ບັນຊີ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


25 พฤษภาคม 2560

ບັນຊີ




ບົດທີ 1
ຄວາມຮູ້ພື້ນຖານກ່ຽວກັບບັນຊີ
I. ປະຫວັດຄວາມເປັນມາໂດຍຫຍໍ້

 
ການບັນຊີປະກົດຕົວຂື້ນປະມານ 3500 ປີ ກ່ອນ ຄ.ສ ແຕ່ທີ່ເຫັນໄດ້ຢ່າງຈະແຈ້ງໃນປະມານ 3000 ປີກ່ອນ ຄ.ສ ສະໄໝອີຢິບບູຮານ ພົບຫລັກຖານບັນທຶກຊັບສິນໃນຄັງຫລວງ, ມີການປົກຄອງເປັນເຂດ ແລະ ເຮັດລາຍງານຊັບສິນໃຫ້ມະຫາກະສັດຮັບຮູ້ກ່ອນສະຕະວັດທີ IV ສະໄໝໂລມັນ ໄດ້ພົບຫລັກຖານການບັນທຶກລາຍການໄວ້ທັງສອງດ້ານ ຄ້າຍຄືບັນຊີຄູ່, ມີການເກັບພາສີອາກອນ ໂດຍບັງຄັບໃຫ້ລາຊະດອນສະແດງຖານະທາງການເງິນຕໍ່ລັດ ແລະ ການບັນຊີຄູ່ ກໍ່ໄດ້ພັດທະນາຂື້ນໃນສະຕະວັດທີ XIII ແລະ XV ໃນປະເທດອີຕາລີ. 
ຫລັການບັນຊີຄູ່ທີ່ເກົ່າແກ່ທີ່ສຸດ ເກີດຂື້ນໃນປີ ຄ.ສ 1340 ນັ້ນຄື: ບັນຊີໃຫຍ່ແມ່ຣີ ຂອງຊາວເມືອງເຈນົວ  ຊຶ່ງຖືວ່າເປັນບັນຊີຄູ່ທີ່ສົມບູນແບບທີ່ສຸດ.
LUCA PACIOLI (ລູກາ ປາຊີໂອລີ) ເກີດທີ່ປະເທດອີຕາລີ ໃນປີ ຄ.ສ 1447 ເປັນນັກຄະນິດສາດ ແລະ ເປັນ ອາຈານສອນໃນມະຫາວິທະຍາໄລຕ່າງໆ ໃນປີ ຄ.ສ 1494 ທີ່ເມືອງເວນິສ ໄດ້ຈັດພິມຜົນງານຊຸດທໍາອິດກ່ຽວກັບບັນຊີ ຊື່: Summa de Arithmetica, Geometria, protortioni et proportinonlita ຫລື ຮູ້ຈັກກັນໃນນາມຂອງ Summa de Arithmetica” ເປັນປື້ມຄະນິດສາດ ທີ່ໄດ້ຮັບຄວາມນິຍົມທົ່ວໄປໃນເອີຣົບ ເຊິ່ງໄດ້ເວົ້າເຖິງການບັນຊີໃນປະເທດ ອີຕາລີ ແລະ ໄດ້ໃຫ້ຄຳສັບທາງການບັນຊີວ່າ: ເດບິໂຕ (Debito) ໝາຍເຖິງ ການເປັນໜີ້ ແລະ ເຄຣດິດໂຕ (Credito) ໝາຍເຖິງ ຄວາມເຊື່ອຖື.

II. ການບັນຊີແມ່ນຫຍັງ?

      ການບັນຊີ ແມ່ນ ການຮັບຮູ້, ຄິດໄລ່, ບັນທຶກ, ຈັດວາງ ແລະ ລາຍງານຂໍ້ມູນດ້ານການເງິນທີ່ເນື່ອງມາຈາກການເຄື່ອນໄຫວກິດຈະການຂອງຫົວໜ່ວຍທຸລະກິດ ການບັນຊີ ເອກະສານປະກອບຮຽນວິຊາພື້ນຖານບັນຊີ ພື້ນຖານບັນຊີ (Basic Accounting) ຊັບສິນ (Assets) ແມ່ນ ສິ່ີງທີ່ນໍາເຂົ້າມາເຄື່ອນໄຫວ ແລະ ສ້າງປະໂຫຍດໃຫ້ແກ່ກິດຈະການເຊັ່ນ: ອາຄານສຳນັກງານ, ພາຫະນະ, ເຄື່ອງຈັກ, ສິດນຳໃຊ້ທີ່ດິນ, ສິນຄ້າ, ລູກຄ້າຕິດໜີ້, ເງິນຝາກທະນາຄານ, ເງິນສົດ ແລະ ອຶ່ນໆ

+ ຊັບສິນ ແບ່ງອອກເປັນ 2 ປະເພດໃຫຍ່ຄື:

   1.   ຊັບສິນໝູນວຽນ (Current Assets)
   2.   ຊັບສິນບໍ່ໝູນວຽນ (Non- Current Assets)

- ຊັບສິນໝູນວຽນ ໝາຍເຖິງ: ຊັບສິນທີ່ເປັນເງິນສົດ, ລາຍການທຽບເທົ່າເງິນສົດ ແລະ ຊັບສິນ ຕ່າງໆທີ່ສາມາດປ່ຽນເປັນເງິນໄດ້ໃນຮອບໄລຍະເວລາບໍ່ເກີນ 1 ປີ ນັບແຕ່ມື້ສ້າງໃບສະຫຼຸບຊັບສົມບັດ.
ຊັບສິນໝູນວຽນທີ່ສຳຄັນໄດ້ແກ່: ເຄື່ອງໃນສາງ, ໜີ້ຕອງຮັບ ແລະ ຊັບສິນຄ້າທີ່ຄ້າຍຄືກັນ, ເງິນສົດ ແລະ ລາຍການທຽບເທົ່າເງິນສົດ.
 ເຄື່ອງໃນສາງ ປະກອບດ້ວຍ: ວັດຖຸດິບ, ວັດຖຸປະກອບ ແລະ ວັດຖຸອຶ່ນໆຮັບໃຊ້ການຜະລິດ,
ຜົນຜະລິດພວມປຸງແຕ່ງ ຫຼື ການບໍລິການພວມດຳເນີນ, ຜະລິດຕະພັນ ຫຼື ສິນຄ້າທີ່ຢູ່ໃນການຄຸ້ມຄອງ ລວມທັງຊັບສິນທີ່ນຳມາຝາກ ຫຼື ຄ້ຳປະກັນທີ່ເປັນກຳມະສິດຂອງກິດຈະການ.
 ໜີ້ຕ້ອງຮັບ ແລະ ຊັບສິນຄ້າຍຄືກັນ ປະກອບດ້ວຍ: ລູກໜີ້ການຄ້າ, ອາກອນທີ່ຈ່າຍເກີນ ຫຼື ສິດທິຕ້ອງໄດ້ຫັກຄືນ, ບ້ວງຈ່າຍເງິນລ່ວງໜ້າ (ລັດ, ພະນັກງານ ແລະ ອົງການປະກັນສັງຄົມ), ເງິນຜູ້ຖືຮຸ້ນ ຫຼື ຂາຮຸ້ນຕ້ອງຖອນເພີ່ມໃນການປະກອບທຶນ, ລາຍຈ່າຍລ່ວງໜ້າ, ລາຍຮັບຕ້ອງຮັບ ແລະ ອຶ່ນໆ.
 ເງິນສົດ ແລະ ລາຍການທຽບເທົ່າເງິນສົດ: ເປັນຊັບສິນທີ່ມີຄວາມຄ່ອງຕົວສູງທີ່ສຸດ ປະກອບດ້ວຍ:
ເງິນສົດ, ເງິນຝາກ, ດອກເບ້ຍທີ່ຕ້ອງໄດ້ຮັບ ຫຼື ຕ້ອງໄດ້ຈ່າຍ,ໃບຢັ້ງຢືນຊັບຝາກໝູນ, ໃບຢັ້ງຢືນການຄ້າ, ຕະຫຼອດຮອດແຊັກທີ່ພວມຮຽກເກັບ ແລະ ອຶ່ນໆ

- ຊັບສິນບໍ່ໝູນວຽນ ໝາຍເຖິງ: ຊັບສິນ ທີ່ຢູ່ໃນການຄຸ້ມຄອງກິດຈະການ  ເພື່ອນຳໃຊ້ປະໂຫຍດໄລຍະຍາວຂອງການດຳເນີນທຸລະກິດ ຫຼື ເກີນກ່ວາ 1 ປີ ຂື້ນໄປ
ຊັບສົມບັດຄົງທີ່ບໍ່ມີຕົວຕົນ (Intangible Assets) ໝາຍເຖິງ: ຊັບສິນທີ່ບໍ່ມີຮູບຮ່າງ ຊື່ງກິດຈະການອາດຊື້ ຫຼື ພັດທະນາຂື້ນເອງ ໄດ້ແກ່: ສິດນຳໃຊ້ທີ່ດິນ, ສິດທິບັດ, ລິຂະສິດ, ຄ່າສຳປະທານ, ເຄື່ອງໝາຍການຄ້າ ແລະ ອຶ່ນໆ
 ສິດທິບັດ (Patents): ໝາຍເຖິງ ຜົນງານການປະດິດ ແລະ ການອອກແບບຜະລິດຕະພັນໃໝ່ ທີ່ຈົດທະບຽນຖືກຕ້ອງຕາມກົດໝາຍ, ໄດ້ຮັບການຄຸ້ມຄອງຈາກອົງການລັດ, ຫ້າມລຽນແບບ.
 ລິຂະສິດ (Copyrights): ຜົນງານໃນດ້ານການປະດິດສ້າງກ່ຽວກັບ ດົນຕີ, ຮູບພາບປະຕິມາກຳ, ບົດເລື່ອງ, ບົດລະຄອນ, ການສະແດງວັນນະກຳ ແລະ ວຽກງານອຶ່ນໆໃນດ້ານສິລະປະວັນນະຄະດີ ທີ່ໄດ້ຈົດລິຂະສິດຖືກກົດໝາຍ.
 ສຳປະທານ (concession or Franchises):​ ການດໍາເນີນທຸລະກິດກ່ຽວກັບສາລະນູປະໂພກ, ການຂຸດຄົ້ນບໍ່ແຮ່….
 ເຄື່ອງໝາຍການຄ້າ (Trademarks):​ ເປັນສິ່ງທີ່ອົງການຈັດຕັ້ງລັດໃຫ້ການຄຸ້ມຄອງແກ່ເຄື່ອງໝາຍ ຊຶ່ງຈະໃຊ້ກັບສິນຄ້າ ເພື່ອຄຸ້ມຄອງກ່ຽວກັບ ຊື່ສຽງຂອງຜູ້ຂື້ນທະບຽນເຄື່ອງໝາຍການຄ້ານັ້ນໆ..
 ຊັບສົມບັດຮ້ານຄ້າ ຫຼື ຄ່ານິຍົມ (goodwill): ໝາຍເຖິງ: ຊື່ສຽງຂອງກິດຈະການທີ່ຕັ້ງມາເປັນເວລາດົນນານ, ມີລູກຄ້າຫຼາຍ, ມີກຳໄລສູງກ່ວາປົກກະຕິ, ຊື່ໃນການບັນຊີ ຄ່ານິຍົມໝາຍເຖິງ: ກຳໄລທີ່ສູງກວ່າອັດຕາປົກກະຕິທີ່ຕັ້ງຂື້ນເປັນຊັບສິນ
 ຊັບສົມບັດຄົງທີ່ມີຕົວຕົນ (Tangible Assets): ປະກອບດ້ວຍ: ສິ່ງຈັດວາງ ແລະ ປົວແປງທີ່ດິນ,
ສິ່ງປຸກສ້າງ, ສິ່ງຕິດຕັ້ງ, ເຕັກນິກ-ເຄື່ອງຈັກ, ອຸປະກອນ, ພາຫະນະຂົນສົ່ງ ແລະ ອຶ່ນໆ..
ຊັບສົມບັດຄົງທີ່ການເງິນ (Long-Term Investment): ໝາຍເຖິງເງິນລົງທຶນໄລຍະຍາວ ທີ່ກິດຈະການມີຈຸດປະສົງຖືໄວ້ເກີນ 1 ປີ ຂື້ນໄປ
 ຊັບສົມບັດຄົງທີ່ການເງິນ ປະກອບມີ: ໃບຢັ້ງຢືນຮ່ວມປະກອບທຶນ, ໜີ້ຕ້ອງຮັບທີ່ຕິດພັນກັບການຮ່ວມປະກອບທຶນໃນກຸ່ມບໍລິສັດ ຫຼື ວິສາຫະກິດຮູ້ນສ່ວນ, ໃບຢັ້ງຢືນຊັບຄົງທີ່, ເງິນໃຫ້ກູ້ຢືມ ແລະ ອຶ່ນໆ.
 ຊັບສິນໝູນວຽນອຶ່ນໆອີກໄດ້ແກ່: ອາກອນເຍື້ອນຊຳລະ, ຊັບສົມບັດຄົງທີ່ພວມຊື້, ພວມກໍ່ສ້າງ ບໍ່ວ່າຊັບສົມບັດຄົງທີ່ມີຕົວຕົນ ແລະ ບໍ່ມີຕົວຕົນ.
ໜີ້ສິນ ແມ່ນ ພັນທະ ທີ່ເກີດຍ້ອນເຫດການໃນປະຈຸບັນ ຫຼື ຈາກເຫດການທາງເສດຖະກິດໃນອະດີດ ຊື່ງເຮັດໃຫ້ກິດຈະການ ຕ້ອງສູນເສຍຊັບພະຍາກອນ ທາງດ້ານເສດຖະກິດໃນອະນາຄົດ ແກ່ພາກສ່ວນອຶ່ນ.

ໜີ້ສິນມີ 2 ປະເພດຄື:

1.   ໜີ້ສິນໝູນວຽນ (Current Liabilities)
2.   ໜີ້ສິນບໍ່ໝູນວຽນ (Non-Current Liabilities) 

   - ໜີ້ສິນໝູນວຽນ ຫຼື ໜີ້ໄລຍະສັ້ນ: ໝາຍເຖິງ: ໜີ້ທີ່ຕ້ອງຊຳລະຄືນພາຍໃນໄລຍະເວລາດຳເນີນປົກກະຕິບໍ່ກີນ 1 ປີ ນັບແຕ່ມື້ສ້າງໃບສະຫຼຸບຊັບສົມບັດດ້ວຍຊັບສິນໝູນວຽນ ຫຼື ການສ້າງໜີ້ສູນໝູນວຽນອຶ່ນທົດແທນ.

ໜີ້ສິນໝູນວຽນ ປະກອບມີ: ໜີ້ຕ້ອງສົ່ງໄລຍະສັ້ນ ແລະ ພາກສ່ວນໄລຍະສັ້ນຂອງໜີ້ສິນໄລຍະຍາວ:
ໜີ້ຕ້ອງສົ່ງໄລຍະສັ້ນແມ່ນ: ໜີ້ທີ່ພົວພັນ ກັບ ຜູ້ຖືຮຸ້ນ ຫຼື ຄູ່ສັນຍາ ຂອງການເຄື່ອນໄຫວ, ຂອງຂາຮຸ້ນເປັນຕົ້ນ.

ພາກສ່ວນໄລຍະສັ້ນຂອງໜີ້ສິນໄລຍະຍາວ: ແມ່ນ ສ່ວນທີ່ຕ້ອງຊຳລະໃນອະນາຄົດໃນຮອບໄລຍະເວລາບໍ່ເກີນ 1 ປີ ສ່ວນມູນຄ່າທີ່ເຫຼືອກໍ່ຍັງຮັກສາໄວ້ໃນໜີ້ສິນໄລຍະຍາວຄືເກົ່າ.
ຜູ້ສະໜອງ ແລະ ບັນຊີທີ່ຕິດພັນ:​ໄດ້ແກ່ເຈົ້າໜີ້ຕ່າງໆເຊັ່ນ: ເຈົ້າໜີ້ຄ່າສິນຄ້າ, ວັດຖຸດິບ ແລະ ວັດຖຸປະກອບ, ໃບຢັ້ງຢືນການຄ້າຕ້ອງຈ່າຍ, ການຈັດຊື້ຊັບສົມບັດຄົງທີ່. ນອກຈາກນັ້ນເງິນທີ່ລູກຄ້າຈ່າຍກ່ອນສ່ວນໃດສ່ວນໜຶ່ງໃນການສັ່ງຊື້ ຫຼື ໄດ້ຮັບສິນຄ້າແລ້ວ ແຕ່ໃບເກັບເງິນຍັງບໍ່ທັນມາຮອດ ກໍຖືເປັນໜີ້ໝູນວຽນເຊັ່ນກັນ.
ລາຍຮັບໆລ່ວງໜ້າ: ໝາຍເຖິງຈຳນວນເງິນທີ່ໄດ້ຮັບຈາກລູກຄ້າເຕັມຈຳນວນ ຫຼື ບາງສ່ວນແລ້ວ ແຕ່ສ່ວນໜຶ່ງແກ່ຍາວໄປເຖິງປີການບັນຊີໜ້າ ສ່ວນທີ່ເກີນໄປນັ້ນເອີ້ນວ່າ: ລາຍຮັບໆລ່ວງໜ້າ ຊຶ່ງບໍ່ລວມເງິນທີ່ໄດ້ຮັບກ່ອນຈາກການຂາຍສິນຄ້າ ແຕ່ເປັນລາຍຮັບອຶ່ນທີ່ຕິດພັນກັບການດຳເນີນງານເຊັ່ນ: ລາຍຮັບຄ່າເຊົ່າເປັນຕົ້ນ.
ໜີ້ຕ້ອງສົ່ງອຶ່ນໆ:​ແມ່ນໜີ້ໝູນວຽນອຶ່ນ ນອກຈາກໜີ້ສິນທີ່ໄດ້ກ່າວມາຂ້າງເທິງ ແຕ່ບໍ່ແມ່ນໜີ້ສິນຄັງເງິນລວມ ໄດ້ແກ່ ລາຍຈ່າຍທີ່ຕິດພັນກັບການໃຫ້ນະໂຍບາຍ ແກ່ພະນັກງານຂອງກິດຈະການເຊັ່ນ: ຄ່າແຮງງານ, ເງິນເດືອນ, ເງິນບຳເນັດ ແລະ ອຶ່ນໆທີ່ຕ້ອງຈ່າຍ; ອົງການປະກັນສັງຄົມ, ສ່ວຍສາອາກອນ ຫຼື ອົງການຈັດຕັ້ງລັດ, ເງິນປັນຜົນທີ່ຕ້ອງຈ່າຍໃຫ້ຂານຮຸ້ນ, ລາຍຈ່າຍຕ້ອງຈ່າຍ ແລະ ອຶ່ນໆ
ໜີ້ສິນເງິນສົດລວມ: ແມ່ນໜີ້ທີ່ເກີດຈາກການຂໍສິນເຊື່ອໄລຍະສັ້ນຈາກທະນາຄານ ຫຼື ສະຖາບັນການເງິນ ໃນຮູບແບບຂອງ ເງິນເບີກເກີນບັນຊີ ແລະ ຍັງປະກອບດ້ວຍເຖິງງແຊັກທີ່ສັ່ງຈ່າຍແລ້ວ ແຕ່ເຈົ້າໜີ້ຍັງບໍ່ທັນໄດ້ຮຽກເກັບນຳທະນາຄານ.

- ໜີ້ສິນບໍ່ໝູນວຽນ ຫຼື ໜີ້ໄລຍະຍາວ: ໝາຍເຖິງ: ໝີ້ທີ່ກິດຈະການຕ້ອງຊໍາລະຄືນໃນຮອບໄລຍະເວລາເກີນກວ່າ 1 ປີ ຂື້ນໄປ ນັບແຕ່ມື້ສ້າງໃບສະຫຼຸບຊັບສົມບັດ.
ໜີ້ສິນໝູນວຽນ ໄດ້ແກ່: ເງິນກູ້ຢືມ ແລະ ໜີ້ຕ້ອງສົ່ງການເງິນຕ່າງໆ, ເງິນແຮ, ເງິນຊ່ວຍໜູນກໍ່ສ້າງພື້ນຖານ ແລະ ອຶ່ນໆ.
ເງິນກູ້ຢືມ ແລະ ໜີ້ຕ້ອງສົ່ງ: ແມ່ນເງິນກູ້ຢືມຈາກສະຖາບັນການເງິນ, ພັນທະບັດ, ເງິນຄ້ຳປະກັນທີ່ໄດ້ຮັບ ຕະຫຼອດຮອດໜີ້ຕ້ອງສົ່ງທີ່ຕິດພັນກັບການຮ່ວມປະກອບທຶນ ບໍ່ວ່າຈະຢູ່ໃນກູ່ມບໍລິສັດ ຫຼື ນອກກຸ່ມເປັນຕົ້ນ.
ເງິນແຮ: ໝາຍເຖິງ ເງິນທີ່ກິດຈະການຕັ້ງໄວ້ເພື່ອຮັບຮອງຄວາມສ່ຽງທີ່ອາດຈະເກີດຂື້ນ ໄດ້ແກ່: ເງິນແຮເພື່ອເງິນບຳນານ ແລະ ພັນທະຄ້າຍຄືກັນ, ແຮໄວ້ເພື່ອຄວາມສ່ຽງຈາກການຄ້ຳປະກັນ ແກ່ລູກຄ້າ, ອາກອນ, ການຟື້ນຟູຊັບສົມບັດຄົງທີ່ ແລະ ອຶ່ນໆ
ເງິນຊ່ວຍໜູນກໍ່ສ້າງພື້ນຖານ: ໄດ້ແກ່ການຊ່ວຍໜູນປະກອບພະຫະນະ ແລະ ເງິນຊ່ວຍໜູນລົງທຶນອຶ່ນໆ..
ທຶນຕົນເອງ ( Owner’s Equity) ໝາຍເຖິງ: ຊັບສິນທັງໝົດຂອງກິດຈະການທີ່ມີ ຫຼັງຫັກໜີ້ສິນທັງໝົດທີ່ກິດຈະການສ້າງຂື້ນອອກໄປ.

+ ທຶນຕົນເອງປະກອບດ້ວຍ: ທຶນຈົດທະບຽນ, ມູນຄ່າສ່ວນເພີ່ມ, ຄັງສະສົມ, ຜິດດ່ຽງຈາກການຕີມູນຄ່າ (ວິສາຫະກິດ ແລະ ຜິດດ່ຽງຈາກການຕີມູນຄ່າຊັບສົມບັດຄົງທີ່ມູນຄ່າຄືນໃໝ່), ຜົນໄດ້ຮັບສຸດທິໃນປີ ແລະ ຍອດຍົກມາ.

ไม่มีความคิดเห็น:

แสดงความคิดเห็น