Computer ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


3 กุมภาพันธ์ 2560

Computer ແມ່ນຫຍັງ

       


       
ຄອມພິວເຕີ (ຄຳເຄົ້າ: ຄອມພິວເຕີຣ໌, ອັງກິດ: computer) ຫຼື ອອກດີນາເຕີ (ຣັ່ງ: Ordinateur) ແມ່ນເຄື່ອງຈັກທີ່ສາມາດທຳການ ຄຳນວນ, ຄິດໄລ່ ແລະ ປະມວນຜົນ ທີ່ມີຄວາມຊັບຊ້ອນ. ການທຳງານຂອງມັນແມ່ນ ຈະເຮັດໄປຕາມ ໂປຣແກຣມ (Program) ເຊິ່ງຈະຢູ່ໃນຮູບແບບຂອງລາຍການຂອງຄຳສັ່ງ. ຄຳສັ່ງເຫຼົ່ານີ້ ສ່ວນຫຼາຍຈະທຳການ ຈັດການ (Process) ຂໍ້ມູນ ທີ່ລວມມີທັງ ໂຕເລກ, ໂຕໜັງສື, ຮູບພາບ ຫຼື ສຽງ.


    ເຄື່ອງຄໍານວນອັນທໍາອິດຂອງ ໂລກແມ່ນລູກຄິດ (Abacus) ເຊິ່ງແມ່ນຊາວຈີນເປັນຜູ່ຄິດຄົ້ນຂຶ້ນມາເມື່ອ 500 ປີ ກ່ອນ ຄ.ສ.


ໄລຍະແຫ່ງການພັດທະນາຂອງຄອມພິວເຕີ
    ຄອມພິວເຕີເຄື່ອງທໍາອິດຂອງໂລກແມ່ນຖືກສ້າງຂຶ້ນໃນປີ  1946 ມີຊື່ວ່າ: ENIAC (Electron Numerical Integrator and Calculator) ມີນໍ້າຫນັກ  30  ໂຕນ  ເປັນຜົນງານຂອງທະຫານອາເມຣິກາ ທີ່ສ້າງຂຶ້ນມາໃຊ້ໃນສົງຄາມໂລກຄັ້ງທີສອງ.




 ➾ ຍຸກທີ 1: (. 1954-1958) ເປັນຍຸກຄອມພິວເຕີແບບໃຊ້ຫລອດສູນ ຍາກາດ  (Vacuum Tube) ເຊິ່ງໂຕເຄື່ອງມີຂະຫນາດໃຫຍ່ ໃຊ້ໄຟຟ້າຫລາຍ ເຮັດໃຫ້ມີຄວາມຮ້ອນສູງ




 ➾ ຍຸກທີ 2: (. 1959-1964) ເປັນຍຸກຄອມພິວເຕີທີ່ໃຊ້ Transistor ເປັນວົງຈອນ ແລະ ໃຊ້ວົງແຫວນແມ່ເຫລັກເປັນຫນ່ວຍຄວາມ ຈໍາ  ເຮັດໃຫ້ໂຕເຄື່ອງນ້ອຍກວ່າຍຸກທໍາອິດ  ໃຊ້ໄຟຟ້າຫນ້ອຍລົງ ແລະມີຄວາມຊັດ ເຈນໃນການປະມວນຜົນຫລາຍຂຶ້ນ.ການພັດທະນາຂອງຄອມພິວເຕີ



➾ ຍຸກທີ 3: (. 1965-1970) ເປັນຍຸກທີ່ໃຊ້ວົງຈອນ IC (Integrated Circuit) ເຊິ່ງນໍາໃຊ້ສານເຄິ່ງຕົວນໍາມາບັນຈຸວົງຈອນ  Logicໄວ້ແລ້ວພິມລົງແຜ່ນຊິລິຄອນ  (Silicon)  ເອີ້ນວ່າ “Chip”




 ➾ ຍຸກທີ 4: (. 1971-1980) ເປັນຍຸກທີ່ໃຊ້ວົງຈອນ LSI (Large- Scale Integrated Circuit)  ເປັນການລວມເອົາວົງຈອນ  IC ຫລາຍໆໂຕມາໄວ້ໃນ Chip  ນຶ່ງອັນ  ເຊິ່ງໃນຍຸກນີ້ເອງທີ່ CPU  ຫລື Micro Processor ຖືກໍາເນີດຂຶ້ນ.




 ➾ ຍຸກທີ 5: (ຄສ 1981-ປັດຈຸບັນ) ເປັນຍຸກຄອມພິວເຕີທີ່ໃຊ້ວົງຈອນ VLSI (Very Large-Scale Integrated Circuit)ເປັນການ ພັດທະນາ Microprocessor ໃຫ້ມີປະສິດທິພາບເພີ່ມຂຶ້ນອີກ.




___________________________
ຂໍຂອບໃຈ ແຫລ່ງຂໍ້ມູນ ອ້າງອິງຈາກ: