ຂະໜາດໜ່ວຍຄວາມຈໍາບໍ່ເຖິງ 8 GB - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


17 มีนาคม 2560

ຂະໜາດໜ່ວຍຄວາມຈໍາບໍ່ເຖິງ 8 GB



✿◉●•◦ ສາເຫດທີ່ຂະໜາດຂອງໜ່ວຍຄວາມຈໍາ Flash drive ບໍ່ເຖິງ 8 GB
ທີ່ນີ້ມີຄໍາຕອບໃຫ້ທ່ານ ◦•●◉✿

ຕົວ​ເລກ​ສະແດງ​ຄວາມບັນ​ຈຸ​ HDD ນັ້ນ​ ຜູ້​ຜະລິດ​ຈະ​ຄິດ​ແບບ​ເລກ​ຖານ​ 10:

1000 B = 1 KB
1000 KB = 1 MB
1000 MB = 1 GB


ແຕ່​ໃນ​ທາງ​ຄອມພິວເຕີ​ຈະ​ຄິດ​ແບບ​ເລກ​ຖານ​ 2:

1024 B = 1 KB
1024 KB = 1 MB
1024 MB = 1 GB

B
ຄື​ Byte (ໄບ​ຕ໌​) ແລະ​ 1 Byte = 8 Bit

ດັ່ງ​ນັ້ນ​ 4 GB ຂອງ​ທາງ​ຜູ້​ຜະລິດ​ Flash drive ເທົ່າ​ກັບ​:

4 x 1000 x 1000 x 1000 = 4,000,000,000 B

ສ່ວນ​ໃນ​ທາງ​ຄອມພິວເຕີ​ 4 GB ເທົ່າ​ກັບ​

4 x 1024 x 1024 x 1024 = 4,294,967,296 B

ຕົວ​ເລກ​ຕາມ​ທີ່​ຜູ້​ຜະລິດ​ໄດ້​ຜະລິດ​ມາ​ຄື:​ 4,000,000,000 B <-- ຕົວ​ເລກ​ ນີ້​ ຄື​ 4 GB ຂອງ​ຜູ້​ຜະລິດ​

ແຕ່​ໃນ​ທາງ​ຄອມພິວເຕີ​ 4,294,967,296 B <-- ຕົວ​ເລກ​ ນີ້​ ຄື​ 4 GB ທາງ​ຄອມພິວເຕີ​

ເຮົາຈະ​ເຫັນ​ໄດ້​ວ່າ ​ຕົວ​ເລກ​ສະແດງ​ຄວາມ​ຈຸ​ທີ່​ຜູ້​ຜະລິດ​ໄດ້​ເຮັດ​ມາ​ ນ້ອຍກວ່າ​ຕົວເລກ​ໃນ​ທາງ​ຄອມພິວເຕີ​
ຖ້າ​ມັນ​ບໍ່​ໄດ້​ມີ​ຄວາມ​ບັນຈຸ​ 4 GB ແລ້ວ​ ມັນ​ຈະບັນ​ຈຸ​ເທົ່າໃດນັ້ນ ເຮົາກໍ​ຄິດ​ໂດຍ​ນຳເອົາ​ 4,000,000,000 B ເຊິ່ງ​ເປັນ​ 4 GB ທີ່​ທາງ​ຜູ້​ຜະລິດ​ໄດ້​ນຳ​ສະເໜີ​ ມ​າ​ຄິດ​ເປັນ​ GB ທາງ​ຄອມພິວເຕີ​ ໂດຍ​ໃຊ້​ມາດຕາ​ສ່ວນ​ທາງ​ຄອມພິວເຕີ​ມາ​ຄິດ​

1024 B = 1 KB
1024 KB = 1 MB
1024 MB = 1 GB

ເຮັດ​ຫນ່ວຍ​ B (Byte) ໃຫ້ເປັນ​ KB ໂດຍ​ 4,000,000,000 B ຂອງ​ຜູ້​ຜະລິດ​ ຈະ​ເທົ່າ​ກັບ​ 4,000,000,000 / 1024 = 3,906,250 KB ທາງ​ຄອມພິວເຕີ​

ເຮັດ​ຫນ່ວຍ​ KB ໃຫ້ເປັນ​ MB ໂດຍ​ 3,906,250 KB ຂອງ​ຜູ້​ຜະລິດ​ ຈະ​ເທົ່າ​ກັບ​ 3,906,250 / 1024 = 3,814.697265625 MB ທາງ​ຄອມພິວເຕີ​

ເຮັດຫນ່ວຍMB ໃຫ້ປັນ​ GB ໂດຍ​ 3,814.697265625 MB ຂອງ​ຜູ້​ຜະລິດ​ ຈະ​ເທົ່າ​ກັບ​ 3814.697265625 / 1024 = 3.7252902984619140625 GB ທາງ​ຄອມພິວເຕີ​

ເຄື່ອງ​ຂອງ​ທ່ານ​ຈຶ່ງຈະ​ເຫັນ​ Flash drive 4 GB ເປັນ​ 3.72 GB

ຖ້າ​ໃຊ້​ສູດ​ແບບ​​ລັດ​ກໍ່ຈະໄດ້:​ 4,000,000,000/(1024*1024*1024) = 4,000,000,000/1,073,741,824 = 3.7252902984619140625

ຫລື ​ໃຊ້​ວິທີ​ລັດ​ໂດຍ​ຄິດ​ຈາກ​ ອັດຕາ​ສ່ວນ​ລະຫວ່າງ​ຄວາມ​ຈຸ​ທີ່​ສະແດງ​ໃນ​ສ​ະຫຼາກ​ HDD ຕໍ່​ຄວາມບັນ​ຈຸ​ທີ່​ສະແດງ​ໃນ​ຄອມພິວເຕີ​ ຈະ​ເທົ່າ​ກັບ​:

1000x1000x1000/1024x1024x1024 = 0.931322574615478515625

ດັ່ງນັ້ນ​, ຖ້າ​ນຳ​ເອົາ 0.93 (ເຮັດ​ເປັນ​ທົດ​ສະນິຍົມ​ 2 ຕຳແໜ່ງ​) ໄປ​ຄູນ​ກັບຄວາມບັນ​ຈຸຂອງ​ Flash drive ຈະ​ໄດ້​ຄ່າ​ບັນຈຸ​ທີ່​ ຄອມພິວເຕີ​ຂອງ​ທ່ານເບິ່ງ​ເຫັນ​ (ໃນ​ຫນ່ວຍ​ GB ເທົ່າ​ນັ້ນ​ ແລະ ​ຄ່າ​ທີ່​ໄດ້​ອາດ​ຜິດ​ພາດ​ເນື່ອງ​ຈາກວ່າ​ ຄ່າ​ຂອງ​ອັດຕາ​ສ່ວນ​ໄດ້​ຕັດ​ໃຫ້​ເຫຼືອ​ພຽງ​ ທົດ​ນິຍົມ​ 2 ຕຳແໜ່ງ​ເທົ່າ​ນັ້ນ​)

ດັ່ງ​ນັ້ນ​, 4 GB ຄູນ​ດ້ວຍ​ 0.93 = 3.72 GB ກໍ​ສະຫລຸບ​ໄດ້​ວ່າ​ 4 GB ທີ່​ຜູ້​ຜະລິດ​ໃຫ້​ມາ​ຈະ​ເຫຼືອ​ 3.72 GB ຕາມ​ທີ່​ຄອມພິວເຕີ​ເຫັນ​.

ຂໍ້ຄວນຈໍາ: “Flash drive ໂດຍ​ປົກກະຕິ​ແລ້ວ​ລະບົບ​ໄຟ​ລ໌​ຈະ​ເປັນ​ແບບ​ FAT 32 ຮອງ​ຮັບ​ໄຟ​ລ໌​ທີ່​ມີ​ຂະໜາດ​ບໍ່​ເກີນ​ 4GB  ຫາກທ່ານ​ຕ້ອງ​ການ​ໃຫ້​ຮອງ​ຮັບ​ໄຟ​ລ໌​ຫລາຍກວ່າ​  4GB ຂື້ນໄປທ່ານຕ້ອງ​ Format ເປັນ​ແບບ​ NTFS ກ່ອນຈຶ່ງຈະສາມາດນໍາາເອົາໄຟລ໌ທີ່ມີຂະໜາດຫລາຍກວ່າ 4GB ມາລົງ Flash drive ຂອງທ່ານໄດ້

ไม่มีความคิดเห็น:

แสดงความคิดเห็น