ປະເທດອິນເດຍມີເນື້ອທ່ີກວ້າງໃຫຍ່ໄພສານໃນສະໄໝພຸດທະການ
ກວມເອົາເນື້ອທີ່ຂອງຫຼາຍປະເທດ ທາງຕອນໃຕ້ ແລະ ຕາເວັນອອກຮອດພະມ້າ ບັງກາລາເທດ ພູຖານ
ທາງເໜືອຮອດເນປານ ປາກິດສະຖານ ອັບການິສະຖານ ແຕ່ປີ 1945 ເປັນຕົ້ນມາ ປະເທດອິນນເດຍມີເນື້ອທີ່ທັງໝົດປະມານ
32,872,631 ຕາຕະລາງກິໂລແມັດ ປະຊາກອນປະມານ 1,000 ລ້ານຄົນ ນັບຍ້ອນຫຼັງກັບໄປປະມານ 1,000 ປີ ກ່ອນພຸດທະການ
ຊົນເຜົ່າດາວິດຽນ (Dravidians) ຫຼື ມິລັກຂະໄດ້ເຂົ້າມາສູ່ດິນແດນ ສ່ວນທີ່ຮູ້ກັນໃນນາມຊຸມພູທະວິບນີ້ ຖິ່ນຖານເດີມຂອງຄົນເຜົ່ານີ້ ຢູ່ທີ່ໃດບໍ່ປາກົດຈະແຈ້ງປານໃດ
ອາຣິຍະທັມທີ່ຂຸດພົບໃນອິນເດຍ ສະແດງໃຫ້ເຫັນວ່າ ຊົນຊາດທະຣາວິດ ຫຼື ດຣາວິນດຽນນີ້
ເປັນຊົນຊາດທີ່ມີຄວາມຈະເລີນຮຸ່ງເຮືອງມາກ່ອນ ສ່ວນຫຼາຍໄດ້ຕັ້ງຖິນຖານຢູ່ແຄມ ແມ່ນ້ໍາສິນທຸ
ກ່ອນຈະມາເຖິງສະໄໝພຸດທະການ ເຮົາອາດແບ່ງຊ່ວງໄລຍະເວລາແຫ່ງປະຫວັດສາດຂອງປະເທດອິນເດຍອອກເປັນ
3 ຍຸກ ດ້ວຍກັນຄື:
1. ຍຸກພຣະເວທ.
2. ຍຸກພຣາມ.
3. ຍຸກອຸປະຣິສັດ.
1. ຍຸກພຣະເວທ.
2. ຍຸກພຣາມ.
3. ຍຸກອຸປະຣິສັດ.
👉 ປະຖົມມະເຫດ
ພຸດທະປະຫວັດ.
ພຣະບໍຣົມໂພທິສັດໄດ້ຊົງບຳເພັງປາຣະມີ 30 ທັດມາແລ້ວ ກັບ 4
ອະສົງໄຂປາຍແສນມະຫາກັບ, ດ້ວຍປະການ ດັ່ງນີ້ ຊາດສຸດທ້າຍໄດ້ບຳເພັງທານະປາຣະມີ
ສະເຫວີຍພຣະຊາດ ເປັນພຣະເຫວດສັນດອນໂພທິສັດ ເມື່ອຊົງສະຫວັນນະຄົທແລ້ວ ກໍ່ໄດ້ອຸບັດໄປບັງເກີດເປັນສັນຕຸສິດເທພະບຸຕເທວະຣາຊ
ສະເຫວີຍທິພພະສົມບັຕ ຢູ່ໃນສະຫວັນຊັ້ນດຸສິຕນັ້ນ.
ເມື່ອທ້າວມະຫາພຣົມໃນຊັ້ນສຸທາວາທທັງ 5
ລົງມາທ່ຽວປະກາດແກ່ຊາວໂລກ ອັນເປັນເຫດແຫ່ງພຸດທະໂກລາຫົນ ແກ່ມວນມະນຸດວ່າ:
"ນັບຈາກນີ້ ໄປເຖິງແສນປີ ພຣະສັມມາສັມພຸດທະເຈົ້າ ຈັກອຸບັດຂຶ້ນໃນໂລກ" ຄວາມສົງໄສສັບສົນນີ້ ໄດ້ດຳຣົງຢູ່
ເຖິງໜຶ່ງແສນປີ, ຫາຜູ້ໃຫ້ຄຳຕອບບໍ່ໄດ້
ຈົນກະທັງ, ບຸບພະນິມິດ 4
ປະການ ປະກົດຂຶ້ນແກ່ສັນຕຸສິດເທພະບຸດແລ້ວ ເຫຼົ່າເທວະດາ, ອິນທ໌, ພຣົມ ກໍຮູ້ແນ່ນອນວ່າ "ສັນດຸສິຕເທພະບຸຕ" ອົງນີ້ເອງ ຄື: ອົງພຣະສັບພັນຍູໂພທິສັດ.
ຈຶ່ງພາກັນຂາບທູນອາຣາທະນາສັນຕຸສິຕເທບພະບຸຕ
ໃຫ້ຈຸຕິລົງມາເກີດໃນມະນຸດສາໂລກ ເພື່ອຕັດສະຮູ້ເປັນ ພຣະສັມມາສັມພຸດທະເຈົ້າ
ສະແດງທັມສັ່ງສອນເຫຼົ່າເວໄນຍະສັຕໃນມະນຸດສາໂລກ, ກັບທັງເຫຼົ່າເທວະໂລກ ໃຫ້ພົ້ນຂ້າມສັງສາຣະວັດ ຄັນເມື່ອສັນດຸສິຕເທວະບຸດຊົງພິຈາຣະນາແລ້ວ ປັນຈະມະຫາວິໂລກະນະ ຄື ເຫດການສຳຄັນ ທີ່ພຣະໂພທິສັດພິຈາຣະນາ
ກວດເບິ່ງ ກ່ອນຈະຊົງຮັບອາລາທະນາ 5 ປະການ ຄື:
1. ກາລ ຄື: ອາຍຸສັງຂານຂອງມະນຸດ ຈະຕ້ອງຢູ່ລະຫວ່າງ 100 ປີ ເຖິງແສນປີ.
2. ທີປະ ຄື: ທະວີບ ທີ່ພຣະພຸດທະເຈົ້າຈະອຸບັດ ຕ້ອງເປັນຊຸມພູທະວິບ ເທົ່ານັ້ນ.
3. ເທສະ ຄື: ປະເທດທີ່ພຣະພຸດທະເຈົ້າຊົງອຸບັດ ຕ້ອງເປັນມັດທະຍົມປະເທດ ເທົ່ານັ້ນ.
4. ກຸລະ ຄື: ຕະກູນ ທີ່ພຣະພຸດທະເຈົ້າຈະອຸບັດ ຕ້ອງເປັນຂັດຕິຍະສະກຸນ ຫຼືເປັນມະຫາພຣາມສະກຸນເທົ່ານັ້ນ.
1. ກາລ ຄື: ອາຍຸສັງຂານຂອງມະນຸດ ຈະຕ້ອງຢູ່ລະຫວ່າງ 100 ປີ ເຖິງແສນປີ.
2. ທີປະ ຄື: ທະວີບ ທີ່ພຣະພຸດທະເຈົ້າຈະອຸບັດ ຕ້ອງເປັນຊຸມພູທະວິບ ເທົ່ານັ້ນ.
3. ເທສະ ຄື: ປະເທດທີ່ພຣະພຸດທະເຈົ້າຊົງອຸບັດ ຕ້ອງເປັນມັດທະຍົມປະເທດ ເທົ່ານັ້ນ.
4. ກຸລະ ຄື: ຕະກູນ ທີ່ພຣະພຸດທະເຈົ້າຈະອຸບັດ ຕ້ອງເປັນຂັດຕິຍະສະກຸນ ຫຼືເປັນມະຫາພຣາມສະກຸນເທົ່ານັ້ນ.
5. ມາຣດາ ຄື: ພຣະມານດາຂອງພຣະພຸດທະເຈົ້າ ຕ້ອງມີສິລຫ້າບໍຣິສຸດ
ໄດ້ບຳເພັງປາຣະມີຕະຫຼອດແສນກັປ.
ເມື່ອຊົງເຫັນວ່າ ຢູ່ໃນສະຖານະອັນສົມຄວນ ຈຶ່ງໄດ້ຮັບຄຳທູນອັງເຊີນ.