ເຄື່ອງໝາຍຊາດ 10 ປະເທດອາຊຽນ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


5 กุมภาพันธ์ 2560

ເຄື່ອງໝາຍຊາດ 10 ປະເທດອາຊຽນ

1. ເຄື່ອງໝາຍ​ຊາດ ​ລາວ​ ແບບ​ປະຈຸບັນ​ເປັນເຄື່ອງໝາຍ​​ຂອງ​ສາທາລະນະ​ລັດ ​ປະ​ຊາ​ທິປະໄຕ ​ປະຊາຊົນ​ລາວ​ ທີ່​ເລີ່ມ​ໃຊ້​ມາ​ຕັ້ງ​ແຕ່ ປີ​ ພ.​ສ.​ 2534 ຫຼັງ​ຈາກ​ການ​ໃຊ້​ນະໂຍບາຍ​ຈິນ​ຕ​ະນາ​ການ​ໃໝ່​ ມີ​ລັກສະນະ​ຕາມ​ທີ່​ເບື້ອງໄວ້​ໃນ​ລັດຖະ​ທຳມະ​ນູນແຫ່ງ​ສາທາລະນະ​ລັດ​ ປະ​ຊາ​ທິປະໄຕ ​ປະຊາຊົນ​ລາວ​ ໝວດ​ທີ່​ 10 ມາດຕາ​ທີ່​ 90 ໄວ້​ວ່າ​: "ເຄື່ອງ​ໝາຍ​ຊາດ​ຂອງ​ສາທາລະນະ​ລັດ ​ປະ​ຊາ​ທິປະໄຕ ປະຊາຊົນ​ລາວ​ເປັນ​ຮູບ​ວົງມົນ ເບື້ອງລຸ່ມ​ມີ​ຮູບ​ເຄີ່ງກົງ​ຈັກ​​ເປັນ​ແຂ້ວ​ເຟືອງ ​ແລະ ​ໂບ​ອັກສອນ​ "ສາທາລະນະ​ລັດ ​ປະ​ຊາ​ທິປະຊາທິປະໄຕ ​ປະຊາຊົນ​ລາວ​" ສອງ​ຂ້າງ​ອ້ອມ​ດ້ວຍ​ຮວງ​ເຂົ້າ​ສຸກ​ເປັນ​ຮູບ​ວົງ​ພະ​ຈັນ ​ແລະ ​ໂບ​ສີ​ແດງ​ຂຽນ​ອັກສອນ​ "ສັນ​ຕິ​ພາບ​ ເອກກະລາດ​ ປະຊາທິປະໄຕ ເອກ​ພາບ​ ວັດ​ນາ​ຖາວອນ​ ະຫວ່າງ​ກາງ​ຂອງ​ສອງ​ປາຍ​ຮວງ​ເຂົ້າ​ມີ​ຮູບ​ພຣະທາດຫລວງ ຢູ່ກ​າງ​ຮູບ​ວົງມົນມີ​ຫົນ​ທາງ​ ທົ່ງ​ນາ​ ປ່າ​ໄມ້​ ແລະ​ ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​.



2. ເຄື່ອງໝາຍ​ຊາດ​ ໄທ​ ຄື​: ເຄື່ອງໝາຍພຣະຊະລັນຈະກອນ​​ພະ​ຄຣຸດ​ພ່າ​ ເທບ​ພາຫະນະ​ຂອງ​ພະ​ນາ​ຣາຍ​ ໃຊ້​ເປັນ​ສັນຍະລັກ​ຂອງ​ພະ​ລາຊະ​ອຳນາດ​ແຫ່ງ​ພະ​ມະຫາ​ກະສັດ​ຜູ້​ເປັນ​ປະ​ມຸກ​ຂອງ​ຊາດ​ ແລະ ເປັນ​ອົງ​ຄ໌ອະວະ​ຕານ​ຂອງ​ພະ​ນາ​ຣາຍ​ຕາມ​ແນວ​ຄິດ​ສົມມຸດ​ເທບ​ ໂດຍ​ເລີ່ມ​ໃຊ້​ມາ​ຕັ້ງ​ແຕ່ ​ໄໝ​ພະ​ບາດ​ສົມ​ເດັດ​ພະ​ຈຸນ​ຈອມ​ເກົ້າ​ເຈົ້າ​ຢູ່​ຫົວ​ ​ແຕ່​ຫຼັງ​ ພ.​ສ.​ 2436 ເປັນ​ຕົ້ນ​ມາ​ ແຕ່​ມາ​ໃຊ້​ຢ່າງ​ເຕັມ​ທີ່​ແທນ​ເຄື່ອງໝາຍ​ແຜ່ນດິນ​ເດີມ​ທັງ​ໝົດ​ເມື່ອ​ ພ.​ສ.​ 2453.


2. ເຄື່ອງໝາຍ​ຊາດ ​ບ​ຣູ​ໄນ​ ໃຊ້​ເຄື່ອງ​ໝາຍ​ຢ່າງ​ດຽວ​ກັບ​ທີ່​ປາກົດ​ໃນ​ທຸງ​ຊາດ​ບ​ຣູ​ໄນ​ ເລີ່ມ​ໃຊ້​ເມື່ອ ປີ ພ.​ສ.​ 2475 ປະກອບ​ດ້ວຍ​ສັນຍະລັກ​ 5 ຢ່າງ​ ຄື​ ຣາຊະທະ​ວັຊ​ (ທຸງ​) ພະ​ກົດ​ (ຄັນຮົ່ມ​) ປີກ​ນົກ​ 4 ຂົນ​ ມື​ສອງ​ຂ້າງ​ ແລະ​ ເບື້ອງ​ວົງ​ເດືອນ​ ຫຼື ພະ​ຈັນ​ສ້ຽວ​ ພາຍ​ໃນ​ວົງ​ເດືອນ​ຊຶ່ງ​ຫງາຍ​ຂຶ້ນ​ນັ້ນ​ ມີ​ຂໍ້ຄວາມ​ພາສາ​ອາ​ຫຼັບ​ຈາ​ຣຶກ​ໄວ້​ ຊຶ່ງ​ແປ​ຄວາມ​ໄດ້​ວ່າ​ "ນ້ອມ​ຮັບ​ໃຊ້​ຕາມ​ແນວ​ທາງ​ຂອງ​ພະ​ອັນ​ເລາະ​ຫ໌​ສະເໝີ​" ("Always in service with God's guidance") ເບື້ອງ​ລຸມ​ສຸດ​ມີ​ແພ​ແຖບ​ຈາ​ຣຶກ​ຊື່​ປະເທດ​ໄວ້​ວ່າ​ ບ​ຣູ​ໄນ​ດາ​ຣຸດ​ຊາ​ລາມ​ ) ແປ​ວ່າ​ ນະຄອນ​ແຫ່ງ​ສັນ​ຕິ​.


3. ເຄື່ອງໝາຍ​ຊາດ​​ ສິງ​ກະ​ໂປ​ ເລີ່ມ​ໃຊ້​ເທື່ອທໍາອິດ​ເມື່ອ​ປີ​ ພ.ສ 2502 ເມື່ອ​ວັນທີ​ 3 ທັນວາ​ ພ.​ສ.​ 2502 ພ້ອມ​ກັນ​ກັບ​ທຸງ​ຊາດ​ ແລ​ະ ​ເພງ​ຊາດ​ສິງ​ກະ​ໂປ​ ໃນຫ້ອງ​ສາ​ບານ​ຕົນ​ປະ​ທາ​ນາ​ທິບໍ​ດີ​ແຫ່ງ​ສິງ​ກະໂປ ທີ່​ສາ​ລາ​ວ່າ: ​ການ​ຂອງ​ເມືອງ​ສິງກະ​ໂປຊິ​ຕີ້​ ລັກສະນະ​ຂອງ​ເຄື່ອງໝາຍ​ແຜ່ນດິນ​ ເປັນ​ຮູບ​ສິງ​ໃຫຍ່ ​ແລະ​ເສືອ​ຖື​ໂລ່​ສີ​ແດງ​ຊຶ່ງ​ມີ​ຮູບ​ດາວ​ຫ້າ​ແສກ​ສີ​ຂາວ​ 5 ດວງ​ ແລະ ​ພະ​ຈັນ​ສ້ຽວ​ສີ​ຂາວ​ຊຶ່ງ​ເປັນ​ສັນຍະລັກ​ ສຳຄັນ​ທີ່​ໃຊ້​ເທິງ​ທຸງ​ຊາດ​ຂອງ​ສິງ​ກະໂປ ເສືອ​ເປັນ​ສັນຍະລັກ​ສະແດງ​ເຖິງ​ຄວາມ​ຜູກ​ພັນ​ທາງ​ປະຫວັດສາດ​ກັບ​ປະເທດ​ມາ​ເລ​ເຊຍ​ ແລະ ​ສິງ​ໃຫຍ່​ເປັນ​ສັນຍະລັກ​ສະແດງ​ເຖິງ​ສິງ​ກະໂປ​ ເບື້ອງ​ລຸ່ມ​ຂອງ​ເຄື່ອງ​ແຜ່ນດິນ​ເປັນ​ຣິບ​ບິ້ນ​ສີ​ນ້ຳ​ເງີນ​ຈາ​ຣຶກ​ຄຳ​ຂວັນປະຈຳ​ຊາດ​ດ້ວຍ​ຕົວ​ຫນັງສື​ທີ່​ທ່ອງ​ວ່າ:​ ເບື້ອງລຸ່ມສຸດ​ມີ​ຄຳ​ຂວັນ​ "MAJULAH SINGAPURA " ຊຶ່ງ​ມີ​ຄວາມຫມາຍ​ວ່າ​ "ສິງ​ກະ​ໂປຈົ່​ງ​ຈະເລີນ​"


4. ເຄື່ອງໝາຍ​ຊາດ ກໍາປູເຈຍ​ ເປັນ​ຮູບ​ສະຫລອງ​ພະອົງ​ຄຣຸຍ​ຄລຸມ​ພານ​ແວ່ນ​ຟ້າ​ ອັນ​ເຊີນ​ພະ​ແສງ​ຂັນ​ຄ໌​ແລະ ​ເຄື່ອງ​ໝາຍ​ອຸ​ນາ​ໂລມ​ພາຍໃຕ້​ພະ​ມະຫາ​ມົງ​ກຸດ​ເປັ່ງ​ລັດ​ສະໝີ​ ມີ​ລາຍ​ຊໍ່​ຕໍ່​ອອກ​ມາ​ຈາກ​ກັນ​ຈຽກ​ຈົນ​ທັງ​ສອງ​ຂ້າງ​ ຮູບ​ດັ່ງ​ກ່າວ​ຢູ່​ເໜືອ​ຮູບ​ດາ​ຣາ​ຂອງ​ເຄື່ອງຣາຊະອິສະ​ຣິ​ຍາພອນ​ແຫ່ງ​ກໍາປູເຈຍ​ (Royal Order of Cambodia) ແລະ ​ມີ​ຮູບ​ລາຍ​ກ້ານ​ຂົດ​ຢູ່ລຸ່ມ​ຮູບ​ສະຫລອງ​ພະອົງ​ຄຣຸຍ​ອີກ​ຊັ້ນ​ໜຶ່ງ​ ຖັດ​ມາ​ທາງ​ດ້ານ​ຂ້າງ​ທັງ​ 2 ເບື້ອງ​ຂ​ະໜາບ​ດ້ວຍ​ຮູບ​ສັຕຣ໌​ 5 ຊັ້ນ​ ຊຶ່ງ​ປະ​ຄອງ​ໂດຍ​ຄະຊະສີ​ທາງ​ເບື້ອງ​ຊ້າຍ​ ແລະ ​ຣາຊະສີ​ທາງ​ເບື້ອງຂວາ​ ເບື້ອງ​ລຸ່ມ​ສຸດ​ຂອງ​ຮູບ​ທັງ​ໝົດ​ເປັນ​ແພ​ແຖບ​ສະແດງ​ຂໍ້ຄວາມ​ວ່າ:​  "ພະ​ເຈົ້າ​ກຸງ​ກໍາປູເຈຍ"   ດ້ວຍ​ອັກສອນ​ກຳ​ປູ​ເຈຍ​ແບບ​ອັກສອນ​ມູນ​.


6. ເຄື່ອງໝາຍ​ຊາດ ອິນ​ໂດ​ນີ​ເຊຍ​ ມີ​ຊື່​ວ່າ​ "ເຄື່ອງໝາຍຍາຄຸດ​ປັນ​ຈະ​ສິນ​" ລັກສະນະ​ເປັນ​ຮູບ​ຍາຄຸດ ​ມີຂົນ​ປີກ​ຂ້າງ​ລະ​ 17 ຂົນ​, ຫາງ​ 8 ຂົນ​, ໂຄນ​ຫາງ​ 19 ຂົນ​ ແລະ ​ຄໍ​ 45 ຂົນ​ ໝາຍ​ເຖິງ​ ວັນທີ​ 17 ສິງ​ຫາ​ ຄ.​ສ.​ 1945 ຊຶ່ງ​ເປັນ​ມື້​ປະ​ກາດ​ເອກກະລາດ​ ກາງ​ຕົວ​ພ​ະຍາຄຸດ​ນັ້ນ​ມີ​ຮູບ​ໂລ່​ ພາຍ​ໃນ​ໂລ່​ແບ່ງ​ເປັນ​ສີ່​ສ່ວນ​ ແລະ ​ມີ​ໂລ່​ຂະໜາດ​ນ້ອຍ​ຊ້ອນ​ທັບ​ອີກ​ຊັ້ນ​ໜຶ່ງ​.


7. ເຄື່ອງໝາຍ​ຊາດ ​​ມາ​ເລ​ເຊຍ​ (ມາ​ເລ​: Jata Negara) ປະກອບ​ດ້ວຍ​ສ່ວນ​ຫຼັກ​ໆ​ຫ້າ​ສ່ວນ​ຄື:​ ໂລ່​ ເສືອ​ໂຄ່ງ​ສອງ​ໂຕ​ ພະ​ຈັນ​ສ້ຽວ​ສີ​ເຫຼືອງ​ ແລະ ​ດາວ​ສີ​ເຫຼືອງ​ 14 ແສກ​ ແລະ​ ແຖບ​ຜ້າ​ ເຄື່ອງໝາຍຊາດຂອງ​ມາ​ເລ​ເຊຍ​ນີ້​ ສືບ​ທອດ​ມາ​ຈາກ​ເຄື່ອງໝາຍ​ຊາດ​ສະ​ຫະ​ພັນ​ທະຣັດມາ​ລາ​ຍາ ​ລະຫວ່າງ​ທີ່​ເປັນ​ອາ​ນາ​ນິຄົມ​ຂອງ​ອັງ​ກິດ​ ເຄື່ອງໝາຍ​ ​ໃນ​ປະຈຸບັນ​ຈຶ່ງ​ມີ​ອິດທິພົນ​ຂອງ​ເຄື່ອງໝາຍ​​ແບບ​ຕະເວັນ​ຕົກ​ຢູ່​ຫລາຍ​.


8. ເຄື່ອງໝາຍ​ຊາດ ​ຟິ​ລິບ​ປິນ​ (Coat of Arms of the Philippines) ມີ​ລັກສະນະ​ເປັນ​ພະ​ອາທິດ​ມີ​ລັດສະໝີ​ມີ​ແປດ​ແສກ ​ຊຶ່ງ​ສະແດງ​ເຖິງ​ແຂວງ​ທັງ​ແປດ​ (ບາ​ຕັນ​ກັດ​ ບູ​ລາ​ຈັນ​ ກາ​ວິ​ເຕ​ ມະ​ນິ​ລາ​ ລາ​ກູ​ນາ​ ນູ​ເອ​ວາ​ ເອ​ຈິ​ຢາ​ ປັມ​ປາ​ງາ​ ແລະ ​ຕາ​ຣ໌​ລັກ​) ຊຶ່ງ​ຢູ່​ພາຍໃຕ້​ກົດ​ໄອການ​ສຶກ​ລະຫວ່າງ​ການ​ປະຕິວັດ​ຟິ​ລິບ​ປິນ​ແລະ ​ດາວ​ຫ້າ​ແສກ​ສາມ​ດວງ​ສະແດງ​ເຖິງ​ເຂດ​ທາງ​ພູມສາດ​ຫຼັກ​ສາມ​ແຫ່ງ​ຄື: ​ລູ​ຊອນ​ ວິ​ຊາ​ຢາ​ ແລະ​ ມິນ​ດາ​ເນົາ​ ພື້ນ​ສີ​ນ້ຳ​ເງີນ​ທາງເບື້ອງ​ຊ້າຍ​ມີນົ​ກ​ອິນຊີ​ຂອງ​ສະ​ຫະລັດ​ອາ​ເມ​ຣິ​ກາ​ ແລະ ​ພື້ນ​ສີ​ແດງ​ທາງ​ເບື້ອງ​ຂວາ​ມີ​ສິງ​ໃຫຍ່​ຂອງ​ສະ​ເປນ​ ຊຶ່ງ​ສະແດງ​ເຖິງ​ປະຫວັດສາດ​ໃນ​ການ​ເປັນ​ອາ​ນາ​ນິຄົມ​ ການ​ອອກ​ແບບ​ນີ້​ຄ້າຍ​ຄືກັບ​ການ​ອອກ​ແບບ​ໂດຍ​ເຄືອ​ລັດ​ແຫ່ງ​ຟິ​ລິບ​ປິນ​​ເມື່ອ​ ພ.​ສ.​ 2483.


9. ເຄື່ອງໝາຍ​ຊາດ ​ວຽດ​ນາມ​ (Coat of arms of Viet Nam) ມີ​ຮູບ​ແບບ​ເຊັ່ນ​ດຽວ​ກັບ​ປະເທດ​ຄອມ​ມິວ​ນິດ​ອື່ນ​ໆ​ ມີ​ຮູບ​ດາວ​ສີ​ເຫຼືອງ​ເທິງ​ພື້ນ​ສີ​ແດງ​ ມີ​ຮູບ​ເຟືອງ ​ແລະ​ ຮວງ​ເຂົ້າ​ໝາຍ​ເຖິງ​ການຮ່ວມ​ມື​ກັນ​ລະຫວ່າງ​ແຮງ​ງານ​ພາກ​ກະເສດຕະກຳ ​ແລະ ​ອຸດສາຫະກຳ​ຕາມ​ແນວ​ຄິດ​ແບບ​ຄອມ​ມິວ​ນິດ​​ ມີ​ລັກສະນະ​ຄ້າຍ​ເຄື່ອງໝາຍ​ຊາດ​ຂອງ​ເຢຍລະ​ມັນ​.


10. ເຄື່ອງໝາຍ​ຊາດ ສາທາລະນະ​ລັດ ແຫ່ງ​ສ​ະຫ​ະພາບ​ມຽນມາ​ ເປັນ​ເຄື່ອງ​ໝາຍ​ລາຊະການ​ຂອງ​ລັດຖະບານ ​ສາທາລະນະ​ລັດ​ ແຫ່ງ​ສະ​ຫ​ະພາບ​ມຽນມາ​ ໃຊ້​ປະ​ທັບ​ໃນ​ເອກະສານ​ຂອງ​ທາງລາຊະການ​ການ​ທຸກ​ຊະນິດ​ ທັງຫມົດ ​ຈົນເຖິງ​ການ​ຕີ​ພິມ​ໃນ​ເອກະສານ​ສຳລັບ​ເຜີຍແຜ່​ ແບບ​ເຄື່ອງໝາຍ​ດັ່ງ​ທີ່​ປາກົດ​ໃນ​ປະຈຸບັນ​ນີ້ ​ເປັນ​ລັກສະນະ​ຕາມ​ທີ່​ປາກົດ​ໃນ​ໝວດ​ທີ່​ 8 ຂອງ​ລັດຖະ​ທຳ​ມະນູນ ​ສາທາລະນະ​ລັດ​ ແຫ່ງ​ສະ​ຫະ​ພາບ​ມຽນມາ ຊຶ່ງ​ໄດ້ຮັບ​ການ​ຮັບຮອງ​ດ້ວຍ​ການ​ລົງ​ປະ​ຊາມະ​ຕິ​ໃນ​ປີ​ ພ.​ສ.​ 2551.

ไม่มีความคิดเห็น:

แสดงความคิดเห็น