ຮີດສິບສອງ ຄອງສິບສີ່ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


5 กุมภาพันธ์ 2560

ຮີດສິບສອງ ຄອງສິບສີ່



ຮີດສິບສອງ ຄອງສິບສີ່
         “ຮີດ” ​ແລະ“ຄອງ” ມີ​ຄວາມ​ໝາຍ​ໃກ້​ຄຽງ​ກັນ ​ແຕ່​ບໍ່​ແມ່ນ​ອັນ​ດຽວ​ກັນ. ຄຳ​ວ່າ “ຮີດ” ​ແມ່ນ​ໝາຍ​ເຖິງ​ສິ່ງ​ທີ່​ໄດ້​ປະພຶດ​ປະຕິບັດ​ກັນ​ມາ​ເປັນ​ເວລາ​ດົນ​ນານ, ສ່ວນ​ຄຳ​ວ່າ “ຄອງ” ໝາຍ​ເຖິງ​ກົດຫຼື​ແນວທາງ​ທີ່​ວາງ​ໄວ້​ເພື່ອ​ປະຕິບັດ​ຕາມ. ​ເມື່ອ​ເຮົາ​ເອົາ “ຮີດ” ​ແລະ “ຄອງ” ມາ​ລວມ​ເຂົ້າກັນ ຈະ​ກາຍ​ເປັນ​ຄຳ​ວ່າ​ “ຮີດຄອງ” ທີ່​ມີ​ຄວາມ​ໝາຍວ່າ: “​ແນວທາງ​ການ​ປະ​ພຶດປະຕິບັດ​ທີ່​ສືບ​ທອດ​ກັນ​ມາ​ເປັນ​ເວລາ​ດົນ​ນານ”.


        “ຮີດ​ສິບ​ສອງ​ຄອງ​ສິບ​ສີ່” ​ແມ່ນ​ແນວທາງ​ການ​ປະພຶດ​ປະຕິບັດ​​ ທີ່​ເຈົ້າຟ້າ​ງຸ່ມມະຫາລາດ ​ໄດ້​ກຳນົດ​ຂຶ້ນ ພາຍຫຼັງທີ່​ທ້ອນ​ໂຮມບັນດາ​ຫົວ​ເມືອງ​ລາວ​ເຂົ້າ​ເປັນ​ອານາຈັກ​ລ້ານ​ຊ້າງ​ເອກະ ​ພາບ. ຈຸດປະສົງ​ກໍ​ແມ່ນ​ເພື່ອ​​ໃຫ້​ປະຊາ​ຊົນ​ທີ່​ເຊື່ອ​ຖື​ຜີ​ສາງ​ນາງ​​ໄມ້​ທີ່​ ງົມງວາຍ ​ໃຫ້​ມານັບຖື​ສາສະໜາ​ພຸດ ​ໂດຍ​ມີ​ແນວທາງປະຕິບັດ ຄື ຮີດ​ສິບ​ສອງ​ຄອງ​ສິບ​ສີ່​ແທນ.

ຮີດ​ສິບ​ສອງ​
1.ເຖິງເດືອນຈຽງມານັ້ນ ໃຫ້ລ້ຽງຜີມົດ, ຜີໝໍ, ຜີຟ້າ, ຜີແຖນ ແລະ ນິມົນພຣະສັງຄະເຈົ້າເຂົ້າປະລິວະສະກຳ (ບຸນເຂົ້າກຳ, ພຣະສົງ, ຄູບາເຂົ້າກຳ)

 2. ເຖິງລະດູເດືອນຍີ່ ໃຫ້ນິມົນພະສັງຄະເຈົ້າມາຕັ້ງສູດໄຊຍະມຸງຄຸນເອົາບຸນຄຸນເຂົ້າ (ບຸນກອງເຂົ້າ ຫຼື ສູດຂວັນເຂົ້າ)

 3. ເຖິງເດືອນ 3 ອອກໃໝ່ 3 ຄ່ຳ ບຸນໄຂປະຕູເລົ້າເຂົ້າ, ເດືອນ 3 ເພັງ 15 ຄ່ຳ ໃຫ້ເຮັດທານເອົາບຸນເຂົ້າຈີ່ ແລະ ບຸນມາຄະບູຊາ, ສາມະເນນຈຳສິນ 10 ແລະ ພຣະສົງຈຳສິນ 227

 4. ເຖິງເດືອນ 4 ໃຫ້ຫາດອກໄມ້ມາສັກສະລາບູຊາ ແລະ ເຮັດບຸນຟັງທຳມະເທດສະໝາ ຫຼື ບຸນມະຫາເວດສັນຕະລະຊາດົກ (ບຸນພະເວດ) ເປັນຕົ້ນ.

 5. ເຖິງລະດູເດືອນ 5 ສັງຂານໃໝ່ມານັ້ນ ໃຫ້ນິມົນພຣະສົງອົງຄະເຈົ້າຕັ້ງສູດໄຊຍະມຸງຄຸນ. ຮຸ່ງເຊົ້າເປັນມື້ເນົາ ໃຫ້ມາກັນເຮັດບຸນໃຫ້ທານເຂົ້ານ້ຳໂພຊະນາຫານ ໃຫ້ສັງຄະເຈົ້າຜູ້ມີສິນແລ້ວຂໍສົມມາຄະລະວະພຣະພຸດທະຮູບ, ພະທຳມະເຈົ້າ, ພະສັງຄະເຈົ້າ, ພໍ່ແມ່ເຖົ້າແກ່ ແລະ ຜົວແຫ່ງຕົນ; ປະການໜຶ່ງປຸກຜາມໄຊກາງບ້ານ ແລະ ນິມົນພຣະສັງຄະເຈົ້າມາຕັ້ງສູດໄຊຍະມຸງຄຸນ 7 ມື້ 7 ຄືນ ແລະ ໃຫ້ເຮັດທານຖະຫວາຍນ້ຳ ໂພສະນາຫານແກ່ພະສົງແລ້ວພາກັນແຕ່ງຄືນກີຍາບູຊາເບີກສົ່ງຜີບໍລິສາດ ຄືໃຫ້ປຸກຮ້ານໄວ້ 4 ແຈຂອງບ້ານແລ້ວນິມົນພຣະສົງຄະເຈົ້າມາສູດ ພະຍາທັງ 4 ໃສ່ໃນຮ້ານນັ້ນ ແລະ ມີຝ້າຍພະມະຈາລີຍັງ (ຝ່າຍມຸງຄຸນ) ໄວ້ອ້ອມບ້ານຄັນເຖິງວັນຖ້ວນ 7 ນັ້ນໃຫ້ເອົາ ບາດ 7 ໜ່ວຍໃສ່ນ້ຳມົນ ແລ້ວໃຫ້ພະສົງສູດອ້ອມບ້ານຫວ່ານແຮ່ຊາຍໄປນຳພ້ອມກັບການສູດນ້ຳມົນ ແລະ ໃຫ້ຂຽນກະຖາພະເຈົ້າ 5 ພະອົງຕິດ ຫຼື ແຂວນໄວ້ປະຕູບ້ານວ່າດັ່ງນີ້: "ອະອຸເອ ວະນະວະວະນະນະມະອະອຸນະໂມ ພຸດທະໂຍ ໃຫ້ຮັກສາໄວ້ແຕ່ 3 ມື້ ຫາ 7 ມື້ ຄົນໃນບໍ່ໃຫ້ອອກຄົນນອກບໍ່ໃຫ້ຂົ້າ. 7 ມື້ນັ້ນຄືໃຫ້ຊື້ຂາຍສິ່ງຂອງນຳກັນທີ່ນອນບ້ານເຮືອນແຫ່ງຕົນ.

 6. ເຖິງເດືອນ 6 ໃຫ້ເຮັດພຸດທະພິເສກຫົດສົງພະພຸດທະຮູບເຈົ້າ ແລ້ວເຊີນເອົາພະພຸດທະຮູບຂື້ນແທ່ນບັນລັງຕາມເດີມ ຫຼື ທຳບຸນບວດຫົດ ແລະ ບຸນວິສາຄະບູຊາ

 7.ເຖິງລະດູເດືອນ 7 ໃຫ້ບູຊາເທວະດາອາລັກລ້ຽງມະເຫສັກຫຼັກບ້ານ, ຫຼັກເມືອງ ແລະ ໃຫ້ເຮັດພິທີເບີກສຳລະຂັບໄລ່ຂີ້ດຽດຈັງໄຮ, ແນວບໍ່ດີບໍ່ງາມ ຊຶ່ງອາດຈະເກີດຂື້ນ. 

8. ເຖິິງລະດູເດືອນ 8 ອອກໃໝ່ 15 ຄ່ຳ ແລະ ແຮມ 1 ຄ່ຳ ບຸນເຂົ້າພັນສາ ໃຫ້ນິມົນພະສົງເຂົ້າພັນສາ ແລ້ວປ່າວເຕືອນຍາດຕິພີ່ນ້ອງເອົາເຜິ້ງມາຕີທຽນເຫຼັ້ມໃຫຍ່ ຖວາຍແດ່ພະສົງຄະເຈົ້າ ແລະ ຖວາຍນ້ຳໂພຊະນາຫານ ຟັງທຳມະເທດສະໜາຕາມສັດທາ

 9. ເຖິງເດືອນ 9 ດັບໃຫ້ເຮັດບຸນເຂົ້າປະດັບດິນ, ເຮັດຕົ້ນກະລາພຶກ ນິມົນເອົາພະສົງຄະເຈົ້າສູດໄຊຍະມຸງຄຸນ ຮຸ່ງເຊົ້າຈຶ່ງເອົາເຂົ້າປະດັບດິນໄປຢາຍໄວ້ຕາມດິນຕາມຫຍ້າ ອຸທິດຝາກໃຫ້ຍາດພີ່ນ້ອງ ແລະ ເພດຜີທັງຫຼາຍ ແລະ ຖວາຍແດ່ພະສັງຄະເຈົ້າ

 10. ເຖິງລະດູເດືອນ 10 ເພັງ ໃຫ້ເຮັດບຸນເຂົ້າສະຫຼາກ ຝາກໄປຫາຍາດພີ່ນ້ອງ ແລະ ເທວະດາອາຮັກທັງຫຼາຍຊຶ່ງໃນພາເຂົ້າຈະຂຽນສະຫຼາກໃສ່

 11. ເຖິງເດືອນ 11 ເພັງໃຫ້ນິມົນພະສັງຄະເຈົ້າພະສົງອອກວັດສາ ແລະ ທຳການບາສີພະພິຂຸສຳມະເນນ ຖວາຍນ້ຳໂພຊະນາຫານ ແລະ ຜ້າຈຳພັນສາແກ່ພະສົງ ແລ້ວນິມົນທານໃຫ້ຢູ່ຕໍ່ໄປເພື່ອໃຫ້ຈຳພັນສາໃນປີໜ້າ

 12. ຕັ້ງແຕ່ເດືອນ 11 ແຮມ 1 ຄ່ຳ ຫາ ເດືອນ 12 ເພັງ ໃຫ້ພ້ອມກັນເຮັດບຸນກະຖິນ ຖວາຍອັດຖະບໍລິຂານແກ່ພະສັງຄະເຈົ້າ. ບຸນມະຫາກະຖິນແມ່ນບຸນກຸສົນເປັນບຸນໃຫຍ່, ຕ້ອງມີການຫ້າງຫາກະກຽມໃນເວລາອັນຍາວນານສົມຄວນ ເປັນການທານໃຫຍ່. ບຸນກະຖິນວັດໜຶ່ງຈະຮັບມະຫາກະຖິນໄດ້ພຽງ 1 ກອງເທົ່ານັ້ນ. ໃນວັດນັ້ນຕ້ອງມີພະສົງແຕ່ 5 ອົງຂື້ນໄປ ຈຶ່ງສາມາດຮັບກະຖິນໄດ້ ການຖວາຍມະຫາກະຖິນໃນກອງມະຫາກະຖິນຕ້ອງປະກອບມີຜ້າໄຕ, ບາດ 1 ໜ່ວຍ, ເວລາພະສົງຮັບເອົາມະຫາກະຖິນແລ້ວ ພຣະສົງຕ້ອງທະລົງຜ້າຮອດເດືອນ 4 ເພັງ.


ຄອງ​ສິບ​ສີ່

     ຄອງ​ສິບ​ສີ່​ໝາຍ​ເຖິງ​ຂໍ້​ກຳນົດ 14 ຂໍ້ ທີ່​ປະຊາຊົນ​ລາວ​ເຮົາ ​ຖື​ເປັນ​ທຳນຽມ​ປະຕິບັດ​ມາຕັ້ງ​ແຕ່​ດົນ​ນານ ​ແລະ​ໃນ​ປັດຈຸບັນ​ກໍ​ຍັງ​ເຊື່ອ​ຖື​ຢູ່ ​ແຕ່​ອາດ​ຈະ​ບໍ່​ເຂັ້ມງວດ ຫຼືບາງ​ຂໍ້​ ​ໃນ​ບາງ​ທ້ອງ​ຖິ່ນ​ກໍ​ປ່ອຍ​ວາງ​ໄປ​ແລ້ວ. ຄອງ​ສິບ​ສີ່​ມີ​ຄື:
1. ຢ່າ​ຢຽບ​ເງົາ​ຂອງ​ພະສົງ ຫຼື ຜູ້​ມີ​ສິນ​ບໍລິສຸດ
2. ຢ່າ​ເອົາ​ອາຫານ​ເຫຼືອ ຫຼື ​ເງື່ອນ ​ໄປ​ໃຫ້​ພະສົງ​ສັນ
3. ຢ່າ​ເສບ​ກາ​ມະ​ຄຸນ​ໃນ​ມື້​ວັນ​ສິນ, ວັນ​ເຂົ້າພັນ​ສາ, ວັນ​ມາຄະ​ບູຊາ, ວັນ​ວິສາຂະບູຊາ ​ແລ​ະ ວັນ​ກຸດ​ສົງການ​ຢ່າງ​ເດັດຂາດ.
4. ​ເມື່ອ​ພະສົງ​ກາຍ​ມາ​ໃຫ້​ນັ່ງລົງ, ນົບ​ມື​​​ໄຫວ້ ​​​ແລ້ວຈຶ່ງ​ຄ່ອຍ​ຍ່າງ​ກາຍ ຫຼືຈຶ່ງຄ່ອຍ​ລົມ​ນຳ​ເພິ່ນ.
5. ມື້​ພະສົງ​ເຂົ້າກຳ ​ໃຫ້ມີດ​ອກ​ໄມ້​ທູບ​ທຽນ ​ແລະ​​ເຄື່ອງ​ບໍລິຂານ​ໄປ​ທານ​ຮ່ວມ​ເພິ່ນ.
6. ກ່ອນ​ຈະ​ເຂົ້ານອນ​ໃຫ້​ອາບນ້ຳ ຫຼືລ້າງ​ຕີນ​ເສຍ​ກ່ອນ
7. ​ເມື່ອ​ເຖິງ​ວັນ​ສິນ​ດັບ​-ສິນ​ເພັງ ​ໃຫ້​ເຮັດບຸນ​ໃສ່​ບາດ ຫຼືນິມົນ​ພະສົງ​ມາ​ສູດ​ມຸງ​ຄຸນ​ເຮືອນ.
8. ​ເມື່ອ​ເຖິງ​ວັນ​ສິນ​ເພັງ​ໃຫ້​ແຕ່ງຂັນ​ດອກ​ໄມ້ ທູບ​ທຽນ ​ໄປ​ສົມ​ມາ​ຜົວ​ຂອງຕົນ
9. ​ເມື່ອ​ພະສົງ​ສາມະ​ເນນ​ມາ​ບິນທະບາດ ຢ່າ​ໃຫ້​ເພິ່ນ​ຄອຍ​ຖ້າ, ​ເວລາ​ປ່ອນ​ບາດ​ຢ່າ​ໃຫ້​ມື​ຊູນ​ບາດ ຫຼືຊູນ​ຖືກ​ພະສົງ​ສາມະ​ເນນ, ຍາມ​ປ່ອນ​ບາດ​ຢ່າ​ໃສ່​ໝວກ, ​ຢ່າ​ເອົາ​ຜ້າ​ປົກ​ຫົວ, ຢ່າ​ໃສ່​ເກີບ, ຢ່າ​ອຸ້ມ​​ເດັກນ້ອຍ, ຢ່າ​ຖື​ມີດ​ຖື​ພ້າ ຫຼືຢ່າ​ຖື​ອາວຸດ​ໃດໆ.
10. ​ເມື່ອ​ຮອດ​ວັນ​ສິນ 8 ຄ່ຳ, 14 ຫຼື 15 ຄ່ຳ ​ໃຫ້​ພາກັນ​ສົມ​ມາ​ກ້ອນ​ເສົ້າ, ​ແມ່ຂັ້ນ​​ໄດ ​ແລະ ​ປະຕູ​ເຮືອນ.
11. ກ່ອນ​ຈະ​ຂຶ້ນ​ເຮືອນ​ໃຫ້​ລ້າງ​ຕີນ​ສາກ່ອນ.
12. ​ໃຫ້​ພາກັນ​ເຮັດ​ຮົ້ວອ້ອມ​ວັດ​ແລະ​ບ້ານ​ເຮືອນ​ຂອງ​ຕົນ​ໃຫ້​ດີ.
13. ​ເມື່ອ​ເຖິງ​ລະດູ​ການ​ເກັບ​ກ່ຽວ​ຜົນລະ​ປູກ ຢ່າ​ຟ້າວ​ກິນ​ກ່ອນ ​ໃຫ້​ເອົາ​ໄປ​​ເຮັດ​ບຸນ​ໃຫ້​ທານ​ແກ່​ຜູ້ມີ​ສິນ​ກ່ອນ ​ແລ້ວ​ຈຶ່ງ​ຄ່ອຍ​ກິນ. (ຕົວຢ່າງ: ຍາມ​ເຂົ້າ​ໃໝ່ ກໍ​ເອົາ​ໄປ​ບູຊາ ຫຼື ​ໃສ່​ບາດ​ກ່ອນ, ​ແລ້ວ​ຈຶ່ງ​ຄ່ອຍ​ກິນ).
14. ຢ່າ​ພາກັນ​ລັກ​ໂລບ​ຕາຊິງ, ຢ່າ​ພາກັນ​ຈ່າຍ​ເງິນ​ແດງ ​ແປງ​ເງິນ​ຄວ່າງ, ຢ່າ​ກ່າວ​ຄຳ​ຫຍາບຊ້າ​ ກ້າ​ແຂງ ຕໍ່​ກັນ​ ແລະ​ ກັນ.


ไม่มีความคิดเห็น:

แสดงความคิดเห็น