ອິນເຕີເນັດ (Internet) - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


24 พฤษภาคม 2560

ອິນເຕີເນັດ (Internet)



1. ຄວາມໝາຍຂອງອິນເຕີເນັດ (Internet)
 
         ອິນເຕີເນັດ (Internet) ໄດ້ມາຈາກຄໍາ 2 ຄໍາ ຄື: Inter ແປວ່າ: ລະຫວ່າງ ຫຼື ທ່າມກາງ ແລະ Net ແປວ່າ: ເຄືອຂ່າຍ ໄດ້ມາຈາກ ຄໍາວ່າ: Network ເມື່ອນໍາເອົາທັງ 2 ຄໍາມາລວມກັນ ຈຶ່ງແປວ່າ: ການເຊື່ອມຕໍ່ກັນລະຫວ່າງ IP (Internet protocol) Address


         ອິນເຕີເນັດ ຫມາຍເຖິງ ເຄືອຂ່າຍຄອມພີວເຕີນານາຊາດ ທີ່ມີການເຊື່ອມຕໍ່ໄປຍັງສະຖາບັນ ຫຼື ຫນ່ວຍງານຕ່າງໆ ທົ່ວທຸກມຸມໂລກ ໂດຍໃຊ້ພາສາມາດຕະຖານທີ່ເອີ້ນວ່າ (TCP/IP) ໃນການເຊື່ອມຕໍ່ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໃຊ້ທົ່ວໂລກ ໃນການຄົ້ນຫາຂໍ້ມູນ ແລະ ດາວໂຫຼດໂປຼແກຼມຕ່າງໆມາໃຊ້ໄດ້ ແລະ ບໍລິການອື່ນໆ ເຊັ່ນ: ຈົດຫມາຍອີເລັກໂຕຼນິກ ຫຼື ທີ່ເອີ້ນກັນທົ່ວໄປວ່າອີເມລ໌ (e-mail), ສົນທະນາອອນໄລ
         IP address ຄື ​ເລກ​ 4 ຊຸດ​ ຫລື​ 4 Byte ເຊັ່ນ​ 203.158.197.2 ຫລື​ 202.29.78.12 ເປັນ​ຕົ້ນ​ ແຕ່​ຖ້າ​ເປັນ​ສ​ຖາ​ບັນ​ການສຶກສາ​ໂດຍ​ທົ່ວ​ໄປ​ຈະ​ໄດ້​ IP ມາ​ 1 Class C ເພື່ອ​ແຈກ​ຈ່າຍ​ໃຫ້​ກັບ​ Host ໃນ​ອົງ​ອນ​ໄດ້​ໃຊ້​ IP ຈິງ​ໄດ້​ເຖິງ​ 254 ເຄື່ອງ​ ເຊັ່ນ:​ 203.159.197.0 ເຖິງ​ 203.159.197.255 ແຕ່​ IP ທໍາອິດ ແລະ​ IP ສຸດ​ທ້າຍ​ຈະ​ບໍ່​ຖືກ​ນຳ​ມາ​ໃຊ້​ ຈຶ່ງ​ເຫຼືອ​ IP ໃຫ້​ໃຊ້​ໄດ້​ຈິງ​ພຽງ​ 254 ໝາຍ​ເລກ​
 - 1 Class C ໝາຍ​ເຖິງ​ Subnet mask ເປັນ​ 255.255.255.0 ແລະ​ແຈກ​ IP ຈິງ​ໃນ​ອົງ​ກອນໄດ້​ສູງ​ສຸດ​ 254
 - 1 Class B ໝາຍ​ເຖິງ​ Subnet mask ເປັນ​ 255.255.0.0 ແລະ​ແຈກ​ IP ຈິງ​ໃນ​ອົງ​ກອນ​ໄດ້​ສູງ​ສຸດ​ 66,534
 - 1 Class A ໝາຍ​ເຖິງ​ Subnet mask ເປັນ​ 255.0.0.0 ແລະ​ແຈກ​ IP ຈິງ​ໃນ​ອົງ​ກອນ​ໄດ້​ສູງ​ສຸດ​ 16,777,214


2. ປ​ະ​ຫວັດ​ຄວາມ​ເປັນມາຂອງອິນເຕີເນັດ


 ອິນເຕີເນັດມີການພັດທະນາມາຈາກ ARPAnet ກໍ່ຕັ້ງຂຶ້ນໃນປີ ຄສ.1969, ພສ. 2512 ເປັນເຄືອ ຂ່າຍຄອມພິວເຕີຂອງກະຊວງປ້ອງກັນຊາດ (Ministry of Defense) ທີ່ໃຊ້ໃນງານວິໄຈທາງດ້ານການທະຫານ (ARPA: Advanced Research Project Agency) ຈົນມາເຖິງ ຄສ.1972, ພ.ສ.2515 ຫຼັງຈາກເຄືອຂ່າຍທົດລອງຂອງ ARPAnet ປະສົບຄວາມ ສຳເລັດ ກໍໄດ້ມີການປັບປຸງໜ່ວຍງານຈາກ ARPAnet ມາເປັນ Defence Communication Agency. ໃນປີ ຄສ.1983 , ພສ.2526. ARPAnet ໄດ້ແບ່ງເປັນ 2 ເຄືອຂ່າຍຂອງກອງທັບມິວເນັດ (MILNET: Military Network) ເຊິ່ງມີການເຊື່ອຕໍ່ໂດຍໃຊ້ TCP/IP (Transmission Control Protocol/Internet Protocol) ເປັນຄັ້ງທຳອິດໃນປີ ຄສ. 1985, ພສ. 2528.ໂດຍມູນນິທິວິທະຍາສາດແຫ່ງຊາດຂອງອາເມລິກາ NSF ໄດ້ໃຫ້ເງິນທຶນໃນການສ້າງ ສູນສຸບເປີຄອມພິວເຕີຈໍານວນ 6 ແຫ່ງ ແລະ ໃສ່ຊື່ວ່າ NSFNET ແລັບ ຈົນມາເຖິງປີ ຄສ.1988, ພສ.2533, ອາພາເນັດບໍ່ສາມາດຮອງຮັບການເປັນກະດູກສັນຫຼັງຂອງລະບົບໄດ້ຈຶ່ງ ໄດ້ຢຸດຕິອາພາເນັດ ແລະ ປ່ຽນໄປໃຊ້ NSFNET ແລະ ເຄື່ອຂ່າຍອື່ນໆແທນ ຈົນກາຍມາເປັນເຄືອຂ່າຍຂະໜາດ ໃຫຍ່ຈົນເຖິງປັດຈຸບັນ ແລະ ເອີ້ນເຄືອຂ່າຍນີ້ວ່າ ອິນເຕີເນັດ, ເຄືອຂ່າຍສ່ວນໃຫຍ່ແມ່ນຢູ່ໃນປະເທດສະຫະລັດ ອາເມ ລິກາ ແລະ ປັດຈຸບັນນີ້ມີເຄືອຂ່າຍຍ່ອຍຫຼາຍເຖິງ 25,000 ເຄືອຂ່າຍ.


3. ປະໂຫຍດ​ຂອງ​ອິນ​ເຕີ​ເນັດ​ 

   1. ໃຊ້​ເປັນ​ລະບົບ​ການ​ສື່​ສານ​ສ່ວນ​ບຸກ​ຄົນ​ ເປັນ​ລະບົບ​ທີ່​ເຮັດໃຫ້​ການ​ສື່​ສານ​ລະຫວ່າງ​ກັນ​ເກີດ​ຂຶ້ນ​ໄດ້​ງ່າຍ​ ເຊັ່ນ ​ອິ​ເລັກໂຕນິກ, ເມ​ລ໌​ ຫລື ​ເອີ້ນ​ຫຍໍ້​ໆ​ ວ່າ:​ ອີ​ເມ​ລ໌​ (E-mail)
   2. ໃຊ້​ເປັນ​ແຫຼ່ງ​ຄົ້ນ​ຄວ້າ​ຫາ​ຂໍ້​ມູນ​ ທັງ​ຂໍ້​ມູນ​ທາງ​ວິ​ຊາ​ການ​ ຂໍ້​ມູນ​ດ້ານ​ການ​ບັນ​ເທີງ​ ດ້ານ​ການ​ແພດ​ ແລະ ​ອື່ນ​ໆ​ ທີ່​ໜ້າສົນ​ໃຈ​
   3. ສາມາດ​ຊື້​ຂາຍ​ສິນ​ຄ້າ​ ຜ່ານ​ລະບົບ​ເຄືອ​ຂ່າຍ​ອິນ​ເຕີເນັດ​ໄດ້​ ເຮັດໃຫ້​ສະ​ດວກ​ສະບາຍ​ ແລະ ​ເຮັດ​ທຸລະກິດ​ໄດ້​ທຸກ​ທີ່​ທີ່​ມີ​ເຄືອ​ຂ່າຍ​ອິນ​ເຕີເນັດ​
   4. ເປັນ​ປະໂຫຍດ​ຕໍ່​ການສຶກສາ​ ນັກ​ສຶກ​ສາ​ໃນ​ມະຫາ​ວິທະຍາ​ໄລ ສາມາດ​ໃຊ້​ອິນ​ເຕີ​ເນັດ​ ຕິດ​ຕໍ່​ກັບ​ມະຫາ​ວິທະຍາໄລ​ອື່ນ​ໆ​ ເພື່ອ​ຄົ້ນ​ຫາ​ຂໍ້​ມູນ​ທີ່​ກຳ​ລັງ​ສຶກ​ສາ​ຢູ່​ໄດ້​ ທັງ​ທີ່​ຂໍ້​ມູນ​ທີ່​ເປັນ​ ຂໍ້ຄວາມ​ ສຽງ​ ພາບ​ເຄື່ອນ​ໄຫວ​ຕ່າງ​ໆ​
   5. ຄົ້ນ​ຫາ​ຂໍ້​ມູນ​ຕ່າງ​ໆ​ ເພື່ອ​ຊ່ວຍ​ໃນ​ການ​ຕັດ​ສິນ​ໃຈ​ທາງ​ທຸລະກິດ​
   6. ານ​ພັກ​ຜ່ອນ​ຫຍ່ອນ​ໃຈ​ ສັນ​ທະ​ນາ​ການ​ ເຊັ່ນ:​ ການ​ຄົ້ນ​ຫາ​ວາລະສານ​ຕ່າງ​ໆ​ ການ​ຫລິ້ນ​ເກມ​ ຫລື​ເບິ່ງ​ໜັງ​ ຟັງ​ເພງ​
   7. ເປັນ​ປະໂຫຍດ​ຕໍ່​ການ​ຮຽນ​-ການ​ສອນ​ຜ່ານ​ອິນ​ເຕີ​ຣ໌​ເນັດ​
   8. ເປັນ​ແຫຼ່ງ​ຂໍ້​ມູນ​ຄວາມ​ຮູ້​ໃນ​ທຸກ​ໆ​ເລື່ອງ​ ເຮັດໃຫ້​ຄົ້ນ​ຫາ​ໄດ້​ສະ​ດວກ​ວ່ອງໄວ​ ບໍ່​ຕ້ອງ​ເສຍ​ເວລາ ​ແລະ​ສິ້ນ​ເປືອງ​ເງີນ​ໃນ​ການ​ຊື້​ຕໍາລາ

4. ໂທດຂອງອິນເຕີເນັດ (Internet)


 - ເປັນທີ່ເຜີຍແຜ່ ສິ່ງທີ່ຜິດກົດໝາຍຕ່າງໆ ເຊັ່ນ: Software ເຖື່ອນ, ສື່ອານາຈານ, ອາວຸດສົງຄາມ ແລະ ອື່ນໆ.

 - ໄວຣັສຄອມພິວເຕີ
 - ການໃຊ້ໃນທາງທີ່ຜິດເຊັ່ນ: ການໂຈລະກໍາຂໍ້ມູນ, ການເຂົ້າທໍາລາຍຂໍ້ມູນ.
 - ຂໍ້ມູນບາງຢ່າງກໍບໍ່ເໝາະສົມກັບເຍົາວະຊົນ.
 - ອາດເຮັດໃຫ້ນອນເດິກ ແລະ ເສຍສຸຂະພາບ
 - ບາງຄົນຫຼິ້ນອິນເຕີເນັດຫຼາຍ ບໍ່ຍອມອອກກໍາລັງກາຍ
 - ຢູ່ໜ້າຈໍດົນອາດເຮັດໃຫ້ເສຍແສງຕາ
 - ໂລກຕິດອິນເຕີເນັດ.
 
ແຫລ່ງອ້າງອິງຈາກ:
                          http://computer.bcnnv.ac.th/hnwy-kar-reiyn-ru2
                          http://www.thaiall.com/article/internet.htm
              http://guru.sanook.com/2774/