Malware ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


31 พฤษภาคม 2560

Malware ແມ່ນຫຍັງ



Malware ແມ່ນຫຍັງ


   ມັນ​ແວ​ (Malware) ຫຍໍ້ມາຈາກຄໍາວ່າ: Malicious Software ໂດຍ​ເຮົາ​ຈະ​ອະທິບາຍ​ຄຳ​ວ່າ​: ມັນ​ແວ​​ວ່າ:​ ຄື ​ໂປຣ​ແກຣມ​ທີ່​ຖືກ​ສ້າງ​ຂຶ້ນ​ມາ​ເພື່ອ​ປະສົງ​ຮ້າຍ​ຕໍ່​ເຄື່ອງ​ຄອມພິວເຕີ ​ແລະ ​ເພື່ອ​ມາ​ດອກລວງເອົາ​ຂໍ້​ມູນ​ສຳຄັນ​ໄປ​ຈາກ​ຜູ້​ໃຊ້​ງານ​ຄອມພິວເຕີ​ ໂດຍ​ມັນ​ແວ​ຣ໌​ທີ່​ເຮົາ​ຮູ້​ຈັກ​ກັນ​ດີ​ກໍ​ມີຄື:​ ໄວ​ຣັສ​ (Virus), ວອມ​ (Worm) ໂທຣ​ຈັນ​ (Trojan Horse), ສ​ປາຍ​ແວ​ຣ໌​ (Spyware), ຄີ​​ລ໊ອກ​ເກີ​ (Key Logger), ຄຸ້ກ​ກີ້​ (Cookie) ແລະ ​ການ​ Malicious Mobile Code (MMC) ທີ່​ອາໄສ​ຊ່ອງ​ໂຫວ່​ຂອງ​ໂປຣ​ແກຣມ​ບ​ຣາວ​ເຊີ​ຣ໌​
   ສ່ວນ​ໃຫຍ່​ຈະ​ໃຊ້​ວິທີ​ການລັກ​ລອບ​ເຂົ້າ​ມາສູ່​ຄອມພິວເຕີ ​ຫລື ​ລະບົບ​ເຄືອ​ຂ່າຍ​ຂອງ​ເຮົາ​ ໂດຍ​ການແຝງ​ຕົວ​ມາ​ກັບ​ໂປຣ​ແກຣມ​ການ​ໃຊ້​ງານ​ Application software) ຕ່າງ​ໆ​ ເຊັ່ນ​: ມາ​ກັບ​ແຜ່ນ​ CD ເຖື່ອນ:​ ມາ​ກັບ​ໄຟ​ລ໌​ທີ່​ດາວ​ນ໌​ໂຫຼດ​ຜ່ານ​ອິນເຕີເນັດ, ມາ​ກັບ​ລະບົບ​ແຊດ​ໃນ​ Social media ຕ່າງ​ໆ​ ຫລື​ ຈົນກະ​ທັ່ງ​ ມາ​ກັບ​ Apps ໃນ​ມື​ຖື​ແບບ​ສ​ະມາດ​ໂຟນ​ ໂດຍ​ Malware ມີ​ທັງ​ຊະນິດ​ທີ່​ເຂົ້າ​ມາ​ຝັງ​ໃນ​ເຄື່ອງ​ເຄື່ອງ​ດຽວ​ ແລະ ​ແບບ​ທີ່​ສາມາດ​ກະ​ຈາຍ​ຕົວ​ເອງ​ອອກ​ໄປ​ຍັງ​ຜູ້​ອື່ນ​ໄດ້​ເອງ​ ໂດຍ​ອາໄສ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ເຮົາ​ທີ່​ມັນ​ໂຈລະກໍາໄປ​ຈາກ​ເຄື່ອງ​ຂອງ​ເຮົາ​ເອງ​

ມັນ​ແວ​​ (Malware) ມີຫລາຍຊະນິດ ເຊິ່ງເຮົາສາມາດ​ແບ່ງ​ອອກ​ໄດ້​ເປັນ 11 ຊະນິດດັ່ງ​ນີ້​:


1.
ໄວ​ຣັສ​ (Virus) ເປັນ​ໂປຣ​ແກຣມ​ທີ່​ຕິດ​ຕໍ່​ຈາກ​ໄຟ​ລ໌​ໜຶ່ງ​ໄປ​ສູ່​ອີກ​ໄຟ​ລ໌​ໜຶ່ງ​ໄດ້​ ແລະ​ ສາມາດ​ສົ່ງ​ຜ່ານ​ໄຟ​ລ໌​ດ້ວຍ​ການ​ແນບ​ໄວ​ຣັສໄປ​ກັບ​ໄຟ​ລ໌​ທີ່​ເຮົາ​ສົ່ງ​ໄປ​ຍັງ​ເຄື່ອງ​ຄອມພິວເຕີ​ອີກ​ເຄື່ອງ​ໜຶ່ງ​ໄດ້​ ໂດຍ​ໄວ​ຣັສ​ຈະ​ກໍ່ການ​ທຳລາຍ​ຮາ​ດ​ແວ​ ແລະ ​ຊອບ​ແວ​ໃນ​ເຄື່ອງ​ ພ້ອມ​ກັບ​ໄຟ​ລ໌​ທີ່​ໄວ​ຣັສແຝງ​ຕົວ​ເອງ​ເພື່ອ​ແຜ່ກ​ະ​ຈາຍ​ໄປ​ສູ່​ເຄື່ອງ​ອື່ນ​ໆ​ດ້ວຍ​

2.
ວອມ​ (Worm) ສາມາດ​ທີ່​ຈະ​ແຜ່​ຂະຫຍາຍ​ຕົວ​ເອງ​ໂດຍ​ທີ່​ບໍ່​ຕ້ອງ​ມີ​ໂປຣ​ແກຣມ​ອື່ນ​ໃນ​ການ​ແຜ່ກ​ະ​ຈາຍ​ກໍ​ໄດ້​ເຊັ່ນ​ກັນ​ ເປົ້າ​ໝາຍ​ຂອງ​ວອມຈະ​ຈ້ອງ​ທຳລາຍ​ລະບົບ​ເຄືອ​ຂ່າຍ​ ແລະ​ ຂະຫຍາຍ​ການ​ແຜ່ກ​ະ​ຈາຍ​ໄປ​ຍັງ​ຄອມພິວເຕີ​ເຄື່ອງອື່ນ​ໆ​ ໂດຍ​ການ​ສົ່ງ​ອີ​ເມ​ລ໌ ​ຫລື ​ຊ່ອງ​ໂຫວ່​ຂອງ​ລະບົບ​ປະຕິບັດ​ການ​

3.
ໂທຈັນ​ (Trojan Horse) ເປົ້າ​ໝາຍ​ຂອງ​ມັນ​ແວ​​ຕົວ​ນີ້​ ຈະ​ຄ່ອຍ​ຈ້ອງ​ທຳລາຍ​ລະບົບ ​ແລະ​ ເປີດ​ຊ່ອງ​ໂຫວ່​ໃຫ້​ກັບ​ຜູ້​ບໍ່​ຫວັງ​ດີ​ເຂົ້າ​ມາ​ທຳລາຍ​ລະບົບ​ ແລະ ​ຄວບ​ຄຸມ​ຈາກໄລຍະໄກ ແລະ ​ບໍ່​ແຜ່ກ​ະ​ຈາຍ​ໄປ​ຍັງ​ໄຟ​ລ໌​ອື່ນ​ໆ​
4.
ສະ​ປາຍ​ແວ​ (Spyware) ຈະ​ບໍ່​ແຜ່ກ​ະ​ຈາຍ​ໄປ​ຍັງ​ໄຟ​ລ໌​ອື່ນ​ໆ ​ຄືກັບ​ໂທ​ຈັນ​ ໂດຍ​ເປົ້າ​ໝາຍ​ຂອງ​ສ​ະປາຍ​ແວ​ນັ້ນ​ ແອບເບິ່ງ​ທີ່​ຈະ​ລົບກວນ​ ແລະ ​ລະ​ເມີດ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ຜູ້​ໃຊ້.​

5. Hybrid Malware/Blended Threats
ເປັນ​ມັນ​ແວ​ທີ່​ອັນຕະລາຍ​ຫລາຍ​ເພາະ​ທັງຫມົດ​ຄວາມ​ສາມາດ​ຂອງ​ ໄວ​ຣັສ​ ວອມ ໂທ​ຈັນ​ ສ​ະປາຍ​ແວ​ໄວ້​ນຳກັນ​

6. Phishing
ເປັນ​ມັນ​ແວ​ທີ່​ແອບເບິ່ງເພື່ອຈະ​ລັກເອົາ​ຂໍ້​ມູນ​ທາງ​ການ​ເງີນເຊັ່ນ:​ ບັດ​​ເຄ​ດິດ ​ຫລື ​ພວກ​ Online bank account

7. Adware ຄຳ​ນີ້​ອາດຈະ​ເຄີຍ​ໄດ້ຍິນ​ເລື້ອຍໆ​ Adware ເປັນ​ມັນ​ແວ​ປະ​ເພດ​ໜຶ່ງ​ ​ເມື່ອ​ຕິດ​ຕັ້ງ​ແລ້ວ​ ມັກ​ຈະ​ມີ​ໂຄສະ​ນາ​ຢູ່ໃນ​ຕົວ​ໂປຣ​ແກຣມ​ເລີຍ​ ຫລື ​ບາງເທື່ອ​ກໍ​ເອີ້ນ​ເປີດ​ໜ້າ​ເວັບ​ເພື່ອ​ປ໊ອບ​ອັບ​ຂຶ້ນ​ມາ​ໂດຍ​ອັດ​ຕະໂນ​ມັ​ດ (ບໍ່​ຕ້ອງ​ຄລິກ​) ສ່ວນ​ໃຫຍ່​ໂປຣ​ແກຣມ​ເຫຼົ່າ​ນີ້​ຈະ​ຟ​ຣີ​!! (ແລະ​ ແຖມ​ໂຄສະນາ​ມານໍາ​)

8. Bot ຄື​ຊອບແວ​ທີ່​ສ້າງ​ຂຶ້ນ​ມາ​ເພື່ອ​ເຮັດວຽກ​ໃດ​ງານ​ໜຶ່ງ​ແບບ​ອັດຕະ​ໂນ​ມັ​ດ​ ເຮົາ​ອາດຈະ​ເຄີຍ​ໄດ້ຍິນ​ມັນ​ໃນ​ຊື່​ Bot ເກມ​ ບ່ອນ​ເຮັດວຽກ​ຫລິ້ນ​ເກມ​ໃຫ້​ແບບ​ອັດ​ໂນ​ມັ​ດ ແຕ່​ສຳລັບ​ Bot ທີ່​ເປັນ​ມັນ​ແວ​ກໍ​ຈະ​ຖືກ​ເອີ້ນຊື່​ໃນ​ແຕ່​ລະ​ກໍລະນີ​ທີ່​ຕ່າງ​ກັນ​ໄປ​ ເຊັ່ນ:​ Botnets (ເຄື່ອງ​ທີ່​ຖືກ​ແຮກ​ເກີ​​ຄວບ​ຄຸມ​ ) ໃຊ້​ມາ​ເພື່ອ​ການ​ໂຈມ​ຕີ​ແບບ​ DDoS ຫລື​ Spambot ເພື່ອ​ໃຊ້​ສຳລັບ​ການ​ສົ່ງ​ SPAM ເປັນ​ຕົ້ນ​.

9. Bug ຄຳ​ຄຸ້ນ​ຫູ​ຂອງ​ໂປຣ​ແກຣມ​ເມີ​​ ທີ່​ເກີດ​ມາ​ຈາກ​ຄວາມ​ຜິດ​ພາດ​ຂອງ​ໂປຣ​ແກຣມ​ເມີ​ ຫລື ​ຈົນກ​ະ​ທັ່ງ​ຄວາມ​ຜິດ​ພາດ​ຂອງ​ຜູ້​ໃຊ້​ງານ​ລະບົບ​ ຈົນ​ເປັນ​ຊ່ອງ​ໂຫວ່​ໃຫ້​ແຮກ​ເກີ​​ເຂົ້າໄປ​ໂຈມ​ຕີ​ລະບົບ​ໄດ້​

10. Ransomware ມັນ​ແວ​ມາ​ແຮງ​ຊື່​ຄຸ້ນ​ຫູ​ແຫ່ງ​ປີ​ສ້າງ​ຄວາມ​ເສຍ​ຫາຍ​ໃນ​ຫຼາກ​ຫຼາຍ​ວົງ​ການ​ ມັນ​ແວ​ປະ​ເພດ​ນີ້ ​ຈະ​ກໍ່ການ​ເຂົ້າລະ​ຫັດ​ໄຟ​ລ໌​ໃຫ້​ບໍ່​ສາມາດ​ເປີດ​ໃຊ້​ງານ​ໄດ້​ ຊຶ່ງ​ຖ້າ​ຕ້ອງ​ການ​ໃຫ້​ສາມາດ​ໃຊ້​ງານ​ໄດ້​ອີກ​ເທື່ອ ​ຈຳ​ເປັນ​ຕ້ອງ​ຈ່າຍ​ເງີນ​ຄ່າ​ໄຖ່​ໃຫ້​ກັບ​ເຫຼົ່າ​ແຮກ​ເກີ​ເພື່ອປົດລະ​​ຫັດ​ໄຟ​ລ໌​ເຫຼົ່າ​ນັ້ນ​

11. Rootkit ເປັນ​ມັນ​ແວ​ທີ່​ສາມາດ​ຄວບ​ຄຸມ​ເຄື່ອງ​ ຫລື​ ເຂົ້າ​ໃຊ້​ເຄື່ອງ​ທີ່​ຖືກ​ຕິດ​ຕັ້ງ​ໄດ້​ຈາກໄລຍະໄກ ແລະ​ ມີ​ຄຸນສົມບັດ​ເດັ່ນ​ໃນ​ດ້ານ​ການ​ຫຼົບ​ຊ່ອນ​ ເຮັດໃຫ້​ຈະ​ກໍ່ການ​ລົບ​ ຫລື​ ກວດ​ຈັບ​ເປັນ​ໄປ​ໄດ້​ຍາກ​

ອັນຕະລາຍ​ຂອງ​ Malware ມີຄື:

1. ມັນ​ແວ​​ຈະ​ທຳລາຍ​ເຄື່ອງ​ຄອມພິວເຕີ​ທັງ​ຮາ​ດ​ແວ​ ແລະ ​ຊອບ​ແວທັງຫມົດ​ ຈົນເຖິງ​ຂໍ້​ມູນ​ໃນ​ເຄື່ອງ​ຄອມພິວເຕີ​ທີ່​ຕິດ​ມັນ​ແວ​​ໄປ​ແລ້ວ​
2.
ມັນ​ແວ​​ຈະ​ພະຍາຍາມ​ເຮັດໃຫ້​ເຄື່ອງ​ຄອມພິວເຕີ​ທີ່​ຕິດ​ມັນ​ແວ​​ເປັນ​ຕົວ​ກະ​ຈາຍ​ມັນ​ແວ​ສູ່​ຜູ້​ໃຊ້​ຄົນ​ອື່ນ​ໂດຍການ​ແອບ​ໃຊ້​ອີ​ເມ​ລ໌​ເພື່ອ​ສົ່ງ​ໄຟ​ລ໌​ໄປ​ຍັງ​ຣາຍ​ຊື່​ທີ່​ມີ​ຢູ່ໃນ​ອີ​ເມ​ລ໌​ຂອງ​ເຮົາ​
3.
ມັນ​ແວ​ພະຍາຍາມ​ຈະ​ລັກເອົາ​ຂໍ້​ມູນ​ທີ່​ເປັນ​ຄວາມ​ລັບ​ ໃຫ້​ກັບ​ຜູ້​ບໍ່​ປະສົງ​ດີ​ດ້ວຍ​ການ​ເປີດ​ຊ່ອງ​ໂຫວ່​ໃຫ້​ຜູ້​ບໍ່​ປະສົງ​ດີ​ເຂົ້າ​ມາສູ່​ລະບົບ​ປະຕິບັດ​ການ​ໄດ້​ ຫລື​ ບໍ່​ກໍ​ແອບ​ສົ່ງ​ຂໍ້​ມູນ​ຕ່າງ​ໆ ​ເຫຼົ່າ​ນີ້​ຜ່ານ​ອີ​ເມ​ລ໌​ກໍ​ເປັນ​ໄປ​ໄດ້​
4.
ມັນ​ແວ​ຈະ​ກໍ່​ຄວາມ​ລໍາ​ຄານ​ໃຫ້​ກັບ​ຜູ້​ໃຊ້​ງານ​ຢູ່​ຕະຫລອດ​ເວລາ​.





ແຫລ່ງອ້າງອິງຈາກ: