ອະຣິຍະມັກຄ໌ມີອົງຄ໌ 8 - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


9 มิถุนายน 2560

ອະຣິຍະມັກຄ໌ມີອົງຄ໌ 8



ອະຣິຍະມັກຄ໌ມີອົງຄ໌ 8

   ອະຣິຍະມັກຄ໌ ມີອົງ 8 (The Noble Eightfold Path) ໝາຍ​ເຖິງ​ ແນວ​ທາງ​ປະຕິບັດ​ເພື່ອ​ໃຫ້​ເກີດ​ຄວາມ​ຮູ້​ແຈ້ງ​ດ້ວຍ​ປັນຍາ ​ສຳລັບ​ກຳຈັດ​ຄວາມ​ໂງ່ ຄວາມ​ຫຼົງ​ຜິດ​ ຄວາມ​ທຸກ​ ເພື່ອ​ໃຫ້​ການ​ດຳ​ເນີນ​ຊີວິດ​ດຳ​ລົງ​ຢູ່ໃນ​ສິນລະທຳ​ອັນ​ດີ​ງາມ​ ປະກອບ​ດ້ວຍ​ທຳ​ 8 ປະ​ການ​ ຄື​:


1.
ສັມ​ມາ​ທິດ​ຖິ​ ຄື​ ການ​ເຫັນທີ່​ຖືກຕ້ອງ (Right View)
2.
ສັມ​ມາ​ສັງ​ກັບ​ປະ​ ຄື​ ການ​ຄິດທີ່ຖືກຕ້ອງ ​ (Right Thought)
3.
ສັມ​ມາ​ວາ​ຈາ​ ຄື​ ວາຈາທີ່ຖືືກຕ້ອງ (Right Speech)
4.
ສັມ​ມາ​ກັມ​ມັນ​ຕະ​ຄື​ ການ​ປະຕິບັດທີ່ຖືກຕ້ອງ (Right Action)
5.
ສັມ​ມາ​ອາ​ຊີ​ວະ​ ຄື​ ການ​ຫາລ້ຽງຊີບທີ່ຖືກຕ້ອງ​ (Right Livelihood)
6.
ສັມ​ມາ​ວາ​ຢາ​ມະ​ ຄື​ ຄວາມພຽນທີ່ຖືກຕ້ອງ (Right Effort)
7.
ສັມ​ມາດ​ຕິ​ ຄື​ ການມີສະຕິທີ່ຖືກຕ້ອງ​ (Right Mindfulness)
8.
ສັມ​ມາດ​ມາ​ທິ​ ຄື​ ການມີສະມາທິທີ່ຖືກຕ້ອງ (Right Concentration)

ປັນຍາ​ທີ່​ເປັນ​ເຄື່ອງ​ມື​ໃນ​ການ​ກຳຈັດ​ຄວາມໂງ່ ແບ່ງ​ເປັນ​ 3 ປະ​ເພດ​ ຄື​:

  1. ສຸຕະມະຍະ​ປັນຍາ​ ຄື​ ປັນຍາ​ທີ່​ເກີດ​ຈາກ​ການສຶກສາ​ຮໍ່າ​ຮຽນ​ໃນ​ຕຳ​ລາ​ຮຽນ​
  2. ຈິນ​ຕະມະຍະ​ປັນຍາ​ ຄື​ ປັນຍາ​ທີ່​ເກີດ​ຈາກ​ຂະ​ບວນ​ການ​ຄິດ​ ການ​ວິ​ເຄາະ​ ໄຕ່ຕອງໃນ​ເຫດ​ ແລະ ​ຜົນ​ ໂດຍ​ໃຊ້​ສຸຕະມະຍະ​ປັນຍາ​ເປັນ​ປັນຍາ​ພື້ນ​ຖານ​
  3. ພາວະນາມະຍະ​ປັນຍາ​ ຄື​ ປັນຍາ​ທີ່​ເກີດ​ຈາກ​ການ​ລົງ​ມື​ປະຕິບັດ​ ລົງ​ມື​ເຮັດ​ ລົງ​ມື​ທົດລອງ​ ຈົນ​ຮູ້​ເຫັນ​ດ້ວຍ​ປະສົບການ​ທີ່​ແທ້​ຈິງ​ຂອງ​ຕົນ​ ໂດຍ​ມີ​ສຸຕະມະຍະ​ປັນຍາ​ ແລະ​ ຈິນ​ຕະມະຍະປັນຍາ​ເປັນ​ປັນຍາ​ພື້ນ​ຖານ​

ມັກຄ໌ ທັງ​ 8 ແບ່ງ​ໄດ້​ 3 ໝວດ​ ຄື​:

1.
ໝວດ​ສິນ​ ປະກອບ​ດ້ວຍ​:
 ສັມ​ມາ​ວາ​ຈາ​
 ສັມ​ມາ​ກັມ​ມັນ​ຕະ​
 ສັມ​ມາ​ອາ​ຊີ​ວະ​
2.
ໝວດ​ສະ​ມາ​ທິ​ ປະກອບ​ດ້ວຍ​:
 ສັມ​ມາ​ວາ​ຍະາ​ມະ​
 ສັມ​ມາສະ​ຕິ​
 ສັມ​ມາສະ​ມາ​ທິ​
3.
ໝວດ​ປັນຍາ​ ປະກອບ​ດ້ວຍ​:
 ສັມ​ມາ​ທິດ​ຖິ​
 ສັມ​ມາ​ສັງ​ກັບ​ປະ​

ຫົນທາງ​ 8 ປະ​ການ​ ສຳລັບ​ການ​ດຳ​ເນີນ​ຊີວິດ​ ມີຄື:

1.
ສັມ​ມາ​ທິດ​ຖິ​ (ການ​ເຫັນຊອບ​)
   ສັມ​ມາ​ທິດ​ຖິ​ ແຫ່ງ​ມັກຄ໌ 8 ໝາຍ​ເຖິງ​ ຄວາມ​ເຫັນ​ ຫລື​ ການ​ເຂົ້າໃຈ​ໃນ​ສິ່ງ​ທີ່​ຖືກ​ຕ້ອງ​ ແລະ ​ດີ​ງາມ​ ຕາມ​ແນວ​ທາງ​ແຫ່ງ​ອະ​ຣິຍະ​ສັດ​ 4 ອັນ​ປະກອບ​ດ້ວຍ​:
 ທຸກ​ ຄື​ ສະພາ​ວະ​ຈິດ​ໃຈ​ທີ່​ເກີດ​ຄວາມ​ທຸກ​
 ສະ​ມຸ​ທັຍ​ ຄື​ ສິ່ງ​ທີ່​ເຮັດໃຫ້​ເກີດ​ທຸກ​ ອັນ​ໄດ້​ແກ່​ ໂທ​ສະ​ ໂມ​ຫະ​ ແລະ ​ໂລ​ພະ​
 ນິ​ໂຣດ​ ຄື​ ສິ່ງ​ທີ່​ສາມາດ​ດັບ​ທຸກ​ໄດ້​ ອັນ​ປະກອບ​ດ້ວຍ​ຄວາມ​ເຂົ້າໃຈ​ໃນ​ສະພາບ​ຄວາມເປັນຈິງ​ຂອງ​ທຳມະຊາດ​ ຄື​ ອ​ະນິດ​ຈັງ​ ທຸກ​ຂັງ​ ແລະ​ ອະ​ນັດ​ຕາ​
 ມັກຄ໌​ ຄື​ ຫົນ​ທາງ​ໃນ​ການ​ດັບ​ທຸກ​ ຄື​ ມັກຄ໌​ 8

ອົງ​​ທີ່​ກໍ່​ໃຫ້​ເກີດ​ສັມ​ມາ​ທິດ​ຖິ​ 2 ຢ່າງ​ ຄື​:

 ປະຣະໂຕໂຄ​ສະ​ ຄື​ ຄວາມ​ເຫັນ​ຊອບທີ່​ມາ​ຈາກ​ປັດ​ຈັຍ​ພາຍນອກ​ ເຊັ່ນ​: ຄຳ​ບອກ​ເລົ່າ​ ຂ່າວ​ສານ​ ຄຳ​ສັ່ງ​ສອນ​ ຕຳ​ລາ​ ເປັນ​ຕົ້ນ; ​ສິ່ງເຫລົ້ານີ້​ ເປັນ​ບໍ່ເກີດ​ຂອງ​ຄວາມ​ຮູ້​ທີ່​ປະກອບ​ຂຶ້ນ​ຈາກ​ພາຍນອກ​ທີ່​ເຮົາ​ຕ້ອງ​ຂົນຂວາຍ​ຫາ​ ແຕ່​ຄວາມ​ຮູ້​ເຫຼົ່າ​ນີ້​ ຈຳ​ເປັນ​ຕ້ອງ​ຮູ້​ຈັກ​ໃຊ້​ວິ​ຈາລະ​ນາຍານ​ໃຫ້​ເກີດ​ຄວາມ​ເຂົ້າໃຈ​ຢ່າງ​ທ່ອງ​ແທ້​ເສຍ​ກ່ອນ​ ການ​ໃຊ້​ວິ​ຈາລະນາ​ຍານ​ນີ້​ ເອີ້ນທາງ​ພຸດ​ທະ​ທັມ​ວ່າ:​ ໂຍ​ນິ​ໂສມ​ະນະ​ສິ​ການ​
 ໂຍ​ນິ​ໂສມ​ະນ​ະສິ​ການ​ ຄື​ ການ​ຮູ້​ຈັກ​ຄິດ​ ວິ​ເຄາະ​ໃນ​ເຫດ​ ແລະ​ ຜົນ​ ອັນ​ນຳ​ມາ​ຊຶ່ງ​ປັນຍາ​ ຄື​ ການ​ຮູ້​ແຈ້ງ​ ໂດຍ​ໃຊ້​ຂໍ້​ມູນ​ຂ່າວ​ສານ ​ຫລື​ ແຫຼ່ງ​ຄວາມ​ຮູ້​ຕ່າງ​ໆ ​ຈາກ​ປະຣະໂຕໂຄ​ສະ​ມາປະ​ກອບ​

ສັມ​ມາ​ທິດ​ຖິ​ 2 ລະ​ດັບ​ ຄື:

 ໂລ​ກິຍະ​ສັມ​ມາ​ທິດ​ຖິ​ ຄື​ ຄວາມ​ເຫັນ​ ຫລື​ ການ​ເຂົ້າໃຈ​ໃນ​ລະ​ດັບ​ປຸ​ຖຸຊົນ​ທີ່​ມີ​ຄວາມ​ເຫັນ​ ຫລື ​ເຂົ້າໃຈ​ໃນ​ສິ່ງ​ທີ່ເປັນຄວາມຊົ່ວ ແລະ ຄວາມ​ດີ ທີ່ມີຄວມກ່ຽວເນື່ອງກັນກັບທັມນອງຄອງທັມ ແຕ່ກໍຍັງ​​ບໍ່ໄດ້​ເຂົ້າ​ເຖິງ​ການ​ຮູ້​ແຈ້ງ​ໃນ​ລະ​ດັບ​ພະ​ອະຣິຍະ​ ເຮັດໃຫ້​ຍັງຕ້ອງ​ວຽນ​ວາຍຕາຍຢູ່ໃນວັດຕະສົງສານ
 ໂລ​ກຸດຕະຣະ​ສັມ​ມາ​ທິດ​ຖິ​ ຄື​ ຄວາມ​ເຫັນ​ ຫລື​ ການ​ເຂົ້າໃຈ​ໃນ​ລະ​ດັບ​ພະ​ອະ​ຣິຍະທີ່​ມີ​ຄວາມ​ເຫັນ​ແຈ້ງ​ ຮູ້​ແຈ້ງ​ໃນ​ທຸກ​ສັບພະສິ່ງ​ເທິງ​ໂລກ​ ຫຼຸດ​ພົ້ນ​ຈາກ​ກິ​ເລສທັງປວງ​ ແລະ​ ບໍ່​ມີການວຽນ​ວາຍຕາຍເກີດ​ໃນ​ວັດ​ສົງ​ສານ​ອີກຕໍ່ໄປ...

2. ສັມ​ມາ​ສັງ​ກັບ​ປະ​ (ການ​ດຳ​ຣິຊອບ)
   ສັມ​ມາ​ສັງ​ກັບ​ປະ​ ແຫ່ງ​ມັກ​ຄ໌ 8 ໝາຍ​ເຖິງ​ ການ​ຮູ້​ຈັກ​ຄິດ​ໃນ​ທາງ​ທີ່​ຖືກ​ທີ່​ຄວນ​ ເທິງພື້ນ​ຖານ​ຂອງ​ສິນລະທຳ​ອັນດີ​ງາມ ​ທີ່​ປາສະຈາກ​ການ​ຄິດ​ໂລບ​ໃນ​ຄວາມ​ຢາກ​ຂອງ​ຕົນ​ ການ​ຄິດ​ພ​ະຍາາ​ບາດ​ ອາ​ຄາດ​ແຄ້ນ​ ແລະ ​ການ​ຄິດ​ທີ່​ຈະ​ບຽດ​ບຽນ​ຜູ້​ອື່ນ​ໃຫ້​ເສຍ​ຫາຍ​

ສັມ​ມາ​ສັງ​ກັບ​ປະ ​ເປັນ​ທັມ​ທີ່​ພຶ່ງ​ເວັ້ນ​ຈາກ​ມິດ​ສາ​ສັງ​ກັບ​ປະ​ 3 ປະ​ການ​ ຄື​:

 ກາມ​ສັງ​ກັບ​ປະ​ ຄື​ ການ​ຄິດ​ໃນ​ກາມ​ ອັນ​ເປັນ​ຄວາມ​ຢາກ​ ຄວາມ​ຕ້ອງ​ການ​ຂອງ​ຕົນ​ໃນ​ທຸກ​ດ້ານ ​ໂດຍ​ບໍ່​ສົນ​ໃຈ​ເລື່ອງ​ສິນລະທຳ​ອັນ​ດີ​ ຈົນ​ນຳ​ໄປ​ສູ່​ການສະແຫວ​ງ​ຫາ​ແນວ​ທາງ​ ເພື່ອ​ໃຫ້​ບັນ​ລຸ​ຊຶ່ງ​ຄວາມ​ຢາກ​ເຫຼົ່າ​ນັ້ນ​
 ພ​ະຍາບາດ​ສັງ​ກັບ​ປະ​ ຄື​ ການ​ຄິດ​ພະຍາ​ບາດ​ ອັນ​ປະກອບ​ຂຶ້ນ​ດ້ວຍ​ຈິດ​ທີ່​ມີ​ຄວາມ​ຂຸ່ນ​ເຄືອງ​ ຄວາມ​ຄຽດ​ແຄ້ນ​ ແລະ ​ຄວາມ​ອາ​ຄາດ​ຕໍ່​ຜູ້​ອື່ນ​
 ວິ​ຫິງ​ສາ​ສັງ​ກັບ​ປະ​ ຄື​ ການ​ຄິດ​ບຽດ​ບຽນ​ ອັນ​ປະກອບ​ຂຶ້ນ​ຈາກ​ພ​ະຍາ​ບາດ​ສັງ​ກັບ​ປະ​ທີ່​ຝັງ​ຢູ່ໃນ​ຈິດ​ໃຈ ​ຈົນ​ນຳ​ໄປ​ສູ່​ການ​ຄິດ​ເພື່ອ​ສະແຫວງ​ຫາ​ທາງ​ທີ່​ຈະ​ບຽດ​ບຽນ​ ຫລື ​ກະທຳຮ້າຍ​ຜູ້​ອື່ນ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​

3. ສັມ​ມາ​ວາ​ຈາ​ (ການ​ເວົ້າຈາຊອບ)
   ສັມ​ມາ​ວາ​ຈາ​ ແຫ່ງ​ມັກຄ໌​ 8 ໝາຍ​ເຖິງ​ ການ​ເວົ້າ​ຈາ​ຊອບ​ໃນ​ທາງ​ທີ່​ຖືກ​ທີ່​ງາມ​ ອັນ​ປະກອບ​ດ້ວຍ ​ເວັ້ນ​ຈາກ​ການ​ເວົ້າ​ຕົ໋ວະ​ ເວັ້ນ​ຈາກ​ການ​ເວົ້າ​ສໍ່​ສຽດ​ ເວັ້ນ​ຈາກ​ການ​ເວົ້າ​ຄຳ​ຫຍາບ​ ເວັ້ນຈາກການເວົ້າກັບຄໍາ

ການ​ປະພຶດ​ສັມ​ມາ​ວາ​ຈາ​ ທ່ານ​ແນະ​ນຳ​ໃຫ້​ພຶ່ງ​ເວັ້ນ​ຈາກ​ ວະ​ຈີ​ທຸດຈະລິດ​ 4 ປະ​ການ​ ຄື:​

 ມຸ​ສາ​ວາ​ທາ​ ຄື​ ເພິ່ງ​ເວັ້ນ​ຈາກ​ການ​ເວົ້າ​ຕົ໋ວະ ຄຳ​ຫລອກລວງ​ ທີ່​ບໍ່​ເປັນ​ຈິງ​ດັ່ງ​ປາກົດ​ພຽງ​ເພື່ອ​ຫວັງ​ປະໂຫຍດ​ແກ່ຕົນ ແລະ ​ຍັງ​ໃຫ້​ຜູ້​ອື່ນ​ເສຍ​ຫາຍ​
 ປິ​ສຸ​ນາ​ວາ​ຈາ​ ຄື​ ເພິ່ງເວັ້ນ​ຈາກ​ການ​ເວົ້າ​ສໍ່​ສຽດ​ເພື່ອ​ໃຫ້​ຜູ້​ອື່ນ​ເຈັບ​ໃຈ​ ແລະ​ ການ​ເວົ້າ​ຍຸແຍ່ເພື່ອ​ໃຫ້​ເກີດ​ຄວາມ​ແຕກ​ແຍກ​ໃນ​ໝູ່​ຄະນະ
 ຜະຣຸສາວາ​ຈາ​ ຄື​ ເພິ່ງ​ເວັ້ນ​ຈາກ​ການ​ເວົ້າ​ຄຳ​ຫຍາບ ​ອັນ​ເປັນ​ຄຳ​ທີ່​ບໍ່​ມ່ວນຫູ ​ພຽງ​ເພື່ອ​ເຮັດໃຫ້​ຜູ້​ອື່ນ​ເຈັບ​ໃຈ​ ຫລື ​ເວົ້າ​ເພາະ​ຄວາມ​ຄຶກ​ຄະ​ນອງ​
 ສັມ​ຜັບ​ປະລາ​ປະ​ ຄື​ ເພິ່ງ​ເວັ້ນ​ຈາກ​ການ​ເວົ້າ​ກັບ​ຄຳ​ ເວົ້າ​ກັບ​ໄປ​ກັບ​ມາ​ ຈັບ​ສາ​ລະ​ບໍ່​ໄດ້​

4. ສັມ​ມາ​ກັມ​ມັນ​ຕະ​ (ການ​ປະພຶດ​ຊອບ​)
   ສັມ​ມາ​ກັມ​ມັນ​ຕະ​ ແຫ່ງ​ມັກ​ຄ໌ 8 ໝາຍ​ເຖິງ​ ການ​ປະພຶດ​ປະຕິບັດ​ໃນ​ທາງ​ທີ່​ຖືກ​ຕ້ອງ​ອັນ​ຄວນ​
ສັມ​ມາ​ກັມ​ມັນ​ຕະ​ໃນ​ທາງ​ໂລກ​ ທ່ານ​ເພິ່ງ​ໃຫ້​ລະ​ເວັ້ນ​ຈາກ​ກາຍະ​ທຸດຈະລິດ​ 3 ປະ​ການ​ ຄື​:
 ປາ​ນາ​ຕິ​ປາ​ຕາ​ ຄື​ ການ​ລະ​ຊຶ່ງ​ການຂ້າສັດ
 ອະ​ທິນ​ນາ​ທາ​ນາ​ ຄື​ ການ​ລະ​ຊຶ່ງ​ການ​ລັກ​ຊັບ​
 ກາ​ເມ​ສຸ​ມິດ​ສາ​ຈາ​ຣາ​ ຄື​ ການ​ລະ​ຊຶ່ງ​ການ​ປະພຶດ​ຜິດ​ໃນ​ກາມ​ໃນ​ຍິງ​ຕ້ອງ​ຫ້າມ​ ແລະ ​ຊາຍ​ຕ້ອງ​ຫ້າມ​ທັງ​ຫຼາຍ​

5. ສັມ​ມາ​ອາ​ຊີ​ວະ​ (ການ​ລ້ຽງ​ຊີບ​ຊອບ​)
  ສັມ​ມາ​ອາ​ຊີ​ວະ​ ແຫ່ງ​ມັກ​ 8 ໝາຍ​ເຖິງ​ ການ​ປະກອບ​ອາ​ຊີບ ​ຫລື​ ການ​ຫາ​ລ້ຽງ​ຊີບ​ດ້ວຍ​ຄວາມ​ສຸດຈະ​ລິດ​ ດ້ວຍ​ການ​ໃຊ້​ປັນຍາ​ ແລະ​ ຄວາມ​ຮູ້​ຂອງ​ຕົນ ​ໃນ​ການ​ປະກອບ​ອາ​ຊີບ​ບົນພື້ນ​ຖານ​ຂອງ​ຄວາມ​ຖືກ​ຕ້ອງ​ ປາສະຈາກ​ການ​ປະພຶດ​ອັນ​ຜິດ​ຕໍ່​ສິນລະທຳ​

ຜູ້​ມີ​ສັມ​ມາ​ອາ​ຊີ​ວະ​ທ່ານ​ພຶງ​ໃຫ້​ເວັ້ນ​ຈາກ​ມິດ​ສາ​ອາ​ຊີ​ວະ​ 5 ປະ​ການ​ ຄື​:

 - ສັດ​ຖະວະ​ນິດ​ຊາ​ ຄື​ ການ​ປະກອບ​ອາ​ຊີບ​ດ້ວຍ​ການ​ຄ້າ​ຂາຍ​ອາ​ວຸດ​ສົງຄາມ ​ຫລື ​ວັດ​ຖຸ​ທີ່​ກ່ຽວ​ຂ້ອງ​ກັບ​ອາ​ວຸດ​
 - ສັດ​ຕະວະນິດ​ຊາ​ ຄື​ ການ​ປະກອບ​ອາ​ຊີບ​ດ້ວຍ​ການ​ຄ້າ​ຂາຍ​ມະນຸດ​ ການ​ໃຊ້​ແຮງ​ງານ​ຜິດ​ກົດຫມາຍ​ ການ​ທາ​ລຸນກໍາ ການ​ບໍລິການ​ທາງ​ເພດ​ ເປັນ​ຕົ້ນ​
 - ມັງ​ສະວະ​ນິດ​ຊາ​ ຄື​ ການ​ປະກອບ​ອາ​ຊີບ​ດ້ວຍ​ການ​ຄ້າ​ຂາຍ​ສັດ​ ຄ້າ​ຂາຍ​ເນື້ອ​ສັດ​ຕ້ອງ​ຫ້າມ​ທີ່​ຜິດ​ຕໍ່​ຫຼັກ​ກົດຫມາຍ​ ຫລື ​ສາດສະຫນາ​
 - ມັດ​ຊະວະ​ນິດ​ຊາ​ ຄື​ ການ​ປະກອບ​ອາ​ຊີບ​ດ້ວຍ​ການ​ຄ້າ​ຂາຍ​ນ້ຳ​ເມົາ​ ແລະ​ ສານ​ເສບ​ຕິດ​
ວິສະວະ​ນິດ​ຊາ​ ຄື​ ການ​ປະກອບ​ອາ​ຊີບ​ດ້ວຍ​ການ​ຄ້າ​ຂາຍ​ຢາ ​ຫລື ​ສານ​ສຳລັບ​ການເຮັດ​ພິດຕໍ່ຄົນ ​ຫລື ​ສັດ​

6. ສັມ​ມາ​ວາ​ຍາ​ມະ​ (ການ​ພຽນ​ຊອບ​)
   ສັມ​ມາ​ວາ​ຍາ​ມະ​ ແຫ່ງ​ມັກ​ຄ໌ 8 ໝາຍ​ເຖິງ​ ຄວາມ​ພຽນ​ໃນ​ການ​ງານ​ ຫລື​ ຄວາມ​ພຽນ​ໃນ​ການ​ປະພຶດ​ຕໍ່ຄຸນ​ງາມ​ຄວາມ​ດີ​ ອັນ​ໄດ້​ແກ່​:
 ສັງວອນປະ​ທານ​ ຄື​ ການ​ພຽນ​ປ້ອງ​ກັນ​ບໍ່​ໃຫ້​ຕົນ​ປະພຶດ​ຢູ່ໃນ​ອ​ະກຸສົນກັມ (ກັມຊົ່ວ)
 ປະ​ຫານ​ປະ​ທານ​ ຄື​ ການ​ພຽນ​ລະ​ຊຶ່ງ​ອະກຸສົນກັມ (ກັມຊົ່ວ) ​ທີ່ເກິດຂື້ນ​ແລ້ວ​ໃຫ້​ໝົດ​ໄປ​ຈາກ​ຕົນ​
 ພາວະ​ນາປະ​ທານ​ ຄື​ ການ​ພຽນ​ສ້າງ​ກຸສົນ​ກັມ (ກັມດີ) ອັນ​ທີ່​ຍັງ​ບໍ່​ເກີດ​ ໃຫ້​ເກີດ​ຂຶ້ນ​ແກ່ຕົນ​ ແລະ​ ຜູ້​ອື່ນ​
 ອ​ະນຸ​ຣັກ​ຂະ​ນາປະ​ທານ​ ຄື​ ການ​ພຽນ​ຖືຮັກສາ​ສິ່ງ​ທີ່​ດີ​ ທີ່ເກິດຂື້ນ​ແລ້ວ​ໃຫ້​ຍັງ​ຄົງ​ຢູ່​ເປັນ​ນິດ​ ແລະ ​ພຽນ​ສົ່ງ​ເສີມ​ພັດທະນາ​ໃຫ້​ສິ່ງ​ນັ້ນ​ເກີດ​ຢິ່ງ​ໆ ​ຂຶ້ນ​ໄປ​

7. ສັມ​ມາດ​ຕິ​ (ການຕັ້ງ​ສະຕິ​ຊອບ)
   ສັມ​ມາສະ​ຕິ​ ແຫ່ງ​ມັກ​ຄ໌ 8 ໝາຍ​ເຖິງ​ ການຕັ້ງ​ສະຕິ​ໄດ້​ ການ​ລະ​ເລິກ​ໄດ້​ ບໍ່​ຟັ່ນ​ເຟືອນ​ ບໍ່​ເລື່ອນ​ຟູ​ ສາມາດ​ລະ​ວັງ​ຕົວ​ບໍ່​ໃຫ້​ປະພຶດ​ຕົນ​ຫຼົງ​ເຂົ້າໄປ​ໃນ​ວັງ​ວົນ​ຂອງ​ກິ​ເລສ​ທັງ​ຫຼາຍ​ ຫຍັງ​ຄວນ​ເຮັດ​ ຫຍັງ​ບໍ່​ຄວນ​ເຮັດ​ ທັງຫມົດ​ເຖິງ​ການ​ຕື່ນ​ຕົວ​ໃນ​ຫນ້າທີ່​ ການ​ສຳ​ນຶກ​ໃນ​ຫນ້າທີ່​ຢູ່​ສະເໝີ​

ລັກສະນະ​ຂອງ​ການ​ມີສະ​ຕິ​

1.
ລະ​ເລິກ​ໄດ້​ວ່າ​ ສິ່ງ​ທີ່​ຈະ​ກະທຳ ​ຫລື ​ກຳ​ລັງ​ກະທຳ​ມີ​ປະໂຫຍດ​ ຫລື ​ບໍ່​ ເປັນ​ເລື່ອງ​ດີ ​ຫລື ​ເລື່ອງ​ຊົ່ວ
2.
ລະ​ເລິກ​ໄດ້​ວ່າ​ ສິ່ງ​ທີ່​ຈະ​ກະທຳ​ ຫລື ​ກຳ​ລັງ​ກະທຳ​ເໝາະ​ກັບ​ຕົນ​ ຫລື ​ບໍ່​
3.
ລະ​ເລິກ​ໄດ້​ວ່າ​ ສິ່ງ​ທີ່​ຈະ​ກະທຳ​ ຫລື ​ກຳ​ລັງ​ກະທຳ​ມີ​ຜົນ​ດີີ​ ຫລື​ ຮ້າຍ​
4.
ລະ​ເລິກ​ໄດ້​ວ່າ​ ສິ່ງ​ທີ່​ຈະ​ກະທຳ​ ຫລື ​ກຳ​ລັງ​ກະທຳ​ເປັນ​ເລື່ອງ​ງົມ​ງາຍ​ ຫລື ​ບໍ່​
5.
ລະ​ເລິກ​ໄດ້​ວ່າ​ ສິ່ງ​ທີ່​ຈະ​ກະທຳ​ ຫລື ​ກຳ​ລັງ​ກະທຳ​ມີ​ໂອ​ກາດ​ສຳ​ເຮັດ ​ຫລື​ ບໍ່​

8. ສັມ​ມາສະ​ມາ​ທິ​ (ການຕັ້ງ​ມັ່ນ​ຊອບ)
  ສັມ​ມາສະ​ມາ​ທິ​ ແຫ່ງ​ມັກຄ໌​ 8 ໝາຍ​ເຖິງ​ ການຕັ້ງ​ມັ່ນ​ໃນ​ຈິດ​ ການ​ມີ​ຈິດ​ແນ່ວ​ແນ່​ຕໍ່​ສິ່ງ​ໃດ​ສິ່ງ​ໜຶ່ງ​ ຄື​ ມີ​ຈິດ​ເປັນ​ໜຶ່ງ​ທັງຫມົດ​ກັບ​ສິ່ງ​ໃດ​ໆ​

ແບ່ງ​ເປັນ​ 3 ລະ​ດັບ​ ຄື​:

  - ຂະ​ນິກະ​ສະ​ມາ​ທິ​ ຄື​ ສະ​ມາ​ທິ​ຊົ່ວ​ຂະນະ​ ເປັນ​ສ​ມາ​ທິ​ທີ່​ເກີດ​ຂະນະ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ໃນ​ການ​ດຳ​ເນີນ​ຊີວິດ​ ເຊັ່ນ:​ ການ​ເຮັດ​ວຽກງານ​ ການ​ຈົ່ມ​ຫນັງສື​ ເປັນ​ຕົ້ນ​
  - ອຸປະ​ຈາຣະ​ສ​ະມາ​ທິ​ ຄື​ ສ​ະມາ​ທິ​ໃກ້​ຈະ​ແນ່ວ​ແນ່​ ເປັນ​ສະ​ມາ​ທິ​ທີ່​ເກີດ​ຈາກ​ການ​ກຳນົດ​ຈິດ​ຕໍ່​ສິ່ງ​ໃດ​ສິ່ງ​ໜຶ່ງ​ໃນ​ຊົ່ວ​ຂະນະ​ ທີ່​ບໍ່​ໄດ້​ດຳ​ເນີນ​ໄປ​ຢ່າງ​ຕໍ່​ເນື່ອງ​ຈົນ​ເຖິງ​ການ​ມີ​ຈິດ​ທັງຫມົດ​ເປັນ​ໜຶ່ງ​ກັບ​ສິ່ງ​ນັ້ນ​ ເຊັ່ນ​ ກ​ານກຳນົດ​ຈິດຕໍ່ລົມຫາຍ​ໃຈ​ເຂົ້າ​ອອກ​ໄດ້​ຊົ່ວຂະນະ ​ ເພາະ​ເກີດ​ຈິດ​ເລື່ອນ​ຟູ​ໄປ​ນຶກ​ເຖິງ​ສິ່ງ​ອື່ນ​
  - ອັບ​ປະ​ນາສະ​ມາ​ທິ​ ຄື​ ສ​ະມາ​ທິ​ທີ່​ແນ່ວ​ແນ່​ເປັນ​ໜຶ່ງ​ ເປັນ​ສະ​ມາ​ທິ​ທີ່​ເກີດ​ຈາກ​ການ​ກຳນົດ​ຈິດ​ຕໍ່​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ດຳ​ເນີນ​ໄປ​ຢ່າງ​ຕໍ່​ເນື່ອງ ​ຈົນ​ສາມາດ​ກຳນົດ​ຈິດ​ແນ່ວ​ແນ່​ທັງຫມົດ​ເປັນ​ໜຶ່ງ​ກັບ​ສິ່ງ​ນັ້ນ​ໄດ້​ ເຊັ່ນ:​ ຈິດ​ຮັບ​ຮູ້​ ແລະ ​ແນ່ວ​ແນ່​ຕໍ່ລົມຫາຍ​ໃຈ​ເຂົ້າ​ອອກ​.

ທັມ​ອັ​ນ​ໃຊ້​ຄູ່​ກັບ​ມັກຄ໌​ທັງ​ 8

1.
ສັມ​ມາ​ທິດ​ຖິ​ : ສ​ມຸ​ທັຍ​ ແລະ ​ນິ​ໂຣທ ແຫ່ງ​ອະ​ຣິຍະ​ສັດ​ 4
2.
ສັມ​ມາ​ສັງ​ກັບ​ປະ​ : ເວັ້ນ​ຈາກ​ມິດ​ສາ​ສັງ​ກັບ​ປະ​ 3
3.
ສັມ​ມາ​ວາ​ຈາ​ : ເວັ້ນ​ຈາກ​ວະ​ຈີ​ທຸດຈະລິດ​ 4
4.
ສັມ​ມາ​ກັມ​ມັນ​ຕະ​ : ເວັ້ນ​ຈາກ​ກາຍະ​ທຸດຈະລິດ​ 3
5.
ສັມ​ມາ​ອາ​ຊີ​ວະ​ : ວິ​ຣິ​ຍະ​
6.
ສັມ​ມາ​ວາ​ຢາ​ມະ​ : ປະ​ທານ​ 4
7.
ສັມ​ມາດ​ຕິ​ : ສະຕິ​ ສຳປະຊັນຍາ​
8.
ສັມ​ມາດ​ມາ​ທິ​ : ຊານ​ 4