ຊອບ​ແວ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


10 กุมภาพันธ์ 2560

ຊອບ​ແວ




      ອບ​ແວ​ຣ໌​ (software) ໝາຍ​ເຖິງ ​ຊຸດ​ຄຳ​ສັ່ງ ​ຫລື​ ໂປຣ​ແກຣມ ​ທີ່​ໃຊ້​ສັ່ງ​ງານ​ໃຫ້​ຄອມພິວເຕີ​ເຮັດວຽກ​ ຊອບແວ​ຣ໌ ​ຈຶ່ງ​ໝາຍ​ເຖິງ ​ລຳ​ດັບ​ຂັ້ນ​ຕອນ​ການ​ເຮັດ​ວຽກງານ​ ທີ່​ຂຽນ​ຂຶ້ນ​ດ້ວຍ​ຄຳ​ສັ່ງ​ຂອງ​ຄອມພິວເຕີ​ ຄຳ​ສັ່ງ​ເຫຼົ່າ​ນີ້​ຽງ​ກັນ​ເປັນ​ໂປຣ​ແກຣມ​ຄອມພິວເຕີ​ ຈາກ​ທີ່​ຮູ້​ມາ​ແລ້ວ​ວ່າ​ຄອມພິວເຕີ​ເຮັດວຽກ​ຕາມ​ຄຳ​ສັ່ງ​ ການ​ເຮັດ​ວຽກງານ​ພື້ນ​ຖານ​ເປັນພຽງ​ການ​ກະທຳ​ກັບ​ຂໍ້​ມູນ​ທີ່​ເປັນ​ຕົວ​ເລກ​ຖານ​ສອງ​ ຊຶ່ງ​ໃຊ້​ແທນ​ຂໍ້​ມູນ​ທີ່​ເປັນ​ຕັວ​ເລກ​ ຕົວ​ອັກສອນ​ ຮູບ​ພາບ​ ຫລື​ ແມ່ນແຕ່​ເປັນ​ສຽງ​ເວົ້າ​ກໍ​ໄດ້​. ຊອບ​ແວ​ຣ໌ ມີ 2 ປະ​ເພດ​ຄື:



    1. ອ​ບ​ແວ​ຣ໌​ລະບົບ ຄື​: ອບ​ແວ​ຣ໌​ທີ່​ບໍລິສັດ​ເປັນຜູ້​ຜະລິດ​ສ້າງ​ຂຶ້ນ​ມາ​ເພື່ອ​ໃຊ້​ຈັດການ​ກັບ​ລະບົບ​ ຫນ້າທີ່​ການ​ເຮັດ​ວຽກງານ​ຂອງ​ຊອບແວ​ຣ໌​ລະບົບ​ຄື ​ດຳ​ເນີນ​ງານ​ພື້ນ​ຖານ​ຕ່າງ​ໆ​ ຂອງ​ລະບົບ​ຄອມພິວເຕີ​ ເຊັ່ນ​: ຮັບ​ຂໍ້​ມູນ​ຈາກ​ແຜງ​ແປ້ນ​ອັກ​ຕົວ​ອັກ​ສອນ​ແລ້ວ​ແປຄວາມຫມາຍ​ໃຫ້​ຄອມພິວເຕີ​ເຂົ້າໃຈ​ ນຳ​ຂໍ້​ມູນ​ໄປ​ສະແດງ​​ຜົນ​​ເທິງ​ຈໍພາບ​ ຫລື​ ນຳ​ອອກ​ໄປ​ຍັງ​ເຄື່ອງ​ພິມ​ ຈັດການ​ຂໍ້​ມູນ​ໃນ​ລະບົບ​ແຟ້ມ​ຂໍ້​ມູນ​ເທິງ​ຫນ່ວຍ​ຄວາມ​ຈຳ​​ສຳຮອງ​ ເມື່ອ​ເຮົາ​ເປີດ​ເຄື່ອງ​ຄອມພິວເຕີ​ ທັນ​ທີ​ທີ່​ມີ​ການ​ຈ່າຍ​ກະ​ແສ​ໄຟ​ຟ້າ​ໃຫ້​ກັບ​ຄອມພິວເຕີ​ ຄອມພິວເຕີ​ຈະ​ເຮັດວຽກ​ຕາມ​ໂປຣ​ແກຣມ​ທັນ​ທີ​ ໂປຣ​ແກຣມ​​ເອີ້ນຄຳ​ສັ່ງ​ຄອມພິວເຕີ​ເຮັດວຽກ​ນີ້​ເປັນ​ຊອບ​ແວ​ຣ໌​ລະບົບ​ ຊອບ​ແວ​ຣ໌​ລະບົບ​ອາດ​ເກັບ​ໄວ້​ໃນ​ຣອມ​ ຫລື​ ໃນ​ແຜ່ນ​ຈານ​ແມ່​ເຫຼັກ​ ຫາກ​ບໍ່​ມີ​ຊອບ​ແວ​ຣ໌​ລະບົບ​ ຄອມພິວເຕີ​ຈະ​ເຮັດວຽກ​ບໍ່​ໄດ້​.




   2. ອບ​ແວ​ຣ໌ປະ​ຍຸກ ຄື: ເປັນ​ຊອບແວ​ຣ໌​ທີ່​ໃຊ້​ກັບ​ງານ​ດ້ານ​ຕ່າງ​ໆ​ ຕາມ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ໃຊ້​ ທີ່​ສາມາດ​ນຳ​ມາ​ໃຊ້​ປະໂຫຍດ​ໄດ້​ໂດຍ​ກົງ​ ປະຈຸບັນ​ມີ​ຜູ້​ພັດທະນາ​ຊອບ​ແວ​ຣ໌​ໃຊ້​ງານ​ທາງ​ດ້ານ​ຕ່າງ​ໆ​ ອອກ​ຈຳ​ໜ່າຍ​ຫລາຍ​ ການ​ປະ​ຍຸກ​ງານ​ຄອມພິວເຕີ​ຈຶ່ງ​ກວ້າງ​ຂວາງ​ ເຮົາ​ອາດ​ແບ່ງ​ຊອບ​ແວ​ຣ໌ ປະ​ຍຸກອອກ​ເປັນ​ສອງ​ກຸ່ມ​ຄື​ ອບແວ​ຣ໌​ສຳ​ເລັດ​ ແລະ ​ຊອບ​ແວ​ຣ໌​ທີ່​ພັດທະນາ​ຂຶ້ນ​ໃຊ້​ງານ​ສະເພາະ​ ອບ​ແວ​ຣ໌​ສຳ​ເລັດ​ໃນ​ປະຈຸບັນ​ມີ​ຫລວງ​ຫລາຍ​ ເຊັ່ນ:ອ​ບ​ແວ​ຣ໌​ປະ​ມວນ​ຄຳ​ ອບ​ແວ​ຣ໌​ຕາ​າງ​ເຮັດວຽກ​.



ไม่มีความคิดเห็น:

แสดงความคิดเห็น