ຄະຣາວາດທັມ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


6 มิถุนายน 2560

ຄະຣາວາດທັມ



ຄະຣາວາດທັມ

    ຄ​າຣະ​ວາດ​ທັມ ໝາຍ​ເຖິງ​ ທັມມະ​ຂອງ​ຄະຣາວາດ​ ຫລື​ ທັມມະ​ສຳລັບ​ຜູ້​ຄອງ​ເຮືອນ​
ຄະຣາວາດ​ ໝາຍ​ເຖິງ​ ຜູ້​ຄອງ​ເຮືອນ​ ບາງທີເອີ້ນວ່າ:​ ຄ​ະລືຫັດ​ ໝາຍ​ເຖິງ​ ບຸກຄົນ​ທີ່​ບໍ່​ແມ່ນ​ນັກ​ບວດ ​ຫລື​ພະ​ສົງ​ຄ໌ ​ທີ່​ມີ​ອາ​ຊີບ​ແຕກ​ຕ່າງ​ກັນ​ ເຊັ່ນ:​ ຊາວ​ນາ,​ ຊາວ​ໄຮ່​, ພໍ່​ຄ້າ,​ ນັກ​ສຶກ​ສາ ​ ເປັນຕົ້ນ.

ຄະຣາວາດ​ທັມ​ 4 ປະ​ການ​ ຄື:
1.
ສັຈຈະ​ (ຄວາມ​ຊື່ສັດ​)
2.
ທະ​ມະ​ (ການ​ຝຶກ​ຕົນ​)
3.
ຂັນ​ຕິ​ (ການ​ອົດ​ທົນ​)
4.
ຈາ​ຄະ​ (ການ​ບໍລິຈາກ​/ຄວາມເສຍສະຫລະ​)

1. ສັຈ​ຈະ​ (ຄວາມ​ຊື່ສັດ​)
   ສັດ​ຈະ​ ໃນ​ຄະຣາວາດ​ທັມ ​ 4 ໝາຍ​ເຖິງ​ ຄວາມ​ຊື່ສັດ​ ຊື່​ກົງ​ ດ້ວຍ​ກາຍ​ຈິງ​ ຄື​ ປະພຶດ​ດ້ວຍ​ຄວາມ​ສຸຈະຣິດ​ ບໍ່​ຄົດ​ໂກງ​ ບໍ່​ຫລອກລວງ​ ບໍ່ເວົ້າຕົ໋ວະ ຄື​ ເວົ້າ​ຄວາມ​ຈິງ​ ແລະ ​ໃຈ​ຈິງ​ ຄື​ ມີ​ຄວາມ​ຈິງ​ໃຈ​

2. ທະ​ມະ​ (ການ​ຝຶກ​ຕົນ​)
   ທ​ະມະ​ ໃນ​ຄະຣາວາດ​ທັມ​ 4 ໝາຍ​ເຖິງ​ ການ​ຝຶກ​ຝົນ​ ການ​ຝຶກ​ຕົນ​ ໃຫ້​ມີ​ການ​ປັບ​ປຸງ​ຕົວ​ ທັງ​ໃນ​ດ້ານ​ຈິດ​ໃຈ​ ແລະ​ ການ​ກະທຳ​ ດ້ວຍ​ປັນຍາ​ເພື່ອ​ປັບ​ປຸງ​ ແກ້​ໄຂ​ຂໍ້​ບົກຜ່ອງ​ໃນ​ຫນ້າທີ່​ການ​ງານ​ ຫລື​ ສິ່ງ​ທີ່​ກະທຳ​ຢູ່​ນັ້ນ​
  ທະ​ມະ​ ເປັນ​ທັມ​ທີ່​ມຸ້ງ​ເນັ້ນ​ໃຫ້​ໃຊ້ປັນຍາ​ຕຶງຕອງ​ ແລະ​ ໄຕ່ຕອງໃຫ້​ອ້ອມ​ຄອບ​ກ່ອນທີ່ຈະ​ກະທຳ​ການ​ໃດ​ໆ​ ໂດຍ​ຕ້ອງ​ຄຳ​ນຶງ​ຢູ່​ສະເໝີ​ວ່າ​ ມີ​ປະໂຫຍດ​ຫລາຍກວ່າ​ໂທດ ​ຫລື ​ມີ​ດີ​ຫລາຍກວ່າ​ຊົ່ວ​ຈຶ່ງ​ຈະ​ກະທຳ​ ໂດຍ​ສະເພາະ​ການ​ເອົາ​ຊະນະ​ຄວາມ​ໂກດ​ ເພາະ​ເມື່ອ​ຄວາມ​ໂກດ​ເກີດ​ຂຶ້ນ​ຍ່ອມສົ່ງ​ຜົນ​ໃຫ້​ຈິດ​ໃຈ​ຂຸ່ນ​ມົວ​ ຜິວ​ພັນ​ເສົ້າ​ໝອງ​ ເປັນ​ເຫດ​ໃຫ້​ເກີດ​ຜົນ​ເສຍ​ແກ່​ຕົນເອງ​ ແລະ ​ຜູ້​ອື່ນ​ ທັງ​ນີ້​ ເພາະ​ຜູ້​ມີໂກດ​ຍ່ອມ​ບໍ່​ຮູ້​ຈັກ​ຜິດຖືກ ບໍ່ຮູ້ດີຊົ່ວ ສາມາດ​ຂ້າ​ໄດ້​ແມ້ກ​ະ​ທັ່ງ​ບິດາ​ມານດາ​ຂອງ​ຕົນເອງ​ ຜູ້​ທີ່​ຖືກ​ຄວາມ​ໂກດ​ເຂົ້າ​ຄອບ​ງຳ​ຍ່ອມ​ເສຍຊັບ​ ເສື່ອມ​ລາບ​ຢົດ​ ຫາ​ທີ່​ພຶ່ງ​ພິງ​ໄດ້​ຍາກ​ ບໍ່ມີ​ຍາດ​ຂາດ​ມິດ​

ທ​ະມະ​ ແບ່ງ​ເປັນອອກ​ 2 ປະ​ການ​ ຄື​:
1.
ການ​ຝຶກ​ຝົນ​ຕົນເອງ​ ເປັນ​ຄວາມ​ມຸ້ງ​ໝາຍ​ເພື່ອ​ສະ​ກົດ​ກັ້ນ​ ຝຶກ​ຝົນ​ ອົບຮົມ​ຈິດ​ໃຈ​ຂອງ​ຕົນ​ໃຫ້​ມີ​ສະພາບ​ຈິດ​ໃຈ​ດີ​ຂຶ້ນ​ ໃຫ້​ເຂັ້ມແຂງ​ຫລາຍ​ຂຶ້ນ​ ຝຶກ​ຂົ່ມ​ຄວາມ​ຮູ້ສຶກ​ເພື່ອ​ໃຫ້​ພ້ອມ​ກັບ​ສະຖານນະການ​ຕ່າງ​ໆ ​ທີ່​ອາດ​ເກີດ​ຂຶ້ນ​ ເຮົາຕ້ອງ​ຂົ່ມ​ໃຈ​ບໍ່​ໃຫ້​ສະແດງ​ອາການຮວນເຮ​ ຫວາດ​ຫວັ່ນ​ ເຊັ່ນ:​ ບໍ່​ຫລົງລືມສະຕິ​ດ່າ​ວ່າ​ອອກ​ມາ​ໂດຍ​ບໍ່​ມີ​ສະຕິ​ຢັບ​ຢັ້ງ​ ຫລື​ ຂົ່ມ​ຄວາມລະອາຍ​ເມື່ອ​ຕ້ອງ​ເວົ້າ​ ຫລື​ ສະແດງ​ອອກ​

   ອີກ​ຢ່າງ​ໜຶ່ງ​ ທ​ະມະ​ນີ້​ ໃນ​ຄວາມຫມາຍ​ທີ່​ເລິກໃນ​ທາງ​ພຣະ ໝາຍ​ເຖິງ​ ການ​ຮູ້​ຈັກ​ຝຶກ​ອິນຊີ​ (ກາຍ​ ແລະ​ ໃຈ​) ໄດ້​ແກ່:​ ຕາ​ ຫູ​ ດັງ​ ລິ້ນ​ ກາຍ​ ໃຈ​ ດ້ວຍ​ອຳນາດ​ຂອງ​ຄຸນະທັມ​ ບໍ່​ໃຫ້ເປັນ​ໄປ​ຕາມ​ກຳ​ລັງ​ຂອງ​ກິ​ເລສຫລື ​ຄວາມ​ຊົ່ວຊາມ ການ​ຝຶກ​ໃຈ​ໃຫ້​ມີທະມະ​ ຄື​ ການ​ຮູ້​ຈັກ​ໃຊ້​ສະຕິ​ໃຫ້​ຫລາຍ​ ເພື່ອ​ຂົ່ມ​ຄວາມ​ຮູ້ສຶກ​ທີ່​ບໍ່​ດີ​ໄວ້​ ແລະ ​ຫາ​ທາງ​ພັດທະນາ​ໃຈ​ຕົນເອງ​ໃຫ້​ຫມັ້ນຄົງ​ຂຶ້ນ ​ດ້ວຍ​ວິທີ​ການ​ຝຶກ​ຈິດ​ໃຈ​ ເຊັ່ນ:​ ຝຶກ​ສະ​ມາ​ທິ,​ ຝຶກ​ນັ່ງ​ກຳມະ​ຖານ​ ເປັນ​ຕົ້ນ​

2. ການ​ຂົ່ມ​ໃຈ​ຕົນເອງ​ ຄື:​ ການ​ຢັບ​ຢັ້ງ​ ແລະ ​ຮູ້​ຈັກ​ຄວບ​ຄຸມ​ຈິດ​ໃຈ​ຂອງ​ຕົນ​ບໍ່​ໃຫ້​ຕິດ​ຢູ່ໃນ​ວັງ​ວົນ​ແຫ່ງ​ອະ​ບາຍຍະ​ມຸກ​ແຫ່ງ​ໂທສະ ຄື​: ຄວາມ​ໂກດ​ ໂມ​ໂຫ​ຮ້າຍ​ ໂລ​ພະ​ ຄື​ ຄວາມ​ທະ​ຍານ​ຢາກ​ທີ່​ຈະ​ນຳ​ໄປ​ສູ່​ການ​ສະຫນອງ​​ຄວາມ​ຕ້ອງ​ການ​ຂອງ​ຕົນ​ໃນ​ທາງ​ສິ່ງ​ທີ່​ບໍ່​ຖືກຕ້ອງ​ຕາມກົດຫມາຍ​ ແລະ​ ສິນທຳ​ ແລະ ​ໂມ​ຫະ​ ຄື​ ຄວາມ​ຫຼົງ​ກັບ​ຄວາມ​ສຸກ​ທີ່ເກິດຂື້ນ​ຈາກ​ສິ່ງ​ທີ່​ບໍ່​ຢັ້ງ​ຢືນ​ ເປັນຕົ້ນ.

3. ຂັນ​ຕິ​ (ຄວາມ​ອົດ​ທົນ​)
   ຂັນ​ຕິ​ ໃນ​ຄະຣາວາດ​ທັມ​ 4 ໝາຍ​ເຖິງ​ ຄວາມ​ອົດ​ທົນ​ ອົດ​ກັ້ນ​ຕໍ່​ບັນຫາ​ອຸປະສັກ​ນາໆ ປະການ ຕະຫລອດຈົນເຖິງ​ອົດ​ທົນ​ ອົດ​ກັ້ນ​ຕໍ່​ສິ່ງ​ທີ່​ບໍ່​ພຶງ​ປາຖະຫນາ​ທາງ​ໃຈ​ ເຊັ່ນ: ຄວາມ​ຍາກ​ລຳ​ບາກ​ໃນ​ການ​ງານ​, ຄຳ​ປ້ອຍດ່າ​ຈາກ​ຜູ້​ອື່ນ​ ຊຶ່ງ​ຄວາມ​ອົດ​ທົນ​ນີ້​ ປະກອບ​ດ້ວຍ​ 4 ລັກສະນະ​ ໄດ້​ແກ່​:
1.
ຄວາມ​ອົດ​ທົນ​ ອົດ​ກັ້ນ​ຕໍ່​ຄວາມ​ຍາກ​ລຳ​ບາກ​ກາກກໍາ​ທາງ​ທຳມະຊາດ​ຊຶ່ງ​ເກີດ​ຂຶ້ນ​ທາງ​ກາຍ​​ ເຊັ່ນ: ຄວາມ​ຮ້ອນ,​ ຄວາມ​ໜາວ,​ ຄວາມ​ຫິວ​ກະຫາຍ,​ ແລະ​ ຄວາມ​ເມື່ອຍ​ລ້າ​ອ່ອນແຮງ
2.
ຄວາມ​ອົດ​ທົນ​ ອົດ​ກັ້ນ​ຕໍ່​ທຸກ​ຂະ​ເວທະ​ນາ​ທີ່ເກິດຂື້ນ​ທາງ​ກາຍ​ ເຊັ່ນ:​ ຄວາມ​ເຈັບ​ໄຂ້​ໄດ້​ປ່ວຍ,​ ຄວາມ​ທຸກທໍລະມານ​ ກໍ​ຮູ້​ຈັກ​ອົດ​ທົນ​ອົດ​ກັ້ນ​ເອົາ​ໄວ້​ ບໍ່​ສ້າງ​ຄວາມ​ທຸກ​ເພີ່ມ​ຂຶ້ນ​ອີກ​
3.
ຄວາມ​ອົດ​ທົນ​ ອົດ​ກັ້ນ​ຕໍ່​ຄວາມ​ເຈັບ​ໃຈ​ອັນ​ເກີດ​ຂຶ້ນ​ທາງ​ໃຈ​​ ເຊັ່ນ:​ ວາ​ຈາ​ສໍ່​ສຽດ,​ ຖ້ອຍ​ຄຳ​ດ່າ​ວ່າ​ຫຍາບ​ຄາຍ​ ຫລື ​ຄຳ​ກ່າວ​ລ່ວງ​ເກີນ​ກໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ ສ້າງ​ຄວາມ​ຂຸ່ນ​ເຄືອງ​ໃຈ​ອັນ​ບໍ່​ພຶງ​ປາຖະຫນາ​
4.
ຄວາມ​ອົດ​ທົນ​ ອົດ​ກັ້ນ​ຕໍ່​ພະລັງ​ອຳນາດ​ບີບ​ຄັ້ນ​ຂອງ​ກິ​ເລສ​ ໄດ້​ແກ່​: ຣາ​ຄະ​ ໂທ​ສະ​ ໂມ​ຫະ​ ເປັນ​ຕົ້ນ​ ຄວາມ​ອົດ​ທົນ​ອົດ​ກັ້ນ​ຕໍ່​ກິ​ເລສທັງປວງ ​ເພື່ອ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ສູງ​ສຸດ​ແຫ່ງ​ຊີວິດ​ທີ່​ດີ​ງາມ​

4. າ​ຄະ​ (ການ​ບໍລິຈາກ​/ຄວາມ​ເສຍສະຫລະ)
   ຈາ​ຄະ​ ໃນ​ຄ​າຣະ​ວາດ​ທັມ​ 4 ໝາຍ​ເຖິງ​ ການ​ບໍລິຈາກ​ ຫລື ​ຄວາມ​ເສຍ​ສະຫລະ​ຈາກ​ຄວາມ​ສຸກ​ ແລະ​ຜົນ​ປະໂຫຍດ​ຂອງ​ຕົນ​ ຕະຫລອດຈົນ​ເຖິງ​ການ​ລະ​ຈາກ​ກິ​ເລສ​ ເຮັດໃຫ້​ເປັນ​ຜູ້​ມີ​ຄວາມ​ໃຈ​ກວ້າງ​ ຮູ້​ຈັກ​ເອື້ອ​ເຟື້ອ​ເຜື່ອ​ແຜ່ແກ່ຜູ້ອື່ນ​ ແລະ ​ພ້ອມ​ທີ່​ຈະ​ຜະເຊີນ​ກັບ​ຄວາມ​ທຸກ​ຮ່ວມ​ກັບ​ຜູ້​ອື່ນ​

  ຈາ​ຄະ​ມີ​ຄວາມຫມາຍ​ກວ້າງ​ກວ່າ​ທານ​ ເນື່ອງ​ຈາກ​ວ່າ ຈາ​ຄະ​ ຄື​ ການ​ສະລະ​ທັງ​ສິ່ງ​ທີ່​ເປັນ​ຮູບປະ​ທັມ ແລະ​ ນາມ​ມະທັມ​ ໂດຍ​ບໍ່​ສົນ​ໃຈ​ວ່າ​ຈະ​ມີ​ຜູ້​ຮັບ​ ຫລື ​ບໍ່​ ແລະ ​ມີ​ຄວາມຫມາຍ​ໂດຍ​ທັງ​ໃນ​ລະ​ດັບ​ໂລ​ກີ​ຍະ​ ແລະ ​ໂລ​ກຸດ​ຕະລະ

  ໃນ​ລະ​ດັບ​ໂລ​ກີ​ຍະ ​ເປັນ​ການເສຍສະ​ລະ​ ການ​ໃຫ້​ທານ​ ການ​ແບ່ງ​ປັນ​ເອື້ອ​ເຟື້ອ​ເຜື່ອ​ແຜ່​ຕໍ່​ຜູ້​ອື່ນ​ ທັງ​ໃນ​ວັດ​ຖຸ​ ແລະ ​ສິ່ງ​ທີ່​ເປັນ​ນາມມະ​ທັມ​ ສ່ວນ​ໃນ​ລະ​ດັບ​ໂລ​ກຸດ​ຕະຣະ​ ເປັນ​ການ​ສະລະ​ໃນ​ຄວາມ​ຢຶດ​ໝັ້ນ​ຖື​ຫມັ້ນ​ ຄວາມ​ບໍ່​ດີ​ຕ່າງ​ໆ​ ທີ່​ຢູ່ໃນ​ຈິດ​ໃຈ​ ດັ່ງ​ນັ້ນ,​ ​ຄວາມ​ເສຍ​ສະລະ​ຈຶ່ງ​ມີ​ 2 ຢ່າງຄື:​
1.
ການ​ເສຍ​ສະລະ​ວັດ​ຖຸ​ສິ່ງ​ຂອງ​ ໄດ້​ແກ່​: ຊັບສິນເງີນທອງຂອງ​ຂອງ​ຕົນ​ເພື່ອ​ປະໂຫຍດ​ແກ່​ຜູ້​ອື່ນ​ ໂດຍ​ບໍ່​ເກີນ​ກຳ​ລັງ​ຄວາມ​ສາມາດ​ຂອງ​ຕົນ​
2.
ການ​ເສຍ​ສະລະ​ສິ່ງ​ທີ່​ເປັນ​ນາມ​ມະທຳ​ ເຊັ່ນ​: ສະຫລະ​ກິ​ເລສ, ສະຫລະ​ຄວາມ​ເຫັນ​ແກ່​ຕົວ​, ສະຫລະ​ອາລົມ​ຄວາມ​ຮູ້ສຶກ​ທີ່​ບໍ່​ດີ​ຕ່າງ​ໆ​ ຊຶ່ງ​ການ​ຝຶກ​ຝົນ​ໃຫ້​ມີ​ຈາ​ຄະ​ຄວນ​ເຮັດໃຫ້​ຈິດ​ໃຈ​ຄາຍ​ຄວາມ​ຢຶດ​ໝັ້ນ​ຖື​ຫມັ້ນ ແລະ ​ມີ​ຄວາມ​ເຂົ້າໃຈ​ໃນ​ສິ່ງ​ທັງ​ຫຼາຍ​ຕາມ​ຄວາມ​ເປັນ​ຈິງ​ ເຮັດໃຫ້​ມີ​ຄວາມ​ສຸກ​ດ້ວຍ​ໃຈ​ຂອງ​ຕົນເອງ​ ມີ​ຈິດ​ທີ່​ເປັນ​ອິດສະຫລະ​ ບໍ່​ຂຶ້ນ​ຕໍ່​ສິ່ງ​ອື່ນ​ໃດ​ມີ​ຄວາມ​ສຸກ​ໄດ້​ແມ່ນ​ຈະ​ຕ້ອງ​ສູນ​ເສຍ​ບາງ​ສິ່ງ​ໄປ​.