ລະບົບປະຕິບັດການ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


16 มีนาคม 2560

ລະບົບປະຕິບັດການ



     
  ລະບົບປະຕິບັດການ​  (operating system) ຫລືໂອເອດ(OS) ເປັນຊອບແວຣ໌ທີ່ເຮັດຫນ້າທີ່ເປັນຕົວກາງລະຫວ່າງຮາດແວຣ໌ ແລະ ຊອບແວຣ໌ທົ່ວໄປບາງເທື່ອເຮົາອາຈະເຫັນລະບົບປະຕິບັດການເປັນເຟີມແວຣ໌ກໍໄດ້ ລະບົບປະຕິບັດການມີຫນ້າທີ່ຫຼັກຄື:​ ການຈັດການຊັບພະຍາກອນໃນເຄື່ອງຄອມພິວເຕີ ເພື່ອໃຫ້ບໍລິການຊອບແວຣ໌ປະຍຸກໃນເລື່ອງການຮັບສົ່ງແລະ ຈັດເກັບຂໍ້ມູນກັບຮາແວຣ໌ເຊັ່ນ:​ ການສົ່ງຂໍ້ມູນພາບໄປສະແດງຜົນທີ່ຈໍພາບ ການສົ່ງຂໍ້ມູນໄປເກັບ ຫລື ອ່ານຈາກຮາດດິສ ການຮັບສົ່ງຂໍ້ມູນໃນລະບົບເຄືອຂ່າຍ ການສົ່ງສັນຍາສຽງອອກທາງລຳໂພງ ຫລື ຈັດສັນພື້ນທີ່ໃນຫນ່ວຍຄວາມຈໍາ ຕາມທີ່ຊອບແວຣ໌ປະຍຸກຮ້ອງຂໍທັງຫມົດທັງເຮັດຫນ້າທີ່ຈັດສັນເວລາການໃຊ້ຫນ່ວຍປະມວນຜົນກາງ ກໍລະນີທີ່ອະນຸຍາດໃຫ້ຊອບແວຣ໌ປະຍຸກຫຼາຍຕົວເຮັດວຽກພ້ອມກັນ​.

      ລະບົບປະຕິບັດການຊ່ວຍໃຫ້ຊອບແວຣ໌ປະຍຸກ ບໍ່ຕ້ອງຈັດການເລື່ອງເຫຼົ່ານັ້ນດ້ວຍຕົນເອງພຽງແຕ່ເອີ້ນໃຊ້ບໍລິການຈາກລະບົບປະຕິບັດການກໍພໍແລ້ວ ເຮັດໃຫ້ການພັດທະນາຊອບແວຣ໌ປະຍຸກໄດ້ງ່າຍຂຶ້ນ​.



ລາຍຊື່ລະບົບປະຕິບັດການ

     ລະບົບ​ປະຕິບັດການ​ທີ່​ເປັນ​ທີ່​ນິຍົມ​ໃນ​ຄອມພິວເຕີສ່ວນບຸກຄົນທຸກ​ມື້​ນີ້​ ໄດ້​ແກ່​: ໄມໂຄຣຊອຟ, ວິນໂດສ໌ ແມກໂອເອສ ແລະ ລີນຸກ ອກ​ຈາກ​ນີ້​ ຍັງມີ​ລະບົບ​ປະຕິບັດການ​ຕະກູນຍູນິກ ເຊິ່ງ​ໄດ້ຮັບ​ຄວາມ​ນິຍົມ​ໃນ​ເຄື່ອງຊອບແວຣ໌ທີ່​ໃຊ້​ກັນ​ໃນ​ຫນ່ວຍ​ງານ​ ລະບົບ​ປະຕິບັດການ​ຕະກູນ​ຍູນິກ​ ​ທີ່​ເປັນ​ທີ່​ຮູ້​ຈັກ​ກັນ​ດີ​ ໄດ້​ແກ່​: ຍູ​ນິກ​ຕະ​ກູນ​ບີເອສດີ, ເອໄອເອສ ແລະ ​ໂຊລາຣິສ ແລະ ທັງຫມົດ​ເຖິງລິນຸກ ຊຶ່ງ​ພັດທະນາ​ໂດຍ​ອາໄສ​ຫຼັກ​ການ​ດຽວ​ກັນ​ກັບ​ຍູ​ນິກ​ ລະບົບ​ປະຕິບັດການ​ບາງ​ຕົວ​ ຖືກ​ອອກ​ແບບ​ມາ​ສຳລັບ​ການ​ຮຽນ​ການ​ສອນ​ວິ​ຊາ​ລະບົບ​ປະຕິບັດການ​ໂດຍ​ສະເພາະ​ ເຊັ່ນ:​ ມິນິກ, ຊິນູ ຫລື​ ພິນໂທສ 
     ະບົບ​ປະຕິບັດການ ​ Mac OS จำກັດ​ພຽງແຕ່​ຄອມພິວເຕີ​ຂອງ​ແອບ​ເປີ້ລ​ເທົ່າ​ນັ້ນ​ ໃນ​ອຸປະກອນ​ອື່ນ​ໆ​ ທີ່​ຄວບ​ຄຸມ​ດ້ວຍ​ລະບົບ​ຄອມພິວເຕີ​ກໍ​ອາດ​ມີ​ລະບົບ​ປະຕິບັດການ​ເຊັ່ນ​ກັນ​ ເຊັ່ນ:​ ໄອໂອເອສ, ແອນດຣອຍດ໌ ຫລື​ ຊິມບຽນ ໃນ​ໂທລະສັບ​ມື​ຖື​ ຫລື ​ລະບົບ​ປະຕິບັດການ​ TRON ใນ​ເຄື່ອງ​ໃຊ້​ໄຟ​ຟ້າ​ຕາມ​ບ້ານ​.

າຍ​ຊື່​ຕໍ່ໄປ​ນີ້​ເປັນ​ລາຍ​ຊື່​ຂອງ​ລະບົບ​ປະຕິບັດການ​ຕ່າງ​ໆ​ ມີຄື:


ไม่มีความคิดเห็น:

แสดงความคิดเห็น