ຮາດ​ແວ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


10 กุมภาพันธ์ 2560

ຮາດ​ແວ


  
       ຮາດ​ແວຣ໌ ໝາຍ​ເຖິງ ອຸ​ປະ​ກອນ​ຕ່າງໆ ​ ທີ່​ປະກອບ​ຂຶ້ນ​ເປັນ​ເຄື່ອງ​ຄອມພິວເຕີ​ ມີ​ລັກສະນະ​ເປັນ​ໂຄງ​ຮ່າງ​ສາມາດ​ເບິ່ງ​ເຫັນ​ດ້ວຍ​ຕາ​ ແລະ ​ສໍາ​ຜັດ​ໄດ້​ (ຮູບ​ປະທຳ​) ເຊັ່ນ​: ຈໍ​ພາບ​, ຄີ​ບ​ອ​,​ ເຄື່ອງ​ພິມ,​ ເມົາ​ສ໌​ ເປັນ​ຕົ້ນ​ ຊຶ່ງ​ສາມາດ​ແບ່ງ​ອອກ​ເປັນ​ສ່ວນ​ຕ່າງ​ໆ​ ຕາມ​ລັກສະນະ​ການ​ເຮັດ​ວຽກງານ​ ໄດ້​ 4 ຫນ່ວຍ​ ຄື​: ຫນ່ວຍ​ຮັບ​ຂໍ້​ມູນ​ (Input Unit), ຫນ່ວຍ​ປະ​ມວນ​ຜົນກາງ​ (Central Processing Unit : CPU), ຫນ່ວຍ​ສະແດງ​ຜົນ​ (Output Unit), ຫນ່ວຍ​ເກັບ​ຂໍ້​ມູນ​ສຳ​ຮອງ​ (Secondary Storage) ໂດຍ​ອຸປະກອນ​ແຕ່​ລະ​ຫນ່ວຍ​ມີ​ຫນ້າທີ່​ການ​ເຮັດ​ວຽກງານ​ແຕກ​ຕ່າງ​ກັນ​.



 1.  ສ່ວນຮັບຂໍ້ມູນ (Input  Unit): ເປັນສ່ວນປະກອບຂອງຄອມພິວເຕີ ທີ່ເຮັດໜ້າທີ່ຮັບຂໍ້ມູນຈາກຄົນ ແລະ ສົ່ງຂໍ້ມູນໄປຍັງໜ່ວຍປະມວນຜົນ (Processing Unit) ເພື່ອທໍາການປະມວນຜົນຕໍ່່ໆໄປ ຮູບແບບການສົ່ງຂໍ້ມູນຈາກອຸປະກອນຕ່າງໆ ທີ່ນໍາຂໍ້ມູນຈາກພາຍນອກເຂົ້າສູ່ເຄື່ອງຄອມພິວເຕີເອີ້ນວ່າ: ອູປະກອນນໍາເຂົ້າຂໍ້ມູນ (Input Device) ໄດ້ແກ່: Keyboard, Mouse, USB, Camera, Speaker




2.  ສ່ວນປະມວນຜົນຂໍ້ມູນ (Central Processing Unit): ເປັນສ່ວນທໍາໜ້າທີ່ໃນການປະມວນຜົນຂໍ້ມູນທີ່ຮັບມາຈາກສ່ວນຮັບຂໍ້ມູນ (Input Unit) ເພື່ອໃຫ້ໄດ້ຜົນລັບຕາມທີ່ຕ້ອງການ ອີກທັງຍັງທໍາໜ້າທີ່ໃນການຄວບຄຸມການທໍາງານຕ່າງໆພາຍໃນເຄື່ອງຄອມພິວເຕີ.



3. ໜ່ວຍຄວາມຈໍາ (Memory Unit): ເປັນອຸປະກອນເກັບສະຖານະຂໍ້ມູນ ແລະ ຊຸດຄໍາສັ່ງ ເພື່ອການປະມວນຜົນຂອງຄອມພິວເຕີ ແບ່ງອອກເປັນ 2 ປະເພດຄື:
    
     o   ໜ່ວຍຄວາມຈໍາຊົ່ວຄາວ
     o   ໜ່ວຍຄວາມຈໍາຖາວອນ
    ໜ່ວຍຄວາມຈໍາຊົ່ວຄາວຄື: ແຣມ (RAM: Random Access Memory) ເປັນໜ່ວຍຄວາມຈໍາທີ່ໃຊ້ໃນຄະນະທີ່ຄອມພິວເຕີທໍາງານ ຂໍ້ມູນ ແລະ ຊຸດຄໍາສັ່ງຈະຫາຍໄປເມື່ອເຮົາປິດເຄື່ອງຄອມພິວເຕີ.
    ໜ່ວຍຄວາມຈໍາຖາວອນ ຫຼື ໜ່ວຍຄວາມຈໍາຫຼັກ ໄດ້ແກ່: ຮາດດິດ (Hard Disk) ທີ່ໃນການເກັບຂໍ້ມູນ ແລະ ຣອມ (ROM: Read Only Memory) ທີ່ໃຊ້ໃນການເກັບຄ່າ Bios ໜ່ວຍຄວາມຈໍາຖາວອນຈະໄຊ້ໃນການເກັບຂໍ້ມູນ.

4.   ໜ່ວຍສະແດງຜົນ (Output Unit): ເປັນໜ່ວຍສະແດງຜົນລັບທີ່ມາຈາກການປະມວນຜົນຂໍ້ມູນໂດຍສ່ວນຫຼາຍຈະແບ່ງອອກເປັນ 2 ປະເພດຄື:



 o   ໜ່ວຍຄວາມຈໍາຊົ່ວຄາວ (Soft copy): ການສະແດງຜົນອອກມາໃຫ້ຜູ້ໃຊ້ໄດ້ຮັບຮູ້ໃນຂະນະນັ້ນກໍຈະຫາຍໄປ ບໍ່ເຫຼືອໃຫ້ເປັນວັດຖຸໃຫ້ເກັບໄວ້ໄດ້ ຖ້າຕ້ອງການເກັບຜົນລັບນັ້ນກໍ່ສາມາດສົ່ງຖ່າຍໄປເກັບໃນຮູບຂອງຂໍ້ມູນໃນໜ່ວຍເກັບຂໍ້ມູນສໍາຮອງເພື່ອສາມາດໃຊ້ງານ.
 o   ໜ່ວຍຄວາມຈໍາຖາວອນ (Hard copy): ການສະແດງຜົນທີ່ສາມາດຈັບຕ້ອງ ແລະ ເຄື່ອນຍ້າຍໄປໄດ້ຕາມທີ່ຕ້ອງການມັນຈະອອກມາໃນຮູບແບບຂອງກະດາດເຊິ່ງຜູ້ໃຊ້ສາມາດນໍາໃຊ້ໄດ້ໃນທີ່ຕ່າງໆໄດ້ ຫຼື ໃຫ້ຜູ້ຮ່ວມງານເບິ່ງຢູ່ບ່ອນໄດກໍ່ໄດ້.

ไม่มีความคิดเห็น:

แสดงความคิดเห็น