Browser ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


31 พฤษภาคม 2560

Browser ແມ່ນຫຍັງ



Browser ແມ່ນຫຍັງ



       Browser (ບ​ຣາ​ວ​ເຊີ​ຣ໌​) ຫລື​ Internet browser ຫລື​ Web browser ຄື​ ຊອບແວ ຫລື​ ໂປຣ​ແກຣມ​ຄອມພິວເຕີ ທີ່ໃຊ້ຫລິ້ນເນັດ ຫລື ເບິ່ງຂໍ້ມູນທີ່ຢູ່ໃນເວັດໄຊ ​ ​ຫລື​  ເວັບ​ເພຈໃນ​ເຄືອ​ຂ່າຍ​ເວີດວາຍ​ເວັບ​ (World Wide Web, www) ໂດຍ​ສາມາດ​ອ່ານ ​ແລະ ​ສະແດງ​ຜົນ​ຂອງ​ເວັບ​ໄຊ​​ທີ່​ຖືກ​ຂຽນ​ຂຶ້ນ​ດ້ວຍ​ພາສາ​ທີ່​ແຕກ​ຕ່າງ​ກັນ​ໄດ້​ ບໍ່​ວ່າ​ຈະ​ເປັນ​ HTML, PHP ຫລື​ HTML5 


ບ​ຣາ​ວເຊີ​ຣ໌​ມີ​ຄວາມ​ສາມາດ​ໃນ​ການ​ເປີດ​ເບິ່ງ​ໄຟ​ລ໌​ຕ່າງ​ໆ​ ທີ່​ສະໜັບ​ສະໜູນ​ເຊັ່ນ​: Flash, JavaScript, PDF,  Media ຕ່າງ​ໆ​ ຊຶ່ງ​ບ​ຣາ​ວເຊີ​ຣ໌​ມີ​ຫຼາຍ​ຕົວ ​ແລະ ​ຄວາມ​ສາມາດ​ຂອງ​ແຕ່​ລະ​ຕົວ​ກໍ​ແຕກ​ຕ່າງ​ກັນໄປ ​ຂຶ້ນ​ຢູ່​ກັບ​ວ່າ ​ຜູ້​ພັດທະນາ​ບ​ຣາວ​ເຊີ​ຣ໌​  ພັດທະນາ​ໃຫ້​ມີ​ຄວາມ​ສາມາດ​ຫຍັງ​ແດ່​ ບ​ຣາ​ເຊີ​ຣ໌​ມັກ​ໃຊ້​ເປີດ​ເບິ່ງ​ເວັບ​ເປັນ​ສ່ວນ​ໃຫຍ່​ ແລະ​ ການ​ໃຊ້​ງານ​ຕ່າງ​ໆ ​ໃນ​ລະບົບ​ເຄືອ​ຂ່າຍ​ອິນ​ເຕີ​ຣ໌​ເນັດ​ ກໍ​ມັກ​ຈະ​ເຮັດ​ຜ່ານ​ບ​ຣາວ​ເຊີ​ຣ໌​ ເຊັ່ນ​: ການ​ເບິ່ງ​ຫນັງ​ຜ່ານ​ YouTube,  ການ​ສົ່ງ​ເມ​ລ໌​,  ການ​ຊື້​ຂາຍ​ສິນ​ຄ້າ​ໃນ​ລະບົບ​ e-commerce,  ການ​ໃຊ້​ສື່​ສັງຄົມ​ອອນ​ໄລ​ນ໌​ (Social Media),  ການ​ດາວ​ນ໌​ໂຫຼດ​ໄຟ​ລ໌,  ການ​ຫລິ້ນ​ເກມ​ຜ່ານ​ເນັດ,  ການ​ຮຽນ​ອອນ​ໄລ​ນ໌​  ເປັນ​ຕົ້ນ​.

ປະໂຫຍດ​ຂອງ​ Web Browser

 - ຊ່ວຍ​ໃຫ້​ການ​ໃຊ້​ງານ​ອິນ​ເຕີ​ຣ໌​ເນັດ​ເປັນ​ໄປ​ຢ່າງ​ດີ​ ເຮົາ​ບໍ່​ຕ້ອງ​ຂຽນ​ໂປຣ​ແກຣມ​ໃດ​ໆ​ເພິ່ມເຕີມ
 - ຊ່ວຍ​ໃນ​ການ​ເປີດ​ໜ້າ​ເວັບ​ໄຊ​ເປັນ​ໄປ​ຢ່າງ​ຖືກ​ຕ້ອງ​ ສວຍ​ງາມ​ ທັງ​ເອກະສານ​ຕ່າງ​ໆ​ ຮູບ​ພາບ​ ຂໍ້ຄວາມ​ ຫລື​ Multimedia ປະ​ເພດ​ອື່ນ​ໆ​ ເຊັ່ນ​: ພາບ​ເຄື່ອນ​ໄຫວ​ ສຽງ​ ແລະ ​ວິ​ດີ​ໂອ​ ເປັນ​ຕົ້ນ​
 - ຊ່ວຍ​ໃຫ້​ທັງ​ຜູ້​ພັດທະນາ​ເວັບ​ໄຊ​ ​ແລະ ​ຜູ້​ໃຊ້​ງານ​ ສາມາດ​ສື່​ສານ​ກັນ​ໄດ້​ຢ່າງ​ຖືກ​ຕ້ອງ​ ເນື່ອງ​ຈາກ​ web browser ສາມາດ​ອ່ານ​ໜ້າ​ເວັບ​ທີ່​ຂຽນ​ຂຶ້ນ​ມາ​ດ້ວຍ​ພາສາ​ຕ່າງ​ໆ​ໄດ້​ ເຊັ່ນ​: HTML, PHP, HTML5, Java ແລະ​ CSS ເປັນ​ຕົ້ນ.​
 - ຊ່ວຍ​ໃຫ້​ຊອບ​ແວ​ຣ໌​ສຳ​ເຣັດ​ຮູບ​ຈຳ​ພວກ​ Browser-based Application ສາມາດ​ເຮັດວຽກ​ໄດ້​ຢ່າງ​ວ່ອງໄວ​ ແລະ​ ປະ​ຫຍັດ​ຊັບພະ​ຍາກ​ອນ​ຂອງ​ລະບົບ​ເນັດ​ເວີກ​ອີກ​ດ້ວຍ​

Browser ທີ່​ໄດ້ຮັບ​ຄວາມ​ນິຍົມ​ມີຄື:

1. Internet Explorer (IE) ເປັນ​ເວັບ​ບ​ຣາວ​ເຊີ​ຣ໌​ທີ່​ໄດ້ຮັບ​ຄວາມ​ນິຍົມ​ຫລາຍ​ທີ່ສຸດ ​ໃນ​ຕອນ​ນີ້​ ໂດຍ​ເປັນ​ເວັບ​ບ​ຣາວ​ເຊີ​ຣ໌​ທີ່ຄົນທົ່​ໂລກ​ໃຊ້​ງານ​ກັນ​ ໂດຍ​ເວັບ​ໄຊ​ ສ່ວນ​ຫລາຍ​ກໍ​ຈະ​ຮອງ​ຮັບ​ການ​ໃຊ້​ງານ​ຂອງ​ບ​ຣາວ​ເຊີ​ຣ໌​ນີ້​
2. Google Chrome (Chorme)
ເປັນ​ເວັບ​ບ​ຣາວ​ເຊີ​ຣ໌​ທີ່​ມີ​ຄວາມ​ນິຍົມ​ມາ​ເປັນ​ອັນ​ດັບ​ສອງ​ ຮອງ​ຈາກ​ IE ໂດຍ​ເວັບ​ບ​ຣາວ​ເຊີ​ຣ໌​ນີ້​ເປັນ​ເວັບ​ບ​ຣາວ​ເຊີ​ຣ໌​ທີ່​ຖືກ​ພັດທະນາ​ມາ​ຈາກ​ Google ຊຶ່ງ​ເປັນ​ Search engine ສາຂາ​ໃຫຍ່​ຂອງ​ໂລກ​ ຂໍ້​ດີຂອງ​ Browser ນີ້​ຄື​ ເລື່ອງ​ຂອງ​ຄວາມ​ໄວ​ໃນ​ການ​ເຂົ້າ​ເຖິງ​ເວັບ​ໄຊ​ພື້ນ​ທີ່​ໜ້າຈໍໃນ​ການ​ໃຊ້​ງານ​ໃຫຍ່​ເໝາະ​ກັບ​ການ​ໃຊ້​ງານ​
3. FireFox
ເປັນ​ບ​ຣາວ​ເຊີ​ຣ໌​ທີ່​ມີກ​ນ​ໃຊ້​ງານ​ເປັນ​ອັນ​ດັບ​ສາມ​ ຂໍ້​ດີ​ຂອງ​ບ​ຣາວ​ເຊີ​ຣ໌​ FireFox ຄື​ ສາມາດ​ເພີ່ມ​ໂປຣ​ແກຣມ​ເສີມ​ລົງ​ໄປ​ໄດ້​ດ້ວຍ​ ມີ​ລູກ​ຫລິ້ນ​ໃຫ້​ກັບ​ຜູ້​ໃຊ້​ງານ​ຫລາຍກວ່າບ​ຣາວ​ເຊີ​ຣ໌​ອື່ນ​ ຈຸດ​ສຳຄັນ​ທີ່​ເປັນ​ຈຸດ​ເດັ່ນ​ຂອງ​ບ​ຣາວ​ເຊີ​ຣ໌​ FireFox ຄື ​ເລື່ອງ​ຄວາມ​ປອດ​ໄພ​ນັ້ນ​ເອງ​
4. Opera
ເປັນ​ບ​ຣາວ​ເຊີ​ຣ໌​ທີ່​ໄດ້ຮັບ​ຄວາມ​ນິຍົມ​ມາ​ເປັນ​ອັນ​ດັບ​ສີ່ ຂໍ້​ດີ​ຂອງ​ບ​ຣາວ​ເຊີ​ຣ໌​ນີ້​ ຄື ​ຄວາມ​ໄວ​ທີ່​ມີ​ຄວາມ​ໄວ​ໃນ​ການ​ໂຫຼດ​ເວັບ​ໄຊ​​ໄດ້​ໄວ​ກວ່າ​ 3 ບ​ຣາວ​ເຊີ​ຣ໌​ທໍາອິດ​ ແຕ່​ຂໍ້​ເສຍ​ກໍ​ຄື ​ເວລາ​ເປີດ​ບ​ຣາວ​ເຊີ​ຣ໌​ Opera ບາງຄັ້ງຈະ​ຊ້າ​ຫລາຍ​ ແລະ ​ບໍ່​ມີ​ລູກ​ຫລິ້ນ​ໃໝ່​ໆ​ເພີ່ມເຂົ້າມາຫລາຍ.