ເຄືອຂ່າຍຄອມພິວເຕີ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


23 พฤษภาคม 2560

ເຄືອຂ່າຍຄອມພິວເຕີ



1.  ຄວາມໝາຍເຄືອຂ່າຍຄອມພິວເຕີ
       ເຄືອ​ຂ່າຍ​ຄອມພິວເຕີ​  (Computer Network)  ຄື​ ລະບົບ​ທີ່​ມີ​ຄອມພິວເຕີ​ຢ່າງ​ນ້ອຍ​ສອງ​ເຄື່ອງ​ເຊື່ອມ​ຕໍ່​ກັນ​ໂດຍ​ໃຊ້​ສື່​ກາງ​ ແລະ​ ສາມາດ​ສື່​ສານ​ຂໍ້​ມູນ​ກັນ​ໄດ້​ຢ່າງ​ມີປະ​ສິດ​ທິ​ພາບ​ ຊຶ່ງ​ເຮັດໃຫ້​ຜູ້​ໃຊ້​ຄອມພິວເຕີ​ແຕ່​ລະ​ເຄື່ອງ​ສາມາດ​ແລກ​ປ່ຽນ​ຂໍ້​ມູນ​ຊຶ່ງ​ກັນ​ ແລະ ​ກັນ​ໄດ້​  ນອກ​ຈາກ​ນີ້​ຍັງ​ສາມາດ​ໃຊ້​ຊັບພະຍາກ​ອນທີ່​ມີ​ຢູ່ໃນ​ເຄືອ​ຂ່າຍ​ຮ່ວມ​ກັນ​ໄດ້​ ເຊັ່ນ:​ ເຄື່ອງ​ພິມ,​ ສ​ະແກນ​ເນີ​ຣ໌,​ ຮາ​ດ​ດິດ​ກ໌​ ເປັນ​ຕົ້ນ.​  ການ​ໃຊ້​ຊັບ​ພະຍາກອນເຫຼົ່າ​ນີ້​ຜ່ານ​ເຄືອ​ຂ່າຍ​ຄອມພິວເຕີ​ ຊ່ວຍ​ໃຫ້​ປະ​ຢັດ​ຄ່າ​ໃຊ້​ຈ່າຍ​ໄດ້​ຫລາຍ​  ເມື່ອ​ມີ​ການ​ເຊື່ອມ​ຕໍ່​ກັບ​ເຄືອ​ຂ່າຍ​ອື່ນ​ໆ​ ທີ່​ຢູ່​ຫ່າງ​ໄກລ​ ເຊັ່ນ:​ ລະ​ບົບ​ອິນ​ເຕີ​ຣ໌​ເນັດ​ ຊຶ່ງ​ເປັນ​ເຄືອ​ຂ່າຍ​ທີ່​ເຊື່ອມ​ຕໍ່​ຄອມພິວເຕີ​ທົ່ວ​ໂລກ​  ກໍ​ເຮັດໃຫ້​ສາມາດ​ແລກ​ປ່ຽນ​ຂໍ້​ມູນ​ ຂ່າວ​ສານ​ ໄດ້​ກັບ​ຄົນ​ທັ່ວ​ໂລກ​ ໂດຍ​ໃຊ້​ແອບ​ພລິ​ເຄ​ຊັ່ນ​ ເຊັ່ນ​ ເວັບ​ ອີ​ເມລ​ ເປັນ​ຕົ້ນ​.

      ກາ​ນ​ສ້າງ​ເຄືອ​ຂ່າຍ​ຄອມພິວເຕີ ​ທີ່​ມາ​ຈາກ​ຜູ້​ທີ່​ຕ້ອງ​ການ​ແລກ​ປ່ຽນ​ຂໍ້​ມູ​ນທີ່ມີປະ​ສິດ​ທິ​ພາບ​ ແລະ​ວ່ອງໄວ​ ຄອມພິວເຕີ​ນັ້ນ​ ເປັນ​ອຸປະກອນ​ທີ່​ມີ​ຄວາມ​ສາມາດ​ໃນ​ການ​ປະ​ມວນ​ຂໍ້​ມູນ​ໃນ​ປະລິມານ​ຫລາຍ​ໄດ້​ຢ່າງ​ວ່ອງໄວ​ ແຕ່​ມີ​ຂໍ້​ເສຍ​ຄື​ ຜູ້​ໃຊ້​ບໍ່​ສາມາດ​ແຊ​ຣ໌​ຂໍ້​ມູນ​ກັບ​ຄົນ​ອື່ນ​ໆ​ໄດ້​ ດັ່ງ​ນັ້ນ​, ກ່ອນ​ມີ​ການສ້າງ​ເຄືອ​ຂ່າຍ​ຄອມພິວເຕີ​ ຜູ້​ໃຊ້​ຈະ​ແລກ​ປ່ຽນ​ຂໍ້​ມູນ​ກັນ​ໂດຍ​ການ​ ພິມ ​(print) ຂໍ້​ມູນ​ອອກ​ມາ​ເປັນ​ເອກະສານ​ກ່ອນ​ແລ້ວ​ຄ່ອຍ​ນຳ​ໄປ​ໃຫ້​ຜູ້​ໃຊ້​ທີ່​ຕ້ອງ​ການ​ໃຊ້​ ຫລື ​ແກ້​ໄຂ​ຂໍ້​ມູນ​ອີກ​ຄົນ​ໜຶ່ງ​ ຊຶ່ງ​ເຮັດໃຫ້​ເສຍ​ເວລາ ​ແລະ ​ເປັນ​ວິທີ​ທີ່​ຫຍຸ້ງ​ຍາກ​ຫລາຍ​ເມື່ອ​ປຽບທຽບ​ກັບ​ປະຈຸບັນ​ທີ່​ມີ​ການ​ໃຊ້​ເຄືອ​ຂ່າຍ​ຄອມພິວເຕີ​ແລ້ວ.​ 


       ການເຮັດ​ສຳ​ເນົາ ​(copy) ຫລື​ ບັນ​ທຶກ​ (save) ຂໍ້​ມູນ​ລົງ​ໃນ​ແຜ່ນ​ດິດ​ກ໌ ​(floppy disk) ແລ້ວ​ສົ່ງ​ໃຫ້​ຄົນ​ອື່ນ​ກໍ​ເປັນ​ອີກ​ວິທີ​ໜຶ່ງ​ທີ່​ນິຍົມ​ໃຊ້​ກັນ​ກ່ອນທີ່ຈະ​ມີ​ການສ້າງ​ເຄືອ​ຂ່າຍ​ຄອມພິວເຕີ​ ແລະ ​ນັບ​ວ່າ​ເປັນ​ວິທີ​ທີ່​ເສຍ​ເວລາ​ ແລະ ​ຫຍຸ້ງ​ຍາກ​ນ້ອຍ​ກວ່າ​ການ​ສົ່ງ​ເປັນ​ແຜ່ນ​ເຈ້ຍ​ ເນື່ອງ​ຈາກ​ບໍ່​ຕ້ອງ​ເສຍ​ເວລາ​ໃນ​ການ​ແປງ​ຂໍ້​ມູນ​ ເພາະ​ຄອມພິວເຕີ​ສາມາດ​ອ່ານ​ຂໍ້​ມູນ​ໃນ​ແຜ່ນ​ດິດ​ກ໌​ໄດ້​ເລຍ​ ການ​ໃຊ້​ຄອມພິວເຕີ​ລັກສະນະ​ນີ້​ເອີ້ນວ່າ:​ sneakernet ຫລື​ ເຄືອ​ຂ່າຍ​ຄອມພິວເຕີ​ທີ່​ມີກ​ນ​ເປັນ​ສື່​ຮັບ​ສົ່ງ​ຂໍ້​ມູນ​ ການ​ໃຊ້​ເຄືອ​ຂ່າຍ​ແບບ​ sneakernet ນີ້​ ຖື​ວ່າ​ຍັງ​ຊ້າ​ຫລາຍ​ເມື່ອ​ທຽບ​ກັບ​ຄວາມ​ໄວ​ຂອງ​ຄອມພິວເຕີ​ ເຖິງຢ່າງໃດ​ກໍ​ຕາມ​ໃນ​ປະຈຸບັນ​ການ​ໃຊ້​ຄອມພິວເຕີ​ລັກສະນະ​ນີ້ ​ກໍ​ຍັງມີ​ການ​ໃຊ້​ກັນ​ຢູ່​ດ້ວຍ​ໃນ​ອົງ​ກອນ​ທີ່​ບໍ່​ມີ​ລະບົບ​ເຄືອ​ຂ່າຍ​ຄອມພິວເຕີ​.

       ການ​ໃຊ້​ເຄືອ​ຂ່າຍ​ຄອມພິວເຕີ​ທີ່​ເຊື່ອມ​ຕໍ່​ຄອມພິວເຕີ​ກັນ​ໂດຍ​ສາຍ​ສັນຍາ​ນ​ ການ​ຖ່າຍ​ໂອນ​ຂໍ້​ມູນ​ລະຫວ່າງ​ເຄື່ອງ​ຈະ​ໄວ​ຫລາຍ​ເນື່ອງ​ຈາກ​ການເດິນທາງ​ຂອງ​ຂໍ້​ມູນ​ຜ່ານ​ສາຍ​ສັນຍາ​ນ​ນີ້​ ຈະ​ມີ​ຄວາມ​ໄວ​ເກືອບ​ເທົ່າ​ຄວາມ​ໄວ​ແສງ​ ເພາະ​ສະ​ນັ້ນ​ເຖິງ​ແມ່ນ​ວ່າ​ຜູ້​ໃຊ້​ຄອມພິວເຕີ​ຈະ​ຢູ່​ຫ່າງ​ກັນ​ພຽງໃດ​ ການ​ແລກ​ປ່ຽນ​ຂໍ້​ມູນ​ກໍ​ຈະ​ໄວ​ກວ່າ​ການ​ໃຊ້​ແຜ່ນ​ດິດ​ກ໌​ຫລາຍ​ ເຄືອ​ຂ່າຍ​ແບບ​ນີ້​ເຮັດໃຫ້​ຜູ້​ໃຊ້​ສາມາດ​ແຊ​ຣ໌​ຂໍ້​ມູນ​ໄດ້​ຢ່າງ​ວ່ອງໄວ ​ແລະ​ ມີປະ​ສິດ​ທິ​ພາບ​


2. ອົງ​ຄ໌​ປະກອບ​ພື້ນ​ຖານ​ຂອງ​ເຄືອ​ຂ່າຍ​ຄອມພິວເຕີ​

   
    - ຄອມພິວເຕີ​ຢ່າງ​ນ້ອຍ​ 2 ເຄື່ອງ​
    - ເນັດ​ເ​ວິ​ກ​ກາ​ດ ​(NIC : Network Interface Card)
    - ສາຍ​ສັນຍາ​ນ  ​ແລະ ​ອຸປະກອນ​ຮັບ​ສົ່ງ​ຂໍ້​ມູນ​ ເຊັ່ນ​ ເຣົາ​ເຕີ​ຣ໌​, ເກດ​ເວ​ຢ໌​ ເປັນ​ຕົ້ນ​
    - ໂປຣ​ໂຕຄອນ ​(Protocol) ຫລື​ ພາສາ​ທີ່​ຄອມພິວເຕີ​ໃຊ້​ສື່​ສານ​ຜ່ານ​ເຄືອ​ຂ່າຍ​ຄອມພິວເຕີ​
    - ລະບົບ​ປະຕິບັດການ​ເຄືອ​ຂ່າຍ ​(NOS : Network Operating System)


3. ປະໂຫຍດ​ຂອງ​ເຄືອ​ຂ່າຍ​ຄອມພິວເຕີ​

    - ສາມາດ​ແລກ​ປ່ຽນ​ຂໍ້​ມູນ​ໄດ້​ຢ່າງ​ວ່ອງໄວ​ແລະ​ມີປະ​ສິດ​ທິ​ພາບ​
    - ສາມາດ​ແຊ​ຣ໌​ຊອຟ​ແວ​ຣ໌ ​ແລະ ​ຮາ​ດແວ​ຣ໌​ ໄດ້​ ເຊັ່ນ:​ ເຄື່ອງ​ພິມ,​ ສ​ແກນ​ເນີ​ຣ໌,​ ຮາ​ດ​ດິດ​ກ໌​ ເປັນ​ຕົ້ນ​
    - ສາມາດ​ທັງຫມົດ​ການ​ຈັດການ​ໄວ້​ໃນ​ເຄື່ອງ​ທີ່​ເປັນ​ server
    - ສາມາດ​ໃຊ້​ຈົດຫມາຍ​ອິ​ເລັກ​ໂທ​ນິກ​ສ໌​(e-mail) ເພື່ອ​ຕິດ​ຕໍ່​ຜູ້​ທີ່​ຢູ່​ໄກ​ກັນ​ໄດ້​ຢ່າງ​ວ່ອງໄວ​
    - ການ​ສົນທະນາ​ຜ່ານ​ເຄືອ​ຂ່າຍ​(chat)
    - ການ​ປະ​ຊຸມ​ທາງ​ໄກ ​(video conference)
    - ປະ​ຢັດ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຊື້​ຊອຟ​ແວ​ຣ໌ ​ແລະ​ ຮາ​ດ​ແວ​ຣ໌​ຈຳນວນ​ຫລາຍ​ ເນື່ອງ​ຈາກ​ໃຊ້​ຮ່ວມ​ກັນ​ໄດ້​

4. ປະ​ເພດ​ຂອງ​ເຄືອ​ຂ່າຍ​ຄອມພິວເຕີ ​ມີ 3 ປະເພດ ດັ່ງລຸ່ມນີ້:
  4.1.   ລະບົບ​ເຄືອ​ຂ່າຍ​ລະ​ດັບ​ທ້ອງ​ຖິ່ນ​ LAN (Local Area Network) 

       
      ເປັນ​ລະບົບ​ເຄືອ​ຂ່າຍ​ທີ່​ໃຊ້​ງານ​ຢູ່ໃນ​ບໍລິເວນ​ທີ່​ບໍ່​ກວ້າງ​ປານໃດ​   ອາດ​ໃຊ້​ຢູ່​ພາຍ​ໃນ​ອາ​ຄານ​ດຽວ​ກັນ​ຫລື ​ອາ​ຄານ​ທີ່​ຢູ່​ໃກ້​ກັນ​ ເຊັ່ນ:​ ພາຍ​ໃນ​ມະຫາ​ວິທະຍາ​ໄລ,​ ອາ​ຄານ​ສຳ​ນັກ​ງານ​, ຄັງ​ສິນ​ຄ້າ​ ຫລື ​ໂຮງ​ງານ​ ເປັນ​ຕົ້ນ​. ການ​ສົ່ງ​ຂໍ້​ມູນ​ສາມາດ​ເຮັດ​ໄດ້​ດ້ວຍ​ຄວາມ​ໄວ​ສູງ​ ແລະ​ ມີ​ຂໍ້​ຜິດ​ພາດ​ນ້ອຍ​ ລະບົບ​ເຄືອ​ຂ່າຍ​ລະ​ດັບ​ທ້ອງ​ຖິ່ນ​ຈຶ່ງ​ຖືກ​ອອກ​ແບບ​ມາ​ໃຫ້​ຊ່ວຍ​ຫຼຸດຕົ້ນທຶນ ​ແລະ ​ເພື່ອ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ເຮັດ​ວຽກງານ​ ແລະ​ ໃຊ້​ງານ​ອຸປະກອນ​ຕ່າງ​ໆ​ ຮ່ວມ​ກັນ​.

 
4.2. ລະບົບ​ເຄືອ​ຂ່າຍ​ລະ​ດັບ​ເມືອງ​  MAN  (Metropolitan Area Network)



     ເປັນ​ລະບົບ​ເຄືອ​ຂ່າຍ​ທີ່​ມີ​ຂະໜາດ​ຢູ່​ລະຫວ່າງ ​ LAN ແລະ​ WAN ເປັນ​ລະບົບ​ເຄືອ​ຂ່າຍ​ທີ່​ໃຊ້​ພາຍ​ໃນ​ເມືອງ​ ຫລື ​ແຂວງ​ເທົ່າ​ນັ້ນ​ ການ​ເຊື່ອມ​ໂຢງ​ຈະ​ຕ້ອງ​ອາໄສ​ລະບົບ​ບໍລິການ​ເຄືອ​ຂ່າຍ​ສາທາລະນະ​ ຈຶ່ງ​ເປັນ​ເຄືອ​ຂ່າຍ​ທີ່​ໃຊ້​ກັບ​ອົງ​ຄ໌​ການ​ທີ່​ມີ​ສາ​ຂາ​ຫ່າງ​ໄກ ແລະ ​ຕ້ອງ​ການ​ເຊື່ອມ​ສາ​ຂາ​ເຫຼົ່າ​ນັ້ນ​ເຂົ້າ​ນຳກັນ​ ເຊັ່ນ​: ທະ​ນາ​ຄານ​ ເຄືອ​ຂ່າຍ​ແວນ​ເຊື່ອມ​ໂຢງ​ໄລະ​ຍະ​ໄກ​ຫລາຍ​ ຈຶ່ງ​ມີ​ຄວາມ​ໄວ​ໃນ​ການ​ສື່​ສານ​ບໍ່​ສູງ​ ເນື່ອງ​ຈາກ​ມີ​ສັນຍາ​ນ​ລົບກວນ​ໃນ​ສາຍ​ ເທັກ​ໂນ​ໂລ​ຢີ​ທີ່​ໃຊ້​ກັບ​ເຄືອ​ຂ່າຍ​ແວນ​ມີ​ຄວາມ​ຫຼາກ​ຫຼາຍ​ ມີ​ການ​ເຊື່ອມ​ໂຢງ​ລະຫວ່າງ​ປະເທດ​ດ້ວຍ​ຊ່ອງ​ສັນຍາ​ນ​ດາວ​ທຽມ​ ເສັ້ນ​ໃຍ​ນຳ​ແສງ,​ ຄື້ນ​ໄມ​ໂຄຣ​ເວ​ຟ​, ຄື້ນ​ວິທະຍຸ, ​ ສາຍ​ເຄ​ເບີນ​

 
4.3.  ລະບົບ​ເຄືອ​ຂ່າຍ​ລະ​ດັບ​ປະເທດ​ ຫລື ​ເຄືອ​ຂ່າຍ​ບໍລິເວນ​ກວ້າງ​ WAN (Wide Area Network)



       ເປັນ​ລະບົບ​ເຄືອ​ຂ່າຍ​ທີ່​ຕິດ​ຕັ້ງ​ໃຊ້​ງານ​ຢູ່ໃນ​ບໍລິເວນ​ກວ້າງ​ ເຊັ່ນ:​ ລະບົບ​ເຄືອ​ຂ່າຍ​ທີ່​ຕິດ​ຕັ້ງ​ໃຊ້​ງານ​ທົ່ວ​ໂລກ​ ເປັນ​ເຄືອ​ຂ່າຍ​ທີ່​ເຊື່ອມ​ຕໍ່​ຄອມພິວເຕີ ​ຫລື ​ອຸປະກອນ​ທີ່​ຢູ່​ຫ່າງ​ໄກ​ກັນ​ເຂົ້າ​ນຳກັນ​ ອາດຈະ​ຕ້ອງ​ເປັນ​ການ​ຕິດ​ຕໍ່​ສື່​ສານ​ກັນ​ໃນ​ລະ​ດັບ​ປະເທດ​ ຂ້າມ​ທະວີບ​ ຫລື​ ທົ່ວ​ໂລກ​ກໍ​ໄດ້​ ໃນ​ການ​ເຊື່ອມ​ການ​ຕິດ​ຕໍ່​ນັ້ນ​ ຈະ​ຕ້ອງ​ມີ​ການ​ຕໍ່​ເຂົ້າ​ກັບ​ລະບົບ​ສື່​ສານ​ຂອງ​ອົງ​ຄ໌​ການ​ໂທລະ​ສັບ​ ຫລື​ ການ​ສື່​ສານ​ແຫ່ງ​ປະເທດ​ເສຍ​ກ່ອນ​ ເພາະ​ຈະ​ເປັນ​ການ​ສົ່ງ​ຂໍ້​ມູນ​ຜ່ານ​ສາຍ​ໂທລະ​ສັບ​ໃນ​ການ​ຕິດ​ຕໍ່​ສື່​ສານ​ກັນ​ ໂດຍ​ປົກກະຕິ​ມີ​ອັດຕາ​ການ​ສົ່ງ​ຂໍ້​ມູນ​ທີ່​ຕ່ຳ​ ແລະ ​ມີ​ໂອ​ກາດ​ເກີດ​ຂໍ້​ຜິດ​ພາດ​ ການ​ສົ່ງ​ຂໍ້​ມູນ​ອາດ​ໃຊ້​ອຸປະກອນ​ໃນ​ການ​ສື່​ສານ​ ເຊັ່ນ:​ ໂມ​ເດັມ​ (Modem) ມາ​ຊ່ວຍ​.


5.    ຮູບແບບຂອງເຄືອຂ່າຍຄອມພິວເຕີ 
  ການເຊື່ອມຕໍ່ຄອມພິວເຕີ ຫຼື ອຸປະກອນຮັບສົ່ງຂໍ້ມູນ ທີ່ປະກອບກັນເປັນເຄືອຂ່າຍທີ່ມີການເຊື່ອມໂຍງເຖິງກັນ ໃນຮູບແບບຕ່າງໆ ສາມາດແບ່ງອອກຕາມລັກສະນະຂອງການເຊື່ອມຕໍ່ໄດ້ 4 ຮູບແບບຄື:
  
5.1.    ເຄືອຂ່າຍຄອມພິວເຕີ ແບບບັສ (Bus topology) ເປັນຮູບແບບທີ່ມີໂຄງສ້າງທີ່ບໍ່ຫຍຸ້ງຍາກ ສະຖານີທຸກສະຖານີໃນເຄືອຂ່າຍ ຈະເຊື່ອມຕໍ່ເຂົ້າກັບສາຍສື່ສານຫຼັກພຽງສາຍດຽວທີ່ ເອີ້ນວ່າ: ບັສ (bus) ການຈັດສົ່ງຂໍ້ມູນລົງໃນບັສ ຈຶ່ງໄປເຖິງທຸກສະຖານີໄດ້ ເຊິ່ງການຈັດສົ່ງວິທີນີ້ ຕ້ອງກໍານົດວິທີການທີ່ ຈະບໍ່ໃຫ້ທຸກສະຖານີສົ່ງຂໍ້ມູນພ້ອມກັນ ເພາະຈະເຮັດໃຫ້ເກີດການຊົນກັນຂອງຂໍ້ມູນ ໂດຍວິທີການທີ່ໃຊ້ ອາດເປັນການແບ່ງຊ່ວງເວລາ ຫຼື ໃຫ້ແຕ່ລະສະຖານີໃຊ້ຄື້ນຄວາມຖີ່ໃນການສົ່ງສັນຍານທີ່ແຕກຕ່າງກັນ ເຖິງຢ່າງໃດກໍຕາມ ເຄືອຂ່າຍແບບບັສ ບໍ່ໄດ້ຮັບຄວາມນິຍົມໃນປະຈຸບັນ ເນື່ອງຈາກວ່າ ຄວາມເສຍຫາຍທີ່ເກີດຂື້ນກັບ ບັສ ພຽງຈຸດດຽວ ກໍຈະສົ່ງຜົນໃຫ້ທຸກອຸປະກອນ ບໍ່ສາມາດສື່ສານເຖິງກັນໄດ້ເລີຍ.

↪ ຂໍ້ດີ:
·        ➲   ບໍ່ຕ້ອງເສຍຄ່າໃຊ້ຈ່າຍໃນການວາງສາຍເຄເບີ້ນ
·        ➲   ສາມາດຂະຫຍາຍລະບົບໄດ້ງ່າຍ
·        ➲  ເສຍຄ່າໃຊ້ຈ່າຍນ້ອຍ
·        ➲  ຕິດຕັ້ງລະບົບໄດ້ງ່າຍ ແລະ ສະດວກ
ຂໍ້ເສຍ:
         ➲ ອາດເກີດຂໍ້ຜິດພາດໄດ້ງ່າຍ ເນື່ອງຈາກທຸກເຄື່ອງຄອມພິວເຕີ ຕໍ່ຢູ່ເທິງສາຍສັນຍານພຽງເສັ້ນດຽວ
     ຖ້າເກີດຈຸດທີ່ເສຍຫາຍ ຈະຫາໄດ້ຍາກ 

   5.2.    ເຄືອຂ່າຍຄອມພິວເຕີ ແບບວົງແຫວນ (Ring topology) ເປັນເຄືອຂ່າຍຄອມພິວເຕີ ທີ່ເຊື່ອມຕໍ່ກັບຄອມພິວເຕີ ດ້ວຍສາຍເຄເບີ້ນຍາວເສັ້ນດຽວ ໃນລັກສະນະວົງແຫວນ ການຮັບສົ່ງຂໍ້ມູນໃນເຄືອຂ່າຍວົງແຫວນ ຈະໃຊ້ທິດທາງດຽວເທົ່ານັ້ນ ເມື່ອຄອມພິວເຕີເຄື່ອງໜຶ່ງສົ່ງຂໍ້ມູນ ມັນກໍຈະສົ່ງໄປຍັງເຄື່ອງຄອມພິວເຕີເຄື່ອງຖັດໄປ ຖ້າຂໍ້ມູນທີ່ຮັບມາບໍ່ຕົງຕາມທີ່ຄອມພິວເຕີເຄື່ອງຕົ້ນທາງບອກມັນກໍຈະສົ່ງໄປຍັງ ຄອມພິວເຕີເຄື່ອງຖັດໄປ ເຊິ່ງຈະເປັນຂັ້ນຕອນແບບນີ້ໄປເລື້ອຍໆ ຈົນກວ່າຈະເຖິງຄອມພິວເຕີປາຍທາງທີ່ຖືກບອກຕາມທີ່ຢູ່.


ຂໍ້ດີ:
      ໃຊ້ເຄເບີ້ນ ແລະ ເນື້ອທີ່ໃນການຕິດຕັ້ງນ້ອຍ
   ຄອມພິວເຕີທຸກເຄື່ອງໃນເນັດເວີກ ມີໂອກາດທີ່ຈະສົ່ງຂໍ້ມູນໄດ້ຢ່າງເທົ່າທຽມກັນ       
         ➲ ເໝາະກັບການໃຊ້ເສັ້ນໃຍນໍາແສງໃຫ້ເກີດຄວາມໄວ
ຂໍ້ເສຍ:
·        ➲   ຫາກໂໜດໃດໂໜດໜື່ງເກີດປັນຫາຂື້ນ ຈະຄົ້ນຫາໄດ້ຍາກວ່າ ວ່າຕົ້ນເຫດເກີດຢູ່ໃສ ແລະ ວົງແຫວນຈະຂາດອອກ.

5.3.    ເຄືອຂ່າຍຄອມພິວເຕີແບບດາວ (Star Network) ເປັນເຄືອຂ່າຍທີ່ເຊື່ອມຕໍ່ຄອມພິວເຕີ ເຂົ້າກັບອຸປະກອນທີ່ເປັນຈຸດສູນກາງ ຂອງເຄືອຂ່າຍ ໂດຍການນໍາສະຖານີຕ່າງໆ ມາຕໍ່ຮ່ວມກັນກັບໜ່ວຍສະຫຼັບສາຍກາງການຕິດຕໍ່ສື່ສານ ລະຫວ່າງສະຖານີຈະກະທໍາໄດ້ ດ້ວຍການ ຕິດຕໍ່ຜ່ານທາງວົງຈອນໜ່ວຍສະຫຼັບສາຍກາງ ການທໍາງານຂອງໜ່ວຍສະຫຼັບສາຍກາງຈຶ່ງເປັນ ສູນກາງຂອງການຕິດຕໍ່ ວົງການເຊື່ອມໂຍງລະຫວ່າງສະຖານີຕ່າງໆ ທີ່ຕ້ອງການຕິດຕໍ່ກັນ. 

ຂໍ້ດີ:
·        ➲  ຕິດຕັ້ງ ແລະ ດູແລຮັກສາໄດ້ງ່າຍ
·        ➲   ແມ່ນວ່າ ສາຍທີ່ເຊື່ອມຕໍ່ໄປຍັງບາງໂໜດຈະຂາດ ໂໜດທີ່ເຫຼືອຢູ່ກໍຈະຍັງສາມາດທໍາງານໄດ້
·        ➲  ການມີ Central node ຢູ່ບ່ອນກາງເປັນຕົວເຊື່ອມລະບົບ ຖ້າລະບົບເກີດທໍາງານບົກຜ່ອງເສຍຫາຍ ເຮັດໃຫ້ເຮົາຮູ້ໄດ້ທັນທີວ່າ ຈະໄປັແກ້ບັນຫາທີ່ໃດ.
ຂໍ້ເສຍ:
       ➲   ເສຍຄ່າໃຊ້ຈ່າຍຫຼາຍ ທັງໃນດ້ານຂອງເຄື່ອງທີ່ຈະເປັນ Central node ແລະ ຄ່າໃຊ້ຈ່າຍ ໃນການຕິດຕັ້ງສາຍເຄເບີ້ນໃນສະຖານີງານ
      ➲  ການຂະຫຍາຍລະບົບໃຫ້ໃຫຍ່ຂື້ນເຮັດໄດ້ຍາກ ເພາະວ່າ                                       ➲  ການຂະຫຍາຍແຕ່ລະຄັ້ງ ຈະຕ້ອງກ່ຽວຂ້ອງກັບໂໜດອື່ນໆ ທັງໝົດຂອງລະບົບ
ຖ້າເຄື່ອງທີ່ເປັນສູນກາງເສຍ ເຮັດໃຫ້ທັງໝົດຂອງເຄືອຂ່າຍ ບໍ່ສາມາດທໍາງານໄດ້.

5.4.    ເຄືອຂ່າຍແບບຜະສົມ (Hybrid Topology) ເປັນເຄືອຂ່າຍທີ່ຜະສົມຜະສານກັນທັງແບບດາວ, ວົງແຫວນ ແລະ ບັສ ເຊັ່ນ: ວິທະຍາເຂດຂະໜາດນ້ອຍທີ່ມີຫຼາຍ ອາຄານເຄືອຂ່າຍຂອງແຕ່ລະອາຄານ ອາດໃຊ້ແບບບັສເຊື່ອມຕໍ່ກັບອາຄານອື່ນໆ ທີ່ໃຊ້ແບບດາວ ແລະ ແບບວົງແຫວນ



   ຄຸນສົມບັດເດັ່ນຢ່າງໜຶ່ງ ຂອງເຄືອຂ່າຍແບບຜະສົມ ກໍຄື ຜູ້ໃຊ້ສາມາດເຊື່ອມຕໍ່ກັບເຄືອຂ່າຍຈາກໄລຍະໄກ ເຊັ່ນ: ຢູ່ທີ່ບ້ານ ຫຼື ຢູ່ພາກສະໜາມໄດ້ ໃນການເຊື່ອມຕໍ່ກໍ ຈະໄດ້ຄອມພິວເຕີສົ່ງໂມເດັມໝຸນສັນຍານ ໃຫ້ເລ່ນຜ່ານສາຍ ໂທລະສັບໄປເຊື່ອມຕໍ່ກັບເຄືອຂ່າຍ ຫຼັງຈາກການເຊື່ອມຕໍ່ຜູ້ໃຊ້ ສາມາດເຂົ້າໄປເອີ້ນໃຊ້ຂໍ້ມູນໄດ້ ສະເໝືອນກັບວ່າ ກໍາລັງໃຊ້ເຄືອຂ່າຍທີ່ບໍລິສັດ ໂດຍປົກກະຕິ ເຄືອຂ່າຍແບບຜະສົມຜະສານ ຈະມີລາຄາແພງກວ່າເຄືອຂ່າຍແບບຕ່າງໆ ເພາະວ່າ ເຄືອຂ່າຍແບບນີ້ ເປັນເຄືອຂ່າຍຂະໜາດໃຫຍ່ ແລະ ມີຄວາມສັບຊ້ອນສູງ ນອກຈາກນີ້ ຍັງຕ້ອງມີການລົງທຶນ ກ່ຽວກັບ ລະບົບຮັກສາຄວາມປອດໄພ ຫຼາຍກວ່າເຄືອຂ່າຍອື່ນອີກດ້ວຍ ເນື່ອງຈາກເປັນການເຊື່ອມຕໍ່ໄລຍະໄກ.