ກາລາມະສູດ 10 - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


7 มิถุนายน 2560

ກາລາມະສູດ 10

ກາລາມະສູດ 10 ປະການ



    ກາ​ລາ​ມະ​ສູ​ດ​ ແປ​ວ່າ ພ​ຣະ​ສູດທີ່​ພ​ຣະ​ພຸ​ທທະ​ເຈົ້າ​ໄດ້​ຊົງ​ສະ​ແດງ​ແກ່​ຊົນ​ຊາວ “ກາລາມະ” ໃນໝູ່ບ້ານສະປຸດຕິຍະນິຄົມ ແຄວ້ນໂກສົນ ບາງຄັ້ງກໍ່ເອີ້ນວ່າ: ເກສະປຸດຕະສູດ ກໍ່ມີ ເຊິ່ງ ກາລາມະສູດນີ້ເປັນຫຼັກແຫ່ງຄວາມເຊື່ອ ບໍ່ໃຫ້ເຊື່ອງົມງາຍໂດຍທີ່ບໍ່ໃຊ້ປັນຍາພິຈາລະນາ ໃຫ້ເຫັນຈິງເຖິງຄຸນໂທດ ຫຼື ດີບໍ່ດີ. ກ່ອນເຊື່ອນັ້ນ ມີ 10 ປະການທີ່ຄວນພິຈາລະນາຄື:



1.
ມາ ອະນຸສສະເວນະ
ຢ່າ​ຟ້າວເຊື່ອ ​ ຕາມ​ຖ້ອຍ​ຄຳ​ທີ່​ໄດ້ຍິນ ​ໄດ້​ຟັງ​ມາ​
2.
ມາ ປຣັມປຣາຍະ
ຢ່າ​ຟ້າວເຊື່ອ ຕາມ​ຖ້ອຍ​ຄຳ​ສືບ​ໆ​ ກັນ​ມາ
3.
ມາ ອິຕິກິຣາຍະ
ຢ່າ​ຟ້າວເຊື່ອ ​ ຕາມມົງຄຸນ​ຕື່ນ​ຂ່າວ ​ວ່າ​ໄດ້ຍິນ​ຢ່າງ​ນີ້​
4.
ມາ ປິດະກະສັມປະທາເນນະ
ຢ່າ​ຟ້າວເຊື່ອ ​ ໂດຍ​ອ້າງ​ຕຳ​ລາ
5.
ມາ ຕັກກະເຫຕຸ  
ຢ່າ​ຟ້າວເຊື່ອ ​ ໂດຍ​ເດົາ​ເອົາ​ເອງ
6.
ມາ ນະຍະເຫຕຸ  
ຢ່າ​ຟ້າວເຊື່ອ ​ ໂດຍ​ຄາດ​ຄະ​ເນ
7.
ມາ ອາກາຣະປະຣິວິຕັກເກນະ
ຢ່າ​ຟ້າວເຊື່ອ ​ ຕາມ​ຄວາມ​ຄິດໄປຕາມອາການທີ່ໄດ້ເຫັນ
8.
ມາ ທິຖຖິນິຊນານັກຂັນຕິຍະ
ຢ່າ​ຟ້າວເຊື່ອ ໂດຍ​ຊອບ​ໃຈ​ວ່າ ​ເຂົ້າ​ກັນໄດ້ກັບ​ທິ​ດສະດີຂອງຕົນ
9.
ມາ ພັພພະຣູປະຕາຍະ
ຢ່າ​ຟ້າວເຊື່ອ ໂດຍ​ເຊື່ອ​ວ່າ​ ຜູ້​ເວົ້າ​ສົມຄວນ​ຈະ​ເຊື່ອ​ໄດ້​
10.
ມາ ສະມະໂນ ໂນຄະຣູຕິ
ຢ່າ​ຟ້າວເຊື່ອ ຜູ້ເວົ້າເປັນສະມະນະ ​ ຫລື ຄູບາອາຈາຣຍ໌​ຂອງ​ເຮົາ​

Do not accept anything on (mere) hearsay
(i.e., thinking that thus have we heard it from a long time).

Do not accept anything by mere tradition
(i.e., thinking that it has thus been handed down through many generations).

Do not accept anything on account of mere rumors
(i.e., by believing what others say without my investigation).

Do not accept anything just because it accords with your scriptures.

Do not accept anything by mere supposition.

Do not accept anything by mere inherent.

Do not accept anything by merely considering the reasons.

Do not accept anything merely because it agrees with your preconceived notions.

Do not accept anything merely because it seems acceptable
(i.e., thinking that as the speaker seems to be a good person his words should be accepted).

Do not accept anything thinking that the ascetic is respected by us
(therefore it is right to accept his word).

ເມື່ອໃດທ່ານທັງຫລາຍຮູ້ດ້ວຍຕົນເອງວ່າ:
  1. ທັມເຫລົ່ານີ້ ເປັນກຸສົລ
  2.
ທັມເຫລົ່ານີ້ ບໍ່ມີໂທດ
  3.
ທັມເຫລົ່ານີ້ ທ່ານຜູ້ຮູ້ສັນລະເສີນ
  4.
ທັມເຫລົ່ານີ້ ໃຜສະມາທານໃຫ້ບໍລິບູນແລ້ວ ເປັນໄປເພື່ອປະໂຍດເກື້ອກູນ ເພື່ອຄວາມສຸກ,
ເມື່ອນັ້ນ ທ່ານທັງຫລາຍຄວນເຂົ້າເຖິງທັມເຫລົ່ານັ້ນແລ້ວຈິງເຊື່ອ.