ສຸກຂອງຄະລືຫັດ 4
ສຸກຂອງຄະລືຫັດ (house-life
happiness; deserved bliss of a layman) ຫລື ຄິຫິສຸກ ຫລື ກາມໂພຄີສຸກ 4 ຄື ສຸກຂອງຊາວບ້ານ, ສຸກທີ່ຊາວບ້ານຄວນພະຍາຍາມເຂົ້າເຖິງໃຫ້ໄດ້ສະໝໍ່າສະເໝີ, ສຸກອັນຊອບທຳທີ່ຜູ້ຄອງເຮືອນຄວນມີ ມີ 4
ປະການ ຄື:
1. ອັດຖິສຸຂ (bliss of ownership): ສຸກເກີດແຕ່ຄວາມມີຊັບ ຫມາຍເຖິງ ຄວາມພູູມໃຈ ເອີບອິ່ມໃຈ ວ່າຕົນມີໂພຄະຊັບທີ່ໄດ້ມາດ້ວຍເຫື່ອແຮງ ເພາະຄວາມຂະຫຍັນໝັ່ນພຽນຂອງຕົນ ແລະ ໂດຍຊອບທຳ
2. ໂພຄະສຸຂ (bliss of enjoyment): ສຸກເກີດແຕ່ການໃຊ້ຈ່າຍຊັບ ຫມາຍເຖິງ ຄວາມພູູມໃຈ ເອີບອິ່ມໃຈ ວ່າຕົນໄດ້ໃຊ້ຊັບທີ່ໄດ້ມາໂດຍຊອບທຳນັ້ນ ຫາລ້ຽງຊີບ ລ້ຽງຜູ້ຄວນລ້ຽງ ແລະ ບຳເພັນປະໂຫຍດ
3.
ອະນະນະສຸຂ (bliss of debtlessness): ສຸກເກີດແຕ່ຄວາມບໍ່ເປັນໜີ້ ຫມາຍເຖິງ ຄວາມພູູມໃຈ ເອີບອິ່ມໃຈ
ບໍ່ມີໜີ້ສິນຕິດຄ້າງໃຜ
4. ອະນະວັຊຊະສຸຂ (bliss of blamelessness): ສຸກເກີດແຕ່ການທຳງານທີ່ປາສະຈາກໂທດ ຫມາຍເຖິງ ຄວາມພູູມໃຈ ເອີບອິ່ມໃຈ ວ່າຕົນມີຄວາມປະພຶດສຸະຣິດ ທີ່ປະກອບດ້ວຍກາຍຍະກັມ ວາຈາກັມ ແລະ ມະໂນກັມ ອັນບໍ່ມີໂທດ ຄົນເຮົາຈະມີຄວາມສຸກຢ່າງແທ້ຈິງນັ້ນ ຕ້ອງເພິ່ງການທໍາງານທີ່ບໍ່ມີໂທດ ຄື ບໍ່ຜິດກົດໝາຍ ບໍ່ຜິດສິນທໍາ.
ໃນບັນດາສຸກທັງ 4
ຢ່າງນີ້ ສຸກເກີດແຕ່ການທໍາງານທີ່ປາສະຈາກໂທດ ປະເສີດກວ່າຄວາມສຸກທັງ 3 ຢ່າງຂ້າງຕົ້ນ.