ກັມແມ່ນຫຍັງ
ກັມ ແປວ່າ: ‘‘ການກະທຳ ທີ່ປະກອບດ້ວຍເຈຕະນາ’’ ໄດ້ແກ່:
ກະທໍາທາງກາຍເອີ້ນວ່າ: ກາຍະກັມ, ທາງວາຈາ ເອີ້ນວ່າ: ວະຈີກັມ ແລະ
ທາງໃຈ ເອີ້ນວ່າ:
ມະໂນກັມ.
*
ກັມ 2: (ການກະທຳ,
ການກະທຳທີ່ປະກອບດ້ວຍ ເຈຕະນາ ທາງກາຍກໍຕາມ, ທາງວາຈາກໍຕາມ ແລະ ທາງໃຈກໍຕາມ
1. ອະກຸສົລກັມ: (ກັມທີ່ເປັນອະກຸສົລ, ກັມຊົ່ວ, ການກະທຳທີ່ບໍ່ດີ ບໍ່ສະຫລາດ ບໍ່ເກີດຈາກປັນຍາ
ເຮັດໃຫ້ເຊື່ອມເສຍຄຸນນະພາບຊີວິດ ຫມາຍເຖິງ ການກະທຳທີ່ເກີດຈາກ ອະກຸສົລມູນ 3 ຢ່າງຄື: ໂລພະ,
ໂທສະ ແລະ ໂມຫະ.
2. ກຸສົລກັມ: (ກັມທີ່ເປັນກຸສົລ, ກັມດີ, ການກະທຳທີ່ດີສະຫລາດ ເກີດຈາກປັນຍາ ສົ່ງເສີມຄຸນນະພາບຊີວິດຈິດໃຈ
ຫມາຍເຖິງ ການກະທຳທີ່ເກີດຈາກກຸສົລມູນ 3 ຢ່າງ ຄື:
ອະໂລພະ, ອະໂທສະ ແລະ ອະໂມຫະ;
ການຈໍາແນກປະເພດຂອງກັມ
ກັມດີ ຫລື
ກັມຊົ່ວກໍ່ຕາມ ກະທຳທາງກາຍ, ທາງວາຈາ ຫລື ທາງໃຈກໍ່ຕາມ ສາມາດຈໍາປະເພດຕ່າງໆໄດ້ຫລາຍແບບຄື:
*
ກັມຈໍາແນກຕາມເວລາການໃຫ້ຜົນຂອງກັມ
(ປາກກາລ ຈະຕຸກະ) 4 ຢ່າງ
*
ກັມຈໍາແນກຕາມຫນ້າທີ່ຂອງກັມ (ກິຈຈະຕຸກກະ) 4 ຢ່າງ
*
ກັມຈໍາແນກຕາມລຳດັບການໃຫ້ຜົນຂອງກັມ
(ປາກທານ ຈະຕຸກະ) 4 ຢ່າງ
1. ກັມຈໍາແນກຕາມກາລເວລາການໃຫ້ຜົນຂອງກັມ
- ທິດຖະທັມເວທະນີຍະກັມ
ຫມາຍເຖິງ ກັມທີ່ໃຫ້ຜົນໃນປະຈຸບັນ ຄື ໃນພົບນີ້ (ຊາດນີ້)
- ອຸປະປັຊຊະເວທະນີຍະກັມ
ຫມາຍເຖິງ ກັມທີ່ໃຫ້ຜົນໃນພົມທີ່ຈະໄປເກີດ ຄື ໃນພົບຫນ້າ (ຊາດຫນ້າ)
- ອະປະຣາປະຣິເວທະນີຍະກັມ
ຫມາຍເຖິງ ກັມທີ່ໃຫ້ຜົນໃນພົບຕໍ່ໆ ໄປ (ໃນຊາດຕໍ່ໆໄປ...)
2. ກັມຈໍາແນກຕາມຫນ້າທີ່ຂອງກັມ
- ຊະນະກະກັມ
ຫມາຍເຖິງ ກັມເປັນຕົວນໍາໄປເກີດກັມແຕ່ງໃຫ້ເກີດ
- ອຸປັຕຖັມພະກະກັມ
ຫມາຍເຖິງ ກັມສະຫນັບສະຫນູນກັມທີ່ຊ່ວຍສະໜັບສະໜູນ ຫລື ຊໍ້າເຕີມ ຕໍ່ຈາກຊະນະກະກັມ
- ອຸປະປິຣິກະກັມ
ຫມາຍເຖິງ ກັມບີບຄັ້ນ ກັມທີ່ມາໃຫ້ຜົນບີບຄັ້ນ ຜົນແຫ່ງຊະນະກະກັມ ແລະ
ອຸປັຕຖັມພະກະກັມນັ້ນ ໃຫ້ແປປ່ຽນທຸເລົາລົງໄປບັນທອນວິບາກບໍ່ໃຫ້ໄປໄດ້ນານ
- ອຸປະຄາຕະກະກັມ
ຫມາຍເຖິງ ກັມຕັດຮອນ ກັມທີ່ແຮງ ຝ່າຍກົງກັນຂ້າມກັບຊະນະກະກັມ ແລະ ອຸປັຕຖັພພະກະກັມ
ເຂົ້າຕັດຮອນການໃຫ້ຜົນຂອງກັມທັງສອງຢ່າງໃຫ້ຂາດເສຍໄປ.
3. ຈໍາແນກລໍາກັບການໃຫ້ຜົນຂອງກັມ
1. ຄຣຸຸກັມ ຫມາຍເຖິງ
ກັມຫນັກໃຫ້ຜົນກ່ອນເຊັ່ນ: ຍານສະມາບັດ 8 ຫລື ອະນັນຕະຣິຍະກັມ ຈັດເປັນກັມທີ່ຫນັກທີ່ສຸດໃຫ້ຜົນໄວ ແລະ
ແຮງ ມີທັງຝ່າຍທີ່ເປັນກຸສົລ ຄື ຝ່າຍດີ ແລະ ຝ່າຍທີ່ເປັນອະກຸສົລ ຄື ຝ່າຍບໍ່ດີ
- ຄຣຸກັມທີ່ເປັນຝ່າຍກຸສົລ
ໄດ້ແກ່:
ຍານສະມາບັດ 8 ຜູ້ໄດ້ຍານສະມາບັດຊື່ວ່າ
ໄດ້ທຳກັມຝ່າຍທີ່ເປັນກຸສົລທີ່ດີທີ່ສຸດເມື່ອໄດ້ຊິ້ນຊີວິດແລ້ວຍ່ອມໄດ້ໄປເກີດໃນພຣົມມະໂລກທັນທີ
- ຄຣຸກັມທີ່ເປັນຝ່າຍອະກຸສົລ
ໄດ້ແກ່:
ອະນັນຕະຣິຍະກັມ 5 ມີ:
ຂ້າບິດາ, ຂ້າມານດາ,
ຂ້າພຣະອໍຣະຫັນຕ໌, ທຳຮ້າຍພຣະພຸດທະເຈົ້າຈົນເຖິງພຣະໂລຫິດຫໍ້ຂື້ນໄປ, ສັງຄະເພທ ທໍາລາຍສົງໃຫ້ແຕກແຍກກັນ ຜູ້ທໍາອັນຕະຣິຍະກັມຊື່ວ່າ
ໄດ້ທໍາຝ່າຍອະກຸສົລທີ່ຮ້າຍແຮງທີ່ສຸດ ເມື່ອຊິ້ນຊີວິດແລ້ວ ຍ່ອມໄປເກີດໃນນະລົກທັນທີ
2.
ພະຫຸລະກັມ ຫລື ອາຈິນກັມ ຫມາຍເຖິງ ກັມທີ່ເຮັດຫລາຍ ຫລື
ເຮັດຈົນເຄີຍຊິນ ໃຫ້ຜົນຮອງຈາກຄຣຸກັມ
3.
ອາສັນນະກັມ ຫມາຍເຖິງ ກັມຈວນຈຽນ ຫລື ກັມໄກ້ຕາຍ ຄື
ກັມທີ່ເຮັດເມື່ອໄກ້ຈະຕາຍຈັບໃຈຢູ່ໃຫມ່ໝ ຖ້າບໍ່ມີ 2 ຂໍ້ກ່ອນ ກໍຈະໃຫ້ຜົນກ່ອນອື່ນ
4.
ກະຕັດຕາກັມ ຫລື ກະຕັດຕາວາປະນະກັມ (ກັຕຕະຕາ-ສິ່ງທີ່ເຄີຍເຮັດໄວ້, ວາ ປະນະ-ກໍ ຫລື ວ່າ, ກັມມະ-ກັມ) ຫມາຍເຖິງ ກັມອື່ນທີ່ເຄີຍເຮັດໄວ້ແລ້ວ ນອກຈາກກັມ 3 ຢ່າງຂ້າງຕົ້ົ້ນ, ຖິກາ ກ່າວວ່າ:
ກັມນີ້ໃຫ້ຜົນໃນຊາດທີ 3 ເປັັນຕົ້ນໄປ ກັມນີ້ຈິ່ງຈະໃຫ້ຜົນເປັນກັມທັງຝ່າຍດີ ແລະ
ຝ່າຍບໍ່ດີ ເຮັດໄປໂດຍບໍ່ຕັ້ງໃຈ ບໍ່ມີເຈດຕະນາ ຖືວ່າເປັນກັມທີ່ມີໂທດເບົາທີ່ສຸດໃນບັນດາກັມທັງຫລາຍ.
* ຈໍາແນກຕາມຖານທີ່ໃຫ້ເກີດຂອງກັມ
- ອະກຸສົນກັມ
- ກາມາວະຈະຣະກຸສົນກັມ
- ຣູປາວະຈະຣະກຸສົນກັມ
- ອະຣູປາວະຈະຣະກຸສົລກັມ
* ກົດແຫ່ງກັມ
- ກັມໃດໃຜກໍ່
ຕົນເອງເທົ່ານັ້ນ ທີ່ຈະໄດ້ຮັບ ຜົນຂອງສິ່ງທີ່ກະທຳ
- ກັມໃນປັດຈຸບັນເປັນຜົນມາຈາກ
ການກະທໍາໃນອະດີດ ແລະ ກັມທີ່ກໍ່ໄວ້ໃນປັດຈຸບັນ
ເປັນເຫດທີ່ຈະສົ່ງຜົນສືບເນື່ອງຕໍ່ໄປຍັງອະນາຄົດ
- ກັມດີ-ກັມຊົ່ວ ລົບລ້າງກັນບໍ່ໄດ້
- ເຖິງແມ່ນວ່າ
ການທໍາກັມດີ ຈະລົບລ້າງກັມຊົ່ວເກົ່າທີ່ມີຢູ່ເດີມບໍ່ໄດ້
ແຕ່ມີສ່ວນຊ່ວຍໃຫ້ຜົນຈາກກັມຊົ່ວ ທີ່ມີຢູ່ເດີມຜ່ອນລົງ ຄື ຜ່ອນຫນັກໃຫ້ເປັນເບົາ
ສັດທັງຫລາຍມີກັມເປັນຂອງຕົນ ເປັນທາຍາດແຫ່ງກັມ ມີກັມເປັນກໍາເນີດ ມີກັມເປັນເຜົ່າພັນ
ມີກັມເປັນທີ່ເພິ່ງອາໄສ ກັມຍ່ອມຈໍາແນກສັດໃຫ້ຊົ່ວ ແລະ ປານີດໄດ້
‘‘ກັມມຸນາ ວັຕຕະຕິໂລໂກ’’