WWW ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


31 พฤษภาคม 2560

WWW ແມ່ນຫຍັງ



WWW ແມ່ນຫຍັງ

    WWW ຫຍໍ້​ມາ​ຈາກຄໍາວ່າ:​ World Wide Web ຄື​ ເຄືອ​ຂ່າຍ​ທີ່​ເຊື່ອມ​ຕໍ່​ກັນ​ທົ່ວ​ໂລກ​ ເຮົາ​ມັກ​ເອີ້ນ​ຫຍໍ້​ໆ​ກັນ​ວ່າ​: ເວັບ​ ຄື​ຮູບ​ແບບ​ໜຶ່ງ​ຂອງ​ລະບົບ​ການ​ເຊື່ອມ​ໂຍງ​ເຄືອ​ຂ່າຍ​ຂ່າວ​ສານ​ ໃຊ້​ໃນ​ການ​ຄົ້ນ​ຫາ​ຂໍ້​ມູນ​ຂ່າວ​ສານ​ເທິງ​ Internet ຈາກ​ແຫຼ່ງ​ຂໍ້​ມູນ​ໜຶ່ງ​ ໄປ​ຍັງ​ແຫຼ່ງ​ ຂໍ້​ມູນ​ທີ່​ຢູ່​ຫ່າງ​ໄກ​ ເພື່ອໃຫ້​ມີ​ຄວາມ​ງ່າຍ​ຕໍ່​ການ​ໃຊ້​ງານ​ຫລາຍ​ທີ່ສຸດ​   WWW ຈະ​ສະແດງ​ຜົນ​ຢູ່​ໃນ​ຮູບ​ແບບ​ຂອງ​ເອກະສານ​ທີ່​ເອີ້ນວ່າ:​ ໄຣ​ເປີ​ຣ໌​ເທັກ​ຊ໌ (Hyper Text) ຊຶ່ງ​ເປັນ​ຖານ​ຂໍ້​ມູນ​ຊະນິດ​ໜຶ່ງ​ທີ່​ເຮັດ​ຫນ້າທີ່​ລວບລວມ​ຂ່າວ​ສານ​ຂໍ້​ມູນ​ທີ່​ຢູ່​ກະ​ຈັດ​ກະ​ຈາຍ​ໃນ​ທີ່​ຕ່າງ​ໆ​ ທົ່ວ​ໂລກ​ໃຫ້​ສາມາດ​ນຳ​ມາ​ໃຊ້​ງານ​ໄດ້​ເຫມືອນ​ຢູ່ໃນ​ທີ່​ດຽວ​ກັນ​  ໂດຍ​ໃຊ້​ເວັບ​ບຣາວ​ເຊີ​​ຊຶ່ງ​ເປັນ​ໂປຣ​ແກຣມ​ທີ່​ຊ່ວຍ​ໃນ​ການ​ເບິ່ງ​ ຫລື​ ອ່ານ​ຂໍ້​ມູນ​ເຫຼົ່າ​ນັ້ນ​ ເວັບ​ບຣາວເຊີ​ຣ໌​ທີ່​ນິຍົມ​ໃຊ້​ ເຊັ່ນ:​ IE Microsoft Internet Explorer , Firefox , Google chrome ເປັນ​ຕົ້ນ​.

   HTML ຄື​ ພາສາ​ຫຼັກ​ທີ່​ໃຊ້​ໃນ​ການ​ຂຽນ​ເວັບ​ເພຈ ໂດຍ​ໃຊ້​ Tag ໃນ​ການ​ກຳນົດ​ການ​ສະແດງ​ຜົນ​ HTML ຫຍໍ້​ມາ​ຈາກ​ຄຳ​ວ່າ​ Hypertext Markup Language ໂດຍ​ Hypertext ໝາຍ​ເຖິງ​ ຂໍ້ຄວາມ​ທີ່​ເຊື່ອມ​ຕໍ່​ກັນ​ຜ່ານ ​ລິງຄ໌​ (Hyperlink) Markup language ໝາຍ​ເຖິງ​ພາສາ​ທີ່​ໃຊ້​ Tag ໃນ​ການ​ກຳນົດ​ການ​ສະແດງ​ຜົນ​ສິ່ງ​ຕ່າງ​ໆ ​ທີ່​ສະແດງ​ຢູ່​ເທິງ​ເວັບ​ເພຈ​ ດັ່ງ​ນັ້ນ​, HTML ຈຶ່ງ​ໝາຍ​ເຖິງ​ ພາສາ​ທີ່​ໃຊ້​ Tag ໃນ​ການ​ກຳນົດ​ການ​ສະແດງ​ຜົນ​ເວັບ​ເພຈ​ທີ່​ຕ່າງ​ກໍ​ເຊື່ອມ​ເຖິງ​ກັນ​ໃນ​ Hyperspace ຜ່ານ​ Hyperlink ນັ້ນ​ເອງ​ຄວາມ​ເປັນ​ມາກ​ອົງ​ HTML

ປະຫວັດຄວາມເປັນມາ:

     WWW ເລີ່ມສ້າງຂື້ນ​​ໃນ​ ປີ ພ.​ສ.​ 2532 ໂດຍ​ ທິມ​ ເບີ​ເ​ນີສ໌​ ລີ​ (Tim Berners-Lee) ແລະ ​ໃຊ້​ເຄື່ອງ​ Next ເປັນ​ເຄື່ອງ​ບໍລິການ​ເວັບ​ (Web server) ເຄື່ອງ​ທໍາອິດ​ຂອງ​ໂລກ​ ຜ່ານ​ໂປຣ​ໂຕຄອນ​ HTTP ໂດຍ​ຖື​ກັນ​ວ່າ​ ທິມ​ ເບີ​ເ​ນີສ໌​ ລີ​ ເປັນ​ພໍ່​ຂອງ​ WWW (World Wide Web) ກໍ່ວ່າໄດ້ ຈາກ​ຫຼາຍ​ຄວາມຫມາຍ​ທີ່​ມີ​ການ​ຕີ​ຄວາມ​ເຖິງ​ ຄວາມຫມາຍ​ທີ່​ແທ້​ຈິງ​ຂອງ​ WWW (World Wide Web) ນັ້ນ​ຈະ​ອອກ​ມາ​ໃນ​ແບບວ່າ​ ເປັນ​ຄອມພິວເຕີ​ເຄື່ອງ​ໜຶ່ງ​ທີ່​ສາມາດ​ເຂົ້າ​ເຖິງ​ເນື້ອ​ຫາ​ພາຍ​ໃນ​ຂອງ​ແຕ່​ລະ​ເຄື່ອງ​ໄດ້​
ຖ້າ​ຕີ​ຄວາມ​ກໍອາດ​ໝາຍ​ເຖິງ​ວ່າ​ WWW ເປັນ​ອຸປະກອນ​ທີ່​ລວບລວມ​ຂໍ້​ມູນ​ຕ່າງ​ໆ​ພາຍ​ໃນ​ອິນ​ເຕີ​ຣ໌​ເນັດ​ໄວ້​ນຳກັນ​ ຊຶ່ງ​ປຽບ​ໄດ້​ກັບ​ແຫຼ່ງ​ຂໍ້​ມູນ​ຂະໜາດ​ໃຫຍ່​ ຊຶ່ງ​ການ​ເຂົ້າ​ອ່ານ​ຂໍ້​ມູນ​ຂອງ​ WWW ໄດ້​ນັ້ນ​ເຮົາ​ຕ້ອງ​ເຂົ້າ​ອ່ານ​ຜ່ານ​ເວັບ​ບ​ຣາວ​ເຊີ​ຣ໌​ (Browser) ໂປຣ​ແກຣມ​ບ​ຣາວ​ເຊີ​ຣ໌​ນັ້ນ​ຈະ​ແປ​ໂຄ້ດ​ຕ່າງ​ໆ ​ທີ່​ຢູ່ໃນ​ WWW ໃຫ້​ອອກ​ມາ​ເປັນ​ຕັວ​ຫນັງສື​ທີ່​ເຮົາ​ເຂົ້າໃຈ​ກັນ​ ແລະ ​ສາມາດ​ທີ່​ຈະ​ຕອບ​ໂຕ້ກັບ​ໄປ​ໄດ້ອີກ​ດ້ວຍ​.

   HTML ເປັນ​ພາສາ​ປະ​ເພດ​ Markup Language ທີ່​ໃຊ້​ໃນ​ການສ້າງ​ເວັບ​ເພຈ ມີ​ແມ່​ແບບ​ມາ​ຈາກ​ພາສາ​ SGML (Standard Generalized Markup Language) ທີ່​ຕັດ​ຄວາມ​ສາມາດ​ບາງ​ສ່ວນ​ອອກ​ໄປ​ ເພື່​ອໃຫ້​ສາມາດ​ເຮັດ​ຄວາມ​ເຂົ້າໃຈ​ແລະ​ຮຽນ​ຮູ້​ໄດ້​ງ່າຍ​   ປະຈຸບັນ​ມີ​ການ​ພັດທະນາ​ແລະ​ກຳນົດ​ມາດຕະຖານ​ໂດຍ​ອົງ​ຄົ໌ກ​ຣ​ World Wide Web Consortium (W3C) ພາສາ​ HTML ໄດ້​ຖືກ​ພັດທະນາ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ຕັ້ງ​ແຕ່​ HTML Level 1, HTML 2.0, HTML 3.0, HTML 3.2 ແລະ​ HTML 4.0    ໃນ​ປະຈຸບັນ​ ທາງ​ W3C ໄດ້​ຜັກ​ດັນ​ ຮູບ​ແບບ​ຂອງ​ HTML ແບບ​ໃໝ່​ ທີ່​ເອີ້ນວ່າ​:XHTML ຊຶ່ງ​ເປັນ​ລັກສະນະ​ຂອງ​ໂຄງ​ສ້າງ​ XML ແບບ​ໜຶ່ງ​ ທີ່​ມີ​ຫຼັກ​ເກນ​ໃນ​ການ​ກຳນົດ​ໂຄງ​ສ້າງ​ຂອງ​ໂປຣ​ແກຣມ​ທີ່​ມີ​ຮູບ​ແບບ​ທີ່​ມາດຕະຖານ​ກວ່າ​ HTML ມີ​ໂຄງ​ສ້າງ​ການ​ຂຽນ​ໂດຍ​ອາໄສ​ Tag ໃນ​ການ​ຄວບ​ຄຸມ​ການ​ສະແດງ​ຜົນ​ຂອງ​ຂໍ້ຄວາມ​ ຮູບ​ພາບ​ ຫລື ​ວັດ​ຖຸ​ອື່ນ​ໆ​ ແຕ່​ລະ​ Tag ອາດຈະ​ມີ​ສ່ວນ​ຂະຫຍາຍ​ທີ່ເອີ້ນວ່າ:​ Attribute ສໍາ​ລັບ​ຈັດ​ຮູບ​ແບບ​ເພິ່ມເຕີມ​.

    ການສ້າງ​ເວັບ​ເພຈ ໂດຍ​ໃຊ້​ພາສາ​ HTML ສາມາດ​ເຮັດ​ໂດຍ​ໃຊ້​ໂປຣ​ແກຣມ​ Text Editor ຕ່າງ​ໆ​ ເຊັ່ນ:​ Notepad, Edit Plus ຫລື ​ຈະ​ອາໄສ​ໂປຣ​ແກຣມ​ທີ່​ເປັນ​ເຄື່ອງ​ມື​ຊ່ວຍ​ສ້າງ​ເວັບ​ເພຈ​ ເຊັ່ນ​: Microsoft FrontPage, Dream Weaver ຊຶ່ງ​ອໍາ​ນວຍ​ຄວາມສະດວກ​ໃນ​ການສ້າງ​ໜ້າ​ HTML ໃນ​ລັກສະນະ​ WYSIWYG (What You See Is What You Get).