ຕັນ​ຫາ​ 3 - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


7 มิถุนายน 2560

ຕັນ​ຫາ​ 3



ຕັນ​ຫາ​ 3
 

   ຕັນ​ຫາ​ ຫລື​ ຣາ​ຄະ​ ຫລື​ ໂລ​ພະ ໝາຍ​ເຖິງ​ ຄວາມ​ທະ​ຍານ​ຢາກ ​ ທີ່​ເກີດ​ຈາກ​ການ​ຫຼົງ​ມົວ​ເມົາ​ຕາມ​ຈິດ​ຂອງ​ຕົນ​ ຕາມ​ຄວາມ​ຈິດ​ໃຈ​ຂອງ​ຕົນ​ ຕາມ​ຄວາມ​ຢຶດ​ຕິດ​ຂອງ​ຕົນ​ ຊຶ່ງ​ເຮັດໃຫ້​ດິ້ນ​ຮົນ​ ແລະ​ ສະແຫວ​ງ​ຫາ​ສິ່ງ​ເຫຼົ່າ​ນັ້ນ​ ມາສະຫນອງ​ຕໍ່​ຄວາມ​ຕ້ອງ​ການ​ ປະກອບ​ດ້ວຍ​ 3 ປະ​ການ​ ຄື​:
1.
ກາມ​ຕັນ​ຫາ​ ໝາຍ​ເຖິງ​ ຄວາມ​ທະ​ຍານ​ຢາກ​ໃນ​ທະວານ​ສັມ​ຜັດ​ທັງ​ 5 ຄື​ ໃນ​ກາມ​ຮູບ​
2.
ພະວະ​ຕັນ​ຫາ​ ໝາຍ​ເຖິງ​ ຄວາມ​ທະ​ຍານ​ຢາກ​ເປັນ​ ຄື​ ຄວາມ​ຢາກ​ ອັນ​ມຸ້ງ​ຫວັງ​ໃຫ້​ເກີດ​ຂຶ້ນ​ຕໍ່ຕົນ​ທັງ​ໃນ​ຊີວິດ​ປະຈຸບັນ​ ແລະ ​ຊີວິດ​ໃນ​ພາຍ​ພາກ​ໜ້າ​
3.
ວິພາວະ​ຕັນ​ຫາ​ ໝາຍ​ເຖິງ​ ຄວາມ​ທະ​ຍານ​ຢາກ​ທີ່​ບໍ່​ຢາກ​ເປັນ​ ຄື​ ຄວາມ​ຢາກ​ ອັນ​ມຸ້ງ​ຫວັງ​ບໍ່​ໃຫ້​ເກີດ​ຂຶ້ນ​ຕໍ່ຕົນ​ທັງ​ໃນ​ຊີວິດ​ປະຈຸບັນ​ ແລະ ​ຊີວິດ​ໃນ​ພາຍ​ພາກ​ໜ້າ​


ຕັນ​ຫາ​ 3 ຢ່າງ​:

1. ກາມ​ຕັນ​ຫາ​
   ກາມ​ຕັນ​ຫາ​ ຄື​ ຄວາມ​ທະ​ຍານ​ຢາກ​ໃນ​ຮູບ​ສັມ​ຜັດ​ອັນ​ເກີດ​ຈາກ​ຄວາມ​ກຳ​ໜັດ​ ຄວາມ​ຫຼົງ​ໃຫຼ​ ຄວາມ​ຕິດ​ໃຈ​ໃນ​ສິ່ງ​ທີ່ຕົນ​ເຄີຍ​ສັມ​ຜັດ​ຈາກ​ທະວານ​ທັງ​ 5 ອັນ​ເປັນ​ອິດ​ຖາຣົມ ຄື​ ເປັນ​ສິ່ງ​ໜ້າ​ໃຄຣ່​ ນ່າປາຖະນາ​

   ກາມ​ຕັນ​ຫາ​ ເປັນ​ຄວາມ​ທະ​ຍານ​ຢາກ​ເພື່ອ​ໃຫ້​ໄດ້​ສະເໜີ​ຕໍ່​ທະວານ​ທັງ​ 5 ຫລື​ ກາມມະຄຸນ 5 ຄື​
1.
ຫູ​ໄດ້ຍິນ​ ເຊັ່ນ​: ໄດ້ຍິນ​ສຽງ​ເພລງ​, ໄດ້ຍິນ​ສຽງ​ສະຕີ
2.
ຕາ​ໄດ້​ເຫັນ​ ເຊັ່ນ​: ເຫັນ​ຮູບ​ກາຍ​ສະຕີ,​ ເຫັນ​ສິ່ງ​ຂອງ​ສວຍ​ງາມ​
3.
ດັງ​ໄດ້​ກິ່ນ​ ເຊັ່ນ:​ ໄດ້​ກິ່ນ​ຫອມ​ອາຫານ,​ ໄດ້​ກິ່ນ​ນ້ຳ​ຫອມ​
4.
ລິ້ນ​ຮັບ​ຣົສ​ ເຊັ່ນ:​ ຊິມ​ຮູູ້ຣົສ​ຫວານ,​ ຊິມ​ຮູ້ຣົສ​ເຄັມ​
5.
ກາຍ​ໄດ້​ສັມ​ຜັດ​ ເຊັ່ນ:​ ສັມ​ຜັດ​ຮູ້​ອຸ່ນ,​ ສັມ​ຜັດ​ຮູ້​ເຢັນ​

   ການ​ຫຼົງ​ມັວ​ເມົາ​ ຕັນ​ຫາ​ທີ່ເກິດຂື້ນ​ໃນ​ກາມ​ມະຄຸນ​ທັງ​ 5 ນີ້​ ເປັນ​ຕັນ​ຫາ​ໃນ​ຮູບປະ​ທຳ​ ມີ​ຕົວ​ຕົນ​ທີ່​ຈັບ​ຕ້ອງ​ໄດ້​ ດ້ວຍ​ທະວານ​ທັງ​ 5 ນຳ​ມາສູ່​ຈິດ​ນຶກ​ທົບ​ທວນ​ ນຶກ​ໃຄຣ່​ຫຼົງ​ໃນ​ສັມ​ຜັດ​ທີ່ເກິດຂື້ນ​ ເຮັດໃຫ້​ທະ​ຍານ​ຢາກ​ທີ່​ຈະ​ສັມ​ຜັດ​ ແລະ ​ຮັບ​ຮູ້​ອີກ​ຕໍ່ໄປ​ເປັນ​ນິດ​

2. ພະວະຕັນ​ຫາ​
   ພະວະ​ຕັນ​ຫາ​ ຄື​ ຄວາມ​ທະ​ຍານ​ຢາກ​ໃຫ້​ເກີດ​ຂຶ້ນ​ຕາມ​ຮູບປະທໍາ​ ທີ່ຕົ​ນ​ໄດ້​ປຸງ​ແຕ່ງ​ໃຫ້​ເກີດ​ໃນ​ຈິດ​ໃຈ​ ເຊັ່ນ: ຢາກ​ເປັນ​ຕຳ​ຫລວດ, ຢາກ​ເກີດ​ເປັນ​ເສດຖີ​ ເປັນ​ຕົ້ນ​

  ພະວະ​ຕັນ​ຫາ​ ມີ​ຖານ​ສັບ​ມາ​ຈາກ​ພາສາ​ບາ​ລີ​ ຄື​
ພະວ​ະ ແປວ່າ​: ພົບ​ ຄື​ ໂລກ​ ຫລື ​ສະຖານ​ອັນ​ເປັນ​ທີ່​ຢູ່​ຂອງ​ຕົນ​ ທັງ​ໃນ​ຊີວິດ​ປະຈຸບັນ​ ແລະ ​ຊີວິດ​ໃນ​ພາຍ​ພາກ​ໜ້າ​
ຕັນ​ຫາ ແປລ​ວ່າ​ ຄວາມ​ຢາກ​
  ແປລຕາມ​ຮາກ​ສັບ​ ຄື​: ຄວາມ​ຢາກ​ເປັນ​ໃນ​ສິ່ງ​ໃດ​ໆ​ ທັງ​ໃນ​ຊີວິດ​ປະຈຸບັນ​ ແລະ ​ຊີວິດ​ໃນ​ພາຍ​ພາກ​ໜ້າ​

3. ວິພະວະ​ຕັນ​ຫາ​
   ວິພະວະຕັນ​ຫາ​ ຄື​ ຄວາມ​ທະ​ຍານ​ຢາກ​ທີ່​ຈະ​ຂ້າມ​ພົ້ນ​ໄປ​ຈາກ​ຮູບປະທໍາ​ ທີ່ຕົນ​ໄດ້​ປຸງ​ແຕ່ງ​ໃຫ້​ເກີດ​ໃນ​ຈິດ​ໃຈ​ ເຊັ່ນ: ບໍ່​ຢາກ​ເປັນ​ໂຈນ​, ບໍ່​ຢາກ​ເກີດ​ເປັນ​ສັດ​ ເປັນ​ຕົ້ນ​

  ວິພະວະ​ຕັນ​ຫາ​ ມີ​ຖານ​ສັບ​ມາ​ຈາກ​ພາສາ​ບາ​ລີ​ ຄື​:
ວິ​ ແປວ່າ​: ບໍ່​
ພະວະ​ ແປ​ວ່າ:​ ພົບ​
ຕັນ​ຫາ​ ແປວ່າ:​ ຄວາມ​ຢາກ​
  ແປ​ຕາມ​ຮາກ​ສັບ​ ຄື​ ຄວາມ​ຢາກ​ບໍ່​ເປັນ​ໃນ​ສິ່ງ​ໃດ​ໆ​ ທັງ​ໃນ​ຊີວິດ​ປະຈຸບັນ​ ແລະ ​ຊີວິດ​ໃນ​ພາຍ​ພາກ​ໜ້າ​

  ພະວະຕັນ​ຫາ​ ແລະ ​ວິພະວະຕັນ​ຫາ​ ເປັນ​ຄວາມ​ທະ​ຍານ​ຢາກ​ໃນ​ທະວານ​ທີ 6 ຄື​ ຄວາມ​ຕ້ອງ​ການ​ທາງ​ໃຈ​ ທີ່​ຈິດ​ຕົນ​ພະຍາຍາມ​ປຸງ​ແຕ່ງ​ໃຫ້​ເກີດ​ເປັນ​ຮູບ​ໃນ​ຈິດ​ໃຈ​ ຊຶ່ງ​ສ່ວນຫນຶ່ງ​ມາ​ຈາກ​ພື້ນ​ຖານ​ກາມ​ຕັນ​ຫາ​ ຄື​ ຄ​ວາມ​ລືມ​ຫຼົງ​ໃນ​ຮູບ​ສັມ​ຜັດ​ທັງ​ຫຼາຍ ​ທີ່ຕົນເຄືຍສໍາຜັດມາ

ຕັນ​ຫາ​ຍັງ​ໃຫ້​ເກີດ​ການ​ປະພຶດ​ ຄື​:


1. ທາງ​ກາຍ​ 2 ຢ່າງ​ ຄື​:
ເຮັດໃຫ້​ເກີດ​ການ​ລັກ​ຊັບ​ຜູ້​ອື່ນ​
ເຮັດໃຫ້​ລ່ວງ​ຜິດ​ໃນ​ກາມ​ກັບ​ຍິງ ຫລື​ ຊາຍ​ອື່ນ​
2.
ທາງ​ວາ​ຈາ​ 3 ຢ່າງ​ ຄື​
ເຮັດໃຫ້​ເວົ້າ​ຄວາມ​ເທັດ​
ເຮັດໃຫ້​ເວົ້າ​ບຽດ​ບຽນ​ ຫລື​ ຍຸ​ແຍ່​ຜູ້​ອື່ນ​ ເພາະ​ຄວາມ​ອິດສາ​
ເຮັດໃຫ້​ເວົ້າ​ບໍ່​ມີ​ສາ​ລະ (ບໍ່ມີປະໂຫຍດ)​ ບໍ່​ມີ​ຄຳ​ທີ່​ໜ້າ​ເຊື່ອ​ຖື​ໄດ້​
3.
ທາງ​ໃຈ​ 2 ຢ່າງ​ ຄື​
ເຮັດໃຫ້​ຢິນ​ດີ​ໃນ​ຄວາມ​ທຸກ​ຂອງ​ຜູ້​ອື່ນ​
ເຮັດໃຫ້​ຮູ້​ຜິດ​ ເຂົ້າໃຈ​ຜິດ​ ບໍ່​ສອດ​ຄ້ອງ​ກັບ​ຄວາມ​ເປັນ​ຈິງ​