ທັມມະ ແປວ່າ ສະພາບທັມທີ່ມີຈິງທັງຫມົດ ຫລື ທັມມະ ແປວ່າ ຊົງໄວ້ເຊິ່ງລັກສະນະຂອງຕົນ ໝາຍຄວາມວ່າ ທັມມະ ຝ່າຍດີ ກໍຊົງຄວາມດີໄວ້ ເຊັ່ນ: ຖ້າໃຜເຮັດຄວາມດີຂັ້ນ ກາມາວະຈອນ, ຣູປາວະຈອນ, ອະຣູປາວະຈອນ, ໂລກຸຕຕະຣະ, ທັມມ໌ ກໍຊົງຄວາມດີນັ້ນໆ ໄວ້ຢ່າງຍຸຕິທັມສະເໝີ ທັມຝ່າຍຊົ່ວກໍຊົງຄວາມຊົ່ວໄວ້ ເຊັ່ນ: ຖ້າໃຜເຮັດທຸຈຣິຕ ທາງກາຍ ວາຈາ ແລະ ໃຈ ທັງກໍຊົງຄວາມຊົ່ວນັ້ນໆ ໄວ້ຢ່າງຍຸຕິທັມເຊັ່ນກັນ. ທັມມ໌ ແປວ່າ ສະພາວະເປັນກາງ ເປັນທໍາມະຊາດ ຊົງໄວ້ເຊິ່ງຄວາມເປັນກາງ ບໍ່ເຂົ້າຂ້າງໃຜ ໃຜເຮັດດີ ຜົນຂອງການກະທໍາດີນັ້ນ ກໍຕອບສະໜອງໄປໃນທາງທີ່ດີ ໃຜເຮັດຊົ່ວ ຜົນຂອງຄວາມຊົ່ວກໍຕອບສະໜອງໄປໃນທາງທີ່ຊົ່ວ ຕາມອໍານາດຂອງການກະທໍາ ສິ່ງໃດໜັກກ່ອນ ສິ່ງນັ້ນກໍຈະໃຫ້ຜົນກ່ອນ.
☛ ທັມມ໌ 3 ຄື :
ປະຣິຍັຕສັທທັມ,
ປະຕິປັຕຕິສັທທັມ ແລະ ປະຕິເວທສັທທັມ.
☛ ທັມມ໌ 3 ຄື :
ກຸສະລະທັມ, ອະກຸສະລະທັມ ແລະ ອັພຍາກະຕະທັມ.
☛ ທັມມ໌ 4 ຄື:
ເທສນາ, ອະນຸສາສະນີ,
ພຣະສູຕຣ໌, ພຣະອະພິທັມ.
ທັມມະ ມີຄວາມໝາຍງ່າຍ
ແລະ ຍາກ ສໍາລັບຜູ້ບໍ່ເຂົ້າໃຈ. ບາງຄັ້ງພຣະສົງບອກວ່າ ທັມມະ ຄື
ທໍາມະຊາດ
ເວົ້າສ່ໍານີ້ກໍຍັງບໍ່ທັນເຂົ້າໃຈຕ້ອງໄດ້ອະທິບາຍໄປຫຼາຍແງ່ມຸມອີກ
ອະທິບາຍແລ້ວຍັງເຂົ້າໃຈຜິດຢູ່ກໍມີ.
ທັມມະ ຄື ທໍາມະຊາດແນວໃດ? ບາງຄົນອາດຈະເຂົ້າໃຈວ່າ ອາດຈະແມ່ນຕົ້ນໄມ້ພູເຂົາ
ທີ່ສວຍສົດງົດງາມ ມີຕາເວັນ ດວງຈັນ ດວງດາວເປັນຕົ້ນ...ອັນນັ້ນກໍແມ່ນ ແຕ່ຍັງບໍ່ທັນເຂົ້າໃຈແທ້. ຖ້າຈະໃຫ້ໃສ່ຄວາມໝາຍທາງຄໍາສັບ ຕາມພາສາທາງທັມ ເພິ່ນຈະບອກວ່າ ທໍາມະຊາດ ທີ່ເປັນພູຜາປ່າດົງ
ຕົ້ນໄມ້ນັ້ນ ເພິ່ນເອີ້ນວ່າ: ສັງຂາຣ ທີ່ບໍ່ມີໃຈຄອງ ຄື
ບໍ່ມີຈິຕ ບໍ່ມີໃຈ ເປັນຮູບເປັນຮ່າງຂື້ນມາ ມັນມີແຕ່ ຣູປຂັນທ໌ ແຕ່ບໍ່ມີນາມຂັນທ໌ ຄື
ບໍ່ມີໃຈ ບໍ່ມີຄວາມຮັບຮູ້ອາຣົມເປັນຕົ້ນ.
ຖ້າເວົ້າເຖິງຄົນ
ເພິ່ນຈະໃສ່ຊື່ໃຫ້ວ່າ ສິ່ງທີ່ປະກອບກັນເຂົ້າດ້ວຍ ທາດສີ່ ຄື: ດິນ, ນ້ໍາ, ລົມ,ໄຟ ຖ້າຈະເພິ່ມເຂົ້າອີກ ກໍເປັນທາດຫົກ ຄື: ມີ ອາກາສາທາດ
ແລະ ວິນຍານທາດເຂົ້າໄປອີກ, ບວກກັບ ຂັນທ໌ 5 ແລະ
ມີເຄື່ອງຮັບເຄື່ອງສົ່ງ ຄື ອາຍະຕະນະພາຍໃນ ແລະ
ພາຍນອກເອີ້ນວ່າ: ອາຍະຕະນະ 12 ຄື: ມີ ຕາ, ຫູ, ດັງ, ລີ້ນ, ກາຍ ແລະ ໃຈເປັນສິ່ງກະທົບກັບ ຮູບ, ສຽງ, ກິ່ນ, ຣົສ, ໂຜດຖັບພະ
ແລະ ທັມມາຣົມ ແລະ ຫຼາຍຢ່າງລວມລົງແລ້ວ ມີແຕ່ ຣູປທັມ ແລະ ນາມທັມ.
ຖ້າຈະເວົ້າໃຫ້ເຂົ້າໃຈແບບງ່າຍແນ່ຈັກໜ່ອຍ
ຄໍາວ່າ ທັມມະ ຄື: ທໍາມະຊາດ ນັ້ນ
ຍ້ອນທຸກຢ່າງມັນເປັນໄປຕາມກົດເກນຂອງທໍາມະຊາດ ເຊັ່ນ : ຮູບ ມີລັກສະນະ ແຕກດັບ ປ່ຽນແປງ ໄປຕາມກົດເກນຂອງໄຕລັກ ເຊັ່ນ: ຄົນບໍ່ໄດ້ກິນເຂົ້າ ກໍຫິວ,
ຢູ່ໃນອາກາດໜາວ ກໍໜາວ ຢູ່ໃນອາກາດຮ້ອນຫຼາຍ ກໍຢູ່ບໍ່ໄດ້ ຍ້ອນຫຍັງ?
ຍ້ອນມັນປະກອບດ້ວຍສິ່ງທີ່ເປັນທໍາມະຊາດ ຄື ທາດສີ່ ດັ່ງທີ່ກ່າວມາ ອັນນີ້ເພິ່ນກໍເອີ້ນວ່າ:
ທັມມະເຊັ່ນກັນ.
ທັມມະນັ້ນ ບໍ່ວ່າ ຄົນຈະເຂົ້າໃຈ ຫຼື ບໍ່ເຂົ້າໃຈ ມັນກໍ່ຍັງເປັນທັມມະ ເຊັ່ນກັນ. ທໍາມະຊາດຂອງຄວາມບໍ່ເຂົ້າໃຈ ເພິ່ນເອີ້ນວ່າ: ໂງ່ ຕາມສັບວິຊາການ ເພິ່ນເອີ້ນວ່າ ອະວິຊຊາ
ຖ້າເຂົ້າໃຈດີ ເພິ່ນເອີ້ນວ່າ ເປັນຜູ້ມີປັນຍາ
ທັງອະວິຊຊາ ແລະ
ປັນຍາ ກໍແມ່ນສະພາວະຂອງທັມມະອີກ.
ຄົນຂີ້ເຫຼົ້າ ຫຼົງລືມສະຕິ ກໍເປັນອົງປະກອບຂອງທັມມະອີກ ຄື ເປັນທັມມະທີ່ເປັນຝ່າຍອະກຸສົລ(ຝ່າຍບໍ່ດີ ຝ່າຍບໍ່ສະຫຼາດ). ຄົນທີ່ເປັນບັນດິດ ສ້າງແຕ່ຄວາມດີ ກໍເປັນອົງປະກອບຂອງທັມມະອີກ ຄື ສ້າງແຕ່ກັມ ແລະ ທັມທີ່ເປັນຝ່າຍກຸສົລ
(ຝ່າຍດີ ຝ່າຍສະຫຼາດ ກໍ່ໃຫ້ເກີດຄວາມຈະເລີນ),
ເພາະສະນັ້ນແລ້ວ, ທັມມະ
ຈິ່ງໝາຍເຖິງສິ່ງທັງປວງ ທີ່ປະຕິສໍາພັນກັນ ແລະ ບໍ່ປະຕິສໍາພັນກັນ.
ທັມມະໃດ
ທີ່ບຸກຄົນປະຕິບັດດີແລ້ວ ຫຼື ຄວາມດີໃດທີ່ບຸກຄົນເຮັດດີແລ້ວ
ຈະເປັນທີ່ເພິ່ງແກ່ບຸກຄົນນັ້ນ,
ເໝືອນທີ່ພຸດທະອົງບອກວ່າ: ທັມມະ
ຍ່ອມຮັກສາຜູ້ປະພຶດທັມ ຍ້ອນຜູ້ປະພຶດດີ ມີຄວາມດີທີ່ຕົນເອງເຮັດດີແລ້ວເປັນທີ່ເພິ່ງ ຈິ່ງສົມແລ້ວກັບຄໍາທີ່ວ່າ
ຕົນເປັນທີ່ເພິ່ງແຫ່ງຕົນ ຍ້ອນຕົນປະຕິບັດດີແລ້ວນັ້ນເອງ.