ສັນຍະລັກອາຊຽນ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


2 กุมภาพันธ์ 2560

ສັນຍະລັກອາຊຽນ


       ສັນຍະລັກ ອາຊຽນ ເປັນສັນຍະລັກເພື່ອສະແດງເຖິງ ຄວາມເປັນອາຊຽນ ໂດຍມີລັກສະນະເປັນຮູບຮວງເຂົ້າສີເຫຼືອງ 10 ຕົ້ນທັງໝົດມັດລວມກັນໄວ້ ເທິງພື້ນຫຼັງສີແດງຢູ່ໃນວົງມົນເສັ້ນສີຂາວ ແລະ  ​ເສັ້ນສີນ້ຳເງີນຊຶ່ງໝາຍເຖິງປະເທດສະມາຊິກທັງຫມົດຕັວກັນເພື່ອມິດພາບ ແລະ ຄວາມເປັນໜຶ່ງດຽວກັນພື້ນທີ່ວົງມົນສີແດງສີຂາວແລະ ສີນ້ຳເງີນຊຶ່ງສະແດງເຖິງຄວາມເປັນເອກພາບມີຕັວອັກສອນຄຳວ່າ​ “aseanສີນ້ຳເງີນຢູ່ໃຕ້ຮູບຮວງເຂົ້າອັນສະແດງເຖິງຄວາມມຸ້ງຫມັ້ນທີ່ຈະເຮັດວຽກຮ່ວມກັນເພື່ອຄວາມຫມັ້ນຄົງສັນຕິພາບເອກພາບແລະຄວາມກ້າວໜ້າຂອງປະເທດສະມາຊິກອາຊຽນຊຶ່ງສີທີ່ໃຊ້ກໍໃຫ້ຄວາມຫມາຍໃນລັກສະນະດັ່ງກ່າວ.​









ສີ​ນ້ຳ​ເງີນໝາຍ​ເຖິງ​ ສັນ​ຕິ​ພາບ​ ແລະ​ ຄວາມຫມັ້ນຄົງ​
ສີ​ແດງ ໝາຍ​ເຖິງ​ ຄວາມ​ກ້າ​ຫານ ແລະ ​ຄວາມ​ກ້າວ​ໜ້າ​
ສີ​ຂາວ​ ໝາຍ​ເຖິງ​ ຄວາມ​ບໍລິສຸດ​
ສີ​ເຫຼືອງ ໝາຍ​ເຖິງ​ ຄວາມ​ຈະເລີນ​ຮຸ່ງ​ເຮືອງ​