ອະຄະຕິ​ 4 - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


18 มิถุนายน 2560

ອະຄະຕິ​ 4


ອະຄະຕິ​ 4

   ອະຄະຕິ​ ມາ​ຈາກ​ພາສາ​ບາ​ລີ​ ຄຳ​ວ່າ:​
- ອະ​ ໝາຍ​ເຖິງ​ ຜິດ​, ບໍ່​, ບໍ່​ຖືກ​ຕ້ອງ​, ບໍ່​ດີ​ງາມ​, ບໍ່​ສົມຄວນ​
- ຄະ​ຕິ​ ໝາຍ​ເຖິງ​ ວິ​ຖີ​, ແນວ​ທາງ​, ສິ່ງ​ທີ່​ເປັນ​ໄປ​, ການ​ດຳ​ເນີນ​ໄປ​, ຄວາມ​ເປັນ​ໄປ​, ການ​ຕອບສະຫນອງ​, ການ​ສະແດງ​ອອກ​


   ອະຄະຕິ​ ໝາຍ​ເຖິງ ​ບໍ່​ຄວນ​ປະພຶດບໍ່ຄວນເຮັດ ບໍ່ຄວນຍ່າງໄປຫາ ທັງນີ້ ອັນ​ເກີດ​ຈາກ​ທັດສະ​ນະ ​ຫລື ​ຄວາມ​ຄິດ​ເຫັນ​ໃນ​ທາງ​ທີ່​ຜິດ​ ຊຶ່ງ​ຕໍ່​ມາ​ຈຶ່ງ​ໃຊ້​ຄຳ​ໃຫ້​ເຂົ້າໃຈ​ງ່າຍ​ເປັນ​ ຄວາມ​ລຳ​ອຽງ​ ຫລື​ ຄວາມ​ບໍ່​ທ່ຽງ​ທຳ​ ປ​ະ​ກອບ​ດ້ວຍ​ 4 ປະ​ການ​ ຄື​:

1.
ສັນທາຄະ​ຕິ​ ຄື:​ ຄວາມ​ລຳ​ອຽງ​ເພາະ​ຄວາມຮັກໃຄຣ່ກັນ (Prejudice caused by love or desire; partiality)
2.
ໂທ​ສາຄະ​ຕິ​ ຄື:​ ຄວາມ​ລຳ​ອຽງ​ເພາະ​ກຽດ ຫລື ​ຊິງ​ຊັງ​ (Prejudice caused by hatred or enmity)
3.
ໂ​ມຫາຄະ​ຕິ​ ຄື:​ ຄວາມ​ລຳ​ອຽງ​ເພາະ​ຫຼົງ​ ຫລື​ ຄວາມ​ລຳ​ອຽງ​ເພາະ​ຄວາມ​ໂງ່​ (Prejudice caused by delusion or stupidity)
4.
ພ​ະຍາຄະ​ຕິ​ ຄື​: ຄວາມ​ລຳ​ອຽງ​ເພາະ​ຢ້ານ​ (Prejudice caused by fear)

    ອະຄະຕິ​ 4 ເປັນ​ທຳ​ສຳລັບ​ປຸ​ຖຸຊົນ​ທົ່ວ​ໄປ​ ໂດຍ​ສະເພາະ​ຜູ້​ທີ່​ເປັນ​ຜູ້​ນຳ​ ເປັນ​ຫົວ​ໜ້າ​ ຜູ້​ທີ່​ເຮັດ​ຫນ້າທີ່​ຝ່າຍ​ປົກຄອງ​ ​ ເພາະ​ທຳ​ເຫຼົ່າ​ນີ້​ ເປັ​ນ​ສັດ​ຈະ​ຄວາມ​ຈິງ​ທີ່​ມັກ​ເກີດ​ຂຶ້ນ​ກັບ​ບຸກ​ຄົນ​ເຫຼົ່າ​ນີ້​ ແລະ ​ມີ​ຜົນຢ່າງຫລວງ​ຫລາຍ​ຕໍ່​ການ​ບໍລິຫານ​ງານ​ ຕໍ່​ການ​ປົກຄອງ​ ແລະ ​ຄວາມສະຫງົບສຸກ​ຂອງ​ສັງຄົມ​ ຜູ້ນຳ​ ຫົວ​ໜ້າ​ງານ​ ຫລື​ ຝ່າຍ​ປົກຄອງ​ທີ່​ລະ​ເວັ້ນ​ຈາກ​ອະຄະຕິ​ 4 ປະ​ການ​ນີ້​ໄດ້​ ຄວນ​ເຮັດໃຫ້​ລູກ​ນ້ອງ​ ຜູ້​ຢູ່ໃຕ້​ບັງຄັບ​ບັນຊາ ​ຫລື ​ປະຊາຊົນ​ເກີດ​ຄວາມ​ສຸກ​ ອັນ​ສົ່ງ​ຜົນ​ຕໍ່​ຄວາມ​ຈະເລີນ​ຂອງ​ສັງຄົມ​ ແລະ​ ຄວາມສະຫງົບສຸກ​ຂອງ​ສັງຄົມ​ຕາມ​ມາ​

  ຄະຕິ ມີ​ຄວາມ​ແຕກ​ຕ່າງ​ກັບ​ ທັດ​ສະນະ​ ຄື​:
  ທັດ​ສະນະໝາຍ​ເຖິງ​ ຄວາມ​ເຫັນ​, ຄວາມ​ຄິດ​ເຫັນ​, ມຸມ​ມອງ​ ສ່ວນ​ ຄະ​ຕິໝາຍ​ເຖິງ​ ດັ່ງ​ຂ້າງ​ຕົ້ນ​ ດັ່ງ​ນັ້ນ​ ທັດ​ສະນະຄະຕິ​ ຈຶ່ງ​ໝາຍ​ເຖິງ​ ການ​ສະແດງ​ອອກ​ ຫລື​ ວິ​ຖີ​ທີ່​ດຳ​ເນີນ​ໄປ​ອັນ​ເກີດ​ຈາກ​ຄວາມ​ຄິດ​ ຫລື ​ຄວາມ​ເຫັນ​

  ຄວາມຫມາຍ​ທີ່​ຄອບ​ຄຸມ​ຂອງ​ອະຄະຕິ​:

ວິ​ຖີ​ໃນ​ທາງ​ທີ່​ຜິດ​
ແນວ​ທາງ​ທີ່​ຜິດ​
ສິ່ງ​ທີ່​ເປັນ​ໄປ​ໃນ​ທາງ​ທີ່​ບໍ່​ດີ​ງາມ​
ການ​ດຳ​ເນີນ​ໄປ​ໃນ​ທາງ​ທີ່​ຜິດ​
ຄວາມ​ລຳ​ອຽງ​
ຄວາມ​ບໍ່​ທ່ຽງ​ທຳ​
ຄວາມ​ບໍ່​ເປັນ​ກາງ​

ບົດອະທິບາຍ:

1.
ສັນທາຄະ​ຕິ​ ຄື​ ຄວາມ​ລຳ​ອຽງ​ເພາະ​ຄວາມຮັກໃຄຣ່
   ສັນທາຄະ​ຕິ ມາ​ຈາກ​ຄຳ​ວ່າ​ ສັນທະ​ + ອະຄະຕິ​
   ສັນທະ​ ໝາຍ​ເຖິງ​ ຄວາມ​ມັກ​ ຫລື​ ຄວາມ​ພໍ​ໃຈ​

   ສັນທຄະ​ຕິ​ ແປ​ວ່າ:​ ລຳ​ອຽງ​ເພາະ​ຮັກ​ໃຄຣ່​ກັນ​​ ເຊັ່ນ: ​ການ​ຕັດສີນຄະດີ​ອະທິກອນ​ພິ​ພາກ​ຕ່າງ​ໆ​ ກໍ​ດີ​ ການ​ແບ່ງ​ປັນ​ສິ່ງ​ຂອງ​ກໍ​ດີ​ ການ​ພິຈາລະນາ​ໃຫ້​ຍົດ ຫລື ​ລາງ​ວັນ​ກໍ​ດີ​ ດ້ວຍ​ອຳນາດ​ຄວາມ​ພໍ​ໃຈ​ຮັກ​ໃຄຣ່​ກັນ​ ໂດຍ​ຕັດ​ສິນ​ໃຫ້​ຜູ້​ທີ່​ມັກ​ພໍ​ກັນ​ເປັນ​ຜູ້​ຊະນະ​ ທັງ​ໆ​ ທີ່​ບໍ່​ຄວນ​ຊະນະ​ ໃຫ້​ສິ່ງ​ຂອງ​ທີ່​ດີ​ ໃຫ້​ຍົດ​ຫລື​ ລາງ​ວັນ​ແກ່​ຄົົນທີ່​ມັກ​ພໍ​ກັນ​ທັງ​ໆ​ ທີ່​ບໍ່​ຄວນ​ຈະ​ໄດ້​ ຊຶ່ງ​ເປັນ​ກະທໍາທີ່ບໍ່ມີຄວາມຍຸດຕິທຳ

2. ໂທ​ສາຄະຕິ​ ຄື​ ຄວາມ​ລຳ​ອຽງ​ເພາະ​ໂກດ ຫລື ​ຊິງ​ຊັງ​
   ໂທ​ສາຄະຕິ​ ມາ​ຈາກ​ຄຳ​ວ່າ​ ໂທ​ສະ​ + ອະຄະຕິ​
   ໂທ​ສະ​ ໝາຍ​ເຖິງ​ ຄວາມ​ໂກດ

   ໂທ​ສາຄະຕິ​ ແປ​ວ່າ:​ ລຳ​ອຽງ​ເພາະ​ບໍ່​ມັກ​ກັນ​ ຫລື ​ເພາະ​ຄຽດ​ກັນ​ ກຽດຊັງ​ກັນ​ ຊັງ​ກັນ​ ເຊັ່ນ​ການ​ຕັດສິນຄະດີ​ດ້ວຍ​ອຳນາດ​ຄວາມ​ຄຽດ​ກຽດຊັງ​ ໂດຍ​ໃຫ້​ຜູ້​ທີ່​ຕົນກຽດ​ຊັງ​ນັ້ນ​ ເປັນ​ຜູ້​ພ່າຍແພ້​ ທັງ​ໆ ທີ່​ບໍ່​ຄວນ​ພ່າຍແພ້​ ໃຫ້​ຂອງ​ທີ່​ຊົ່ວ​ແກ່​ຜູ້​ທີ່ຕົນ​ກຽດຊັງ ​ທັງ​ໆ​ ທີ່​ເຂົາ​ຄວນ​ຈະ​ໄດ້​ຂອງ​ດີ​ ບໍ່​ໃຫ້ຍົດ​ ຫລື ​ລາງ​ວັນ​ແກ່​ຜູ້​ທີ່​ບໍ່​ມັກ​ກັນ​ ທັງ​ໆ​ ທີ່​ທ່ານ​ຄວນ​ໄດ້​.

ປັດ​ໃຈທີ່​ກໍ່​ໃຫ້ເກີດ​ຄວາມ​ໂກດ ຫລື ​ຊິງ​ຊັງ​ໃນ​ຄັມ​ພີ​ປະຣິວານ
ໂກດ​ເພາະ​ໄດ້​ເຮັດ​ແລ້ວ ​ຊຶ່ງ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ​ ຫລື​ ກໍ່​ໂທດ​ແກ່ຕົນ​ເອງ​
ໂກດ​ເພາະ​ກຳ​ລັງ​ເຮັດ ​ຊຶ່ງ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ​ ຫລື​ ກໍ່​ໂທດ​ແກ່ດ​ນ​ເອງ​
ໂກດ​ເພາະ​ຄິດ​ຈະ​ເຮັດ​ ຊຶ່ງ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ ​ຫລື​ ກໍ່​ໂທດ​ແກ່ດ​ນ​ເອງ​
ໂກດ​ເພາະ​ໄດ້​ເຮັດ​ແລ້ວ ​ຊຶ່ງ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ​ ຫລື ​ກໍ່​ໂທດ​ແກ່​ຄົົນທີ່​ຕົນ​ຮັກ​
ໂກດ​ເພາະ​ກຳ​ລັງ​ເຮັດ​ ຊຶ່ງ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ ​ຫລື​ ກໍ່​ໂທດ​ແກ່​ຄົົນທີ່​ຕົນ​ຮັກ​
ໂກດ​​ເພາະ​ຄິດ​ຈະ​ເຮັດ​ ຊຶ່ງ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ ​ຫລື ​ກໍ່​ໂທດ​ແກ່​ຄົົນທີ່​ຕົນ​ຮັກ​
ໂກດ​​ເພາະ​ໄດ້​ເຮັດ​ແລ້ວ ​ຊຶ່ງ​ປະໂຫຍດ​ຕໍ່​ຜູ້​ທີ່ຕົນ​ຊິງ​ຊັງ​
ໂກດ​ເພາະ​ກຳ​ລັງ​ເຮັດ​ ຊຶ່ງ​ປະໂຫຍດ​ຕໍ່​ຜູ້​ທີ່ຕົນ​ຊິງ​ຊັງ​
ໂກດ​​ເພາະ​ຄິດ​ຈະ​ເຮັດ​ ຊຶ່ງ​ປະໂຫຍດ​ຕໍ່​ຜູ້​ທີ່ຕົນ​ຊິງ​ຊັງ​

3. ໂ​ມຫາ​ຄ​ະຕິ​ ຄື​ ຄວາມ​ລຳ​ອຽງ​ເພາະ​ຫຼົງ​ ຫລື​ ຄວາມ​ລຳ​ອຽງ​ເພາະ​ຄວາມ​ໂງ່
   - ໂ​ມຫາ​ຄ​ະຕິ​ ມາ​ຈາກ​ຄຳ​ວ່າ​ ໂມ​ຫະ​ + ອະຄະຕິ​
   - ໂມ​ຫະ​ ໝາຍ​ເຖິງ​ ຄວາມ​ຫຼົງ​ ຄວາມ​ລຸ່ມ​ຫຼົງ​

   ໂ​ມຫາ​ຄະ​ຕິ​ ແປ​ວ່າ​: ລຳ​ອຽງ​ເພາະໂງ່​ ຫລື ​ເພາະ​ຄວາມ​​ຫຼົງ​ງົມ​ງວາຍ​ ບໍ່​ພິຈາລະນາ​ໃຫ້​ຖ່ອງ​ແທ້​ວ່າ​ຢ່າງໃດ​ຖືກ​ ຢ່າງໃດ​ຜິດ​ ຢ່າງໃດ​ຄວນ​ຢ່າງໃດ​ບໍ່​ຄວນ​ ເປັນຄົນຫູເບົາໃຈງ່າຍ ຂາດຄວາມຮອບຄອບ ເຊັ່ນ​ເມື່ອ​ໄດ້ຮັບ​ຄຳ​ຟ້ອງ​ແລ້ວ​ ຍັງ​ບໍ່​ທັນ​ໄດ້​ສອບ​ສວນ​ໃຫ້​ຮອມ​ຄອບ​ ກໍ​ດ່ວນ​ຕັດ​ສິນ​ຜິດ​ໆ​ ພາດ​ໆ​ ຂາດ​ໆ​ ເກີນ​ໆ​ ບໍ່​ຖືກ​ຕ້ອງ​ ບໍ່​ພໍ​ດີ​ຕາມ​ທີ່ຄວນ

4. ພ​ະຍາຄະ​ຕິ​ ຄື​ ຄວາມ​ລຳ​ອຽງ​ເພາະ​ຢ້ານ​
   - ພ​ະຍາຄະ​ຕິ​ ມາ​ຈາກ​ຄຳ​ວ່າ​ ພ​ະຍະ​ + ອະຄະຕິ​
   - ພ​ະຍະ ໝາຍ​ເຖິງ​ ຄວາມ​ຢ້ານ​ ຄວາມ​ຫວາດ​ຫວັ່ນ​

   ພະຍາຄະຕິ ແປວ່າ:​ ລຳ​ອຽງ​ເພາະ​ຢ້ານ​ ຫລື​ ເພາະ​ເກງ​ໃຈ​ ເຊັ່ນ​ຜູ້​ມີ​ອຳນາດ​ເຮັດ​ຜິດ​ ຜູ້​ພິພາກສາ​ ບໍ່​ກ້າ​ຕັດ​ສິນ​ລົງໂທດ​ ເພາະ​ຢ້ານ​ເຂົາຈະ​ເຮັດ​ຮ້າຍ​ຕອບ​ ຫລື ​ຜູ້​ນ້ອຍ​ທີ່​ຢູ່ໃນ​ຄວາມ​ປົກຄອງ​ເຮັດ​ຜິດ​ ຜູ້​ປົກຄອງ​ບໍ່​ກ້າ​ລົງໂທດ​ເພາະ​ເກງ​ຈະ​ຂາດ​ເມດຕາ​ກະລຸນາ​ ຫລື​ ຢ້ານ​ວ່າ​ເຂົາຈະ​ເດືອດ​ຮ້ອນ.

   ສະຫລຸບຄວາມແລ້ວ: ຄວາມລຳອຽງ (ອະຄະຕິ) ສາມາດເກີດຂື້ນໄດ້ໃນໃຈທຸກດວງທີ່ຍັງບໍ່ບັນລຸທັມ ຫລື ຄວາມລຳອຽງເກີດໄດ້ງ່າຍໃນຄົນທີ່ມີກິເລສຫນາ ຕັນຫາຫລາຍ ເພາະຍັງມີ ຄວາມຮັກ ຄວາມຊອບ ຄວາມໂລບ ຄວາມໂກດ ແລະ ຄວາມຫລົງ ເພາະເຫດນີ້ ເມື່ອຄົນເຮົາເຮັດຢ່າງໃດກໍ່ມັກຈະຄິດເຖິງປະໂຫຍດຂອງຕົນ ຫລື ພັກພວກກ່ອນສະເໝີ ເຮັດໃຫ້ເກີດຄວາມລໍາອຽງຂື້ນ.