ໃນວັນທີ່ລູກກັບມາ ແຕ່ເປັນວັນຂອງພໍ່ທີ່ຈາກໄປ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


26 มีนาคม 2560

ໃນວັນທີ່ລູກກັບມາ ແຕ່ເປັນວັນຂອງພໍ່ທີ່ຈາກໄປ


ເລື່ອງສັ້ນ 

ໃນວັນທີ່ລູກກັບມາ ແຕ່ເປັນວັນຂອງພໍ່ທີ່ຈາກໄປ...

 

ບົດຄວາມເລື່ອງນີ້ ໄດ້ຮັບການແປ ມາຈາກພາສາໄທ ແລະ ຮຽບຮຽງຄືນໃໝ່ ເພື່ອເຮັດໃຫ້ເນື້ອຄວາມສົມບູນ ແລະ ເໝາະສົມກັບພາສາ ໃຫ້ດີຂື້ນກວ່າເກົ່າ.

"ບໍ່ວ່າໃຜ ກ່ອນຈະເຮັດຫຍັງຄວນຈະຄິດກ່ອນທຸກຄັ້ງ..."

ຍ້ອນພໍ່ຕົບໜ້າດ້ວຍຄວາມຢາກຮ້າຍ ລູກກໍເລີຍຫາຍໄປ 13 ປີ ຈົນຮອດວັນນີ້ ເຂົາກັບມາອີກຄັ້ງ ແຕ່ທຸກຢ່າງກໍປ່ຽນໄປ...




(ເປັນພຽງຮູບພາບປະກອບ)
    
    13 ປີກ່ອນ ໃນໝູ່ບ້ານມີເດັກຜູ້ຊາຍໄວລຸ້ນຄົນໜຶ່ງ ຊື່ວ່າ: ຫລິນທົງ ປີນັ້ນເຂົາຮຽນຈົບ ມ.ຕົ້ນ ພໍ່ຂອງລາວຢາກໃຫ້ຮຽນຕໍ່ ມ.ປາຍ ແລະ ຕໍ່ມະຫາວິທະຍາໄລ ແຕ່ລາວບໍ່ຢາກຮຽນ ພໍ່ຢາກຮ້າຍແຮງກໍເລີຍຕົບໜ້າລາວໄປເທື່ອໜຶ່ງ ແລ້ວຂູ່ວ່າ: ຖ້າບໍ່ຮຽນກໍອອກໄປເລີຍ

      ລາວກໍຮ້ອງໄົຫ້ ເບີ່ງພໍ່ດ້ວຍດວງຕາແດງກໍ່າ ແລ້ວເວົ້າວ່າ: ໄປກະໄປ ແລ້ວພໍ່ຢ່າມາເສຍໃຈທີຫຼັງເລີ! ພໍແຕ່ເວົ້າຈົບແລ້ວ ລາວກໍເລີຍອອກຈາກບ້ານໄປ ໂດຍບໍ່ຟັງສຽງແມ່ທີ່ຮ້ອງຫ້າມຢູ່ເບື້ອງຫຼັງ

      ໃນຂະນະນັ້ນ, ຂ້າງນອກຝົນກໍາລັງຕົກໜັກ ຫຼັງຈາກລູກຊາຍອອກຈາກບ້ານໄປ ພໍ່ຂອງລາວກໍເສຍໃຈທີ່ໄດ້ກະທໍາກັບລູກໄປດ້ວຍຄວາມຢາກຮ້າຍ ແຕ່ກໍຄິດໃນໃຈວ່າອີກຈັກໜ່ອຍລູກຂອງເຮົາກໍກັບມາເອງ ເຂົານັ່ງລໍຖ້າຢູ່ທີ່ນັ້ນຕະຫຼອດຄືນ ຈົນເກືອບຮຸ່ງເຊົ້າ ພໍ່ທົນບໍ່ໄຫວກໍ່ເລີຍອອກໄປຕາມຫາລາວ ແຕ່ບໍ່ພຽງຫາລູກຊາຍບໍ່ພໍ້ ເຂົາຍັງລົ້ມລົງຈົນຂາຫັກ ຕ້ອງນອນໂຮງໝໍ

      ລະຫວ່າງທີ່ນອນຮັກສາຕົວຢູ່ ກໍຄິດຮອດແຕ່ລູກຊາຍສຸດທີ່ຮັກຂອງຕົນ ແຕ່ກໍບໍ່ໄດ້ຂ່າວຄາວຫຍັງເລີຍ ເຂົາທົນບໍ່ໄຫວຍັງບໍ່ທັນຫາຍດີເທື່ອ ກໍອອກໄປຕາມຫາລູກຊາຍອີກເທື່ອໜຶ່ງ ແລະ ກໍໄດ້ເກີດອຸປະຕິເຫດອີກຄັ້ງ ຈົນເຮັດໃຫ້ລາວຍ່າງບໍ່ໄດ້ອີກຕໍ່ໄປ  

      13 ປີຕໍ່ມາ ໃນວັນຝົນຕົກອີກຄັ້ງ ໄດ້ມີລົດຫລູຂັບເຂົ້າມາໃນໝູ່ບ້ານ ເຂົ້າໄປທີ່ບ້ານຂອງຕະກູນຫລິນ ຕົ້ນໄມ້ທຸກຕົ້ນຍັງຄົງຢູ່ທີ່ເດີມ ຊາຍໜຸ່ມແປກໜ້າຄົນໜຶ່ງ ໄດ້ລົງຈາກລົດມາ ເຂົາກໍຄື ຫຼິນທົງ

 

(ເປັນພຽງຮູບພາບປະກອບເທົ່ານັ້ນ)

ເດັກໜຸ່ມທີ່ໜີອອກຈາກບ້ານໄປເມື່ອ 13 ປີທີ່ແລ້ວ ສິບສາມປີເຕັມໆ ທີ່ລາວປາກກັດຕີນຖີບໃຊ້ທັງແຮງງານ ແລະ ມັນສະໝອງຂອງຕົນເອງ ຈົນໄດ້ກາຍເປັນເສດຖີຜູ້ຮັ່ງມີ 13 ປີມານີ້ ລາວບໍ່ເຄີຍຕິດຕໍ່ໄປຫາຄອບຄົວເລີຍ ຈົນເຖິງວັນນີ້ ລາວປະສົບຜົນສໍາເລັດ ເອົາເງີນສົດເປັນຟ່ອນມາໃຫ້ພໍ່ເບິ່ງ ລາວຫາເງີນໄດ້ຢ່າງຫຼວງຫຼາຍ ພໍ່ອາດຈະບໍ່ເຄີຍເຫັນເງີນຈໍານວນຫຼາຍນີ້ມາກ່ອນໃນຊີວິດກໍ່ວ່າໄດ້ ລາວພຽງຕ້ອງການໃຫ້ພໍ່ຮູ້ວ່າ ບໍ່ຕ້ອງຮຽນໜັງສຶກໍປະສົບຜົນສໍາເລັດໄດ້

ພໍແຕ່ລາວກ້າວຂາຍ່າງເຂົ້າໄປປະຕູ ແມ່ຂອງລາວນັ່ງຢູ່ຂ້າງໃນ ພາບທີ່ເຫັນເຮັດໃຫ້ນ້ໍາຕາຕົກລົງສູ່ພື້ນຢຶນນິ້ງຢູ່ທີ່ປະຕູ ໃນຂະນະນັ້ນເອງ,​ ແມ່ຂອງລາວໄດ້ຍິນສຽງ ກໍຖາມໄປວ່າ: ໃຜນີ້? ຫລິນທົງຮູ້ສຶກຈຸກໃນລໍາຄໍ ຄ່ອຍໆບອກແມ່ວ່າ: ແມ່ເອີຍ! ລູກກັບມາແລ້ວ ພໍແຕ່ໄດ້ຍິນສຽງລາວເວົ້າ ກໍເຮັດໃຫ້ນ້ໍາຕາຂອງແມ່ໄຫລອອກມາອາບສອງຂ້າງແກ້ມ ພ້ອມຍົກມືຂື້ນໂບກບໍ່ຮູ້ທິດ ແລ້ວເວົ້າວ່າ: ທົງລູກແມ່ ແມ່ນເຈົ້າອະຫລີບໍ?

ລາວຍ່າງເຂົ້າໄປໄກ້ໆແມ່ ພ້ອມກັບຈັບມືແມ່ໄວ້ ແລ້ວເວົ້າວ່າ: ແມ່ ລູກເອງ ລູກຂອງແມ່ຫັ້ນເດ ບໍ່ຈື່ລູກບໍ? ຕາແມ່ເປັນຫຍັງ?  ແມ່ຂອງລາວມືສັ່ນ ຄ່ອຍໆຍົກມື້ຂື້ນມາປະຄອງໜ້າຂອງລາວ ແລ້ວເວົ້າວ່າ: ລູກເອີຍ! ແມ່ຕາບອດແລ້ວ ຫຼັງຈາກທີ່ລູກຫາຍໄປ ແມ່ກໍຮ້ອງໃຫ້ທຸກວັນ ຮ້ອງຈົນໃນທີ່ສຸດກໍເບິ່ງບໍ່ເຫັນເຈົ້າກັບມາອີກຕໍ່ໄປ

    ລາວກອດແມ່ເນັ້ນໄວ້ທີ່ຫນ້າເອິກ ນໍ້າຕາໄດ້ໄຫລລັ່ງລົງມາໃສ່ເສື້ອຂາດໆຂອງແມ່ ທີ່ລາວໄດ້ຊື້ໄວ້ເປັນຂອງຂວັນໄດ້ຫລາຍປີແລ້ວ ລາວກໍຄ່ອຍໆເຮັດສຽງໃຫ້ເປັນປົກກະຕິ ແລ້ວກໍຖາມເຖິງພໍ່ໄປວ່າ: ພໍ່ເດແມ່... ພໍ່ຍັງຢາກຮ້າຍລູກຢູ່ບໍ? ໃນເວລານັ້ນເອງ,​ແມ່ຂອງລາວໄດ້ເວົ້າວ່າ: ລູກເອີຍ! ພໍ່ໄດ້ຈາກໄປແລ້ວ... ຫລັງຈາກທີ່ລູກຫາຍໄປ ພໍ່ກໍຂາຫັກຈົນຍ່າງບໍ່ໄດ້ອີກ ທຸກໆວັນ ໄດ້ແຕ່ມານັ່ງລໍຖ້າລູກໃຕ້ຕົ້ນໄມ້ໜ້າບ້ານ ຮ່າງກາຍຂອງພໍ່ອ່ອນແອລົງທຸກໆວັນ ພໍ່ລໍຖ້າຢູ່ 12 ປີເຕັມໆ ແຕ່ກໍບໍ່ເຄີຍໄດ້ຂ່າວຄາວຂອງລູກອິກເລີຍ ໃນທີ່ສຸດພໍ່ກໍຈາກໂລກນີ້ໄປ... ຄໍາເວົ້າຂອງແມ່ ເຮັດໃຫ້ລາວບໍ່ຢາກເຊື່ອໃນເລື່ອງທີ່ເກີດຂື້ນເລີຍ ແລະ ແມ່ກໍເວົ້າຕໍ່ໄປອີກວ່າ: ກ່ອນພໍ່ຈະຈາກໄປນັ້ນ ພໍ່ຂອງເຈົ້າໄດ້ຝາກໃຫ້ແມ່ບອກກັບລູກວ່າ: ທີ່ຮັກເອີຍ! ຂ້ອຍບໍ່ໄຫວແລ້ວ ຖ້າວັນໜຶ່ງທີ່ລູກຂອງເຮົາໄດ້ກັບມາ ຂໍຈົ່ງຊ່ວຍບອກກັບເຂົາວ່າ ຂ້ອຍຂໍໂທດ ຂ້ອຍບໍ່ຄວນຕົບໜ້າເຂົາ ຂໍໃຫ້ເຂົາຍົກໂທດໃຫ້ພໍ່ດ້ວຍ

      ພໍແຕ່ຟັງແມ່ເວົ້າຈົບເທົ່ານັ້ນແລ້ວ, ລາວກໍໝອບລົງກັບພື້ນ ນໍ້າຕາໄຫລອອກມາຢ່າງບໍ່ຢຸດ ແລ້ວເວົ້າວ່າ: ພໍ່ ລູກບໍ່ດີເອງ…” 😭😭😭

 



ไม่มีความคิดเห็น:

แสดงความคิดเห็น