Chipset ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


31 พฤษภาคม 2560

Chipset ແມ່ນຫຍັງ



Chipset ແມ່ນຫຍັງ


Chipset ຄື​ ກຸ່ມ​ຂອງ​ຊິ້ນ​ສ່ວນ​ອີເລັກໂຕນິກ ​ຫລື ​ຊິບ​ (Chip) ທີ່​ໄດ້ຮັບ​ການ​ອອກ​ແບບ​ໃຫ້​ເຮັດວຽກ​ເປັນ​ຫນ່ວຍ​ ໂດຍ​ທີ່​ Chipset ນີ້​ຈະ​ຖືກ​ຕິດ​ຕັ້ງ​ຢູ່​ເທິງ​ແຜງວົງຈອນຫຼັກ​ ຫລື​ Mainboard ເພື່ອ​ຄວບ​ຄຸມ​ການ​ເຮັດ​ວຽກງານ​ຕ່າງ​ໆ ​ເທິງ​ແຜງ​ວົງ​ຈອນ​ຫຼັກ​ ໂດຍ​ສາມາດ​ກ່າວ​ໄດ້​ວ່າ​ Chipset ນີ້​ ປຽບ​ເຫມືອນ​ຫົວ​ໃຈ​ ຫລື ​ຜູ້​ຈັດການ​ຄວບ​ຄຸມ​ການ​ເຮັດ​ວຽກງານ​ຂອງ​ອຸປະກອນ​ທັງ​ໝົດ​ເທິງ​ Mainboard ກໍວ່າໄດ້.

Chipset ເຮັດ​ຫນ້າທີ່​ຫຍັງ​

   Chipset ເຮັດ​ຫນ້າທີ່​​ຄວບ​ຄຸມ​ການ​ເຮັດ​ວຽກງານ​ຂອງກົນ​ວິທີ​ໃນ​ການ​ເຊື່ອມ​ຕໍ່​ ທັງ​ການ​ຮັບ​ສົ່ງ​ຂໍ້​ມູນ​ລະຫວ່າງ​ຫນ່ວຍ​ຄວາມ​ຈຳ​ຫຼັກ​ ຫລື ​ອຸປະກອນ​ Input/Output (I/O Devices) ແລະ ​ອຸປະກອນ​ຕໍ່​ພ່ວງ​ຕ່າງ​ໆ​ ອີກ​ທັງ​ຍັງ​ເຮັດ​ຫນ້າທີ່​ອື່ນ​ໆ​ເທິງ​ Mainboard ທີ່​ CPU ບໍ່ສາມາດ​ເຮັດ​ໄດ້​ ເຊັ່ນ:​ ການ​ສົ່ງ​ຂໍ້​ມູນ​ຈາກ​ RAM ປ​ຢັງ​ CPU ການ​ຄວບ​ຄຸມ​ການ​ຮັບ​-ສົ່ງ​ຜ່ານ​ຂໍ້​ມູນ​ຂອງ​ Harddisk ລະ​ Optical drives ຕ່າງ​ໆ​ (CD-ROM, DVD, Bluray Drives) ທັງຫມົດ​ເຖິງ​ການ​ຮັບ​-ສົ່ງ​ຂໍ້​ມູນ​ຂອງ​ແຜງ​ວົງ​ຈອນ​ອື່ນ​ໆ​ ເຊັ່ນ​: Display adaptor, AGP Card, Audio card, Network card ແລະ​ Wireless network controller ເປັນ​ຕົ້ນ​

Chipset ແບ່ງ​ອອກ​ມາ​ເປັນ​ 2 ສ່ວນ​ຫຼັກ​ຄື​:

1. Northbridge
ຄື: ​ຊິບ​ທີ່​ເຮັດ​ຫນ້າທີ່​ຄວບ​ຄຸມ​ການ​ຕິດ​ຕໍ່​ລະຫວ່າງ​ CPU, RAM, AGP ຫລື​ PCI Express ແລະ​ Southbridge
2. Southbridge
ຄື: ​ຊິບ​ທີ່​ຈັດການ​ກ່ຽວກັບ​ການ​ຮັບ​-ສົ່ງ​ຂໍ້​ມູນ​ພາຍນອກ​ (input/output I/O) ເຊັ່ນ:​ Universal serial bus (USB), Serial ports , IDE Controller, ISA ເປັນ​ຕົ້ນ​

ຕົວ​ຢ່າງ​ Chipset ທີ່​ກໍາລັງເປັນທີ່ນິຍົມ​:
-Intel X58 Express Chipset
-Intel H81 Express Chipset
-Intel HM87 Express Chipset
-Intel B65 Express Chipset
-Intel 82B65 Express Chipset.