Domain name ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


24 พฤษภาคม 2560

Domain name ແມ່ນຫຍັງ




1. ໂດເມນເນມ (domain name) ແມ່ນຫຍັງ?

 
       ໂດ​ເມນ​ເນມ​  (domain name) ຄື​ ຊື່​ທີ່​ໃຊ້​ບອກລົງ​ໃນ​ຄອມພິວເຕີ​ ເພື່ອ​ໄປ​ຄົ້ນ​ຫາ​ໃນ​ລະບົບ​ ໂດ​ເມນ​ເນມ​ຊີດ​ເທມ​ (Domain Name System) ເພື່ອ​ບອກເຖິງ​ ໄອ​ພີ​ແອດ​ເດຼສ​ ຂອງ​ຊື່​ນັ້ນ​ໆ​ ເປັນ​ຊື່​ທີ່​ຜູ້ຈົດ​ທະ​ບຽນ​ບອກ​ໃຫ້​ກັບ​ຜູ້​ໃຊ້​ເພື່ອ​ເຂົ້າ​ມາຍັງ​ເວັບ​ໄຊ​ຂອງ​ຕົນ​ ບາງເທື່ອ​ ເຮົາ​ອາດຈະ​ໃຊ້​ "ທີ່​ຢູ່​ເວັບ​ໄຊ​" ຫລື​ "Web Address" ແທນ​ກໍ​ໄດ້​.
 
       ຊື່​ໂດ​ເມນ​ ຫລື​ ໂດ​ເມນ​ເນມ​ (domain name) ໝາຍ​ເຖິງ​ ຊື່​ເວັບ​ໄຊ​, ຊື່​ບ​ລັອກ​ ຊຶ່ງ​ເປັນ​ຊື່​ທີ່​ຕັ້ງ​ຂຶ້ນ​ເພື່ອ​ໃຫ້​ຈົດ​ຈຳ​ ແລະ ​ນຳ​ໄປ​ໃຊ້​ງານ​ໄດ້​ງ່າຍ​ ທັງ​ໃນ​ການ​ເຂົ້າ​ຊົມ​ຜ່ານ​ບ​ຣາວ​ເຊີ​ຣ໌​ຂອງ​ຜູ້​ໃຊ້​ທົ່ວ​ໄປ​ ຍັງລວມໄປເຖິງ ​ຜູ້​ເບິ່ງ​ແຍງ​ລະບົບ​ໂດ​ເມນ​ເນມ​ຊີສ​ເທມ​ ທີ່​ສາມາດ​ແກ້​ໄຂ​ໄອ​ພີ​ແອດ​ເດຼ​ສ​ຂອງ​ຊື່​ໂດ​ເມນ​ເນມ​ນັ້ນ​ໆ​ ໄດ້​ທັນ​ທີ​ ໂດຍ​ທີ່​ຜູ້​ໃຊ້​ທົ່ວ​ໄປ​ບໍ່​ຈຳ​ເປັນ​ຕ້ອງ​ຮັບ​ຮູ້ ​ຫລື ​ຈົດ​ຈຳ​ໄອ​ພີ​ແອດ​ເດຼ​ສ​ທີ່​ມີ​ການ​ປ່ຽນ​ແປງ​
ເຄື່ອງ​ຄອມພິວເຕີ​ທີ່​ເຮັດ​ຫນ້າທີ່​ເຜີຍແຜ່​ເວັບ​ໄຊ​​ ຈະ​ມີ​ໂດນ​ເມນ​ເນມ​ສະເພາະ​ບໍ່​ຊ້ຳ​ກັບ​ໃຜ​.

       Domain Name ຄື ​ຊື່​ທີ່​ໃຊ້​ໃນ​ການ​ອ້າງ​ອິງ​ເພື່ອ​ໄປ​ຍັງ​ Website ຕ່າງ​ໆ​ ທີ່​ຢູ່​ເທິງ​ເຄືອ​ຂ່າຍ​ອິນ​ເຕີ​ຣ໌​ເນັດ ​ຊື່​ທີ່​ໃຊ້​ຕ້ອງ​ເປັນ​ຊື່​ທີ່​ບໍ່​ມີ​ໃຜ​ໃນ​ໂລກ​ໃຊ້​ ເພ​າະ​ຖ້າ​ມີການ​ໃຊ້​ຊື່​ໃດ​ແລ້ວ​ ເຮົາ​ຈະ​ໄປ​ຈົດ​ຊື່​ຊ້ຳ​ບໍ່​ໄດ້​ ຊື່​ Domain Name ຈະ​ເປັນ​ຕົວ​ອັກສອນ​ພິມ​ໃຫຍ່​ ຫລື ​ພິມ​ນ້ອຍ​ ບໍ່​ແຕກ​ຕ່າງ​ກັນ​ເພາະ​ ລະບົບ​ອິນ​ເຕີ​ຣ໌​ເນັດ​ຈະ​ຮັບ​ຮູ້​ຕົວ​ອັກສອນ​ເປັນ​ຕົວ​ນ້ອຍ​ທັງ​ໝົດ​ ເຊັ່ນ:​ ITTradefair.com ແລະ​ ittradefair.com ຖື​ວ່າ​ເປັນ​ຊື່​ດຽວ​ກັນ​.

2. ປະເພດຂອງ Domain Name ແບ່ງໄດ້ເປັນ 2 ປະເພດຄື:

  1.
ໂດ​ເມນ​ 2 ລະ​ດັບ​   ຊື່​ໂດ​ເມນ​ . ປະ​ເພດ​ຂອງ​ໂດ​ເມນ​
  2.
ໂດ​ເມນ​ 3 ລະ​ດັບ​   ຊື່​ໂດ​ເມນ​ . ປະ​ເພດ​ຂອງ​ໂດ​ເມນ​

* ໂດນ​ເມນ​ເນມ​ 2 ລະ​ດັບ

ຈະ​ປະກອບ​ດ້ວຍ​  www. ຊື່​ໂດ​ເມນ​. ປະ​ເພດ​ຂອງ​ໂດ​ເມນ​ ເຊັ່ນ:​ www.b2ccreation.com
 ປະ​ເພດ​ຂອງ​ໂດ​ເມນ​ ຄື​ ຄຳ​ຫຍໍ້​ຂອງ​ອົງ​ກອນ​ ໂດຍ​ປະ​ເພດ​ຂອງ​ອົງກອນທີ່ພົບເຫັນເລື້ອຍໆ​ ມີ​ດັ່ງ​ຕໍ່ໄປ​ນີ້​:

    * .com
ຄື​ ບໍລິສັດ​ ຫລື​ ອົງ​ກອນ
    * .org
ຄື​ ອົງ​ກອນເອກະຊົນທີ່ບໍ່ສະແຫວງຜົນກໍາໄລ
    * .net
ຄື​ ອົງ​ກອນ​ທີ່​ເປັນ​ເກດ​ເວ​ຍ໌​ ຫລື​ ຈຸດ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​
    * .edu
ຄື​ ສະ​ຖາ​ບັນ​ການສຶກສາ​
    * .gov
ຄື​ ອົງ​ກອນຂອງ​ລັດຖະບານ​
    * .mil
ຄື​ ອົງ​ກອນ​ທາງ​ທະຫານ​
  
* ໂດນ​ເມນ​ເນມ​ 3 ລະ​ດັບ​  
  ຈະ​ປະກອບ​ດ້ວຍ​ www.ຊື່​ໂດ​ເມນ​.ປະ​ເພດ​ຂອງ​ໂດ​ເມນ​.ປະເທດ​ ເຊັ່​ນ:​ www.kmitnb.ac.th, www.nectec.or.th, www.google.co.la

ປະ​ເພດ​ຂອງ​ອົງກອນ​ທີ່ພົບເຫັນ​ເລື້ອຍໆ​ ຄື:​

    * .co
ຄື​ ບໍລິສັດ​ ຫລື​ ອົງກອນ
    * .ac
ຄື​ ສະ​ຖາ​ບັນ​ການສຶກສາ​
    * .go
ຄື​ ອົງ​ກອນ​ຂອງ​ລັດຖະບານ​
    * .net
ຄື​ ອົງ​ກອນທີ່​ໃຫ້​ບໍລິການ​ເຄືອ​ຂ່າຍ​
    * .or
ຄື​ ອົງ​ກອນເອກ​ຊົນ​ທີ່​ບໍ່​ສະແຫວ​ງ​ຜົນ​ກຳ​ໄລ

ຕົວ​ຫຍໍ້​ຂອງ​ປະເທດ​ທີ່​ຕັ້ງ​ຂອງ​ອົງ​ກອນ​

    * .la
ຄື ປະເທດລາວ
    * .th ຄື​ ປະເທດ​ໄທ​
    * .cn
ຄື​ ປະເທດ​ຈີນ​
    * .uk 
ຄື​ ປະເທດ​ອັງ​ກິດ
    * .jp  
ຄື​ ປະເທດ​ຍີ່​ປຸ່ນ​

  ໂດນ​ເມນ​ເນມ​ ຖື​ເປັນ​ສິ່ງ​ສຳຄັນ​ອັນ​ດັບ​ທໍາອິດ​ທີ່ເບິ່ງ​ຂ້າມ​ບໍ່​ໄດ້​ເລີຍ​ສຳລັບ​ເວັບ​ໄຊ​​ນັ້ນ​ໆ​ ໂດຍ​ສະເພາະ​ກັບ​ການ​ໂຄສະນາເທິງ​ອິນ​ເຕີ​ຣ໌​ເນັດ​ ຖ້າ​ໄດ້​ຊື່​ທີ່​ສະເພາະ​ເຈາະ​ຈົງ​ ກົງ​ກັບ​ກຸ່ມ​ເປົ້າ​ໝາຍ​ທີ່​ມີ​ຄວາມ​ສົນ​ໃຈ​ເປັນ​ພື້ນ​ຖານ​ເດີມ​ຢູ່​ແລ້ວ​ນັ້ນ​ ຈະ​ເຮັດໃຫ້​ໂດ​ເມນ​ເນມ​ ຫລື​ ເວັບ​ໄຊ​​ນັ້ນ​ໆ​ ຈະ​ໄດ້ຮັບ​ຄວາມ​ສົນ​ໃຈ​ ແລະ ​ເປັນ​ທີ່ຈົດ​ຈຳ​ໄດ້​ງ່າຍ ​ບໍ່​ແມ່ນ​ກັບ​ຜູ້​ເຂົ້າ​ຊົມ ​ຫລື​ ກຸ່ມ​ເປົ້າ​ໝາຍ​ທີ່​ເຂົ້າ​ມາເບິ່ງເວັບ​ໄຊ​ຕ໌​ຜ່ານ​ໂດມ​ເນມ​ເທົ່າ​ນັ້ນ​ຍັງລວມໄປ​ເຖິງ​ Search Engine ຊື່​ດັ່ງ​ຕ່າງ​ໆ​ ເຊັ່ນ:​ Google Yahoo, MSN ເປັນ​ຕົ້ນ​ ທີ່​ຈະ​ເຂົ້າ​ມາ​ແວະ​ວຽນ​ເຂົ້າ​ມາ​ເຮັດ​ index ກັບ​ເວັບ​ເພດ​ໜ້າ​ຕ່າງ​ໆ​ ໃນ​ເວັບ​ໄຊ​​ຂອງ​ເຮົາ​

ຫຼັງ​ຈາກ​ຈົດ​ໂດນ​ເມນ​ເນມ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ​ ສິ່ງ​ສຳຄັນ​ລຳ​ດັບ​ຖັດ​ມາ​ນັ້ນ​ກໍ​ຄື​ ໂຮ​ສ​ຕິ້ງ​ (Hosting) ຫລື​ ທີ່​ເກັບ​ຂໍ້​ມູນ​ເວັບ​ໄຊ​ຂອງ​ເຮົາ​ນັ້ນ​ເອງ​ ຊຶ່ງ​ໂຮ​ສ​ຕິ້ງ​ແຕ່​ລະ​ທີ່​ຈະ​ມີ​ DNS ຫລື​ Name Server ທີ່​ທາງ​ຜູ້​ໃຫ້​ບໍລິການ​ໂຮ​ສ​ຕິ້ງ​ ຈ​ະ​ເປັນ​ຄົນ​ກຳນົດ​ ແລະ ​ແຈ້ງ​ໃຫ້​ເຮົາ​ຮູ້​ເພື່ອ​ເອົາ​ໄປ​ໃສ່​ໃຫ້​ໂດມ​ເມ​ເນມ​ຂອງ​ເຮົາ​.
ເຊັ່ນ:​ DNS ຂອງ​ B2C Creation ຈະ​ມີ​ຊື່​ວ່າ​ NS1.B2CCREATION.COM ແລະ​ NS2.B2CCREATION.COM ຊຶ່ງ​ເຈົ້າ​ບໍ່​ຕ້ອງ​ກັງ​ວົນ​ໃນ​ເລື່ອງ​ນີ້​ ເພາະ​ຖ້າ​ເຈົ້າ​ຈົດ Domain Name ແລະ ​ໃຊ້​ບໍລິການ​ໂຮ​ສ​ຕິ້ງ​ກັບ​ຜູ້​ໃຫ້​ບໍລິການ​ຄົນ​ດຽວ​ກັນ ​ຈະ​ບໍ່​ມີ​ບັນຫາ​ຫຍັງ​ເລີຍ ຫລື ​ເຖິງວ່າ​ຈະ​ເປັນ​ຄົນ​ລະ​ຄົນ​ກັນ​ ພຽງ​ແຕ່​ນຳ​ DNS ທີ່​ໄດ້​ ໄປບອກ​ໃຫ້​ກັບ​ໂດ​ເມນ​ເນມ​ນັ້ນ​ຕາມ​ທີ່​ໄດ້​ອະທິບາຍ​ໄປ​ແລ້ວ​.


ແຫລ່ງອ້າງອິງຈາກ:
                       http://www.pathosting.co.th/domain/whatis
                          http://www.b2ccreation.com/content/knowledgebase/kb_view.asp?kbid=19
                          http://www.comnetsite.com/domain-tip1.php