ຕະຫລາດການເງິນ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


25 พฤษภาคม 2560

ຕະຫລາດການເງິນ




ບົດທີ 2
ຕະຫລາດການເງິນ
        ຕະຫຼາດການເງິນແມ່ນບ່ອນມີການເຄ່ືອນຍ້າຍເງິນທືນຈາກຜູ້ທີ່ມີເງິນເຫຼືອໃຊ້ຊົ່ວຄາວໄປສູ່ຜູ້ທີ່ມີຄວາມຕ້ອງການໃຊ້ເງິນ.
ຕະຫຼາດການເງິນເປັນລະບົບທີ່ລວມເອົາບຸກຄົນ ແລະ ນິຕິບຸກຄົນ, ບັນດາເຄື່ອງມື ແລະ ກົນໄກການເຄື່ອນໄຫວເພື່ອຊວ່ຍໃຫ້ຜູ້ຝາກ ແລະ ຜູ້ກູ້ຢືມພົບກັນ.

ຈຸດພິເສດຂອງຕະຫລາດການເງິນ
1) ຕະຫລາດການເງິນມັນມີລັກຊະນະທີ່ແຕກຕ່າງຈາກຕະຫຼາດສິນຄ້າ ໂດຍທົ່ວໄປ.
2) ຕະຫຼາກການເງິນໃນປະຈຸບັນນີ້ມັນມີເຄື່ອງມື ແລະ ກົນໄກການ ເຄື່ອນໄຫວທີ່ຕ່າງກັນ.
3) ຂະບວນການເຄື່ອນຍ້າຍເງິນທຶນໃນພຶ້ນຖານເສດຖະກິດມີຫລາຍຮູບແບບ.

ບົດບາດຕະຫລາດການເງິນ
      ຕະຫລາດການເງິນມີບົດບາດຕໍ່ການເຄື່ອນຍ້າຍທຶນຈາກຜູ້ທີມີເງິນທຶນເຫຼືອໃຊ້ຊົ່ວຄາວໄປເຖິງຜູ້ທີ່ຕ້ອງການທຶນເນື່ອງຈາກຄວາມບໍ່ສົມດຸນລະ ຫວ່າງລາຍຮັບ ແລະ ລາຍຈ່າຍ).
ນອກຈາກນີ້ຕະຫລາດການເງິນຍັງມີບົດບາດອື່ນຄື:
1) ສະໜອງພາຫະນະທີ່ເປັນສື່ກາງການຊຳລະສະສາງໃກ່ແກ່ພື້ນ ຖານເສດຖະກິດ
2) ເປັນບ່ອນລວມສູນແຫລ່ງທຶນໃຫ້ມີຄວາມເຂັ້ມແຂງ ແລະ ນຳໃຊ້ທຶນຢ່າງມີປະສິດທິຜົນ.
3) ສະໜອງບັນດາຂໍ້ມູນຂ່າວສານ ແລະ ຄຳປຶກສາເພື່ອຊ່ວຍໃຫ້ນັກລົງທຶນຕັດສິນໃຈຢ່າງຖືກຕ້ອງ.
ເປັນຫຍັງຈິ່ງເກີດມີການເຄື່ອນຍ້າຍທຶນ ?
(1) ໃນເວລາດຽວກັນ, ສະມາຊິກເສດຖະກິດນີ້ມີເງິນເຫລືອ (ຍັງບໍ່ທັນເຖິງເວລາໃຊ້ຈ່າຍ) ແຕ່ສະມາຊິກເສດຖະກິດອື່ນພັດມີຄວາມຕ້ອງການເງິນ (ທຶນ) ເພື່ອຂະຫຍາຍການຜະລິດ.
ສະພາບຂອງການຂາດ – ເຫລືອ ທຶນ ເມື່ອທຽບກັນຄວາມຕ້ອງການທຶນຂອງສະມາຊິກເສດຖະກິດແມ່ນກຳເນີດຈາກຄວາມບໍ່ສົມດຸນລະຫວ່າງລາຍຮັບ ແລະ ລາຍຈ່າຍ, ເວລາ.
(2) ຄວາມບໍ່ສົມດຸນລະຫວ່າງລາຍຮັບ – ລາຍຈ່າຍຂອງຄອບຄົວ:
ແຫລ່ງລາຍຮັບຂອງຄອບຄົວປະກອບມີ: ເງິນເດືອນປົກກະຕິ, ເງິນຍ້ອງຍໍ, ສືບທອດມູນມໍລະດົກ, ດອກເບ້ຍຈາກເງິນທຶນ…
ແຫລ່ງລາຍຈ່າຍຂອງຄອບຄົວປະກອບມີ: ໃຊ້ຈ່າຍສຳລັບສິນຄ້າຈຳເປັນໃນຄອບຄົວ, ລາຍຈ່າຍບໍ່ປົກກະຕິ
ປົກກະຕິແລ້ວລາຍຮັບບໍ່ພຽງພໍກັນລາຍຈ່າຍ ຊຶ່ງພາໃຫ້ເກີດມີການຂາດ ຫລື ເຫລືອເງິນໃນໄລຍະເວລາຊົ່ວ ຄາວ ແລະ ມັນຮຽກຮ້ອງໃຫ້ຜູ້ທີ່ຂາດເງິນຕ້ອງໄດ້ກູ້ຢືມ.

ໂຄງປະກອບສ້າງຂອງຕະຫລາດການເງິນ
        ພື້ນຖານເສດຖະກິດໜຶ່ງໆ ຈະຂະຫຍາຍຕົວເຂັ້ມແຂງກໍ່ຕໍ່ເມື່ອມີໂຄງປະກອບສ້າງຂອງຕະຫລາດການເງິນທີ່ສົມບູນ, ໃນນັ້ນປະກອບມີຕະຫລາດເງິນ ແລະ ຕະຫລາດທຶນ.
ຫລາດຕະການເງິນ ປະກອບມີ: ຕະຫລາດເງິນຕາ ແລະ ຕະຫລາດທຶນ
ຕະຫລາດທຶນປະກອບມີ: ຕະຫລາດຂັ້ນໜຶ່ງ ແລະ ຕະຫລາດຂັ້ນສອງ
ຕະຫລາດທາງກົງ ແລະ ຕະຫລາດທາງອ້ອມ

  4.1. ຕະຫລາດທາງກົງ
      ເປັນຊ່ອງທາງໃນການເຄື່ີອນຍ້າຍເງິນທຶນທາງກົງຜູ້ມີເງິນເຫລືອໃຊ້ຊົ່ວຄາວໄປສູ່ຜູ້ນຳໃຊ້ເງິນທຶນດວ້ຍວິທີການຂາຍບັນດາຫຸ້ນ (Securities).

  4.2. ຕະຫລາດທາງອ້ອມ
      ແມ່ນຊ່ອງທາງການເຄື່ອນຍ້າຍເງິນທຶນຈາກຜູ້ມີເງິນເຫລືອໃຊ້ຊົ່ວຄາວໄປເຖິງຜູ້ຕ້ອງການກູ້ຢືມໂດຍຜ່ານສື່ກາງທາງດ້ານການເງິນເຊັ່ນ: ທະນາຄານທຸລະກິດ, ສື່ກາງການເງິນທີ່ບໍ່ແມ່ນທະນາຄານ.
ບັນດາເຄື່ອງມືຂອງຕະຫຼາດການເງິນ

5.1. ບັນດາເຄື່ອງມືທາງດ້ານການເງິນໄລຍະສັ້ນ

  5.1.1. ພັນທະບັດຄັງເງິນ
  5.1.2.ພັນທະບັດທະນາຄານກາງ
  5.1.3.ໃບຢ້ັງຢືນການຄ້າ (Commercial Paper)
  5.1.4. ໃບຢັ້ງຢືນການຊຳລະ (Bankers Acceptance -BAs)

    5.1.1. ພັນທະບັດຄັງເງິນ
          ແມ່ນເຄື່ອງມືກູ້ຢືມໄລຍະສັ້ນຂອງລັດຖະບານເຊິ່ງແມ່ນຄັງເງິນແຫ່ງຊາດເປັນຜູ້ຕາງໜ້າໃນການຈຳໜ່່າຍເພື່ອທົດແທນງົບປະມານທີ່ຂາດດຸນ.
ຖ້າ B > T ງົບປະມານຂາດດຸນ
ຖ້າ B < T ງົບປະມານເກີນດຸນ
ຖ້າ B = T ດຸນງົບປະມານ
B ແມ່ນລາຍຈ່າຍງົບປະມານຂອງລັດຖະບານ
T ແມ່ນພາສີ
ພັນທະບັດລັດຖະບານ ຊະນິດທີ່ເປັນ ຫຼັກຊັບແບບຊື້ຫຼຸດ ແມ່ນເປັນຫຼັກຊັບທີ່ບໍ່ມີອັດຕາດອກເບ້ຍ ແຕ່ວ່າມັນຈະຖືກຂາຍໃນລາຄາທີ່ຕ່ຳກວ່າລາຄາໃນນາມມັນ.
ເມື່ອເຖິງກຳນົດເວລາຜູ້ລົງທຶນໄດ້ຮັບເງິນເຕັມຕາມລາຄາໃນນາມຂອງພັນທະບັດດ່ັງກາ່ວ.
ດັ່ງນັ້ນ, ສວ່ນຕ່າງລະຫວ່າງ ລາຄາຊື້ຫຼຸດ ແລະ ລາຄາໃນນາມ ນັ້ນໝາຍເຖິງອັດຕາດອກເບ້ຍຂອງພັນທະບັດດັ່ງກ່າວ.

    5.1.2. ພັນທະບັດ ທະນາຄານກາງ

          ທະນາຄານກາງຈໍາໜ່າຍພັນທະບັດເຊິ່ງເປັນຮຸ້ນກູ້ໄລຍະສັ້ນຕາມລາຄາຊື້ຫຼຸດ. ຜູ້ຊື້ພັນທະບັດທະນາຄານກາງແມ່ນທະນາຄານທຸລະກິດບໍລິສັດປະກັນໄພ, …
ທະນາຄານກາງຈຳໜ່່າຍພັນທະບັດຍ້ອນວ່າມັນມີລະດັບຄວາມສ່ຽງຕ່ຳ, ໄລຍະເວລາສັ້ນ. ດັ່ງນັ້ນ, ພັນທະບັດທະນາ ຄານກາງຈິ່ງມີສະພາບຄ່ອງ, ທະນາຄານທຸລະກິດນິຍົມໃຊ້ເປັນຫຼັກຊັບຄໍ້າປະກັນເພື່ອກູ້ຢືມທຶນຈາກທະນາຄານກາງ.
ເວລາທະນາຄານກາງ ຕ້ອງການນຳໃຊ້ນະໂຍບາຍ ເງິນຕາຮັດກຸມ ກໍ່ສາມາດຂາຍພັນທະບັດອອກສູ່ຂອຈໍລະຈອນ ແຕ່ ຖ້ານຳໃຊ້ນະໂຍບາຍຜອ່ນຄາຍ ກໍ່ໍ ຊື້ພັນທະບັດກັບຄືນ

    5.1.3. ໃບຢ້ັງຢືນການຄ້າ (Commercial Paper)
          ໃບຢ້ັງຢືນການຄ້າແມ່ນເອກະສານທາງການຄ້າທີ່ຢັ້ງຢືນໜີ້ຂອງບັນດາບໍລິສັດຕໍ່ທະນາຄານທຸລະກິດ ຊຶ່ງບໍລິສັດໃຊ້ມັນເປັນເຄື່ອງມືລະດົມທຶນໄລຍະສັ້ນໃນຕະຫຼາດເງິນ.
ໃບຢ້ັງຢືນການຄ້າໄດ້ຈຳໜ່າຍຕາມຮູບແບບຂອງການຊື້ຫຼຸດ, ໝາຍຄວາມວ່າພວກເຂົາຈະຂາຍໃບຢັ້ງຢືນການຄ້າດ້ວຍລາຄາທີ່ຕໍ່າກວ່າລາຄາໃນໃບຢ້ັງຢືນການຄ້າສວ່ນຕ່າງດັ່ງກ່າວນັ້ນແມ່່ນລາຍຮັບຂອງຜູ້ຊື້ໃບຢັ້ງຢືນດັ່ງກ່າວ.

     5.1.4. ໃບຢັ້ງຢືນການຊຳລະ (Banker’s Acceptance -BAS)

           ໃບຢັ້ງຢືນການຊຳລະ ແມ່ນໃບແລກເງິນມີກຳນົດເວລາ ຊຶ່ງບໍລິສັດຊື້ເປັນຜູ້ສ້າງຂື້ນ ແລະ ໃຫ້ທະນາຄານໃດໜຶ່ງເປັນຜູ້ຮັບ ປະກັນຄວາມສາມາດໃນການຊຳລະ.
ທຸລະກິດຊື້ – ຂາຍບັນດາສິນຄ້າໃນຮູບແບບຕິດໜີ້, ຜູ້ຂາຍບໍ່ມີຄວາມເຊື່ອໜັ້ນຕໍ່ຄວາມສາມາດຊຳລະຂອງຜູ້ຊື້. ດັ່ງນັ້ນ, ຜູ້ຂາຍຈິ່ງຮຽກຮອ້ງໃຫ້ມີການຄ້ຳປະກັນການຊຳລະຈາກທະນາຄານແຫ່ງໃດໜຶ່ງທີ່ມີຄວາມໜ້າເຊື່ອຖື.
ໃບຢ້ັງຢືນການຊຳລະແມ່ນໄດ້ຖືກນຳໃຊ້ກັນຢ່າງແພ່ຫຼາຍໃນຂົງເຂດການສົ່ງອອກ ແລະ ນຳເຂົ້າ


ไม่มีความคิดเห็น:

แสดงความคิดเห็น