________________

ວັນກໍ່ຕັ້ງ : 8 ສິງ​ຫາ​ ພ.​ສ.​ 2510
ວັນອາ​ຊຽນ​ : 8 ສິງ​ຫາ
ທີ່​ຕັ້ງ​ສຳ​ນັກ​ງານ​ເລ​ຂາ​ທິ​ການ​ອາ​ຊຽນ​ : ກຸງ​ຈາ​ກາ​​ຕາ​ ອິນ​ໂດ​ນີ​ເຊຍ​
ຄຳຂວັນອາຊຽນ: ໜື່ງວິໄສທັດ ໜື່ງເອກະລັກ ໜື່ງປະຊາຄົມ (One Vision One Identity One Community)
ປະ​ທານ​ອາ​ຊຽນ​ : ມຽນ​ມາ​ (2557)
ເລ​ຂາ​ທິ​ການ​ອາ​ຊຽນ​ : ທ່ານ ​ເລ​ ເລືອງ​ ມິນ​ (Le Luong Minh)  ຈາກ​ວຽດ​ນາມ​ (2556 -2560)
ພື້ນ​ທີ່​ໃນ​ອາ​ຊຽນ​ : 4,464,322 ​ຕາລາງກິໂລແມັດ
ປະຊາກອນ​ອາ​ຊຽນ​ : 600.18 ລ້ານ​ຄົນ​
ເພງ​ປະຈຳ​ອາ​ຊຽນ​ The ASEAN Way
ພາ​ສາກ​າງ​ : ອັງ​ກິດ
ລາຍ​ໄດ້​ສະເລ່ຍ​ຕໍ່​ຫົວ​ຂອງ​ປະຊາຊົນ​ອາ​ຊຽນ​ : 3870 ໂດລາສະຫະລັດຕໍ່ຄົນ ຕໍ່​ປີ​
ປະເທດ​ຄູ່​ເຈລະ​ຈາ​ : ຈີນ​ ຍີ່​ປຸ່ນ​ ເກົາ​ຫຼີ​ໃຕ້​ ອິນ​ເດຍ​ ອົດສະເຕ​ເລຍ​  ນິວ​ຊີ​ແລນ​ ສະຫະລັດອາເມລິກາ​ ລັດ​ເຊຍ​ ແຄ​ນາ​ດາ​ ແລະ​ 1 ກຸ່ມ​ ຄື​ ສ​ະຫະພາບຍຸໂຣບ
ຊັບພະ​ຍາກ​ອນ​ທຳມະຊາດ​ : ນໍ້າມັນ​ ກ໊າ​ສທຳມະຊາດ​ ປ່າ​ໄມ້​
ສິນ​ຄ້າ​ສົ່ງ​ອອກ​ສຳຄັນ​ : ນໍ້າມັນ​ ແລະ ​ກ໊າ​ສ​ທຳມະຊາດ​ ອິ​ນອຍ​ທໍ​ນິກ​ສ໌​
ຕ​ະຫລາດ​ສົ່ງ​ອອກ​ສຳຄັນ​ : ຍີ່​ປຸ່ນ​ ຈີນ​ ສ​ະຫ​ະພາບ​ຍຸ​ໂຣບ​ ສ​ະຫະລັດອາ​ເມ​ຣິ​ກາ​
ສິນ​ຄ້າ​ນຳ​ເຂົ້າ​ສຳຄັນ​ : ນໍ້າມັນ​ ແລະ ​ກ໊າ​ສ​ທຳມະຊາດ​ ອິ​ນອຍ​ທໍນິກ​ສ໌​
ຕ​ະຫລາດ​ນຳ​ເຂົ້າ​ສຳຄັນ​ : ສະ​ຫະລັດ​ອາ​ເມ​ຣິ​ກາ​ ສະ​ຫະ​ພາບ​ຍຸ​ໂຣບ​ ຍີ່​ປຸ່ນ​ ຈີນ​.