ສູດການຄິດໄລ່ຫນ່ວຍຄວາມຈໍາ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


17 มีนาคม 2560

ສູດການຄິດໄລ່ຫນ່ວຍຄວາມຈໍາ



➥ ສູດການຄິດໄລ່ຫນ່ວຍຄວາມຈໍາ

     ໃນ​ລະບົບ​ຄອມພິວເຕີ​ທີ່​ໃຊ້​ຢູ່ໃນ​ປະຈຸບັນ​ bit ຖື​ວ່າ​ເປັນ​ຫນ່ວຍ​ທີ່​ນ້ອຍ​ທີ່ສຸດ​ປະກອບ​ດ້ວຍ​ສັນຍະລັກ​ຕົວ​ເລກ ​ 0 ຫລື​ 1 ຊຶ່ງ​ກໍ​ຄື​ສັນຍະລັກ​ໃນ​ລະບົບ​ຕົວ​ເລກ​ຖານ​ສອງ​ນັ້ນ​ເອງ​ ໂດຍ​ 8bit ຈະ​ເທົ່າ​ກັບ​ 1Byte ຫລື​ 1 ຕົວ​ອັກສອນ​ ດັ່ງລຸ່ມນີ້:


👉 bit ບໍ່​ມີ​ຄຳ​ຫຍໍ້
   
ຄວາມຫມາຍ​ : ບິດ​, ເລກ​ໂດດ​ຖານ​ 2, ຫນ່ວຍ​ຂໍ້​ມູນ​ທີ່​ນ້ອຍ​ທີ່ສຸດ​ ມີ​ຄ່າ​ເປັນ​ຕົວ​ເລກ​ລະບົບ​ຖານ​ 2 ຄື​ 0 ຫລື​ 1
ບອກ​ເລົ່າ​ : ຄື​ຂໍ້​ມູນ​ທີ່​ມີ​ຄ່າ​ເປັນ​ຕົວ​ເລກ​ລະບົບ​ຖານ​ 2 ຄື​ 1 ຫລື​ 0 ຢ່າງ​ໄດ​ຢ່າງ​ໜຶ່ງ​ເທົ່າ​ນັ້ນ​ 

👉 KB ຫຍໍ້​ມາ​ຈາກ​ Kilobyte 
    ຄວາມຫມາຍ​ : ປະລິມານ​ຫນ່ວຍ​ຄວາມ​ຈຳ​ຂອງ​ຄອມພິວເຕີ​ ມີ​ຄ່າ​ເທົ່າ​ກັບ​ 1024 ໄບ​ຕ໌​


👉 MB ຫຍໍ້​ມາ​ຈາກ​ Megabyte 
    
ຄວາມຫມາຍ​ : ປະລິມານ​ຫນ່ວຍ​ຄວາມ​ຈຳ​ຂອງ​ຄອມພິວເຕີ​ ຊຶ່ງ​ສາມາດ​ເກັບ​ຕົວ​ອັກສອນ​ໄດ້​ 1 ລ້ານ​ຕັວ​ ຫລື ​ມີ​ຄ່າ​ເທົ່າ​ກັບ​ 2 ຢົກ​ກຳ​ລັງ​ 20 = 1,048,567 BYTES ຫລື ​ເທົ່າ​ກັບ​ 1024 ກິ​ໂລ​ໄບ​ຕ໌​

👉 Kilobyte ອັກສອນ​ຫຍໍ້​ KB
    ຄວາມຫມາຍ​ : ປະລິມານ​ຫນ່ວຍ​ຄວາມ​ຈຳ​ຂອງ​ຄອມພິວເຕີ​ ມີ​ຄ່າ​ເທົ່າ​ກັບ​ 1024 ໄບ​ຕ໌​

👉 Megabyte ອັກສອນ​ຫຍໍ້​ MB
    ຄວາມຫມາຍ​ : ປະລິມານ​ຫນ່ວຍ​ຄວາມ​ຈຳ​ຂອງ​ຄອມພິວເຕີ​ ຊຶ່ງ​ສາມາດ​ເກັບ​ຕົວ​ອັກສອນ​ໄດ້​ 1 ລ້ານ​ຕົວ​ ຫລື ​ມີ​ຄ່າ​ເທົ່າ​ກັບ​ 2 ຢົກ​ກຳ​ລັງ​ 20 = 1,048,567 BYTES ຫລື ​ເທົ່າ​ກັບ​ 1024 ກິ​ໂລ​ໄບ​ຕ໌​

👉 Gigabyte ອັກສອນ​ຫຍໍ້​ GB
    ຄວາມຫມາຍ​ : ປະລິມານ​ຫນ່ວຍ​ຄວາມ​ຈຳ​ຂອງ​ຄອມພິວເຕີ​ ມີ​ຄ່າ​ເທົ່າ​ກັບ​ 1024 MB 
1 ໄບ​ຕ໌​(B)
ເທົ່າ​ກັບ​
8 ບິດ​(bit)
1 ກິ​ໂລ​ໄບ​ຕ໌​(KB)
ເທົ່າ​ກັບ​
1024 ໄບ​ຕ໌​(B)
1 ເມ​ກະ​ໄບ​ຕ໌​(MB)
ເທົ່າ​ກັບ​
1024 ກິ​ໂລ​ໄບ​ຕ໌​(KB)
1 ກິ​ກະ​ໄບ​ຕ໌​(GB)
ເທົ່າ​ກັບ​
1024 ເມ​ກະ​ໄບ​ຕ໌​(MB)
1 ເທຣະ​ໄບ​ຕ໌​(TB)
ເທົ່າ​ກັບ​
1024 ກິ​ກະ​ໄບ​ຕ໌​(GB)
1 ເພ​ຕະ​ໄບ​ຕ໌​(PB)
ເທົ່າ​ກັບ​
1024 ເທຣະ​ໄບ​ຕ໌​(TB)
1 ເອກ​ຊະ​ໄບ​ຕ໌​(EB)
ເທົ່າ​ກັບ​
1024 ເພ​ຕະ​ໄບ​ຕ໌​(PB)
1 ເຊດ​ຕະ​ໄບ​ຕ໌​(ZB)
ເທົ່າ​ກັບ​
1024 ເອກ​ຊະ​ໄບ​ຕ໌​(EB)
1 ອດ​ຕະ​ໄບ​ຕ໌​(YB)
ເທົ່າ​ກັບ​
1024 ເຊດ​ຕະ​ໄບ​ຕ໌​(ZB)

     
ປະຈຸບັນ​ອຸປະກອນ​ບັນ​ທີກ​ຂໍ້​ມູນ ​ແລະ ​ຫນ່ວຍ​ຄວາມ​ຈຳ​ຕ່າງ​ໆ​ ຈະ​ບອກ​ຫນ່ວຍ​ເປັນ​ ກິ​ໂລ​ໄບ​ຕ໌​(KB) ເມ​ກະ​ໄບ​ຕ໌​(MB) ກິ​ກະ​ໄບ​ຕ໌​(GB) ແລະ ​ເທຣະ​ໄບ​ຕ໌​(TB) ຊຶ່ງ​ແຕ່​ລະ​ຫນ່ວຍ​ຈະ​ມີ​ຄ່າ​ຕົວ​ຄູນ​ຕ່າງ​ກັນ​ 1024  ແຕ່ຄົນ​ທົ່ວ​ໄປ​ມັກ​ຈະ​ປະ​ມານ​ຄ່າ​ຕົວ​ຄູນ​ເປັນ​ 1000 ເພື່ອ​ຄວາມສະດວກ​ໃນ​ການ​ຄຳ​ນວນ​ຊຶ່ງ​ກົງ​ກັບ​ຊື່​ຫນ່ວຍ​ທີ່​ໃຊ້​ຈິງ​ທີ່​ເປັນ​ເລກ​ຖານ​ສິບ ​ເຊັ່ນ​: ກິ​ໂລ​ ໃຊ້​ຕົວ​ຄູນ​ 103  ເປັນ​ຕົ້ນ.​ ດັ່ງ​ນັ້ນ, ​ເພື່ອ​ບໍ່​ໃຫ້​ເກີດ​ຄວາມ​ສັບ​ສົນ​ ທາງເວັຟຂອງພວກເຮົາຈຶ່ງ​ໄດ້​ກຳນົດ​ຫນ່ວຍ​ສຳລັບ​ຕົວ​ຄູນ​ລະບົບ​ຖານ​ສອງ​ຂຶ້ນ​ເຊັ່ນ​: ກິ​ໂລ​ໄບ​ຕ໌(KB) ເປັນ​ ກິ​ບິ​ໄບ​ຕ໌​(KiB) ໃຊ້​ຕົວ​ຄູນ​ 210



ຊື່​ຫນ່ວຍ​
ຕົວ​ຫຍໍ້​
ຕົວ​ຄູນ​
ຊື່​ຫນ່ວຍ​
ຕົວ​ຫຍໍ້​
ຕົວ​ຄູນ​
ກິ​ໂລ​ໄບ​ຕ໌​
KB
103
ກິ​ບິ​ໄບ​ຕ໌​
KiB
210
ເມ​ກະ​ໄບ​ຕ໌​
MB
106
ເມ​ບິ​ໄບ​ຕ໌​
MiB
220
ຈິ​ກະ​ໄບ​ຕ໌​
GB
109
ຈິ​ບິ​ໄບ​ຕ໌​
GiB
230
ເທຣະ​ໄບ​ຕ໌​
TB
1012
ເທ​ບິ​ໄບ​ຕ໌​
TiB
240
ເພ​ຕະ​ໄບ​ຕ໌​
PB
1015
ເພ​ບິ​ໄບ​ຕ໌​
PiB
250
ເອກ​ຊະ​ໄບ​ຕ໌​
EB
1018
ເອກ​ຊ໌​ບິ​ໄບ​ຕ໌​
EiB
260
ເຊດ​ຕະ​ໄບ​ຕ໌​
ZB
1021



ຍອດ​ຕະ​ໄບ​ຕ໌​
YB
1024



       
ສະຫລຸບ​:
        ຫນ່ວຍ​ທີ່​ນ້ອຍ​ທີ່ສຸດ​ຂອງ​ລະບົບ​ຄອມພິວເຕີ​ຄື​ ບິດ​ (bit) ແລະ​ ຫນ່ວຍ​ທີ່​ນ້ອຍ​ທີ່ສຸດ​ຂອງ​ລະບົບ​ຂໍ້​ມູນ​ຄື​ ໄບ​ຕ໌​(Byte) ໃນ​ປະຈຸບັນ​ອຸປະກອນ​ບັນ​ທຶກ​ຂໍ້​ມູນ ​ແລະ​ ຫນ່ວຍ​ຄວາມ​ຈຳ​ຕ່າງ​ໆ​ ຈະ​ໃຊ້​ຫນ່ວຍ​ຄວາມ​ຈຸ​ເປັນ​ KB, MB, GB, ແລະ​ TB ເທົ່າ​ນັ້ນ​ ສຳລັບ​ຫນ່ວຍ​ PB, EB, ZB, ແລະ ​YB ຍັງ​ບໍ່​ມີ​ອຸປະກອນ​ ຫລື ​ຫນ່ວຍ​ຄວາມ​ຈຳ​ໃດ​ສາມາດ​ເຮັດ​ຄວາມ​ຈຸ​ໄດ້​ຫລາຍ​ຂະໜາດ​ນັ້ນ​ຈຶ່ງ​ຍັງ​ບໍ່​ມີ​ການ​ໃຊ້​ໃນ​ປະຈຸບັນ​.

ไม่มีความคิดเห็น:

แสดงความคิดเห็น