ສາ​ຂາ​ຂອງ​ຈິດ​ຕະວິທະຍາ​ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


22 กุมภาพันธ์ 2560

ສາ​ຂາ​ຂອງ​ຈິດ​ຕະວິທະຍາ​


IV. ສາ​ຂາ​ຕ່າງ​ໆ​ ຂອງ​ຈິດ​ຕະວິທະຍາ​
    ປະຈຸບັນ​ນີ້​ເປັນ​ທີ່​ຮູ້​ແລ້ວ​ວ່າ​ ຈິດ​ຕະ​ວິທະຍາ​ເປັນ​ສາດ​ຂະແໜງ​ໃຫຍ່​ຂະແໜງ​ໜຶ່ງ​ ຊຶ່ງ​ແຕ່​ເດີມ​ນັ້ນ​ຈິດ​ຕະວິທະຍາ​ມີ​ຮາກ​ຖານ​ມາ​ຈາກ​ວິ​ຊາປັ​ດ​ຊະ​ຍາ​ ທີ່​ສຶກ​ສາ​ຈິດ​ດ້ວຍ​ການ​ສັງເກດ​ ແລະ ​ສຳ​ຫຼວດ​ປະສົບການ​ດ້ວຍ​ຕົນເອງ​ ໃນ​ເມື່ອ​ເປັນ​ສາດ​ທີ່​ແກ​ມາ​ເປັນ​ອິດສະຫລະ​ແລ້ວ​ ແນວ​ທາງ​ໃນ​ການສຶກສາ​ສາດ​ນີ້​ຈຶ່ງ​ຈຳ​ແນກ​ອອກ​ເປັນ​ສາ​ຂາ​ຍ່ອຍ​ຫຼາຍ​ສາ​ຂາ​ ​ເຊັ່ນ​ສາ​ຂາ​ສຳຄັນ​ໆ​ຕໍ່ໄປ​ນີ້​:



 1. ຈິດຕະ​ວິທະຍາ​ທົ່ວ​ໄປ ​(General Psychology): ສຶກ​ສາ​ກ່ຽວກັບ​ກົດ​ເກນ​ເບື້ອງ​ຕົ້ນ​ຂອງ​ພຶດຕິກຳ​ເປັນ​ສ່ວນ​ທີ່​ວ່າ​ດ້ວຍ​ຫຼັກ​ການ​ທັ່ວ​ໄປ​ທາງ​ຈິດ​ຕະ​ວິທະຍາ​




 2. ຈິດ​ຕະວິທະຍາ​ການສຶກສາ ​(Educational Psychology): ສຶກ​ສາ​ພັດທະນາ​ການ​ຮຽນ​ການ​ສອນ​ ແລະ​ວິທີ​ການ​ສົ່ງ​ເສີມ​ປະ​ສິດ​ທິ​ພາບ​ຂອງ​ການ​ຮຽນ​ຮູ້​ໂດຍ​ນຳ​ຫຼັກ​ທາງ​ຈິດຕະ​ວິທະຍາ​ມາ​ໃຊ້​




 3. 
ຈິດ​​ຕະວິທະຍາ​ພັດທະນາ​ການ ​(Developmental Psychology): ສຶກ​ສາ​ພັດທະນາ​ການ​ດ້ານ​ຕ່າງ​ໆ​ຂອງ​ມະນຸດ​ຕັ້ງ​ແຕ່​ປະຕິ​ສົນ​ທິ​ຈົນກະທັ້ງ​ເຖິງ​ໄວ​ຕ່າງ​ໆ​ ໂດຍ​ເນັ້ນ​ເຮັດ​ຄວາມ​ເຂົ້າໃຈ​ການ​ພັດທະນາ​ການ​ດ້ານ​ຮ່າງກາຍ​ ສະຕິປັນຍາ​ ອາລົມ​ ແລະ ​ສັງຄົມ​

 4. ຈິດ​​ຕະວິທະຍາ​ສັງຄົມ ​(Social Psychology): ເປັນ​ສາ​ຂາ​ທີ່​ສຶກ​ສາ​ເຖິງ​ພຶດຕິກຳ​ຂອງ​ບຸກ​ຄົນ​ທີ່​ມີ​ຜົນ​ກະທົບ​ກັບ​ສັງຄົມ​ບໍ່​ວ່າ​ຈະ​ໂດຍ​ກົງ ​ຫລື​ ໂດຍ​ອ້ອມ​



 5. ຈິດ​​ຕະ​ວິທະຍາ​ອຸດສາຫະກຳ ​(Industrial Psychology): ເປັນ​ສາ​ຂາ​ທີ່​ຄົ້ນ​ຫາ​ວິທີ​ການ​ ແລະ​ ຫຼັກ​ການ​ຂອງ​ຈິດຕະ​ວິທະຍາ ​ທີ່​ຈະ​ເຮັດໃຫ້​ເກີດ​ປະ​ສິດ​ທິ​ພາບ​ໃນ​ການ​ເຮັດ​ວຽກງານ​ຂອງ​ທຸລະກິດ​ຕ່າງ​ໆ​ ເຊັ່ນ:​ ໃນ​ອຸດສາຫະກຳ​ໂງ​ງານ​, ທຸລະກິດ​ການ​ບໍລິການ​ຕ່າງ​ໆ ​ເປັນ​ຕົ້ນ​ ຕະຫລອດ​ຈົນ​ເຖິງານສຶກສາ​ຜົນ​ຂອງ​ສິ່ງ​ແວດ​ລ້ອມ​ປະ​ເພດ​ຕ່າງ​ໆ​ທີ່​ມີ​ຜົນ​ຕໍ່​ການ​ເຮັດ​ວຽກງານ​ດ້ວຍ​.


 6. 
ຈິດ​​ຕະວິທະຍາ​ການ​ທົດລອງ ​(Experimental Psychology): ສຶກ​ສາ​ພຶດຕິກຳ​ພື້ນ​ຖານ​ຂອງ​ມະນຸດ​ໂດຍ​ເນັ້ນ​ໃຊ້​ວິທີ​ການ​ທົດລອງ​ໃນ​ຫ້ອງ​ປະຕິບັດການ​ ຫລື ​ເປັນະ​ບວນ​ການ​ທົດລອງ​ໃນ​ລັກສະນະ​ອື່ນ​ໆ​ເພື່ອ​ໃຫ້​ເຂົ້າໃຈ​ເຖິງ​ສາ​ເຫດ ​ແລະ ​ຜົນ​ຂອງ​ພຶດຕິກຳ​ໄດ້​ຢ່າງ​ເຊື່ອ​ມັ່ນ​ຫລາຍ​ຂຶ້ນ​ ເຊັ່ນ:​ ການ​ທົດລອງ​ເລື່ອງ​ການ​ຮຽນ​ຮູ້​ການ​ຄ້ອຍ​ຕາມ​ ການ​ອົບ​ຮົ​ມເບີ່ງ​ແຍງເປັນ​ຕົ້ນ​




 7. 
ຈິດ​​ຕະ​ວິທະຍາ​ອະ​ປົກ​ກະ​ຕິ ​(Abnormal Psychology): ເປັນ​ການສຶກສາ​ສາ​ເຫດ​ ການ​ປ້ອງ​ກັນ​ ແກ້​ໄຂ​ພຶດຕິກຳ​ທີ່​ມີ​ຄວາມ​ຜິດ​ປົກກະຕິ​ຂອງ​ມະນຸດ​ທັງ​ທາງ​ດ້ານ​ຈິດ​ໃຈ​ ແລະ ​ຮ່າງກາຍ​





 8. 
ຈິດ​​ຕະ​ວິທະຍາ​ຄລິ​ນິກ ​(Clinical Psychology): ເປັນ​ການສຶກສາ​ເຖິງ​ການ​ນຳ​ຈິດຕະ​ວິທະຍາ​ໄປ​ປະ​ຍຸກ​ໃຊ້​ໃນ​ການ​ພິຈາລະນາ​ພະຍາດ​ ແລະ ​ການ​ໃຫ້​ບໍລິການ​ບຳ​ບັດ​ຖືຮັກສາ​ມະນຸດ​ທີ່​ມີ​ບັນຫາ​ທາງ​ຈິດ​ ເຊັ່ນ:​ ບັນຫາ​ການ​ກໍ່​ອາດຊະຍາກຳ, ການ​ຕິດ​ຢາ​ເສບ​ຕິດ​ເປັນ​ຕົ້ນ​.




 9ຈິດຕະ​ວິທະຍາ​ບຸກຄະລິກກະພາບ​ (Personality Psychology): ຈິດຕະ​ວິທະຍາ​ຂະແໜງ​ນີ້​ ​ເນັ້​ນສຶກ​ສາ​ເພື່ອ​ສຶກ​ສາ ​ແລະ​ ສັງເກດ​ພັດທະນາ​ການ​ຂອງ​ມະນຸດ​ໃນ​ດ້ານ​ຕ່າງ​ໆ​ ເຮັດໃຫ້​ເກີດ​ພຶດຕິກຳ​ທີ່​ເພິ່ງ​ປະສົງ​ການ​ພັດທະນາ​ບຸກຄະລິກກະພາບ​ທັງ​ພາຍ​ໃນ​ ແລະ​ ພາຍນອກ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ພັດທະນາ​ຕົນ​ ພັດທະນາ​ຈິດ​ ເຂົ້າໃຈ​ປັດ​ໄຈ​ຕ່າງ​ໆ​ ທີ່​ມີ​ຜົນ​ຕໍ່​ບຸກຄະລິກກະພາບ​ ທິດສະດີ​ບຸກຄະລິກກະພາບ ​ແລະ​ການ​ພັດທະນາ​ຕົນ​ໄປ​ສູ່​ບຸກຄະລິກກະພາບ​ທີ່​ດີ​.


 10. ຈິດ​ຕະ​ວິທະຍາ​ວິ​ສະ​ວະ​ກຳ (Engineering Psychology): ຈິດຕະ​ວິທະຍາ​ຂະແໜງ​ນີ້​ ເນັ້​ນ​ສຶກ​ສາ​ເພື່ອ​ສຶກ​ສາ​ຄວາມ​ກ້າວ​ໜ້າ​ທາງ​ເທັກ​ໂນ​ໂລ​ຍີ​ ເຮັດໃຫ້​ນັກ​ວິ​ຊາ​ການ​ເຫຼົ່າ​ນີ້ ​ພະຍາຍາມ​ທີ່​ຈະ​ສຶກ​ສາ​ຄົ້ນ​ຄວ້າ​ທົດລອງ​ສ້າງ​ເຄື່ອງ​ມື​ທີ່​ມີະ​ສິດ​ທິ​ພາບ​ ແລະ​ ຄວາມ​ປອດໄພ​ຕໍ່​ການ​ໃຊ້​ເພື່ອ​ສະ​ແຫວງ​ຫາ​ຄວາມ​ຮູ້​ຕ່າງ​ໆ​ ຂອງ​ມະນຸດ​ຕໍ່ໄປ​ ໂດຍ​ເຮັດໃຫ້​ເກີດ​ຄວາມ​ແນ່​ໃຈ​ວ່າ​ເຄື່ອງ​ມື​ຕ່າງ​ໆ​ ທີ່​ຖືກ​ສ້າງ​ຂຶ້ນ​ສາມາດເຂົ້າ​ກັນ​ໄດ້ກັບ​ຄວາມ​​ຮຽກ​ຮ້ອງຕ້ອງ​ການ​ຂອງ​ມະນຸດ​.



ไม่มีความคิดเห็น:

แสดงความคิดเห็น