3G ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


31 พฤษภาคม 2560

3G ແມ່ນຫຍັງ



3G ແມ່ນຫຍັງ

   3 ຈີ​ (ອັງກິດ: 3G,3rd generation mobile telecommunications ) ເປັນ​ມາດຕະຖານ​ໂທລະສັບມືຖືໃນ​ຍຸກ​ທີ​ 3 ຖືກ​ພັດທະນາ​ເພື່ອ​ແທນ​ທີ່​ ລະບົບ​ໂທລະ​ສັບ​ 2G ເຊິ່ງ​ 3G ນັ້ນ ​ໄດ້ຮັບ​ການ​ພັດທະນາ​ເທິງ​ພື້ນ​ຖານ​ຂອງ​ມາດຕະຖານ​ IMT-2000 ພາຍໃຕ້​ກຸ່ມ​ຂອງ​ສະຫະພາບໂທລະຄົມມະນາຄົມລະຫວ່າງປະເທດ

   ມາດຕະຖານໂທລະ​ສັບ​ມື​ຖື​ຍຸກ​ທີ 3 ຫລື​ ທີ່​ເອີ້ນວ່າ:​ ລະບົບ​ UMTS ຫຼື​ W-CDMA ໃນ​ລະບົບ​ GSM ໃຊ້​ຊ່ວງ​ຄວາມ​ຖີ່​ຕັ້ງ​ແຕ່​ 850 , 900 , 1800 , 1900 ແລະ​ 2100 ຜ​ະສານ​ເທັກ​ໂນ​ໂລ​ຢີ​ໃນ​ປະຈຸບັນ​ເຂົ້າ​ນຳກັນ​ ມີ​ຄວາມ​ສາມາດ​ໃນ​ການ​ນຳ​ສະເໜີ​ຂໍ້​ມູນ​ ໃຊ້​ງານ​ດ້ານ​ມັນ​ຕິ​ມີ​ເດຍ​ ສົ່ງ​ຜ່ານ​ຂໍ້​ມູນ​ທັງ​ພາບ ​ແລະ ​ສຽງ​ໃນ​ລະບົບບໍ່ມີ​ສາຍ​ດ້ວຍ​ຄວາມ​ໄວ​ທີ່​ສູງ​

ມາດຕະຖານ​ຂອງ​ 3G ທີ່​ໃຊ້​ກັນ​ທົ່ວ​ໂລກ​ມີ​ຢູ່​ 3 ລະບົບ​ ດັ່ງ​ນີ້​:
 1. ມາດຕະຖານ​ IMT-2000
 2. ມາດຕະຖານ​ UMTS (Universal Mobile Telecommunications Services)
 3. ມາດຕະຖານ​ W-CDMA Wideband Code-Division Multiple Access)

ປະໂຫຍດ​ຂອງ​ລະບົບ​ 3G
 - ຊ່ວຍ​ໃຫ້​ການ​ສື່​ສານ​ທັງ​ພາບ​ ແລະ ​ສຽງ​ດ້ວຍ​ເຄືອ​ຂ່າຍ​ໂທລະສັບ​ບໍ່ມີສາຍ​ເປັນ​ໄປ​ດ້ວຍ​ຄວາມ​ວ່ອງໄວ​
 - 3G ຊ່ວຍ​ໃຫ້​ເບິ່ງ​ໜັງ​ ຫລິ້ນ​ເກມ​ ແລະ​ ວິ​ດີ​ໂອ​ແບບ​ອອນ​ໄລ​ນ໌​ແບບບໍ່ສະດຸດ
 - ຊ່ວຍ​ໃຫ້​ຊົນນະບົດ​ທີ່​ຫ່າງ​ໄກສອກຫລີກ​ສາມາດ​ເຂົ້າ​ເຖິງ​ລະບົບ​ອິນເຕີເນັດໄດ້
 - ຊ່ວຍ​ໃຫ້​ເກີດ​ລະບົບ​ການ​ຮຽນ-​ການ​ສອນ​ທາງ​ໄກຜ່ານ​ອິນ​ເຕີ​ຣ໌​ເນັດ​
 - ລະບົບ​ 3G ຊ່ວຍ​ໃຫ້​ການ​ບໍລິການ​ທາງ​ແພດ​ໃນ​ຖິ່ນ​ທຸດະກັນດານ​ກັນ​ດານ​ເປັນ​ໄປ​ຢ່າງ​ມີປະ​ສິດ​ທິ​ພາບ​
 - ຊ່ວຍ​ໃຫ້​ຜູ້ຄົນ​ສາມາດ​ຕິດ​ຕໍ່​ກັນ​ໄດ້​ທຸກ​ທີ່​ ທຸກ​ເວລາ​ ບໍ່​ວ່າ​ຈະ​ເປັນ​ລະບົບ​ສົ່ງ​ຂໍ້ຄວາມ​ ອີ​ເມ​ລ໌​ ແລະ​ ໂດຍ​ລະບົບ​ສັງຄົມ​ອອນ​ໄລ​ນ໌​.