ຈຸດ​ມຸ້ງ​ໝາຍ​ຂອງ​ວິ​ຊາ​ຈິຕະ​ວິທະຍາ​ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


22 กุมภาพันธ์ 2560

ຈຸດ​ມຸ້ງ​ໝາຍ​ຂອງ​ວິ​ຊາ​ຈິຕະ​ວິທະຍາ​


v. ຈຸດ​ມຸ້ງ​ໝາຍ​ຂອງ​ວິ​ຊາ​ຈິຕະ​ວິທະຍາ​ (Aims of Psychology)



  ຈິດ​ຕະວິທະຍາ​ເປັນ​ວິ​ຊາ​ທີ່​ສຶກ​ສາ​ກ່ຽວກັບ​ພຶດຕິກຳ​ພາຍນອກ​ ແລະ ​ພຶດຕິກຳ​ພາຍ​ໃນ​ ໂດຍ​ມີ​ຈຸດ​ມຸ້ງ​ໝາຍ​ດັ່ງ​ຕໍ່ໄປ​ນີ້​:
   1ເພື່ອ​ໃຫ້​ຜູ້​ສຶກ​ສາ​ ເຂົ້າໃຈ​ພຶດຕິກຳ​ຂອງ​ມະນຸດ​ ບໍ່​ວ່າ​ຈະ​ເປັນ​ພຶດຕິກຳ​ພາຍນອກ​ ຫລື ​ພຶດຕິກຳ​ພາຍ​ໃນ​ ທີ່​ເອີ້ນ​ວ່າ:​ ຂະ​ບວນ​ການ​ທາງ​ຈິດ​  ອັນ​ຈະ​ເຮັດໃຫ້​ເຂົ້າໃຈ​ຕົນເອງ​ ແລະ​ ຜູ້​ອື່ນ​ໄດ້​ດີ​ຂຶ້ນ​
  2ເພື່ອ​ໃຫ້​ຜູ້​ສຶກ​ສາ ​ສາມາດ​ອະທິບາຍ​ພຶດຕິກຳ​ ທັງ​ຫຼາຍ​ທີ່ເກິດຂື້ນ​ໄດ້​ວ່າ ​ມີ​ປັດ​ໄຈ​ໃດ​ແດ່​ທີ່​ເປັນ​ສາ​ເຫດ​ສຳຄັນ​ຂອງ​ການ​ເກີດ​ພຶດຕິກຳ​ຕ່າງ​ໆ​ ໂດຍ​ນັກ​ຈິຕະ​ວິທະຍາ​ທັງ​ຫຼາຍ​ຈະ​ໃຊ້​ວິທີ​ການ​ທາງ​ວິທະຍາ​ສາດ​ໃນ​ການ​ຄົ້ນ​ຫາ​ຄຳ​ຕອບ​ ເພື່ອ​ອະທິບາຍ​ພຶດຕິກຳ​ທັງ​ຫຼາຍ​ເຫຼົ່າ​ນັ້ນ​



  3ເພື່ອ​ໃຫ້​ຜູ້​ສຶກ​ສາ  ​ສາມາດ​ທຳນາຍພຶດຕິກຳ​ ໝາຍ​ເຖິງ​ການ​ຄາດ​ຄະ​ແນ​ຜົນ​ທີ່​ຈະ​ເກີດ​ຂຶ້ນ​ຈາກ​ສາ​ເຫດ​ຕ່າງ​ໆ​ ໄດ້​ຢ່າງ​ຖືກ​ຕ້ອງ​
   4ເພື່ອ​ໃຫ້​ຜູ້​ສຶກ​ສາ​ສາ ສາມາດ​ຄວບ​ຄຸມ​ພຶດຕິກຳ​ ທີ່​ບໍ່​ເພີ່ງ​ປະສົງ​ໃຫ້​ຫຼຸດລົງ ​ຫລື​ ໝົດ​ໄປ​ ແລະ​ຂະນະ​ດຽວ​ກັນ​ໃຫ້​ສາມາດ​ເສີມ​ສ້າງ​ພຶດຕິກຳ​ທີ່​ເພີ່ງ​ປາດຖະຫນາ​ໃຫ້​ເກີດ​ຂຶ້ນ​ໃໝ່​ໄດ້​ດ້ວຍ​

  5ເພື່ອ​ໃຫ້​ຜູ້​ສຶກ​ສາ​ ນຳ​ຄວາມ​ຮູ້​ໄປ​ປະຍຸກ​ໃຊ້​ ໃນ​ການ​ແກ້ໄຂ​ບັນຫາ​ຕ່າງ​ໆ​ ທີ່ເກິດຂື້ນ​ກັບ​ຕົນເອງ​ແລະ ​ສັງຄົມ​ໄດ້​ຢ່າງ​ມີປະ​ສິດ​ທິ​ພາບ.

ไม่มีความคิดเห็น:

แสดงความคิดเห็น