ລະບຽບ​ວິທີ​ການສຶກສາ ​ທາງ​ຈິດຕະ​ວິທະຍາ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


22 กุมภาพันธ์ 2560

ລະບຽບ​ວິທີ​ການສຶກສາ ​ທາງ​ຈິດຕະ​ວິທະຍາ


VI. ລະບຽບ​ວິທີ​ການສຶກສາ​ທາງ​ຈິດຕະ​ວິທະຍາ​ ຈຳ​ແນກ​ໄດ້​ 7 ວິທີ​ ດັ່ງ​ນີ້:​

 1. ວິທີ​ທົດລອງ​ (Experimental Method)



     ການ​ທົດລອງ​ສາມາດ​ເຮັດ​ໄດ້​ 2 ລັກສະນະ​ ຄື:​ ການ​ທົດລອງ​ໃນ​ສະພາບ​ທຳມະຊາດ​ກັບ​ການ​ທົດລອງ​ໃນ​ຫ້ອງ​ປະຕິບັດການ​ ແຕ່​ບໍ່​ວ່າ​ຈະ​ເປັນ​ການ​ທົດລອງ​ຊະນິດ​ໃດ​ຕ້ອງ​ຄຳ​ນຶງ​ເຖິງ​ສິ່ງ​ສຳຄັນ​ ໄດ້​ແກ່​ ການ​ປະຕິບັດ​ຊ້ຳ​ເພື່ອ​ກວດ​ສອບ​ຜົນ​ໃຫ້​ເກີດ​ຄວາມຫມັ້ນ​ໃຈ​ ການ​ຄວບ​ຄຸມ​ເພື່ອ​ບໍ່​ໃຫ້​ຜົນ​ລັບ​ຄາດ​ເຄື່ອນ​ຈາກ​ຄວາມ​ຈິງ​ ຕົວແປ ຄື​ ສິ່ງ​ທີ່​ປ່ຽນ​ແປງ​ຄ່າ​ໄດ້​ ແລະ ​ຕ້ອງ​ມີຂອບ​ເຂດ​ຈຳ​ກັດ​ ໃນ​ການ​ທົດລອງ​ຈະ​ມີ​ການ​ຫາ​ຄ່າ​ຄວາມ​ສຳພັນ​ລະຫວ່າງ​ຕົວ​ປະກອບ​ 2 ຕົວ​ ຫລື​ 2 ກຸ່ມ​ ໂດຍ​ໃຫ້​ກຸ່ມ​ໜຶ່ງ​ເປັນ​ກຸ່ມ​ທົດລອງ​ (Experimental Group) ເປັນ​ກຸ່ມ​ທີ່​ເຮັດໃຫ້​ມີ​ການ​ປ່ຽນ​ແປງ​ ແລະ ​ອີກ​ກຸ່ມ​ໜຶ່ງ​ເປັນ​ກຸ່ມ​ຄວບ​ຄຸມ​ (Control Group) ການ​ປ່ຽນ​ແປງ​ທີ່ເກິດຂື້ນ​ຈະ​ຖືກ​ປຽບທຽບ​ກັນ​ ປະຈຸບັນ​ ວິທີ​ທົດລອງ​ຖືກ​ນຳ​ໄປ​ໃຊ້​ໃນ​ຈິດ​ວິທະຍາ​ສະໄໝ​ໃໝ່​ເກືອບ​ທຸກ​ສາ​ຂາ​ຢ່າງ​ໄດ້​ຜົນ​ດີີ​.



 2. ວິທີ​ການ​ກວດ​ສອບ​ຈິດ​ (Introspection)



       ເປັນ​ການ​ໃຫ້​ບຸກ​ຄົນ​ສຳ​ຫຼວດ​ກວດ​ສອບ​ຕົນເອງ​ດ້ວຍ​ການ​ຍ້ອນກັບ​ທົບ​ທວນ​ ແລະ ​ຄວາມ​ຮູ້ສຶກ​ນຶກ​ຄິດ​ຂອງ​ຕົນເອງ​ໃນ​ອະ​ດີດ​ທີ່​ຜ່ານມາ​ ແລ້ວ​ລາຍ​ງານ​ຄວາມ​ຮູ້ສຶກ​ອອກ​ມາ ​ດ້ານການ​ອະທິບາຍ​ທັງ​ເຫດ​ແລະ ​ຜົນ​ຂອງ​ການ​ກະທຳ​ນັ້ນ​ໆ​ ການສຶກສາ​ດ້ວຍ​ວິທີ​ການ​ນີ້​ມີ​ຂໍ້​ດີ​ກົງ​ທີ່​ເປັນ​ຂໍ້​ມູນ​ກົງ​ຈາກ​ຜູ້​ໄດ້ຮັບ​ປະສົບການ​ ຫາກ​ຜູ້​ລາຍ​ງານ​ຈົດ​ຈຳ​ໄດ້​ແມ່ນ​ຢຳ​ ລາຍ​ງານ​ຕາມ​ຄວາມ​ເປັນ​ຈິງ​ບໍ່​ປິດ​ບັງ​ ມີ​ຄວາມ​ຊື່ສັດ​ ແລະ ​ຈິງ​ໃຈ​ ແຕ່​ອາດ​ເປັນ​ຂໍ້​ເສຍ​ຖ້າ​ຜູ້​ລາຍ​ງານ​ຈຳ​ເຫດການ​ບໍ່​ໄດ້​ ຫລື​ ບໍ່​ຊັດເຈນ ​ຫລື ​ບໍ່​ຕ້ອງ​ການ​ບອກ​ຂໍ້​ມູນ​ທີ່​ແທ້​ຈິງ​ໃຫ້​ຮູ້​ຊຶ່ງ​ຈະ​ເຮັດໃຫ້​ການ​ຕີ​ຄວາມຫມາຍ​ຂອງ​ເລື່ອງ​ ເຫດການ​ນັ້ນ​ຄິດ​ພາດ​ບໍ່​ກົງ​ຕາມ​ຂໍ້​ເທັດ​ຈິງ​.


 3. ວິທີ​ໃຊ້​ແບບ​ທົດສອບ​ (Testing Method)



     ເປັນ​ການ​ໃຊ້​ເຄື່ອງ​ມື​ທີ່​ມີ​ເກນ​ໃນ​ການ​ວັດ​ລັກສະນະ​ພຶດຕິກຳ​ໃດ​ພຶດຕິກຳ​ໜຶ່ງ ​ຫລື ​ຫຼາຍ​ໆ​ພຶດຕິກຳ​ ໂດຍ​ໃຫ້​ຜູ້​ຮັບ​ການ​ທົດລອງ​ເປັນ​ຜູ້​ເຮັດ​ແບບ​ທົດສອບ​ ຊຶ່ງ​ອາດ​ເປັນ​ແບບ​ທົດສອບ​ຂໍ້​ຂຽນ ​ຫລື ຂໍ້​ປະຕິບັດ​ກໍ​ໄດ້​ ແບບ​ທົດສອບ​ຈະ​ຊ່ວຍ​ວັດ​ຄວາມ​ສາມາດ​ດ້ານ​ຕ່າງ​ໆ​ ຂອງ​ມະນຸດ​ ທັງຫມົດ​ທັງ​ການ​ວັດ​ບຸກຄະລິກກະພາບ​ ອາລົມ​ ຄວາມ​ຖະຫນັດ​ ຄວາມ​ສົນ​ໃຈ​ ທັດ​ສະນະຄະຕິ​ ແລະ ​ຄວາມ​ຄິດ​ເຫັນ​ໂດຍ​ໃຊ້​ແບບ​ທົດສອບ​ທາງ​ຈິດ​ວິທະຍາ ​ຊຶ່ງ​ມີ​ຫຼາຍ​ປຣະ​ເພດ​ ການ​ໃຊ້​ແບບ​ທົດສອບ​ມີ​ສິ່ງ​ທີ່​ຄວນ​ລະ​ວັງ​ຫລາຍ​ທີ່ສຸດ​ຄື​ ຄ່າ​ຄວາມ​ເຊື່ອຫ​ມັ່ນ​ ແລະ ​ຄ່າ​ຄວາມ​ທ່ຽງ​ກົງ​ຂອງ​ແບບ​ທົດສອບ ​ຊຶ່ງ​ຄວນ​ໄດ້​ມາດຕະຖານ ​ແລະ ​ສາ​ມາດ​ແປ​ຜົນ​ໄດ້​ຢ່າງ​ຖືກ​ຕ້ອງ​.



 4ວິທີ​ສັງເກດ​ (Observation)



       ການ​ສັງເກດ​ມີ​ 2 ລັກສະນະ​ ຄື​: ການ​ສັງເກດ​ຢ່າງ​ບໍ່​ມີ​ແບບ​ແຜນ​ ແລະ​ ການ​ສັງເກດ​ຢ່າງ​ມີ​ແບບ​ແຜນ​ ສຳລັບ​ການ​ສັງເກດ​ຢ່າງ​ບໍ່​ມີ​ແບບ​ແຜນ​ ເປັນ​ວິທີ​ສັງເກດ​ທຳມະຊາດ​ ບໍ່​ມີ​ການ​ຕຽມ​ການ​ ຫລື​ ການ​ວາງ​ແຜນ​ລ່ວງ​ໜ້າ​ ຜູ້​ຈະ​ສັງເກດ​ສາມາດ​ສັງເກດ​ໄດ້​ຕາມ​ຄວາມສະດວກ​ ເປັນ​ການສຶກສາ​ພຶດຕິກຳ​ຂອງ​ບຸກ​ຄົນ​ຕາມ​ສະພາບ​ທຳມະຊາດ​ ວິທີ​ນີ້ ​ມີ​ຂໍ້​ເສຍ​ຄື​ ຜູ້​ສັງເກດ​ບໍ່​ສາມາດ​ຄວບ​ຄຸມ​ຕົວ​ປະກອບ​ ສະເພາະ​ສ່ວນ​ທີ່ສົນ​ໃຈ​ຈະ​ສຶກ​ສາ​ໄດ້​ ສ່ວນ​ການ​ສັງເກດ​ຢ່າງ​ມີ​ແບບ​ແຜນ​ເປັນ​ການ​ສັງເກດ​ທີ່​ມີ​ການ​ຕຽມ​ການ ​ແລະ​ການ​ວາງ​ແຜນໄວ້​ລ່ວງ​ໜ້າ​ ກຳນົດ​ມື້​ ເວລາ​ ສະຖານ​ທີ່​ ບຸກ​ຄົນ​ ພຶດຕິກຳ​ ແລະ ​ສະຖານນະການ​ໄວ້​ຮຽບຮ້ອຍ​ແລ້ວ​ ຈຸດ​ສຳຄັນ​ຂອງ​ການ​ສັງເກດ​ຄື​ ຈະ​ຕ້ອງ​ເຮັດ​ຢ່າງ​ລະ​ມັດ​ຣະ​ວັງ​ ຜູ້​ສັງເກດ​ຕ້ອງ​ບໍ່​ເຂົ້າໄປ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ຕົວ​ສັງເກດ​ ແລະ​ ຕ້ອງ​ຈົດ​ບັນ​ທຶກ​ສິ່ງ​ທີ່​ໄດ້​ເຫັນ​ຢ່າງ​ລະອຽດ​ ໂດຍ​ບໍ່​ເພິ່ມເຕິມ​ຄວາມ​ຮູ້​ສ່ວນ​ຕົວ​ລົງ​ໄປ​ ນອກ​ຈາກ​ນັ້ນ ​ຜູ້​ສັງເກດ​ຄວນ​ໄດ້ຮັບ​ການ​ຝຶກ​ຫັດ​ສັງເກດ​ມາ​ ຕ້ອງ​ເປັນ​ຄົນ​ລະອຽດ​ຖີ່​ຖ້ວນ​ ແລະ​ ຮູ້​ຈັດ​ເທັກ​ນິກ​ການ​ສັງເກດ​ເປັນ​ຢ່າງ​ດີ​ ເພື່ອ​ຫຼີກ​ລ້ຽງ​ຂໍ້​ຜິດ​ພາດ ​ແລະ ​ກຳຈັດ​ຄວາມ​ລຳ​ອຽງ​ໃຫ້​ມີ​ນ້ອຍ​ທີ່ສຸດ​.


 5. ວິທີ​ວິທາງວີທະຍາ​ສາດ​ (Scientific Method)



     ເປັນ​ວິທີ​ການສຶກສາ​ໃນ​ການ​ແກ້​ບັນຫາ​ເພື່ອ​ໃຫ້​ໄດ້​ມາ​ຊຶ່ງ​ຄວາມ​ຮູ້​ ຄວາມ​ເຂົ້າໃຈ​ໃນ​ສິ່ງ​ນັ້ນ​ ວິທີ​ນີ້​ປະກອບ​ດ້ວຍ​ຂັ້ນ​ຕອນ​ ດັ່ງ​ນີ້​:
 ➩ ຂັ້ນ​ການຕັ້ງ​ບັນຫາ​ (Problem)ເປັນ​ການຕັ້ງ​ປະ​ເດັນ​ບັນຫາ​ທີ່ສົ​ນ​ໃຈ​ ຕ້ອງ​ການສຶກສາ​ ແລະ ​ຄົ້ນ​ຄວ້າ​ເພື່ອ​ຫາ​ທາງ​ແກ້​ບັນຫາ​ນັ້ນ​
  ຂັ້ນ​ການຕັ້ງ​ສົມມຸດ​ຖານ​ (Hypothesis): ເປັນ​ການ​ຄາດ​ຄະ​ເນ​ຄຳ​ຕອບ​ຂອງ​ບັນຫາ​ໄວ້​ລ່ວງ​ໜ້າ​ຢ່າງ​ມີ​ເຫດຜົນ​ ເພື່ອ​ຊ່ວຍ​ໃຫ້​ຜູ້​ສຶກ​ສາ​ດຳ​ເນີນ​ໄປ​ສູ່​ຈຸດ​ໝາຍ​ປາຍ​ທາງ​ຢ່າງ​ວ່ອງໄວ ​ແລະ ​ຖືກ​ຕ້ອງ​
  ຂັ້ນ​ການ​ລວບລວມ​ຂໍ້​ມູນ​ (Collecting Data): ເປັນ​ຂັ້ນ​ລວບລວມ​ຂໍ້​ມູນ​ກ່ຽວກັບ​ບັນຫາ​ນັ້ນ​ໃຫ້​ຫລາຍ​ທີ່ສຸດ​ ແລະ ​ຕ້ອງ​ວາງ​ແຜນ​ໄວ້​ວ່າ ​ຈະ​ສາມາດ​ຫາ​ຂໍ້​ມູນ​ໄດ້​ດ້ວຍ​ວິທີ​ໃດ​ ເຊັ່ນ:​ ການ​ໃຊ້​ແບບ​ສອບ​ຖາມ,​ ການ​ສຳພາດ,​ ການ​ທົດລອງ​
  ຂັ້ນ​ການ​ວິ​ເຄາະ​ຂໍ້​ມູນ​ (Analysis of Data): ເປັນ​ການ​ນຳ​ຂໍ້​ມູນ​ຕ່າງ​ໆ​ ທີ່​ໄດ້​ມາ​ນຳ​ແປ​ຄວາມຫມາຍ​ດ້ວຍ​ການ​ວິ​ເຄາະ​ຕາມ​ຫຼັກ​ສະ​ຖິ​ຕິ​
  ຂັ້ນ​ການ​ສະຫລຸບ​ຜົນ​ (Conclusion): ເປັນ​ການ​ສະຫລຸບ​ຜົນ ​ແລະ ​ລາຍ​ງານ​ຜົນ​ທີ່​ໄດ້​ຈາ​ການສຶກສາ​ຄົ້ນ​ຄວ້າ​ ແລະ ​ນຳ​ຜົນ​ນັ້ນ​ໄປ​ໃຊ້​ທັງຫມົດ ​ທັງ​ໃຫ້​ຂໍ້​ສະເໜີ​ແນະ​ຕໍ່ໄປ​ດ້ວຍ​.


 6. ວິທີ​ການສຶກສາ​ລາຍ​ກໍລະນີ​ (Case Study Method).




       ເປັນ​ການສຶກສາ​ຊີວະປະຫວັດ​ຄວາມ​ເປັນ​ມາ​ຂອງ​ບຸກ​ຄົນ​ ຊຶ່ງ​ຕ້ອງ​ໃຊ້​ເວລາ​ສຶກ​ສາ​ຕິດ​ຕໍ່​ກັນ​ເປັນ​ໄລຍະ​ເວລາ​ໜຶ່ງ​ ແລ້ວ​ລວບລວມ​ຂໍ້​ມູນ​ທີ່​ໄດ້​ມາ​ວິ​ເຄາະ​ ພິຈາລະນາ​ ຕີ​ຄວາມ ​ເພື່ອ​ໃຫ້​ເຮົາເຂົ້າໃຈ​ຄວາມ​ເປັນ​ມາ​ໃນ​ອະ​ດີດ ​ແລະ​ ຊ່ວຍ​ຊີ້​ໃຫ້​ເຫັນ​ບັນຫາ​ທີ່​ບຸກ​ຄົນ​ນັ້ນ​ກຳ​ລັງ​ຜະເຊີນ​ຢູ່​ ເຮັດໃຫ້​ເຂົ້າໃຈ​ສາ​ເຫດ​ຂອງ​ບັນຫາ​ ແລະ ​ພຶດຕິກຳ​ປະຈຸບັນ​ ເພື່ອ​ຫາ​ທາງ​ຊ່ວຍ​ເຫລືອ​ ແກ້​ໄຂ​ ປັບ​ປຸງ​ ຕະຫລອດ​ຈົນ​ສົ່ງ​ເສີມ​ພຶດຕິກຳ​ໃຫ້ເປັນ​ໄປ​ໃນ​ທາງ​ສ້າງສັນ​ ໂດຍ​ການສຶກສາ​ຫາ​ຂໍ້​ມູນ​ຂອງ​ບຸກ​ຄົນຢ່າງ​ລະອຽດ​ ເຊັ່ນ:​ ປະຫວັດ​ການຕັ້ງ​ມົດລູກ​, ການ​ເກີດ, ສຸຂະພາບ, ການ​ຮຽນ​, ສັງຄົມ​, ອາລົມ​ ຊຶ່ງ​ອາດ​ໄດ້​ຈາກ​ການ​ສຳພາດ​ ຈາກ​ບຸກ​ຄົນ​ໃກ້​ຊິດ​ ເຊັ່ນ​: ພໍ່​ ແມ່​ ຍາດຕິ​ພີ່ນ້ອງ​ ທັງ​ນີ້​ເພືອ​ໃຫ້​ໄດ້​ຂໍ້​ມູ​ນຢ່າງ​ລະອຽດ​ໃຫ້​ຫລາຍ​ທີ່ສຸດ​.


 7. ວິທີ​ການ​ສຳພາດ​ (Interview).



      
     ເປັນ​ວິທີ​ການ​ທີ່​ນິຍົມ​ກັນ​ຢ່າງ​ແຜ່​ຫຼາຍ​ໃນ​ປະຈຸບັນ​ ສາມາດ​ເຮັດ​ໄດ້​ທັງ​ຢ່າງ​ມີ​ແບບ​ແຜນ​ ແລະ ​ບໍ່​ມີ​ແບບ​ແຜນ​ ຈຸດປະສົງ​ເພື່ອ​ຕ້ອງ​ການ​ຮູ້​ລາຍ​ລະອຽດ​ ແລະ​ ເຮັດໃຫ້​ເຂົ້າໃຈ​ໃນ​ຕົວ​ບຸກ​ຄົນ​ ການ​ໃຊ້​ເທັກ​ນິກ​ການ​ສຳພາດ​ມີ​ລັກສະນະ​ຄ້າຍ​ແບບ​ສອບ​ຖາມ​ ຄື​ ເປັນ​ການ​ຖາມ​ຕອບ​ເພື່ອ​ໃຫ້​ໄດ້​ຂໍ້​ມູນ​ທີ່​ຕ້ອງ​ການ​ຊຶ່ງ​ສາມາດ​ເຮັດ​ໄດ້​ທັງ​ເປັນ​ໝູ່​ ແລະ ​ເປັນ​ລາຍ​ບຸກ​ຄົນ​ ໂດຍ​ມີ​ວິທີ​ການ​ເປັນ​ຂັ້ນ​ຕອນ​ຄື:​ ຂັ້ນ​ຕຽມ​ການ​ ໄດ້​ແກ່​ ການ​ຕຽມ​ສະຖານ​ທີ່​ ຄຳ​ຖາມ​ ນັດ​ໝາຍ​ເວລາ​ ແລະ ​ສ້າງ​ຄວາມ​ຄຸ້ນ​ເຄີຍ​ກັບ​ບຸກ​ຄົນ​ທີ່​ເຮົາຈະ​ຖືກ​ສຳພາດ​ ຂັ້ນ​ສຳພາດ​ ເປັນ​ການ​ດຳ​ເນີນ​ການ​ຕາມ​ແຜນ​ທີ່​ວາງ​ໄວ້​ ພະຍາຍາມ​ໃຫ້​ຜູ້​ຖືກ​ສຳພາດ​ເວົ້າ​ ຫລື ​ສະແດງ​ຄວາມ​ຄິດ​ເຫັນ​ໃຫ້​ຫລາຍ​ທີ່ສຸດ​ ແລະ ​ຂັ້ນ​ສຸດ​ທ້າຍ​ເປັນ​ການ​ຍຸດຕິ​ການ​ສຳພາດ​ເມື່ອ​ເຖິງ​ເວລາ​ທີ່​ເໝາະ​ສົມ​.

ไม่มีความคิดเห็น:

แสดงความคิดเห็น